ຢາເສບຕິດ ຈໍານວນມະຫາສານ ຫຼຸດລອດ ເຂົ້າມາລາວ ເພື່ອເປັນທາງຜ່ານ

ເຈົ້າໜ້າທີ່ປາບປາມຢາເສບຕິດ ປະຈໍາປະເທດໄທ ລະບຸວ່າ ໄທ ສາມາດຍຶດຢາເສບຕິດ ຕາມຊາຍແດນລາວ-ໄທ ໄດ້ ເປັນຈຳນວນມະຫາສານ.

ຮູບພາບປະກອບ: ທະຫານພານໄທ ຍຶດຢາເສບຕິດ ຈຳນວນຫຼາຍ ຢູ່ແຄມຝັ່ງແມ່ນ້ຳຂອງ ທີ່ປະເທດໄທ. ເດືອນສິງຫາ ປີ 2022. RFA

ຂໍ້ມູນ ຈາກໜ່ວຍບັນຊາການ ສະກັດກັ້ນ ແລະປາບປາມ ຢາເສບຕິດ ສານຕັ້ງຕົ້ນ ແລະເຄມີພັນ ຊາຍແດນພາກເໜືອ ປະຈໍາປະເທດໄທ ລະບຸວ່າ ລະຫວ່າງ ວັນທີ 1 ຕຸລາ 2024 ເຖິງ 12 ມີນາ 2025, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງໄທ ສາມາດຍຶດຢາບ້າ ໄດ້ 150 ລ້ານປາຍ ເມັດ, ຢາໄອສ໌ 9,000 ປາຍ ກິໂລກຣາມ ແລະອີື່ນໆ ອີກຫຼາຍລາຍການ ຊຶ່ງຢາເສບຕິດ ຈໍານວນດັ່ງກ່າວ ສ່ວນຫຼາຍ ຍຶດໄດ້ ຕາມຊາຍແດນ ລາວ-ໄທ.

ໄທ ຂໍຄວາມຊ່ວຍເຫຼືອ ຈາກລາວ

ຫຼ້າສຸດນີ້ ລະຫວ່າງວັນທີ 12-13 ມີນາ 2025 ທີ່ຜ່ານມາ ໜ່ວຍບັນຊາການ ສະກັດກັ້ນ ແລະ ປາບປາມ ຢາເສບຕິດ ສານຕັ້ງຕົ້ນ ແລະເຄມີພັນ ຊາຍແດນພາກເໜືອ ປະເທດໄທ ໄດ້ຂໍຄວາມຮ່ວມມື ຈາກທາງການ ແຂວງບໍ່ແກ້ວ ເພື່ອສະກັດກັ້ນຢາເສບຕິດ ຍ້ອນປະເທດລາວ ມີຂໍ້ຈໍາກັດ ທາງດ້ານເຄື່ອງມື ປາບປາມຢາເສບຕິດ ຈຶ່ງເປັນຊ່ອງຫວ່າງ ເຮັດໃຫ້ຢາເສບຕິດ ຫຼາຍປະເພດ ຈໍານວນມະຫາສານ ຈາກປະເທດພະມ້າ ຫຼຸດລອດ ເຂົ້າມາປະເທດລາວ ເພື່ອເປັນທາງຜ່ານ ໃນການລັກລອບ ເຂົ້າປະເທດໄທ ອີກເທື່ອໜຶ່ງ, ຕາມຄວາມເວົ້າ ຂອງທ່ານ ພັນເອກ ພົງຍຸດ ເປັນຫົວໜ້າ ທີ່ຕິດຕາມການສະກັດກັ້ນ ແລະປາບປາມ ຢາເສບຕິດ ສານຕັ້ງຕົ້ນ ແລະເຄມີພັນ ຊາຍແດນພາກເໜືອ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ມີນາ ນີ້ວ່າ:

“ທາງການລາວ ເວົ້າວ່າ ພົນລະເມືອງລາວ ໃຊ້ແຕ່ຢາບ້າ ບໍ່ມີການໃຊ້ຢາໄອສ໌ ແລະ ປະເທດລາວ ບໍ່ແມ່ນຜູ້ຜະລິດຢາເສບຕິດ ແຕ່ເປັນທາງຜ່ານ ຂອງຢາເສບຕິດ ທີ່ມີແຫຼ່ງຜະລິດ ຢູ່ໃນພື້ນທີ່ລັດສານ ຂອງພະມ້າ, ແລ້ວເປັນຫຍັງ ເຖິງຕ້ອງຜ່ານລາວ ກໍຍ້ອນຈະເຂົ້າ ທາງພາກຕາເວັນອອກສຽງເໜືອ ຂອງໄທ ແຕ່ບາງສ່ວນ ກໍເຂົ້າມາທາງພາກເໜືອຂອງໄທ ເຊັ່ນທາງເມືອງພູຊາງ, ທາງເມືອງວຽງແກ່ນ ທີ່ມີພື້ນທີ່ຕິດກັບແມ່ນໍ້າຂອງ ກົງຂ້າມກັບປະເທດລາວ.”

ທາງການໄທ ຍັງໄດ້ຂໍຄວາມຮ່ວມມື ຈາກທາງການລາວ ເພື່ອໃຫ້ຈັບກຸມຜູ້ຕ້ອງຫາ ໃນຄະດີຢາເສບຕິດ ທີ່ອາດຫຼົບໜີ ເຂົ້າໃນປະເທດລາວ ໂດຍສະເພາະ ແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ ນໍາດ້ວຍ, ດັ່ງທ່ານ ພັນເອກ ພົງຍຸດ ກ່າວຕື່ມວ່າ:

“ຝ່າຍໄທເອົາລາຍຊື່ ນັກຄ້າຢາເສບຕິດ ທີ່ມີໝາຍຈັບ ໃຫ້ຝ່າຍລາວ ຊ່ວຍຈັບນໍາດ້ວຍ ເນື່ອງຈາກພວກເຂົາເຈົ້າ ມັກຫຼົບໜີໝາຍຈັບ ໄປຢູ່ຝັ່ງລາວ ຂ້າມໄປ-ຂ້າມມາ ໂດຍມີຮູບການ ຄື: ນັກຄ້າຢາເສບຕິດ ສັ່ງງານຢູ່ໄທ ແລ້ວຫາກເຈົ້າໜ້າທີ່ ໄທຮູ້ເບາະແສ ນັກຄ້າຢາເສບຕິດ ກໍຈະໜີໄປຝັ່ງລາວ.”


ຂ່າວ ກ່ຽວກັນ

ແຂວງບໍ່ແກ້ວ ຍັງເປັນທາງຜ່ານການລັກລອບ ຂົນຢາເສບຕິດຂອງຈີນ-ມຽນມ້າ

ປກສ ແຂວງບໍ່ແກ້ວກວດຄົ້ນລົດບັນທຸກ ພົບຢາບ້າກ່ວາ 2 ລ້ານເມັດ

ລາວ-ໄທ ຫາລືແນວທາງ ໃນການປາບປາມ ຄອລເຊັນເຕີ້-ຢາເສບຕິດ


ການຂໍຄວາມຮ່ວມມື ລະຫວ່າງລາວ ແລະໄທ ໃນຄັ້ງນີ້ ເປັນກອງປະຊຸມ ປຶກສາຫາລື 2 ຝ່າຍ ຢູ່ແຂວງຊຽງຮາຍ ປະເທດໄທ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະກໍານົດແນວທາງຮ່ວມມື ໃນການຕໍ່ຕ້ານ ຢາເສບຕິດ ຮ່ວມກັນ ເພື່ອຕອບສະໜອງ ນະໂຍບາຍ ລັດຖະບານໄທ ພາຍໃຕ້ແຜນປະຕິບັດການ “SEAL STOP SAFE” ເພື່ອປ້ອງກັນຢາເສບຕິດ ເຂົ້າສູ່ປະເທດໄທ ເຊິ່ງທ່ານ ດຣ. ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ກ່າວວ່າ “ລັດຖະບານລາວ ໃຫ້ຄວາມສໍາຄັນ ກັບການແກ້ໄຂບັນຫາ ຢາເສບຕິດ ແລະ ພ້ອມທີ່ຈະຮ່ວມມື ກັບປະເທດໄທ ຢ່າງເຕັມທີ່ ເພື່ອສ້າງຄວາມປອດໄພ ໃຫ້ປະຊາຊົນ ທັງ 2 ປະເທດ”.

ແຂວງບໍ່ແກ້ວ ຍັງເປັນທາງຜ່ານ

ປະມານ ກາງເດືອນພະຈິກ ປີ 2024 ທີ່ຜ່ານມາ ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດ ຂັ້ນແຂວງ ແຂວງບໍ່ແກ້ວ ທ່ານໜຶ່ງ ກ່າວວ່າ ແຂວງບໍ່ແກ້ວ ຍັງເປັນທາງຜ່ານ ການລັກລອບ ຂົນຢາເສບຕິດ ຂອງຄົນຈີນ ແລະພະມ້າ ເພື່ອໄປຈໍາໜ່າຍ ຢູ່ແຂວງອື່ນ ທົ່ວປະເທດລາວ ທີ່ຍັງແກ້ໄຂ ໄດ້ຍາກຢູ່:

“ເຮົາກໍອາດກໍານົດບໍ່ໄດ້ ມີການຈໍາໜ່າຍຢູ່, ໃນກາສິໂນບໍ ເຂດເສດຖະກິິດພິເສດ ນີ້ນ່າ. ສ່ວນຫຼາຍ ເຂົ້າມາແຕ່ປະເທດພະມ້າ ນີ້ແຫຼະ ແຕ່ວ່າ ແຂວງບໍ່ແກ້ວຂອງເຮົານີ້ ເປັນທາງຜ່ານ ຫັ້ນນ່າ ໄປທາງໄຊຍະບູລີ, ໄປທາງຫຼວງພຣະບາງ, ໄປຫຼວງນໍ້າທາ ນີ້ນ່າ ກໍຈະໄປສູ່ນະຄອນຫຼວງວຽງຈັນເນາະ ແລ້ວໄປກະຈາຍຢູ່ແຂວງອື່ນ.”

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org