ອັດຕາປະລະການຮຽນ ຢູ່ ແຂວງຊຽງຂວາງ ເພີ່ມຂຶ້ນ
2025.01.21
ອັດຕາປະລະການຮຽນ ຢູ່ແຂວງຊຽງຂວາງ ມີທ່າອ່ຽງເພີ່ມຂຶ້ນ ໃນຊັ້ນມັດທະຍົມສຶກສາ ຄື ສົກຮຽນ 2022-2023 ອັດຕາການປະລະ ຢູ່ທີ່ 14.5% ແລະ ສົກຮຽນ 2023-2024 ເພີ່ມຂຶ້ນ ເປັນ 14.8% ຍ້ອນ ຢູ່ແຂວງຊຽງຂວາງ ຍັງພະເຊີນກັບບັນຫາ ຄອບຄົວຊົນເຜົ່າ ມີຖານະທຸກຍາກ ແລະ ນິຍົມມີລູກຫຼາຍຄົນ. ຄອບຄົວໜຶ່ງ ມີລູກ ປະມານ 4-5 ຄົນ ລວມໄປເຖິງ ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ມີວຽກເຮັດງານທຳ, ແຕ່ລາຍໄດ້ ບໍ່ໝັ້ນຄົງ ຈຶ່ງເຮັດໃຫ້ ພໍ່ແມ່ຜູ້ປົກຄອງ ບໍ່ມີເງິນສົ່ງເສີມລູກ ໄປໂຮງຮຽນ ຄົບທຸກຄົນ. ລູກຄົນໃຫຍ່ ຕ້ອງປະລະການຮຽນ ອອກມາຊ່ວຍວຽກຄອບຄົວ ເຮັດວຽກ ເພື່ອຫາເງິນໃຫ້ນ້ອງ ໄດ້ຮຽນໜັງສື. ດັ່ງຜູ້ປົກຄອງນັກຮຽນ ຢູ່ບ້ານໂພນສະຫວັນ, ເມືອງແປກ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມັງກອນ ນີ້ວ່າ:
“ການຮ່ຳ ການຮຽນ ນີ້, ມັນຕ້ອງໃຊ້ທຶນເດີ້ເນາະ ນັບແຕ່ອຸປະກອນ ການຮ່ຳ ການຮຽນ ຫຼືວ່າ ເຄື່ອງນຸ່ງ ຂອງຖື ພໍ່ແມ່ ຕອບສະໜອງບໍ່ໄດ້. ບາງເທື່ອ ກໍຜູ້ໃຫຍ່ ພໍຊ່ວຍວຽກ ຊ່ວຍງານ ພໍ່ແມ່ກໍທຳມາຫາກິນໄປ ເລີຍອອກໂຮງຮຽນໄປ. ບັນດາຊົນເຜົ່ານີ້, ມັນກໍຫຼາຍຢູ່ແລ້ວ ເລື່ອງລູກເນາະ ມັນກໍເປັນຮອດ 4-5 ຄົນ ພຸ້ນບໍ. ອາຊີບເຂົາ ມັນບໍ່ຄົງເສັ້ນຄົງວານ່າ ມັນກໍບໍ່ພຽງພໍຢູ່ ພໍກິນແຫຼະ, ລາຍໄດ້ ສືບມື້ ຊື້ວັນເດີ້. ຫາມື້ນີ້ໄດ້ ກໍໄປຊື້ເຂົ້າມາກິນ ແລ້ວມັນຈະເອົາເງິນຢູ່ໄສ ມາທ້ອນ ສົ່ງເສີມໃຫ້ລູກຮຽນໄດ້.”
ຍ້ອນ ຜູ້ເປັນພໍ່ແມ່ ມີລາຍໄດ້ໜ້ອຍ ແລະ ອາຊີບບໍ່ໝັ້ນຄົງ ຈຶ່ງເຮັດໃຫ້ ບໍ່ມີເງິນຊື້ ຍານພາຫະນະ ໃຫ້ລູກຂັບຂີ່ ໄປໂຮງຮຽນ ຈຶ່ງເປັນອຸປະສັກ ຕໍ່ການເດີນທາງ ໄປໂຮງຮຽນ ຈຶ່ງເກີດການປະລະການຮຽນ. ດັ່ງນາຍຄູ ຢູ່ໂຮງຮຽນມັດທະຍົມສົມບູນ ຈອມສີ, ເມືອງຄຳ ທ່ານໜຶ່ງ ກ່າວວ່າ:
“ໂອ້, ນັບແຕ່ໂຮງຮຽນ ເຂົາເອີ້ນໂຮງຮຽນໜ້າບ້ານ ລົງໄປນີ້ ກໍປະມານ 4 ຫຼັກປ້າຍນີ້ແຫຼະ. ເອີ, ມັນຍາກ ໜຶ່ງ ກໍເປັນນັກຮຽນຊົນເຜົ່າ ທີ່ເຂົາເຈົ້າ ບໍ່ມີພາຫະນະໄປ, ຫັ້ນນ່າ ຄືວ່າ ມັນຫຍຸ້ງຍາກ. ແລ້ວກໍຍາມໃນຕົກນ້ຳລົງ ມັນກໍຍາກ ແລ້ວໄປຮຽນໄປ ກໍບໍ່ເຄິ່ງທາງ ແລ້ວກໍປະລະການຮຽນ ໄປຫຼາຍເປີເຊັນເຕີບ.”
ໃນຂະນະດຽວກັນ, ພໍ່ແມ່ຜູ້ປົກຄອງ ທີ່ມີຖານະທຸກຍາກ ບໍ່ມີເງິນຈ່າຍ ຄ່າຫໍພັກ ຄ່າກິນ ແລະ ຄ່າເດີນທາງ ໃຫ້ລູກ ຈຶ່ງເປັນເຫດໃຫ້ລູກ ຕ້ອງປະລະການຮຽນ ແລ້ວມາອອກມາເຮັດວຽກ ຊ່ອຍຄອບຄົວ ຫຼື ສ້າງຄອບຄົວໃໝ່ ແຕ່ອາຍຸຍັງນ້ອຍ ລະຫວ່າງ 14 ຫາ 15 ປີ.
ດັ່ງເຈົ້າໜ້າທີ່ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່າວວ່າ:
“ເລື່ອງເສດຖະກິດ ທຸກມື້ນີ້ແຫຼະ ມັນກໍຫຼາຍ ຕົວຢ່າງວ່າ ຄ່ານ້ຳມູກ ນ້ຳມັນບໍ, ຄ່າຢູ່ ຄ່າກິນ ແບບນອນຫໍພັກນີ້. ກໍບາງຄົນ ໂຮງຮຽນ ຫໍພັກບໍ່ມີອີກ, ຢູ່ໄກແດ່ ຕ້ອງມານອນຫໍພັກ ຫໍພັກ ພັດບໍ່ມີ ຕົວຢ່າງວ່າ ຈັ່ງຊີ້ນ່າ. ມາຈົດຊື່, ຮຽນໄປໄລຍະນຶ່ງ ແລ້ວກໍຄິດວ່າ ບໍ່ລອດ ບໍ່ຫຍັງ ກໍອອກໄປ ຈະເປັນແນວນັ້ນ. ກັບມານີ້ ມັນບໍ່ຢາກມີເລີຍແຫຼະ, ຄັນອອກໄປແລ້ວນ່າ. ຕໍ່ມາ ກໍແມ່ນອັນນ່າ ອອກຊ່ອຍຄອບຄົວ ແລ້ວຈຳນວນໜຶ່ງ ກໍສ້າງຄອບຄົວ ມາເຮັດໄຮ່ສາລີ ຊ່ອຍພໍ່ຊ່ອຍແມ່ສາ. ຕົວຢ່າງຈັ່ງຊີ້ ອອກ ກໍ 14-15 ປີ, ເອົາກັນແລ້ວເດີ້.”
ນອກນັ້ນ, ບັນດາເຜົ່າ ພາຍໃນແຂວງຊຽງຂວາງ ຍັງນິຍົມ ຖືຮີດຄອງປະເພນີ ຂອງເຜົ່າຕົນເອງ ສ້າງຄອບຄົວ ແຕ່ອາຍຸຍັງນ້ອຍ ເປັນຕົ້ນ ນັກຮຽນຊັ້ນມັດທະຍົມ ມັກຈະພາກັນ ມາຫາຄູ່ ຢູ່ໃນປະເພນີ ບຸນກິນຈຽງ ຂອງຊົນເຜົ່າມົ້ງ ທີ່ຈະຈັດຂຶ້ນທຸກປີ ແຕ່ທ້າຍເດືອນທັນວາ ຫາຕົ້ນເດືອນມັງກອນ ເພື່ອໄປສ້າງ ຄອບຄົວໃໝ່ນຳກັນ ຫຼື ແຕ່ງດອງກັນ ແລ້ວຈຶ່ງປະລະການຮຽນ. ດັ່ງເຈົ້າໜ້າທີ່ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ອີກທ່ານໜຶ່ງ ກ່າວວ່າ:
“ພວກເຮົາ ກໍມີແບບຟອມ ມີເອກະສານ ສົ່ງໄປໂຮງຮຽນເນາະ ແລ້ວເຂົາເຈົ້າ ກໍປະກອບໄປຕາມຮ່າງ ຂອງເຮົາ ຫັ້ນແຫຼະ ແລ້ວມີແຕ່ຈຳນວນໜຶ່ງ ກໍອັນນ່າ ສ້າງຄອບຄົວເນາະ ເພາະວ່າ ເຜົ່າມົ້ງນີ້ ສ່ວນຫຼາຍນີ້ ມັນກໍເອົາຜົວໄວນີ້.”
ນອກນັ້ນ, ແຕ່ສົກຮຽນ 2021-2022 ເຖິງສົກຮຽນ 2023-2024 ລວມທັງໝົດ 3 ສົກຮຽນ ທີ່ນັກຮຽນລາວ ແຕ່ ຊັ້ນ ປ.1 ຫາ ມ.7 ທົ່ວປະເທດ ປະລະການຮຽນ ເພີ່ມຂຶ້ນ ທຸກສົກຮຽນ, ໂດຍສະເພາະ ສົກຮຽນຫຼ້າສຸດ ແມ່ນສົກຮຽນ 2023-2024 ນັກຮຽນລາວ ປ.1 ຫາ ມ.7 ປະລະ ການຮຽນ ທັງໝົດ 106,738 ຄົນ.
ຂະນະທີ່ ສົກຮຽນກ່ອນໜ້ານັ້ນ ຄືສົກຮຽນ 2022-2023 ໃນທົ່ວປະເທດ ມີນັກຮຽນລາວ ປະລະການຮຽນ ແຕ່ ປ.1 ຫາ ມ.7 ທັງໝົດ 100,829 ຄົນ ແລະ ສົກຮຽນ 2021-2022 ມີນັກຮຽນລາວ ປ.1 ຫາ ມ.7 ປະລະການຮຽນ ທັງໝົດ 101,764 ຄົນ. ຈຳນວນຕົວເລກ ການປະລະການຮຽນ ໃນສົກຮຽນປີ 2023-2024 ຫຼ້າສຸດນີ້, ສູງກວ່າ ຕົວເລກ 2 ສົກຮຽນ ກ່ອນໜ້າ ຄືສົກຮຽນ 2022-2023 ແລະ ສົກຮຽນ 2021-2022 ເກືອບ 4,977 ຄົນ ແລະ 5,909 ຄົນ.
ສ່ວນການປະລະການຮຽນ ປັດຈຸບັນ ຄື ສົກຮຽນ 2024-2025 ຍັງຢູ່ລະຫວ່າງ ການປ້ອນຂໍ້ມູນເຂົ້າລະບົບ ຂອງກະຊວງສຶກສາທິການ ແລະ ກິລາ.