ແມ່ຍິງລາວ ຖືກອູ້ມຂຶ້ນຣົຖ ຢູ່ສາມຫຼ່ຽມຄຳ ຕໍ່ມາກາຍເປັນສົບ ໄຫຼນ້ຳຂອງ
2024.01.02
ນາງ ພະນັດດາ ອິນເມທາ, ແມ່ຍິງລາວ ອາຍຸ 24 ປີ, ຄົນບ້ານໄຜ່ ເມືອງຈໍາພອນ ແຂວງສວັນນະເຂດ ເຮັດວຽກຢູ່ນະຄອນຫລວງວຽງຈັນ ຖືກຊາຍຄົນຈີນ ອູ້ມຂຶ້ນຣົຖສ່ວນຕົວ ຢູ່ຕໍ່ໜ້າຮ້ານບັນເທີງ ແຫ່ງນຶ່ງ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 23 ທັນວາ 2023. ຕໍ່ມາຖືກພົບໄຫລຢູ່ກາງແມ່ນໍ້າຂອງ ໃນເຂດເມືອງຕົ້ນເຜິ້ງ ໃນມື້ວັນທີ 28 ທັນວາ. ຂະນະນີ້ ເຈົ້າໜ້າທີ່ ກໍາລັງຢູ່ໃນລະຫວ່າງການສືບສວນ ສອບສວນ ເພື່ອຊອກຫາສາເຫດ ການເສັຍຊີວິດ ຂອງນາງຢູ່, ແຕ່ຍັງບໍ່ທັນມີຄວາມຄືບໜ້າເທື່ອ ເຖິງແມ່ນວ່າ ກ້ອງວົງຈອນປິດ ຢູ່ໜ້າຮ້ານດັ່ງກ່າວ ໄດ້ບັນທຶກເຫດການ ທີ່ໄດ້ເກີດຂຶ້ນນັ້ນເອົາໄວ້ກໍຕາມ.
ດັ່ງເຈົ້າໜ້າທີ່ທ່ານນຶ່ງ ທີ່ຮູ້ເຫດການນີ້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ມົກກະຣານີ້ວ່າ:
“ຍັງບໍ່ຮູ້ເທື່ອນ່າ ເຈົ້າ ຍັງສືບສວນຂອງເຈົ້າໜ້າທີ່ຢູ່ ເພາະວ່າເພິ່ນໄປກິນເຫລົ້າກິນເບັຽ ຢູ່ເທັກຢູ່ບາເນາະ ກະກັບມີຜູ້ຊາຍອ້ວນ ອູ້ມເພິ່ນຂຶ້ນຣົຖໄປ. 2-3 ມື້ລະເຫັນວ່າ ເປັນສົບໄຫລນໍ້າ.”
ແລະເຈົ້າໜ້າທີ່ໜ່ວຍກູ້ໄພ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງກໍເວົ້າວ່າ ຍັງບໍ່ສາມາດຕີລາຄາໄດ້ວ່າ ສາເຫດຂອງການເສັຍຊີວິດ ຂອງແມ່ຍິງລາວ ທີ່ວ່ານັ້ນ ແມ່ນຍ້ອນຫຍັງກັນແທ້ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ເກັບຫລັກຖານຢູ່ບ່ອນທີ່ພົບສົບນັ້ນ ແລ້ວ ແລະທາງຍາດພີ່ນ້ອງຂອງຜູ້ກ່ຽວ ກໍມາຮັບເອົາສົບ ໄປທໍາພິທີທາງສາສນາແລ້ວ.
“ເຈົ້າໜ້າທີ່ເພິ່ນໄປຈັດການເມີດແລ້ວ ຢູ່ສາມຫລ່ຽມຄໍາພຸ້ນແລ້ວ ພີ່ນ້ອງເພິ່ນມາແລ້ວ.”
ເພື່ອຂໍຮູ້ ກ່ຽວກັບຄວາມຄືບໜ້າຂອງເຫດການດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຣາຍລະອຽດໄດ້ ຍ້ອນຍັງຢູ່ໃສຂັ້ນຕອນ ຂອງການປະຕິບັດງານ ຂອງເຈົ້າໜ້າທີ່ວິຊາສະເພາະຢູ່.
ໃນຂະນະດຽວກັນ ໝູ່ຂອງນາງ ພະນັດດາ ຜູ້ນຶ່ງ ກໍໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ຕົນຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ສືບສວນ, ສອບສວນ ຫາຕົວຄົນຮ້າຍ ທີ່ກໍ່ເຫດນັ້ນໃຫ້ໄດ້ ແລະນໍາຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ ເພື່ອໃຫ້ຄວາມເປັນທັມແກ່ຄອບຄົວ ແລະໝູ່ຄູ່ຂອງນາງ.
“ກະຂໍໃຫ້ເຈົ້າໜ້າທີ່ລາວເຮົານີ້ ຈັບຄົນທີ່ເຮັດໃຫ້ໄດ້ໄວ ເພາະວ່າການຈາກໄປຂອງລາວຫັ້ນນ່າ. ເສັຽໃຈທັງຄອບຄົວ ລະກະໝູ່ຄູ່. ຂນາດໂຕນ້ອງເອງ ກະຍັງເສັຽໃຈເພາະວ່າ ເຮົາລົມກັນຕລອດ ລົມກັນທຸກເຣື່ອງເພາະວ່າມັນເປັນຂ່າວດັງ. ມັນສະເທືອນໃຈທັງຄອບຄົວ ແລ້ວກະໝູ່ຄູ່ຫລາຍຄົນ.”
ນາງເວົ້າຕື່ມວ່າ ຕາມປົກກະຕິແລ້ວ ນາງ ພະນັດດາ ເຮັດວຽກ ແລະພັກເຊົາຢູ່ນະຄອນຫລວງວຽງຈັນ. ກ່ອນເກີດເຫດນັ້ນ ຕົນເອງ ໄດ້ຖາມນາງວ່າ ນາງຢູ່ໃສ ຈະໄປແວ່ຫາຢູ່ບ້ານພັກເດີ, ແຕ່ນາງ ພະນັດດາ ໄດ້ບອກພຽງແຕ່ວ່າ ບໍ່ໄດ້ຢູ່ນະຄອນຫລວງວຽງຈັນແລ້ວ, ບໍ່ໄດ້ບອກໃຫ້ຮູ້ວ່າ ນາງໄດ້ໄປຢູ່ແຂວງບໍ່ແກ້ວແລ້ວ ແລະຕໍ່ມາຈຶ່ງຮູ້ຂ່າວ ທາງສື່ສັງຄົມອອນລາຍນ໌ ວ່າ ນາງໄດ້ຫາຍສາບສູນໄປ ແລະມີຜູ້ພົບສົບໃນເວລາຕໍ່ມາ.
ແລະຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ຜູ້ນຶ່ງ ຊຶ່ງຢູ່ບໍ່ໄກຈາກຈຸດ ທີ່ພົບສົບຂອງນາງ ພະນັດດາ ເວົ້າວ່າ ເຫດການດັ່ງກ່າວ ຕົນເອງ ບໍ່ຮູ້ຣາຍລະອຽດ ເພາະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ເປີດເຜີຍ ໃຫ້ສັງຄົມຮູ້ ແລະກໍບໍ່ຮູ້ວ່າ ຈະສືບສວນ, ສອບສວນ ຫາຜູ້ກໍ່ເຫດນັ້ນໄດ້ ຫລື ບໍ່.
“ກະບໍ່ຮູ້ເຫດການໂຕນີ້ເນາະ ຢູ່ໃນເຂດ ເພາະວ່າພວກເຮົາຢູ່ບ້ານ ຢູ່ອ້ອມຂ້າງນີ້ກໍບໍ່ຮູ້ລະອຽດເນາະ ຂ່າວກະລົງມາບໍ່ເປີດເຜີຍຫັ້ນນ່າ ແຕ່ກະບໍ່ຮູ້ວ່າເຂົາ ສິດໍາເນີນການແນວໃດ.”
ກ່ຽວກັບເຫດການທີ່ວ່ານີ້ ນັກກົດໝາຍທ່ານນຶ່ງ ເວົ້າວ່າ ທາງພາກສ່ວນທີ່ກ່ຽວ ຂ້ອງ ຄວນຈະເປີດເຜີຍຜົລການສືບສວນ, ສອບສວນ ໃຫ້ຄົນໃນສັງຄົມຊາບ, ແຕ່ມາຮອດປັດຈຸບັນ ກໍຍັງບໍ່ເຫັນເພີ່ນເປີດເຜີຍເທື່ອ, ເຖິງແນວໃດກໍບໍ່ຄວນຈະ ມິດງຽບໄປ ຄືກັນກັບກໍຣະນີ ທີ່ໄດ້ເກີດຂຶ້ນ ເມື່ອກ່ອນໜ້ານີ້.
“ຢ້ານເພິ່ນບໍ່ໄດ້ເປີດເຜີຍຕີ້ ເພາະວ່າຂ້າພະເຈົ້າກໍບໍ່ເຫັນຂ່າວນ່າໂຕນີ້ນ່າ. ຂ້າພະເຈົ້າຍັງສົນໃຈວ່າໂຕເກົ່າ ໂຕທີ່ວ່າປີກາຍນີ້ ການຈັດຕັ້ງເພິ່ນກໍມິດໄປ."
ຫລັງເກີດເຫດການລັກພາຕົວນາງ ພະນັດດາ ໃນມື້ວັນທີ 23 ທັນວາ 2023ທາງຄອບຄົວ ພະຍາຍາມຕິດຕໍ່ຫານາງ ແລະທັງໄດ້ແຈ້ງຄວາມ ໃຫ້ເຈົ້າໜ້າທີ່ ຕໍາຣວດຮູ້ ໃນມື້ວັນທີ 26 ທັນວາ ເພື່ອຂໍໃຫ້ຊ່ອຍຕິດຕາມຫາ.
ເມື່ອກ່ອນໜ້ານີ້ ກໍໄດ້ພົບສົບໄຫລໃນແມ່ນນໍ້າຂອງ ຈົນເປັນຂ່າວດັງ ຄືສົບຂອງ ນາງ ວິພາພອນ ກອນສິນ ອາຍຸ 36 ປີ ປະທານບໍຣິສັດ ລາວວີໄອພີ ພັທນາການລົງທຶນ ຈໍາກັດຜູ້ດຽວ ທີ່ຖືກລັກພາໂຕ ແລະຄາຕກັມ ແລ້ວຍັດສົບໃສ່ກະເປົ໋າເດີນທາງ ຖິ້ມລົງແມ່ນໍ້າຂອງ ໃນລະຫວ່າງວັນທີ 10 ແລະ 28 ກັນຍາ 2022 ແລະໄດ້ພົບສົບຜູ້ກ່ຽວ ທີ່ຟູຢູ່ເຂດແຂວງນະຄອນພະນົມ ຂອງໄທຍ ໃນມື້ວັນທີ 29 ກັນຍານັ້ນ.
ເຖິງແມ່ນວ່າ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ໄດ້ອອກແຈ້ງການ ແຕ່ງຕັ້ງຄະນະສະເພາະກິຈ ຮັບຜິດຊອບດໍາເນີນຄະດີທີ່ວ່ານັ້ນ ກໍຕາມ, ແຕ່ກໍຍັງບໍ່ສາມາດ ຈັບຜູ້ກໍ່ເຫດໄດ້ ແລະຄະດີນີ້ ຍັງມິດງຽບ ມາຈົນຮອດທຸກມື້ນີ້.