ນັກຮຽນ ປະລະການຮຽນ 100,000 ຄົນ ໃນສົກຮຽນທີ່ຜ່ານມາ
2024.01.03

ໃນສົກຮຽນປີ 2021-2022 ມີນັກຮຽນປະລະການຮຽນປະມານ 100,000 ປາຍຄົນ ນັບແຕ່ຊັ້ນປະຖົມ ປ.1 ຂຶ້ນໄປຫາ ຊັ້ນມັດທະຍົມ ມ.7 ສືບເນື່ອງມາຈາກບັນຫາ ທາງດ້ານເສຖກິຈ ແລະ ອີກຫຼາຍປັດໄຈ.
ໃນສົກຮຽນ 2020-2021 ໃນທົ່ວປະເທດ ມີນັກຮຽນປະລະການຮຽນນັບແຕ່ ຊັ້ນ ປ.1-ມ.7 ທັງມົດປະມານ 92,000 ຄົນ.
ຈໍານວນໂຕເລກການປະລະການຮຽນ ໃນປີ ສົກປີ 2021-2022 ສູງກວ່າໂຕເລກ ສົກຮຽນປີ 2020-2021 ເກືອບ 10,000 ຄົນ.
ກ່ຽວກັບສາເຫດ ການປະລະການຮຽນ, ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານ ນຶ່ງ ຜູ້ທີ່ເຮັດວຽກເຣື່ອງການສຶກສາ ໄດ້ກ່າວວ່າ:
“ອັນຫຼັກໆ ກະຊິແມ່ນເຣື່ອງປາກ ເຣື່ອງທ້ອງ ນີ້ແຫຼະເນາະ ເຣື່ອງເສຖກິຈພາຍໃນຄອບຄົວນີ້ແຫຼະເນາະ. ມັນຕ້ອງໄດ້ຮັບປະກັນ ເຣື່ອງການຢູ່ການກິນ ເພາະວ່າການຮຽນ ໄປຮອດຈົບນີ້ກະຍັງ ບໍ່ຮູ້ວ່າ ຊິຈົບໄປແບບໃດ.”
ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:
“ບາດນີ້ຮຽນຈົບໄປໃນຂັ້ນມັດທະຍົມນີ້ ກະຊິກັບມາຄືນເຮັດອັນເກົ່າລະ ເປັນຫຍັງຄືບໍ່ໄປເຮັດເລີຍລະ ເປັນຫຍັງຕ້ອງເສັຽເວລາ ໃຊ້ເວລາໃນການຮຽນ ເຊິ່ງມັນບໍ່ໄດ້ຕອບໂຈດ ໃນເຣື່ອງທີ່ຈະເຮັດໃຫ້ຊີວິດໂຕເອງ ຫຼື ຊີວິດຄອບຄົວ ມັນດີຂຶ້ນ ແລະ ບວກກັບນີ້ແຫຼະ ຄ່າເງິນເຟີິ້ ພວກນີ້ເນາະ ມັນກະຄືເຮັດໃຫ້ທ້າທາຍຕໍ່ການໃຊ້ຊີວິດເນາະ.”
ນັກຮຽນ ທີ່ອອກໄປສ່ວນນຶ່ງມີຖານະທຸກຍາກ ພໍ່ແມ່ບໍ່ມີເງິນສົ່ງໃຫ້ຮຽນຕໍ່ ຍ້ອນສະພາບເສຖກິຈ ທີ່ຝືດເຄື່ອງ ແລະ ຈໍານວນນຶ່ງ ກໍພາກັນໄປເຮັດວຽກຢູ່ປະເທດໄທຍ ເຖິງວ່າຈະອາຍຸຕໍ່າກວ່າ 18 ປີ ກໍຕາມ.
ປະຊາຊົນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“18 ປີກະຫຼາຍ 14-15 ປີ ມັນກະມີເດັກນ້ອຍ ພໍຫາເງິນໄດ້ພໍ່ແມ່ເຂົາກະສົ່ງໄປໂລດຫັ້ນແຫຼວ ສ່ວນຫຼາຍເດັກນ້ອຍແມ່ນຜູ້ຍິງ 14-15-16-17-18 ປີ ບໍ່ຍັງດອກ ຢູ່ພຸ້ນແຫຼະໝົດ ໄປກະໄປຊອກວຽກເອງຍົກໂຕຢ່າງວ່າ ໄປເສີບອາຫານ.”
ປັດຈຸບັນ ສະພາບເສຖກິຈ ມີຄວາມຝືດເຄືອງ ເງິນເຟີ້ ສິນຄ້າແພງ ເຮັດໃຫ້ຜູ້ຄົນຕ້ອງພາກັນອອກໄປເຮັດວຽກ ຢູ່ປະໄທຍ ແລະ ນັກຮຽນຢູ່ມັດທະຍົມຕ້ອງ ປະລະການ ເພື່ອອອກໄປເຮັດວຽກ ເຊິ່ງຈໍານວນນຶ່ງກໍພາກັນໄປເຮັດວຽກຢູ່ປະເທດໄທຍ.
ກ່ຽວກັບສະພາບເງິນເຟີ້, ອີງຕາມຂໍ້ມູນຈາກຮ້ານເລກປ່ຽນເງິນຕຣາ ນອກລະບົບ, ກ່ອນໂຄວິດ-19 ຣະບາດ ເງິນກີບ/ເງິບບາທໄທຍ ແຕ່ 250,000 ຕໍ່ 1,000 ບາທ, ປັດຈຸບັນ ຂຶ້ນຮອດ 600,000 ປາຍກີບ/1,000 ບາທ ແລະ ສ່ວນເງິນໂດລ້າຣ໌ ຂຶ້ນຈາກ 900,000 ປາຍກີິບ/100 ໂດລ້າຣ໌ ມາເປັນ 2,000,000 ປາຍກິີບ/100ໂດລ້າຣ໌.
ໝີ່ໄວໆ ແຕ່ກ່ອນລາຄາ 2 ຫໍ່/5,000 ກີບ ແຕ່ ປັດຈຸບັນ 1 ຫໍ່/5,000 ກີບ, ອີງຕາມຂໍ້ມູນຈາກປະຊາຊົນ.
ຢູ່ແຂວງພາກໃຕ້ ຂອງລາວ ກໍເຊັ່ນດຽວກັນ ປັດຈຸບັນ ປະຊາຊົນ ລວມທັງນັກຮຽນໄປເຮັດວຽກຢູ່ປະເທດໄທຍ. ພໍ່ແມ່ນັກຮຽນ ຢູເມືອງໂຂງແຂວງຈໍາປາສັກ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຢູ່ໂຮງຮຽນມັດທະຍົມນາກະສັງ ເມືອງໂຂງ ໃນປີ 2022 ມີນັກຮຽນປະມານ 500 ຄົນ ແຕ່ ໃນປີ 2023 ມີນັກຮຽນພຽງແຕ່ 200 ປາຍຄົນ ເທົ່ານັ້ນ ຍ້ອນວ່າ ເຂົາເຈົ້າກັນກັນອອກໂຮງຮຽນໄປເຮັດວຽກ.”
ອີກໂຕຢ່າງນຶ່ງ ຄື ຢູ່ເມືອງປາກລາຍ ແຂວງໄຊຍະບູລີ. ມີນັກຮຽນ ມ.1-ມ.7 ປະລະການຮຽນ ໃນສົກຮຽນ ປີ 2022-2023 ປະມານ 1,000 ຄົນ ອີງຕາມຂໍ້ມູນຈາກຜແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ.
ຈໍານວນນັກຮຽນ ປະລະການຮຽນ ສ່ວນໃຫຍ່ ແມ່ນຢູ່ຊັ້ນ ມ.1-ມ.4, ອາຍຸລະຫວ່າງ 13-16 ປີ ສາເຫດສໍາຄັນ ທີ່ນັກຮຽນປະການຮຽນ ໂດຍສະເພາະນັກຮຽນທີ່ຢູ່ເຂດຊົນນະບົດ ຍ້ອນວ່າ ພໍ່ແມ່ຜູ້ປົກຄອງ ແລະນັກຮຽນເອງ ເຫັນຣຸ້ນເອື້ອຍ, ຣຸ້ນອ້າຍ ທີ່ຮຽນຈົບຊັ້ນສູງມາແລ້ວ ບໍ່ມີວຽກເຮັດງານທໍາ.
ສໍາລັບໄວໜຸ່ມລາວ ທີ່ຮຽນຢູ່ລະດັບມັດທະຍົມ, ການສຶກສາບໍ່ໄດ້ໃຫ້ທາງເລືອກເຂົາເຈົ້າ ແລະ ເຂົາເຈົ້າຍັງບໍ່ແນ່ໃຈວ່າ ເມື່ອຈົບແລ້ວ ເຂົາຈະມີວຽກເຮັດງານທໍາ ຫຼືບໍ່ ສະນັ້ນທາງເລືອກ ກໍຄື ນັກຮຽນຈໍານວນນຶ່ງ ຈໍາເປັນຕ້ອງໄດ້ໄປເຮັດວຽກຢູ່ໄທຍ.
ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9, ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ທ່ານ ນຶ່ງໄດ້ອະພິປາຍຕອນນຶ່ງວ່າ:
“ລະອັນສໍາຄັນມໍ່ໆມານີ້ກະແມ່ນ ສະພາບການຣະບາດຂອງໂຄວິດ 19 ລວມທັງສະພາບຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນ ທີ່ເຮັດໃຫ້ນັກຮຽນນັກສຶກສາ ປະລະໜ້າທີ່ການຮໍ່າຮຽນ ລະກະໄປຊອກຫາ ເຮັດວຽກງານທໍາ.”
ນອກຈາກນີ້, ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຄົນທີ່ຈົບປະຣິນຍາຕຣີ ຢູ່ລາວ ເງິນເດືອນ ກໍພຽງແຕ່ ລ້ານປາຍກີບ ມັນບໍ່ພໍກິນ, ແຕ່ເຂົາເຈົ້າໄປເຮັດວຽກຢູ່ໄທຍ ເງິນເດືອນຂັ້ນຕໍ່າ 13,000 ບາທ ຄິດເປັນເງິນລາວລະ 7 ລ້ານປາຍກີບແລ້ວ ແລະ ເຂົາເຈົ້າ ກໍຍັງມີເງິນສົ່ງກັບບ້ານອີກ.”
ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ທ່ານນີ້ ກ່າວຕື່ມວ່າ:
“ເຂົາກໍຈໍາເປັນຕ້ອງໄດ້ໄປເຮັດວຽກ ເພາະວ່າ ຢູ່ລາວ ມັນເສຖກິຝືດເຄືອງ.”
ອີງຕາມຊໍ້ມູນ ຈາກກະຊວງສຶກສາທິການ ແລະ ກິລາ ໄດ້ພົບວ່າ ໃນສົກປີ 2021-2022 ມີນັກຮຽນຊັ້ນມັດທະຍົມທີ່ປະລະການຮຽນ ປະມານ 64,000 ຄົນ ສ່ວນວ່າ ຊັ້ນປະຖົມມີນັກຮຽນປະລະການຮຽນ ທັງໝົດປະມານ 37,000 ຄົນ.
ສ່ວນວ່າ ໃນນປົກປີ 2020-2021 ຈໍານວນນັກຮຽນຊັ້ນປະຖົມ ແລະ ມັດທະຍົມ ທີ່ປະລະການຮຽນ ມີ 92,000 ຄົນ.
ໃນທົ່ວປະເທດ ມີນັກຮຽນມັດທະຍົມສຶກສາເກືອບ 600,000 ຄົນ ແລະ ຈໍານວນນັກຮຽນປະຖົມສຶກສາ ມີ 700,000 ປາຍຄົນ.