ຜ່ານມາ ເດັກນ້ອຍລາວ ຍັງບໍ່ໄດ້ຮັບການເບິ່ງແຍງ ເປັນລະບົບ

ສຸພັດຕາ
2023.02.03
ຜ່ານມາ ເດັກນ້ອຍລາວ ຍັງບໍ່ໄດ້ຮັບການເບິ່ງແຍງ ເປັນລະບົບ ເດັກນ້ອຍນັກຮຽນ ຂອງໂຮງຮຽນແຫ່ງນຶ່ງ ກຳລັງລ້າງມື ດ້ວຍວິທີ ທີ່ຖືກຕ້ອງ ຕາມສຸຂອະນາໄມ ເພື່ອສຸຂພາບທີ່ດີ, ເດືອນຕຸລາ ປີ 2022.
ນັກຂ່າວ ພົລເມືອງ

ວັນທີ 27 ມົກກະຣາ 2023 ທີ່ຜ່ານມາ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ຈັດພິທີ ສເນີແຜນດໍາເນີນງານແຫ່ງຊາຕ ເພື່ອສ້າງຄວາມເຂັ້ມແຂງ ລະບົບປົກປ້ອງເດັກນ້ອຍ 5 ປີ ແຕ່ປີ (2022-2026) ສບັບທໍາອິດ ຢ່າງເປັນທາງການ ຂະນະທີ່ ວຽກງານປົກປ້ອງເດັກນ້ອຍ ໃນລາວຍັງບໍ່ສາມາດປະຕິບັດໄດ້ດີ ເທົ່າທີ່ຄວນ.

ຈຸດປະສົງຂອງແຜນດັ່ງກ່າວ ກໍເພື່ອສ້າງຄວາມເຂັ້ມແຂງ ດ້ານນິຕິກັມ, ດ້ານບຸກຄະຣາກອນ ສັງຄົມສົງເຄາະ, ປັບປຸງວຽກງານ ການບໍຣິການປ້ອງກັນ-ປົກປ້ອງເດັກນ້ອຍ, ແລະຕິດຕາມຮິບໂຮມຂໍ້ມູນ ສ້າງຖານຂໍ້ມູນ ເຊິ່ງຕາມແຜນເບື້ອງຕົ້ນແລ້ວ ທາງກະຊວງແຮງງານ ແລະສວັດດີການສັງຄົມ ຈະເນັ້ນວຽກງານການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະຣາກອນສັງຄົມສົງເຄາະ ຜ່ານການຝຶກອົບຮົມຄວາມຮູ້ໃນຫຼາຍຫົວຂໍ້ ເປັນຕົ້ນ ການປົກປ້ອງເດັກນ້ອຍມີຫຍັງແດ່, ການຊ່ອຍເຫຼືອເດັກນ້ອຍແນວໃດ ແລະອື່ນໆ ຕັ້ງແຕ່ຂັ້ນສູນກາງ ຫາຂັ້ນທ້ອງຖິ່ນ ເປັນບູຣິມາສິດອັນດັບທໍາອິດ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານດັ່ງກ່າວ ຜູ້ຂໍສງວນຊື່ ແລະສຽງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ກຸມພາ ນີ້ວ່າ:

“ເອີ້ນວ່າ Convention on the Rights of the Child ຫຼື ສົນທິສັນຍາ ວ່າດ້ວຍສິດທິເດັກ ອັນທີ 2 ວ່າເຣື່ອງພັທນາການເດັກ ຫຼື Child Development ນັ້ນ ອັນທີ 3 ວ່າດ້ວຍເຣື່ອງຫຼັກການ ແລະການປົກປ້ອງ ແລະຊ່ອຍເຫຼືອເດັກ ອັນທີ 4 ມາ ຈະເວົ້າເຣື່ອງພາຣະບົດບາດ ຄວາມຮັບຜິດຊອບ ຂອງບັນດາຂແນງການ ຫຼືຄະນະກັມມະການທີ່ເຮັດໜ້າທີ່ ປົກປ້ອງເດັກຫັ້ນ ແລະອັນ 5 ເຮົາຈະເວົ້າເຣື່ອງການໂຄສະນາປົກປ້ອງເດັກ ວ່າຈະເຮັດແນວໃດ ໃຫ້ຊຸມຊົນເຂົ້າໃຈງ່າຍ ເຮັດແນວໃດ ຊຸມຊົນຈຶ່ງມີທັສນະຄະຕິ ໃນການປົກປ້ອງເດັກ ຢູ່ໃນຊຸມຊົນຂອງເຂົາເຈົ້າ.”

ທີ່ຜ່ານມາ ຂແນງການທີ່ກ່ຽວຂ້ອງ ຕັ້ງແຕ່ສູນກາງ ເຖິງຂັ້ນທ້ອງຖິ່ນຂັ້ນບ້ານ ເຮັດວຽກປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ເຮັດວຽກແບບບໍ່ລວມສູນ, ຂາດທັກສະຄວາມຮູ້ ໃນການປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ແລະຍັງຮິບໂຮມຂໍ້ມູນແບບຈົດກ່າຍໃສ່ເຈັ້ຽ ຍັງບໍ່ສາມາດປ້ອນຂໍ້ມູນ ແບບອອນລາຍນ໌ໄດ້ ຈຶ່ງເຮັດໃຫ້ກະຊວງແຮງງານ ແລະສວັດດີການສັງຄົມ ຈັດທໍາແຜນດໍາເນີນງານແຫ່ງຊາຕ ເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກນ້ອຍ 5 ປີ ສບັບທໍາອິດຂຶ້ນມາ.

ດັ່ງເຈົ້າໜ້າທີ່ ຜູ້ດຽວກັບຂ້າງເທິງ ທີ່ຂໍສງວນຊື່ ແລະສຽງ ກ່າວຕື່ມວ່າ:

“ການເຮັດວຽກຂອງຂແນງການ ເອີ້ນວ່າ ເຮັດພໍໃຜພໍລາວ ມັນບໍ່ລວມສູນຫັ້ນແຫຼະເນາະ ແລ້ວອັນທີ 2 ກໍເອີ້ນວ່າ ຍົກໂຕຢ່າງວ່າ ຢູ່ໃນຂັ້ນບ້ານ ກໍໄດ້ຮັບການຝຶກອົບຮົມເທື່ອນຶ່ງສອງເທື່ອ ເຂົາເຈົ້າ ຍັງບໍ່ມີສະກິລທີ່ພຽງພໍຫັ້ນນ່າ ອັນຕໍ່ມາ ທີ່ກໍແມ່ນມັນເປັນຊາເລັ້ນຈ໌ ກໍຄື ເຣື່ອງການເກັບກໍາ ຫຼືການສ້າງສະຖິຕິຂໍ້ມູນ ກ່ຽວກັບເດັກທີ່ຕ້ອງການ ການປົກປ້ອງພິເສດນີ້ ເຊິ່ງວ່າມັນກໍມີຄວາມຫຍຸ້ງຍາກ ທີ່ຈະໄປຫາສູ່ກັນ ສະນັ້ນ ຄວາມມຸ້ງຫວັງເຮົາ ຈຶ່ງຢາກພັທນາ ເປັນການເກັບກໍາຂໍ້ມູນ ຫຼືການຣາຍງານ ແບບລະບົບດິຈິຕອລ ສົ່ງຂໍ້ມູນທາງອອນລາຍນ໌ເລີຍ.”

ອົງການຢູນິເຊຟ ປະຈໍາລາວ ກໍໄດ້ໃຫ້ການສນັບສນູນ ແຜນດໍາເນີນງານແຫ່ງຊາຕ ເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກນ້ອຍ 5 ປີ ສບັບທໍາອິດຂອງລາວ ໂດຍສະເພາະ ຈຸດປະສົງດ້ານການບໍຣິການປ້ອງກັນ-ປົກປ້ອງເດັກ ໂດຍໄລຍະ 1-2 ປີ ທີ່ຜ່ານມາ ອົງການຢູນິເຊຟ ປະຈໍາລາວ ກໍໄດ້ໂປຣໂມທສາຍດ່ວນ 1362 ໃຫ້ຊາວໜຸ່ມ ແລະປະຊາຊົນທົ່ວໄປ ໄດ້ຮັບຮູ້ວ່າ ເບີດັ່ງກ່າວ ຕັ້ງແຕ່ຂັ້ນສູນກາງ ເຖິງຂັ້ນທ້ອງຖິ່ນ ທີ່ເປັນເບີສະເພາະເຣື່ອງການ ຂໍຄໍາປຶກສາກ່ຽວກັບ ການກະທໍາຮຸນແຮງ ແລະຮູ້ສຶກກົດດັນ ສາມາດໂທຫາສູນກາງ ສະຫະພັນແມ່ຍິງ ໄດ້ແບບບໍ່ເສັຍຄ່າ.

ນອກຈາກນີ້ ອົງການຢູນິເຊຟ ປະຈໍາລາວ ຍັງສຸມໃສ່ວຽກງານໂຄສະນາ ຝຶກອົບຮົມ ແກ່ກຸ່ມນັກຮຽນເປົ້າໝາຍ ເພື່ອໃຫ້ເຂົ້າໃຈ ກ່ຽວກັບຄວາມຮຸນແຮງຂອງເດັກ ຕາມສົນທິສັນຍາ ວ່າດ້ວຍສິດທິເດັກ ທີ່ຣັຖບານລາວເຊັນຮັບຮອງຕັ້ງແຕ່ປີ 1989 ໂດຍສະເພາະ ເຣື່ອງເດັກນ້ອຍຍິງສາວ ແຕ່ງດອງກ່ອນວັຍອັນຄວນ ແລະເດັກນ້ອຍລາວ ແຕ່ອາຍຸ 1-14 ປີ ຖືກລົງໂທດຈາກຄອບຄົວ ດ້ວຍການຕີ ໃນອັດຕຣາທີ່ສູງເຖິງ 69% ເຊິ່ງເຫດການດັ່ງກ່າວ ພວກເຂົາເຈົ້າ ສາມາດຂໍຄວາມຊ່ອຍເຫຼືອ ຈາກເບີສາຍດ່ວນ 1362 ໄດ້.

ດັ່ງເຈົ້າໜ້າທີ່ ອົງການຢູນິເຊຟ ປະຈໍາລາວ ທ່ານນຶ່ງ ກ່າວວ່າ:

“ເວົ້າເຣື່ອງຄວາມຮຸນແຮງ ທີ່ເດັກພະເຊີນຢູ່ ອາຍຸ 1-14 ປີ ມີ 69% ແລ້ວອັນທີ 2 ເວົ້າເຣື່ອງຄວາມເຂົ້າໃຈຂອງພໍ່ແມ່ ວ່າຍັງເຂົ້າໃຈວ່າ ການລົງໂທດເດັກນ້ອຍນີ້ ຍັງໝາຍເຖິງວ່າ ເປັນການເອີ້ນວ່າ ເປັນການສັ່ງສອນຊື່ໆເນາະ ຕາມປະເພນີເນາະ ບໍ່ໄດ້ຄິດເຫັນວ່າ ເອີ່ ມັນເປັນບັນຫານຶ່ງ, ບໍຣິການປ້ອງກັນ ເວົ້າເຣື່ອງການໂຄສະນາ ຄື ຢູ່ອັດຕະປື ເຂົາເຈົ້າກໍມີການຝຶກອົບຮົມ ພວກເອີ້ນວ່າຫຍັງ ໄລຟສະກິລ (ທັກສະຊີວິດ) ໃຫ້ກັບເດັກນ້ອຍ ເພື່ອໃນເຂົາເຈົ້າເຂົ້າໃຈບັນຫາອັນນີ້ ແລ້ວຈະເຮັດຈັ່ງໃດ ເພື່ອຍຸຕິການ ເອີ້ນວ່າຄວາມຮຸນແຮງ ແລະການແຕ່ງງານກ່ອນວັຍ.”

ໃນເດືອນມົກກະຣາ ປີ 2022 ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ອອກ “ຂໍ້ ກໍານົດ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງຄະນະກັມມະການການປົກປ້ອງ ແລະຊ່ອຍເຫຼືອເດັກ” ພ້ອມດຽວກັນນັ້ນ ກໍໄດ້ຮັບການສນັບສນູນ ຈາກອົງການຢູນິເຊຟ ແລະທຶນຊ່ອຍເຫຼືອ ຈາກຣັຖບານອອສເຕຣເລັຽ ແລະຣັຖບານເກົາຫຼີໃຕ້ ຈັດຕັ້ງປະຕິບັດ ການທົດລອງໂຕແບບ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປົກປ້ອງເດັກ ຢູ່ເມືອງສນາມໄຊ ແລະເມືອງສາມັກຄີໄຊ ແຂວງອັດຕະປື ແລະຢູ່ເມືອງຄູນ, ເມືອງແປກ ແຂວງຊຽງຂວາງ, ອີງຕາມຂໍ້ມູນຈາກຫ້ອງການ ກະຊວງແຮງງານ ແລະສວັດດີການສັງຄົມ.

ສະເພາະຢູ່ເມືອງຄູນ ແຂວງຊຽງຂວາງ ກໍເປັນ 1 ເມືອງ ໃນ 4 ເມືອງ ທີ່ມີການຈັດຕັ້ງປະຕິບັດການທົດລອງໂຕແບບ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປົກປ້ອງເດັກ ໂດຍແຕ່ປີ 2022 ທີ່ຜ່ານມາ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ສີ້ນສຸດໄລຍະການຈັດຕັ້ງ ການທົດລອງນີ້ເທື່ອ ແຕ່ກໍເຫັນການປ່ຽນແປງ ທີ່ເດັກນ້ອຍພິເສດ (ເດັກນ້ອຍພິເສດ ຄື ເດັກນ້ອຍພິການ ແລະເປັ້ຽລ່ອຍ) ສາມາດຮຽນຮ່ວມກັບນັກຮຽນປົກກະຕິໄດ້ ຕາມສິດທິເດັກຂັ້ນພື້ນຖານ ແລະເຣີ່ມມີສຸຂພາບແຂງແຮງຂຶ້ນ ຍ້ອນໄດ້ຮັບການເອົາໃຈໃສ່ ແລະການເບິ່ງແຍງຈາກເຈົ້າໜ້າທີ່ ສາທາຣະນະສຸຂ.

ດັ່ງເຈົ້າໜ້າທີ່ ຄະນະກັມມະການປົກປ້ອງ ແລະຊ່ອຍເຫຼືອເດັກ ເມືອງຄູນ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

“ການຮຽນຮ່ວມ ລະຫວ່າງເດັກພິເສດ ກັບເດັກປົກກະຕິ ອັນນ່າ ທີ່ເຂົາເຈົ້າ ມີຄວາມບົກພ່ອງຫັ້ນນ່າ ເປັນຕົ້ນແມ່ນ ຄົນເປັ້ຽ ຄົນລ່ອຍບໍ ຄົນຫຍັງ ແລ້ວເຂົາເຈົ້າມີການຟື້ນຟູ ໃຫ້ມັນແຂງແຮງ ຍ່າງບໍ່ໄດ້ເມື່ອກ່ອນ ຍ່າງບໍ່ໄດ້ ແລ້ວປັດຈຸບັນ ກໍສາມາດໃຫ້ມັນຍ່າງໄດ້.”

ເມື່ອເວົ້າເຖິງການເຄື່ອນໄຫວ ວຽກງານການປົກປ້ອງເດັກໃນລາວ ແລ້ວເຫັນວ່າ ຍັງມີຫຼາຍດ້ານ ທີ່ຍັງບໍ່ສາມາດເຮັດໄດ້ດີເທົ່າທີ່ຄວນ ບໍ່ວ່າຈະເປັນວຽກງານ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ການປູກຈິຕສຳນຶກໃຫ້ແກ່ຊຸມຊົນ ໃນການປົກປ້ອງ ແລະ ສົ່ງເສີມສິດທິເດັກນ້ອຍ ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມ ຜູ້ເຮັດວຽກໃນການພັທນາ, ປົກປ້ອງ ແລະ ສົ່ງເສີມສິດທິເດັກນ້ອຍໃນລາວ ນາງນຶ່ງ ໄດ້ຊີ້ແຈງໃຫ້ຮູ້ວ່າ ວຽກງານການປົກປ້ອງເດັກນ້ອຍໃນລາວ ຍັງມີຫຼາຍຢ່າງທີ່ທ້າທາຍ ບໍ່ວ່າຈະເປັນຄວາມທຸກຍາກ ຫຼືຄວາມເຂົ້າໃຈ ໃນລັກສະນະວັທນະທັມທ້ອງຖິ່ນ ຍັງເປັນອຸປະສັກ ທີ່ບໍ່ສາມາດກຳຈັດໄດ້ ເຮັດໃຫ້ສິດທິຂອງເດັກນ້ອຍລາວ ຈຳນວນຫຼາຍໃນເຂດທ້ອງຖິ່ນ ແລະ ເຂດຫ່າງໄກສອກຫຼີກ ຍັງບໍ່ຖືກຮັບຮູ້, ບໍ່ຖືກປົກປ້ອງ ແລະ ບາງຄັ້ງ ກໍຖືກລະເມີດສິດ ໂດຍທີ່ບໍ່ໄດ້ຕັ້ງໃຈ ເພາະເປັນວັທນະທັມ ແລະ ຄວາມເຊື່ອຂອງຊົນເຜົ່າ ທີ່ສືບທອດກັນມາ ແລະ ຍາກທີ່ສຸດ ທີ່ຈະແກ້ໄຂໃນເວລາອັນສັ້ນໆ.

ດັ່ງຍານາງກ່າວ ຕໍ່ຜູ້ສື່ຂ່າວວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ແຕ່ວ່າຮີດຄອງປະເພນີ ຂອງລາວ ເພາະວ່າຄິດວ່າ ຄຳວ່າໃຊ້ແຮງງານເດັກ ຂອງບ້ານເຮົາ, ຫັ້ນນ່າ ມັນບໍ່ເປັນທີ່ຮູ້ຈັກ ຂອງຄົນລາວ ຂອງປະຊາຊົນລາວ, ໂດຍສະເພາະ ຜູ້ຢູ່ຊົນນະບົດ. ຫາຢູ່ຫາກິນນຳພໍ່ແມ່ ເຮັດໄຮ່-ເຮັດນາ, ຕຳເຂົ້າ, ຫາບນ້ຳ ອັນນັ້ນພໍ່ແມ່ເຂົາເຈົ້າເກີດມາຢູ່ໃນສະພາບນັ້ນ. ກະເຫັນ ເຂົາເຈົ້າອູ້ມນ້ອງ ອູ້ມບັກໜາວໆເນາະ ບໍ່ມີເສື້ອນຸ່ງ ບໍ່ມີເສື້ອກັນໜາວນຸ່ງ ບໍ່ມີຜ້າຫົ່ມ.”

ຍານາງກ່າວຕື່ມວ່າ ການປົກປ້ອງເດັກນ້ອຍ ແລະ ປົກປ້ອງສິດທິຂອງເດັກນ້ອຍລາວ ເຖິງວ່າຈະມີນິຕິກັມ, ບຸກຄະຣາກອນ ທີ່ພຽງພໍ ແລະ ແຜນງານທີ່ດີເທົ່າໃດກໍຕາມ ກໍຈະຍັງບໍ່ສາມາດເຮັດໃຫ້ບັນຫາການລະເມີດສິດທິ ເດັກນ້ອຍລາວ ຫຼືການປົກປ້ອງເດັກນ້ອຍລາວ ໝົດໄປໄດ້ ຖ້າຫາກຂາດງົບປະມານທີ່ເໝາະສົມ ໃນການເຄື່ອນໄຫວວຽກງານໂຕຈິງ ເພາະໃນເຂດຫ່າງໄກສອກຫຼີກ ມັນຮຽກຮ້ອງໃຫ້ມີເຈົ້າໜ້າທີ່ວິຊາສະເພາະ ລົງໄປສ້າງຄວາມເຂົ້າໃຈ ໃຫ້ແກ່ຊຸມຊົນຢ່າງເຖິງຖອງ ແລະ ທັງແບບໃກ້ຊິດ ຮວມເຖິງ ຊາວລາວ ທີ່ເປັນຊົນເຜົ່າ ຍິ່ງຈຳເປັນຕ້ອງໃຊ້ທັກສະ ແລະ ວັທນະທັມທ້ອງຖິ່ນພິເສດ ນອກຈາກຈະໃຊ້ຄວາມຮູ້ດ້ານວິຊາການແລ້ວ ຈຶ່ງຈະສາມາດບັນລຸວຽກງານ ຕາມແຜນການໄດ້.

ສໍາລັບແຜນການຈັດຕັ້ງ ປະຕິບັດການທົດລອງໂຕແບບ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປົກປ້ອງເດັກນ້ອຍ ແມ່ນມີໂອກາດ ທີ່ຈະຖືກຂຍາຍໄປສູ່ເມືອງພູວົງ, ເມືອງຊານໄຊ ແລະເມືອງໄຊເສດຖາ ແຂວງອັດຕະປື ຫາກມີງົບປະມານພຽງພໍ ແລະມີໂອກາດ ຖືກຂຍາຍໄປສູ່ແຂວງອື່ນໆອີກເຊັ່ນດຽວກັນ, ອີງຕາມຂໍ້ມູນຈາກອົງການຢູນິເຊຟ ປະຈໍາລາວ.

ນອກຈາກນີ້ ແຜນດໍາເນີນງານແຫ່ງຊາຕ ເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກນ້ອຍ ສບັບທໍາອິດນີ້ ແມ່ນມີຜົລບັງຄັບໃຊ້ ແຕ່ວັນທີ 25 ເດືອນສິງຫາ ປີ 2022 ທີ່ຜ່ານມາ ພາຍຫຼັງທີ່ ຍານາງ ຄໍາໃບ ຂັດຕິຍະ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ອອກນິຕະກັມ ວ່າດ້ວຍການຮັບຮອງ ແລະປະກາດໃຊ້ແຜນດັ່ງກ່າວ, ແຕ່ທາງກະຊວງແຮງງານ ແລະສວັດດີການສັງຄົມ ຫາກໍເປີດພິທີຢ່າງເປັນທາງການ ໃນວັນທີ 27 ມົກກະຣາ 2023 ທີ່ຜ່ານມາ ຍ້ອນໃນຊຸມປີທີ່ຜ່ານມາ ຄືປີ 2022 ພາກສ່ວນທີ່ກ່ຽວຂ້ອງ ໄດ້ພຍາຍາມເປັນພິເສດ ຕໍ່ການພັທນາ ແລະເສີມສ້າງລະບົບປົກປ້ອງເດັກນ້ອຍ, ອີງຕາມຂໍ້ມູນ ຈາກຫ້ອງການກະຊວງແຮງງານ ແລະສວັດດີການສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.