ແມ່ຍິງ-ເດັກນ້ອຍ 10-20-2015

ມະນີຈັນ
2015.10.21
F-Polio ທາງການລາວ ເພີ້ມການສັກຢາປ້ອງກັນ ໂປລີໂອ ໃຫ້ເດັກນ້ອຍ ທົ່ວປະເທດ
Screen captured from LNTV video

ເດັກນ້ອຍລາວ ຜູ້ຊາຍ ອາຍຸ 8 ປີ ຢູ່ ບ້ານ ຜາເມືອງ ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ເສັຽຊີວິດ ຍ້ອນ ເປັນ ໂຣຄ ໂປລີໂອ ເປັ້ຽລ່ອຍ ເມື່ອ ວັນທີ 11 ກັນຍາ 2015, ເຮັດໃຫ້ ທາງການ ລາວ ແລະ ຊາວໂລກ ກັບມາ ໃຫ້ ຄວາມສົນໃຈ ໂຣຄ ນີ້ ຕື່ມອີກ. ທັງນີ້ ກໍຍ້ອນວ່າ ສປປລາວ ແລະ ປະເທດ ອື່ນໆ ໃນ ຂົງເຂດ ເອເຊັຽ ປາຊີຟິກ ຕາເວັນຕົກ ໄດ້ ປະກາດ ວ່າ ໂປລີໂອ ໄດ້ຖືກ ກໍາຈັດ ໄປແລ້ວ ແຕ່ ປີ 2000 ແລະ ສປປລາວ ກໍ ຖືກຮັບຮູ້ ວ່າ ເປັນ ປະເທດ ປອດໂຣຄ ໂປລີໂອ, ໂດຍມີ ອົງການ ອະນາມັຍ ໂລກ ຮັບຮອງ ຢ່າງ ເປັນ ທາງການ. ແລະ ບາງ ແຫລ່ງຂ່າວ ຍັງເວົ້າວ່າ ສປປລາວ ໄດ້ ປອດຈາກ ໂຣຄ ເປັ້ຽລ່ອຍ ແຕ່ປີ 1993 ເປັນຕົ້ນມາ ແລະ ມີຣາຍງານ ກໍຣະນີ ສຸດທ້າຍ ເມື່ອ ປີ 1996.

ອົງການ ອະນາມັຍ ໂລກ ເວົ້າວ່າ ການຕາຍ ຂອງ ເດັກນ້ອຍ ລາວ ຄົນນັ້ນ ເປັນ ອີກ ກໍຣະນີ ນຶ່ງ ທີ່ ບົ່ງບອກ ເຖິງ ການກ້າວ ຖອຍຫລັງ ໃນຄວາມ ຫວັງທີ່ ຈະ ລຶບລ້າງ ເຊື້ອໂຣຄ ນີ້ ໃຫ້ ໝົດສິ້ນ ໄປ ໃນປີ 2020 ພາຍຫລັງ ເຊື້ອໂຣຄ ໂປລີໂອ ປາກົດ ຕົວຂຶ້ນ ຢູ່ ປະເທດ ຢູເຄຣນ ແລະ ມາລີ.

ເວົ້າສະເພາະ ຢູ່ ສປປລາວ ກໍເປັນ ກໍຣະນີ ທີ່ ຊີ້ ໃຫ້ເຫັນວ່າ ເຊື້ອໂຣຄ ໂປລີໂອ ນີ້ ໄດ້ ວົນວຽນ ຢູ່ ແຂວງ ບໍຣິຄຳໄຊ ໂດຍສະເພາະ ເມືອງ ບໍຣິຄັນ ທີ່ ເດັກນ້ອຍ ຄົນ ດັ່ງກ່າວ ເສັຽຊີວິດ ຍ້ອນວ່າ ເປັນເຂດ ທີ່ ອັດຕຣາ ການໃຫ້ຢາ ປ້ອງກັນ ພຍາດ ໃຫ້ ເດັກນ້ອຍ ຕ່ຳ ມາໄດ້ກວ່າ 2 ປີ ແລ້ວ. ແຕ່ ປີ 2009 ຫາ ປີ 2014 ອັດຕຣາ ການຢອດຢາ ວັກຊິນ ໃຫ້ ເດັກນ້ອຍ ເພື່ອ ປ້ອງກັນ ເຊື້ອ ໂປລີໂອ ຢູ່ໃນ ຣະຫວ່າງ 40 ຫາ 66 ເປີເຊັນ ແລະ 44 ເປີເຊັນ ໃນ ປີ 2015 ນີ້.

ຢາ ວັກຊີນ ຢອດໃສ່ປາກ ມີເຊື້ອ ພຍາດ ອ່ອນ ແລະ ເມື່ອເດັກນ້ອຍ ໄດ້ຮັບຢາ ປ້ອງກັນ ເຂົ້າໄປ ເຊື້ອໂຣຄ ນັ້ນ ກໍຈະຊຶມ ເຂົ້າໄປ ໃນ ລຳໃສ້ ແລ້ວ ຖືກຂັບ ຖ່າຍ ອອກມາ. ຕາມ ສະຖານທີ່ ທີ່ ມີບັນຫາ ດ້ານ ສຸຂອະນາມັຍ ເຊື້ອໂຣຄ ນັ້ນ ສາມາດ ຕິດຕໍ່ ໃສ່ ຄົນອື່ນໆ ໃນຊຸມຊົນ ໄດ້ ກ່ອນທີ່ ເຊື້ອ ໂຣຄ ຈະຈາງຫາຍ ໄປ.

ຢ່າງໃດ ກໍຕາມ ຫລັງການ ເສັຽຊີວິດ ຂອງ ເດັກຊາຍ ຄົນ ດັ່ງກ່າວ ທາງ ກະຊວງ ສາທາຣະນະສຸກ ລາວ ຮ່ວມກັບ ອົງການ ອະນາມັຍ ໂລກ ແລະ ສູນ ຄວບຄຸມ ແລະ ປ້ອງກັນ ພຍາດ ຂອງ ສະຫະຣັຖ ອະເມຣິກາ ສົ່ງ ທີມງານ ໄປຍັງ ຄຸ້ມບ້ານ ຂອງ ເດັກນ້ອຍ ທີ່ ເສັຽຊີວິດ ເພື່ອເອົາ ຕົວຢ່າງ ອາຈົມ ຂອງ ເດັກນ້ອຍ ທີ່ ມີສຸຂພາບ ດີ ໃນ ຄົວເຮືອນ ແລະ ຊຸມຊົນ ນັ້ນ ມາວິເຄາະ ແລະ ໄດ້ ພຍາຍາມ ໃຫ້ ວັກຊິນ ປ້ອງກັນ ໂຣຄ ນັ້ນ. ສຳລັບ ແຂວງ ບໍຣິຄຳໄຊ ແລະ ອີກຫຼາຍ ແຂວງ ທີ່ ຢູ່ໃກ້ຄຽງ ກັນນັ້ນ ເພີ່ມຕື່ມ ຢ່າງ ໄວວາ ນອກຈາກ ໃຫ້ ຕາມແຜນ ປະຈໍາ ປີ ແລ້ວ.

ເຊື້ອໂຣຄ ໂປລີໂອ ຕາມ ຄໍາເວົ້າ ຂອງ ທ່ານ ໝໍ ໃນ ນະຄອນຫຼວງ ວຽງຈັນ ເປັນ ເຊື້ອໂຣຄ ທີ່ ຄົນເປັນ ບໍ່ຫຼາຍ ແຕ່ຫາກ ອັນຕະຣາຍ ຫຼາຍ ເພາະ ບໍ່ມີ ຢາປິ່ນປົວ ໃຫ້ ເຊົາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.