ຄົນງານລາວ ເພດຍິງ ໄປເຮັດວຽກ ຢູ່ເກົາຫລີໃຕ້ ບໍ່ຮອດ 8%

ໄຊຍາ
2023.02.28
ຄົນງານລາວ ເພດຍິງ ໄປເຮັດວຽກ ຢູ່ເກົາຫລີໃຕ້ ບໍ່ຮອດ 8% ບັນຍາກາດ ພາຍໃນງານ ຕລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພຶສຈິກາ ປີ 2022.
RFA

ນັບແຕ່ປີ 2018 ເປັນຕົ້ນມາ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ດຳເນີນການ ຈັດສົ່ງຄົນງານລາວໄປເຮັດວຽກໄລຍະຍາວ 3-5 ປີ ຕາມລະບຽບການຈ້າງງານຕ່າງຊາຕ ຫລື Employment Permission System (EPS) ຢູ່ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດເກົາຫລີໃຕ້ ເປັນຈຳນວນ 1,119 ຄົນ, ໃນນີ້ເປັນເພດຍິງພຽງ 79 ຄົນ ຫລືບໍ່ຮອດ 8%, ຍ້ອນນາຍຈ້າງນິຍົມເລືອກເພດຊາຍ ໄປເຮັດວຽກນໍາເນື່ອງຈາກ ວຽກສ່ວນຫລາຍເນັ້ນການໃຊ້ກຳລັງແຮງງານ.

ດັ່ງເຈົ້າຫນ້າທີ່ ທີ່ເຮັດວຽກດ້ານຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ຜູ້ບໍ່ປະສົງອອກຊື່ແລະຕຳແຫນ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ 2023 ນີ້ວ່າ:

ຢູ່ທາງລາວຂະເຈົ້າ ຍັງຈົດທະບຽນອີ່ຫຍັງເນາະ ມັນຍັງມີແຕ່ໂຮງຈັກໂຮງງານເນາະການ ຜລິດຫັ້ນນ່າສົມມຸດວ່າການຜລິດ ມັນຈະມີຕາມກົດຫມາຽຫັ້ນນ່າ ແຕ່ວ່າໂຮງຈັກໂຮງງານເນາະມັນຈະມີແຕ່ຜູ້ຊາຍ ສ່ວນຫລາຍຫັ້ນນ່າຫນ້າວຽກ ຜູ້ຊາຍກໍເລີຍຍັງບໍ່ທັນໄດ້ຮັບຜູ້ຍິງຫລາຍ ສົມມຸດວ່າ 100 ຄົນແມ່ນຍິງຫນ້າຈະປະມານ 5 ຄົນຈັ່ງຊິນ່າ.

ທ່ານກ່າວຕື່ມວ່າ ສຳລັບວຽກງານທີ່ກ່ຽວຂ້ອງ ກັບໂຮງຈັກ, ໂຮງງານ ແລະ ອຸດສາຫະກັມ ການຜລິດຢູ່ປະເທດເກົາຫລີໃຕ້ນັ້ນ ເປັນຕົ້ນໂຮງງານຕັດຫຍິບ ແລະໂຮງງານຜລິດເຫລັກ ຂະນະທີ່ຄົນງານລາວທີ່ເດີນທາງໄປເຮັດວຽກຢູ່ປະເທດໄທຍ ຈະມີອັດຕຣາສ່ວນຂອງເພດຍິງ ແລະ ເພດຊາຍຂ້ອນຂ້າງດຸ່ນດ່ຽງກັນ ຍ້ອນມີຫນ້າວຽກເຮັດທີ່ຫລາກຫລາຍ ເປັນຕົ້ນການກະເສດ, ການປະມົງ, ການທ່ອງທ່ຽວ, ບໍຣິການ ແລະ ວຽກງານການກໍ່ສ້າງ.

ທ່ານກ່າວຕື່ມວ່າ ຄົນງານລາວທີ່ຜ່ານການຄັດເລືອກແລ້ວ ຈະສາມາດເຮັດວຽກຢູ່ປະເທດເກົາຫລີ ໄດ້ເປັນໄລຍະເວລາ 3 ປີ ໂດຍບໍ່ຈຳເປັນຕ້ອງກັບປະເທດລາວ. ຈາກນັ້ນເມື່ອເຮັດວຽກຄົບຕາມສັນຍາ ພວກເຂົາເຈົ້າສາມາດດຳເນີນການ ຕໍ່ສັນຍາຈ້າງງານໄດ້ອີກ 1 ປີ 10 ເດືອນ. ໂດຍຄົນງານລາວ ສ່ວນຫລາຍມັກຕັດສິນໃຈເດີນທາງກັບ ປະເທດຍ້ອນຕ້ອງການ ກັບມາຢູ່ກັບຄອບຄົວ ແລ້ວຈຶ່ງເດີນທາງກັບໄປ ເຮັດວຽກອີກເທື່ອນຶ່ງ.

ເຖິງແມ່ນວ່າ ວຽກງານສ່ວນຫລາຍຈະກ່ຽວຂ້ອງ ກັບໂຮງຈັກ, ໂຮງງານ ແລະ ອຸດສາຫະກັມ ການຜລິດທີ່ຕ້ອງການກຳລັງ ແຮງງງານຂອງຄົນງານເພດຊາຍ ເປັນຈຳນວນຫລາຍ ແຕ່ພັດຍັງມີນາຍຈ້າງບາງຄົນເລືອກແມ່ຍິງລາວໄປເຮັດວຽກນຳໃນກໍຣະນີທີ່ວຽກດັ່ງກ່າວ ເປັນການນຳໃຊ້ແຮງງານ ໃນໂຮງຈັກ, ໂຮງງານແຕ່ບໍ່ຫນັກພໍເທົ່າໃດ.

ດັ່ງແມ່ຍິງລາວ ຢູ່ລະຫວ່າງການລໍຖ້າ ເພື່ອເດີນທາງໄປເຮັດວຽກຢູ່ເກົາຫລີໃຕ້ ຍານາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ແຕ່ວ່າບາງໂຮງງານ ກໍເອົາຜູ້ຍິງຄືກັນ ແຕ່ວ່າສ່ວນຫນ້ອຍທີ່ວ່າ ເພິ່ນຈະເອົາເພາະວ່າຜູ້ຍິງ ເຮົາມັນຍາກເນາະໄປເຮັດວຽກໄກເດ້ ແມ່ນມັນເປັນກ່ຽວກັບໂຮງງານ ແຕ່ວ່າມັນກໍມີທີ່ວ່າໄດ້ໄປທີ່ວ່າ ຜູ້ຍິງຫັ້ນນ່າແຕ່ສ່ວນຫນ້ອຍເພາະວ່າ ມັນມີບໍຣິສັດຫລືວ່າໂຮງງານ ທີ່ກ່ຽວກັບການເຮັດວຽກງານເບົາໆ ເຊັ່ນຕັດຫຍິບອີ່ຫຍັງຈັ່ງຊີ້ ຜູ້ຍິງກໍມີໂອກາດໄດ້ໄປຄືກັນ.

ທີ່ຜ່ານມາ ການເດີນທາງໄປເຮັດວຽກ ຢູ່ເກົາຫລີໃຕ້ຢ່າງຫນ້ອຍ 110 ຄະແນນ ຈາກຄະແນນເຕັມ 200 ຄະແນນ ແຕ່ນາຍຈ້າງມັກນິຍົມຄັດເລືອກ ຄົນງານລາວທີ່ສອບເສັງໄດ້ ສູງກ່ວາ 140 ຄະແນນຂຶ້ນໄປເຮັດໃຫ້ຄົນງານລາວ ຈໍານວນຫລາຍທີ່ໄດ້ໃຊ້ເວລາຮຽນ ແລະສອບເສັງພາສາເກົາຫລີ ຜ່ານເກນຂັ້ນຕໍ່າບໍ່ທັນໄດ້ຮັບການຄັດເລືອກເທື່ອ.

ດັ່ງອາຈານສອນ ພາສາເກົາຫລີໃຕ້ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:

110 ຂຶ້ນໄປອໍມັນແຕ້ມຄະແນນ 200 ຕ້ອງໃຫ້ໄດ້ 100 ຂຶ້ນໄປແຕ່ວ່າຖ້າຈະໃຫ້ດີແບບວ່າ ໄດ້ໄປເກົາຫລີງ່າຍໆ ກໍເອົາປະມານ 140-150 ຄະແນນໃຫ້ຜ່ານປະມານນັ້ນ ເພາະວ່າເສັງປະມານ 110-115 ມັນນາຍຈ້າງ ບໍ່ຄ່ອຍຈະເລືອກຫັ້ນນ່າ ເພາະວ່າຄະແນນຍັງຕໍ່າຢູ່.

ຍານາງກ່າວຕື່ມວ່າ ສຳລັບຄວາມສຳຄັນຂອງການຮຽນ ແລະການສອບເສັງພາສາເກົາຫລີໃຕ້ ຖືກໃຊ້ເປັນເອກະສານສຳຄັນ ໃນການສອບສຳພາດແລະ ການຕັດສິນໃຈ ຂອງນາຍຈ້າງວ່າຈະເລືອກຜູ້ໃດ ໄປເຮັດວຽກນຳ ໃນສະພາບໂຕຈິງ ແລ້ວມື່ອຄົນງານລາວເດີນທາງ ໄປຮອດປະເທດເກົາຫລີໃຕ້ ພັດບໍ່ທັນໄດ້ໃຊ້ພາສາເກົາຫລີຫລາຍພໍເທົ່າໃດ ນອກຈາກການຊື້ເຄື່ອງຂອງ ໃນແຕ່ລະມື້ເທົ່ານນັ້ນ.  

ຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ແຕ່ເປັນຜູ້ທຸກຍາກ ແລະ ອາໄສໃນເຂດຫ່າງໄກ ມັກພົບກັບຄວາມຫຍຸ້ງຍາກ ໃນການເຂົ້າເຖິງການຮຽນພາສາເກົາຫລີໃຕ້ ແລະບາງຄັ້ງພວກຂະເຈົ້າຕ້ອງເດີນທາງ ມາເຊົ່າທີ່ພັກເພື່ອຮຽນພາສາເກົາຫລີໃຕ້ ໃນເຂດໂຕເມືອງ ແຕ່ພັດບໍ່ຜ່ານການສອບເສັງ ພາສາຕາມຕາມເກນກຳນົດ.

 ດັ່ງຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ທ່ານນຶ່ງກ່າວວ່າ:

ຂ້ອຍກໍຍັງບໍ່ທັນໄດ້ຫຍັງເທື່ອ ຖ້າວ່າໄປໄດ້ກໍວ່າຊິໄປໄລຍະຍາວ ກໍໄດ້ແຕ່ວ່າຂ້ອຍເຄີຍໄປເສັງແລ້ວ ແຕ່ວ່າເສັງບໍ່ຕິດເພາະວ່າຊ່ວງນີ້ເນາະ ເຂົາກາເອົາຄະແນນສູງຂ້ອຍໄດ້ 105 ຈັ່ງຊັ້ນບໍ່ຜ່ານປັດຈຸບັນນີ້ເຂົາເອົາ 110 ຂຶ້ນເມືອໄປເຮັດໂຮງຈັກ ໂຮງງານ ກໍມີຜ້ຍິງເຂົາກໍໄປໄດ້ຜູ້ຍິງ ເຂົາໄປວຽກເບົາຜູ້ຊາຍ ເຂົາໄປວຽກຫນັກຈັ່ງຊັ້ນນ່າ.

ສຳລັບການເຮັດວຽກ ໃນໄລຍະຍາວ ຢູ່ປະເທດເກົາຫລີໃຕ້ ພັດຍັງເປັນທີ່ສົນໃຈ ຂອງຊາວຫນຸ່ມລາວອີກເປັນຈຳນວນຫລາຍ ໂດຍສະເພາະຜູ້ທີ່ມີອາຍຸ ປະມານ 30 ປີຂຶ້ນໄປ. ທັງເພດຍິງ ແລະເພດຊາຍເນື່ອງຈາກ ມີການຮັບປະກັນວ່າ ຈະໄດ້ຄ່າຈ້າງແຮງງງານ ຕົກເດືອນລະ 28 ລ້ານກີບຊຶ່ງສູງກວ່າ ການເຮັດວຽກຢູ່ພາຍໃນ ປະເທດລາວຫລາຍເທົ່າໂຕ.

ດັງຄົນງານລາວ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ອີກນາງນຶ່ງກ່າວວ່າ:

ກໍມີຫລາຍຢູ່ຄັນ ຖ້າວ່າວຽກເປັນຕາເຮັດ ເຂົາກໍຢາກໄປຢູ່ເຫັນຂະເຈົ້າ ລົງຢູ່ບໍ່ໄດ້ໄປຕີ້ສົນໃຈ ຢູ່ຢາກໄປຢູ່ຄັນຖ້າວ່າ ເງິນເດືອນດີຫັ້ນນ່າ. ບໍ່ໆ ຍັງບໍ່ທັນໄດ້ໄປຮຽນ ຄົນທີ່ໄປໄດ້ກໍປະມານ 30 ປາຍປີນີ້ແຫລະ ຂະເຈົ້າໄດ້ເງິນເດືອນດີ ແມ່ນຫຍັງດີກໍຢາກໄປຄືກັນ.

ໃນໄລຍະບໍ່ດົນມານີ້ ທ່ານ ພົງໄຊສັກ ອິນຖາລາດ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ

ສວັດດີການ ສັງຄົມ ໄດ້ກ່າວເຖິງຂໍ້ຫຍຸ້ງຍາກ ທີ່ກ່ຽວກັບການສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ວ່າຄົນງານຈະຕ້ອງຜ່ານ ການສອບເສັງ ພາສາ ແລະທັກສະທີ່ຈຳເປັນ ຊຶ່ງເຫັນວ່າຄົນງານທີ່ອາໄສ ຢູ່ຕ່າງແຂວງ ສ່ວນຫລາຍແມ່ນເປັນຜູ້ທຸກຍາກ ແລະເຂດຫ່າງໄກສອກຫລີກ ມັກພົບຄວາມຫຍຸ້ງຍາກໃນການເຂົ້າເຖິງ ສະຖານທີ່ຮຽນພາສາເກົາຫລີໃຕ້ ເພື່ອເຂົ້າສອບເສັງ ຂະນະທີ່ການຄຸ້ມຄອງແຮງງານ ຍັງມີຄວາມຫຍຸ້ງຍາກ ໂດຍສະເພາະການເກັບກຳ ຂໍ້ມູນແຮງງານທີ່ສິ້ນສຸດສັນຍາ ຫລືຍົກເລີກສັນຍາ ກັບຄືນປະເທດ.

ນອກຈາກນີ້ ຄົນງານລາວໂດຍສະເພາະ ເພດຍິງຜູ້ທີ່ສອບເສງຜ່ານ ແມ່ນຍັງລໍຖ້າການຄັດເລືອກ ຈາກນາຍຈ້າງ ເປັນຈຳນວນຫລາຍ ຖ້າທຽບໃສ່ອັດຕຣາສ່ວນຂອງຄົນງານ ເພດຊາຍທີ່ຖືກຄັດເລືອກ ອີກທັງການຈອງຖ້ຽວບິນ ເດີນທາງບໍ່ສາມາດເຮັດໄດ້ ຕາມຈຳນວນທີ່ຝ່າຍເກົາຫລີໃຕ້ ກຳນົດເພາະເປັນຣະດູການທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວເກົາຫລີໃຕ້ ເດີນທາງເຂົ້າມາປະເທດລາວ ເປັນຈຳນວນຫລາຍສົ່ງຜົນໃຫ້ບ່ອນນັ່ງ ໃນແຕ່ລະມື້ເຫລືອນ້ອຍ.

ຂະນະດຽວກັນ ທ່ານຍັງສເນີໃຫ້ການ ບໍຣິການພັທນາຊັບພະຍາກອນມະນຸສ ປະເທດເກົາຫລີໃຕ້ ຫລື HRD Korea ພິຈາຣະນາ ໃຫ້ການຊ່ອຍເຫລືອ ແກ່ຄົນງານລາວ ໃນກໍຣະນີ ທີ່ມີການຂັດແຍ່ງກັບນາຍຈ້າງ, ຕ້ອງການປ່ຽນຫນ້າວຽກ, ສນັບສນູນ ໃຫ້ນາຍຈ້າງນຳໃຊ້ຄົນງານ ເພດຍິງຫລາຍຂຶ້ນ ແລະຂໍເພີ່ມການຈັດສົ່ງຄົນງານລາວ ໄປເຮັດວຍກຢູ່ເກົາຫລີໃຕ້ ຕາມລະບົບ EPS ຈາກ 500 ຄົນ/ປີເພີ່ມເປັນ 2,000 ຄົນ/ປີ.

ກ່ອນຫນ້ານີ້ ເມື່ອວັນທີ 23 ກຸມພາ 2023 ທີ່ຜ່ານມາ ທ່ານ ອູຊຸບອງ ປະທານອົງການພັທ ນາຊັບພະຍາກອນມະນຸສ ຂອງປະເທດເກົາຫລີໃຕ້ ໄດ້ມອບອຸປກອນໃນການສົ່ງເສີມ ວຽກງານພັທນາສີມືແຮງງານ ໃຫ້ແກ່ກະຊວງແຮງງານ ແລະ ສວັດດີການສັງຄົມ ທີ່ກ່ຽວຂ້ອງກັບ 8 ສາຂາວິຊາຄືສາຂາເທັກໂນໂລຢີ, ປຸງແຕ່ງອາຫານ, ການຕັດຫຍິບເຄື່ອງນຸ່ງ, ເທັກໂນໂລຢີ ການອອກແບບຮູບພາບ, ວິຊາຊ່າງກໍ່, ຊ່າງຈອດ, ຊ່າງສີຣົຖຍົນ ແລະ ຊ່າງໄມ້ເຄື່ອງເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.