ເຣື້ອງທີ່ເກັບບັນທຶກໄວ້
2024-01-18
ນັກຮຽນຢູ່ແຂວງບໍຣິຄໍາໄຊ ປະລະການຮຽນຫລາຍຂຶ້ນ ຢ່າງໜ້າເປັນຫ່ວງ ຍ້ອນຄອບຄົວທຸກຍາກ ຊຶ່ງສົກການສຶກສາ ປີກາຍ ຊັ້ນປະຖົມປະລະ 2.75% ແລະພາກຮຽນທີ 1 ຂອງສົກປີນີ້ເພີ່ມຂຶ້ນເປັນ 3.5%. ຊັ້ນມັທຍົມ ປີກາຍປະລະ 10.9% ແລະ ປີນີ້ເພີ່ມຂຶ້ນເປັນ 11.4%.
2024-01-10
ແຂວງຫົວພັນ ຍັງພົບບັນຫາ ການຮຽນບໍ່ໄດ້ຄຸນນະພາບ ຍ້ອນບັນຫາການຂາດແຄນຄຣູ ແລະ ຈຳນວນເດັກນ້ອຍນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນ ໂດຍສະເພາະ ເດັກນ້ອຍມັດທະຍົມສຶກສາ ທີ່ຕ້ອງອອກໂຮງຮຽນ ເພື່ອຊ່ອຍພໍ່ແມ່ເຮັດວຽກຫາເງິນ.
2024-01-08
ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຂອງແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກ ບໍ່ກັບໄປສອນໜັງສືຕໍ່, ແຕ່ອອກໄປເຮັດອາຊີບອື່ນແທນ ຍ້ອນການເປັນຄຣູອາສາ ມາຫຼາຍປີແຕ່ບໍ່ມີຄວາມຫວັງ ຈະໄດ້ເປັນຣັຖກອນ ພ້ອມທັງບໍ່ມີລາຍໄດ້ ຈາກການເປັນຄຣູອາສາ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ສຶກສາ.
2024-01-08
ຈຳນວນ ເດັກນ້ອຍເກີດໃໝ່ ໃນປະເທດລາວ ຖືກປະຖິ້ມ ຫລາຍຂຶ້ນ ແລະມີຂໍ້ມູນລະບຸວ່າ ຕັ້ງແຕ່ເດືອນກຸມພາ ຫາ ເດືອນທັນວາ ປີ 2023 ພົບເດັກນ້ອຍເກີດໃໝ່ ຖືກປະຖິ້ມ 4 ຄົນ ຊຶ່ງຄາດວ່າ ໂຮງໝໍຣັຖ ແຕ່ລະແຫ່ງ ມີເດັກນ້ອຍເກີດໃໝ່ ຖືກປະຖິ້ມແຕ່ລະປີ ບໍ່ຕໍ່າກວ່າ 2-3 ຄົນ.
2024-01-08
ເກີດເຫດການ ແມ່ມານເຈັບທ້ອງໄປເກີດລູກ ຢູ່ໂຮງໝໍແຂວງໄຊຍະບູຣີ ແຕ່ຕໍ່ມາໄດ້ເສັຍຊີວິດທັງແມ່ ແລະລູກ ເຮັດໃຫ້ຍາດພີ່ນ້ອງ ຂ້ອງຄາໃຈ ເຖິງບັນຫາການລະເລີຍໜ້າທີ່ ຂອງແພດ ແລະໝໍ ຕໍ່ໄປຊາຊົນ ບໍ່ສົນໃຈ ຄໍາຮ້ອງຂໍ ຂອງປະຊາຊົນ.
2024-01-03
ໃນສົກຮຽນທີ່ຜ່ານມາ ທົ່ວປະເທດ ມີນັກຮຽນ ປະລະການຮຽນ ປະມານ 100,000 ຄົນ ຍ້ອນບັນຫາ ທາງດ້ານເສຖກິຈ.
2024-01-02
ເດັກນ້ອຍຊົນເຜົ່າໃນລາວ ອາຍຸຕໍ່າກວ່າ 18 ປີ ຍັງເຂົ້າໄປເຮັດວຽກຢູ່ສວນກ້ວຍຈີນ ໃນເມືອງຮຸນ ແຂວງອຸດົມໄຊ ເຊິ່ງໜ້າເປັນຫ່ວງ ໃນເຣື່ອງການໃຊ້ແຮງງານເດັກນ້ອຍ ເພາະເດັກນ້ອຍບາງຄົນ ບໍ່ໄດ້ຮຽນໜັງສື ແລະ ຕ້ອງມາຊ່ອຍພໍ່ແມ່ ເຮັດວຽກໃນສວນກ້ວຍຈີນ.
2024-01-02
ແມ່ຍິງລາວ ຈາກແຂວງສວັນນະເຂດ ທີ່ເຮັດວຽກຢູ່ນະຄອນຫລວງວຽງຈັນ, ແຕ່ຖືກຊາຍຄົນຈີນ ອູ້ມຂື້ນຣົຖ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແລະເວລາຕໍ່ມາ ຖືກພົບວ່າກາຍເປັນສົບຫລົງໄຫລນ້ຳຂອງໃນເຂດເມືອງຕົ້ນເຜິ້ງ, ແຕ່ຍັງບໍ່ມີຂໍ້ມູນສາເຫດການຄາຕກັມໃນຄັ້ງນີ້ເທື່ອ.
2023-12-30
ສໍາພາດ ນາງ ແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ຂາຍເຄື່ອງອອນລາຍ ຈົນສາມາດຫາເງິນຊ່ວຍພໍ່ແມ່ບຸກເຮືອນໄດ້ ແລະ ລາວຍັງມີຄວາມຝັນທີ່ຈະຢຶດອາຊີບຄ້າຂາຍ ໃນອະນາຄົດ.
2023-12-16
ເພຈ “ພາສຸກ ພາສຸກ” ທີ່ສ້າງສັນ ສຽງຫົວ ແລະ ຮອຍຍິ້ມ ໃຫ້ກັບຊາວລາວ ຫຼາຍລ້ານຄົນ ດ້ວຍການເຮັດຄລິບກາຕູນ ຕະຫຼົກເຮຮາ ທີ່ມີເນື້ອຫາສາລະ ຂໍ້ຄິດ ແລະ ຄະຕິເຕືອນໃຈ.
2023-12-15
ແຂວງຈຳປາສັກ ເປີດນໍາໃຊ້ສູນ ໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ຢູ່ບ້ານຫົວແຊ ເມືອງບາຈຽງຈະເຣີນສຸກ ຂອງສະຫະພັນແມ່ຍິງແຂວງ ເພື່ອຊ່ອຍເຫຼືອ ແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບການບໍຣິການ ແບບຄົບວົງຈອນ.
2023-12-12
ເນື່ອງຈາກ ການພະນັນອອນລາຍນ໌ ຣະບາດຫຼາຍ ໃນນະຄອນຫຼວງວຽງຈັນ, ສະນັ້ນ ທາງການນະຄອນຫຼວງວຽງຈັນ ຈຶ່ງຕຣຽມປາບປາມ ເກມສ໌ອອນລາຍນ໌ ແລະຮ້ານພະນັນ ທີ່ມີແພ່ຫລາຍ ຊຶ່ງເຮັດໃຫ້ເກີດ ບັນຫາຫລາຍຢ່າງໃນສັງຄົມ ເປັນຕົ້ນການຕົວະຍົວະ ຫຼອກລວງ.
2023-12-01
ຕໍາຣວດເມືອງປາກຊັນ ແຂວງບໍຣິຄໍາໄຊ ສຶກສາອົບຮົມ ແລະເຮັດບົດບັນທຶກ ກັບເຈົ້າຂ້ອງຮ້ານກິນດື່ມ 15 ຮ້ານ ແລະແມ່ຍິງທີ່ໃຫ້ບໍຣິການທາງເພດ 32 ຄົນ ທີ່ຫວັງມີຊີວິດການເປັນຢູ່ດີ.
2023-11-28
ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມີແຜນທີ່ຈະເລັ່ງດໍາເນີນການ ພິຈາຣະນາ ຄະດີຄວາມ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ເພື່ອໃຫ້ໄດ້ຮັບຄວາມຍຸຕິທັມ ພາຍຫຼັງແມ່ຍິງລາວຈໍານວນນຶ່ງ ຍັງປະສົບກັບຄວາມຮຸນແຮງ ຫຼາຍດ້ານ ໂດຍສະເພາະ ທາງເພດ ແລະດ້ານຊັບສິນ.
2023-11-22
ອົງການອາຫານໂລກ ປະຈຳລາວ ຈະສືບຕໍ່ ຊອກຫາທຶນ ເພື່ອສນັບສນູນ ໂຄງການອາຫານທ່ຽງ ໃຫ້ແກ່ເດັກນ້ອຍນັກຮຽນລາວ ໃນໂຮງຮຽນ ປະຖົມເປົ້າໝາຍ ທົ່ວປະເທດ 43 ແຫ່ງ.