ເຣື້ອງທີ່ເກັບບັນທຶກໄວ້
2025-03-19
ແມ່ຍິງລາວ ຖືກກຸ່ມຄົນຮ້າຍ ລຸມທໍາຮ້າຍຮ່າງກາຍ ແລະ ໃຊ້ມີດກີດໜ້າ ພ້ອມປຸ້ນເອົາຊັບສິນ ຢູ່ເມືອງພັດທະຍາ ປະເທດໄທ ແຕ່ຄະດີກໍບໍ່ຄືບໜ້າ.
2025-03-13
ໃນມືຶ້ວັນທີ 12 ມີນາ 2025 ທີ່ຜ່ານມາ ມີໂຊເຟີ້ຂັບລົດແທກຊີ ຂອງແອັບພິເຄຊັ້ນ InDrive ຄົນໜຶ່ງ ໄດ້ກໍ່ເຫດລວນລາມຜູ້ໂດຍສານເພດຍິງ ທີ່ກໍາລັງເດີນທາງ ດ້ວຍລົດແທກຊີຄັນດັ່ງກ່າວ ຈາກສະໜາມບິນສາກົນວັດໄຕ ເພື່ອໄປສົ່ງທີ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ.
2025-03-11
ຊາວໜຸ່ມລາວ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເສບກະທ້ອມຫຼາຍ ຈົນຖືກຕໍາຫຼວດ ນໍາໄປອົບຮົມສັ່ງສອນ ເຖິງ 32 ຄົນ.
2025-03-09
ລາຍການ ເມືອງລາວ EP-87 ນີ້ ສາວຄູ ຄຳນ້ອຍ ອະທິບາຍ ວິທີການສອນວິຊາເລກ ຄະນິດຕິດດາວ ທີ່ພາໃຫ້ນັກຮຽນ ຊັ້ນ ປ. 3 ມ່ວນຊື່ນ ໄປກັບການຮຽນ ທີ່ເຂົ້າໃຈງ່າຍ ແລະ ຕອບໂຈດໃດ້ໄວຂຶ້ນ ສໍາລັບນັກຮຽນ.
2025-03-06
ພໍ່ແມ່ ຜູ້ປົກຄອງ, ໂຮງຮຽນ ແລະບ້ານ ຕ້ອງໄດ້ປະກອບສ່ວນ ສ້າງຕູບນ້ອຍ ເປັນຫໍພັກໃຫ້ນັກຮຽນ ໄດ້ຢູ່ອາໄສ.
2025-03-04
ເຖິງແມ່ນວ່າ ລັດຖະບານ ມີນະໂຍບາຍ ບໍ່ເກັບຄ່າຮຽນ ສຳລັບໂຮງຮຽນລັດ ແຕ່ຄວາມເປັນຈິງ ຍັງມີການເກັບເງິນ ເພື່ອນຳໃຊ້ ເຂົ້າໃນການຮຽນ-ການສອນ.
2025-02-27
ທາງການ ໃຫ້ບໍລິສັດເອກກະຊົນ ສໍາປະທານສ້າງຫໍພັກນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ເປັນເລື່ອງຖົກຖຽງກັນ.
2025-02-23
ການຄ້າມະນຸດ ໃນການແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ເຊິ່ງຄວາມຈິງແລ້ວ ໄປຮອດປະເທດຈີນ ຖືກເອົາໄປປະມູນຂາຍ. ຄົນໃດພໍໃຈ ກໍຕົກລົງລາຄາ ຈ່າຍເງິນກັນ ແລ້ວກໍໄປນຳເຂົາ. ກ່ຽວກັບເລື່ອງນີ້ ນາງ ດີ້ ເຊິ່ງໂຕນາງເອງ ກໍເຄີຍຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປເອົາຜົວຢູ່ຈີນ ມາແລ້ວ, ຈະເລົ່າປະສົບການ ທີີ່ພົບພໍ້ ໃຫ້ທ່ານຮັບຟັງ.
2025-02-20
ສືບເນື່ອງຈາກ ມາດຕະການຕັດໄຟຟ້າ ແລະລະງັບການສົ່ງນໍ້າມັນເຊື້ອໄຟ ໄປຍັງເຂດຊາຍແດນ ຂອງປະເທດມຽນມາ ເຮັດໃຫ້ແມ່ຍິງລາວ 3 ຄົນ ທີ່ເຮັດວຽກ ຢູ່ຮ້ານອາຫານ ແລະຮ້ານບັນເທີງ ໃນຄາຣາໂອເກະ KTV ຢູ່ປະເທດມຽນມາ ແມ່ນບໍ່ສາມາດຢູ່ປະເທດມຽນມາ ໄດ້ອີກຕໍ່ໄປ ຈຶ່ງລັກລອບ ເດີນທາງກັບບ້ານເກີດ ໂດຍໃຊ້ຊ່ອງທາງທໍາມະຊາດ ບ້ານຊ່ອງແຄບ ເມືອງພົບພຣະ ແຂວງຕາກ ປະເທດໄທ ແລ້ວຖືກຈັບ.
2025-02-05
ຍ້ອນສະພາບບັນຫາເສດຖະກິດ ແລະຄວາມທຸກຍາກ ເຮັດໃຫ້ແມ່ຍິງລາວ ແລະເດັກຍິງລາວຈຳນວນໜຶ່ງ ໄດ້ສະໝັກໃຈ ເຂົ້າບໍລິການ ຮັບຈ້າງຖືພາ ເຮັດເດັກຫຼອດແກ້ວ (IVF) ໃຫ້ແກ່ຄູ່ຜົວເມຍຈີນ ທີ່ເຂົ້າມາເປີດບໍລິການຢູ່ແຂວງພາກເໜືອ.
2025-01-21
ອັດຕາປະລະການຮຽນ ຢູ່ ແຂວງຊຽງຂວາງ ເພີ່ມຂຶ້ນ ຍ້ອນ ບັນຫາເສດຖະກິດ ໃນຫຼາຍຄອບຄົວ
2024-12-16
ຄົນລາວ ອາຍຸຕໍ່າກວ່າ 18 ປີ ມີແນວໂນ້ມໄປເຮັດວຽກຢູ່ໄທຫຼາຍ ຊຶ່ງສ່ວນໃຫຍ່ຜິດກົດໝາຍ ຂະນະທີ່ປັດຈຸບັນ ຢູ່ໄທມີຄົນງານລາວ ຖືກກົດໝາຍທັງໝົດ 286,000 ປາຍຄົນ.
2024-12-14
ການຖືພາ ກ່ອນໄວອັນຄວນ ຂອງເດັກນ້ອຍ ແມ່ຍິງລາວ ເຮັດໃຫ້ມີຄວາມສ່ຽງ ຕໍ່ສຸຂະພາບ ຫຼາຍດ້ານ
2024-11-25
ເດັກນ້ອຍນັກຮຽນ ປ.1 ຫາ ປ.5 ຈໍານວນບໍ່ໜ້ອຍ ປະເຊີນກັບບັນຫາ ຂາດຮຽນ, ຂາດສານອາຫານ ແລະປະລະການຮຽນ ຍ້ອນບໍ່ມີໂຄງການອາຫານທ່ຽງ. ສ່ວນໂຮງຮຽນ ທີ່ມີອາຫານທ່ຽງ ແມ່ນໄດ້ເງິນ ຈໍານວນ 1,000 ກີບ ຕໍ່ຄົນຕໍ່ຄາບ ທີ່ລັດຖະບານ ໃຫ້ປຸງແຕ່ງອາຫານນັ້ນ ແມ່ນບໍ່ພຽງພໍ.
2024-11-22
ໃນສົກຮຽນ ປີ 2023-2024 ທີ່ຜ່ານມາ ມີພຽງຈໍານວນນັກຮຽນ 1,275,408 ຄົນເທົ່ານັ້ນ ຕັ້ງແຕ່ຊັ້ນ ປ.1 ຫາ ມ.7 ໃນທົ່ວປະເທດ ລວມໂຮງຮຽນຂອງລັດ ແລະເອກກະຊົນ ຈາກປະຊາຊົນກອນ ທີ່ມີອາຍຸເຖິງເກນເຂົ້າຮຽນ ທັງໝົດ 1,609,178 ຄົນ ນັ້ນໝາຍຄວາມວ່າ ມີປະຊາກອນຢ່າງນ້ອຍ 333,770 ທີ່ອາຍຸເຖິງເກນ ແຕ່ບໍ່ໄດ້ເຂົ້າຮຽນໃໝ່.