ເຣື້ອງທີ່ເກັບບັນທຶກໄວ້
2024-05-26
ທະຫານມຽນມາ ເຂົ້າມາຈັບປະຊາຊົນ ຢູ່ລັດກະສິນຫຼາຍ 10 ຄົນ ຍ້ອນສົ່ງໄສ ວ່າ ຊາວບ້ານເປັນກຸ່ມຕໍ່ຕ້ານ.
2024-05-19
ທູດພິເສດອາຊຽນ ພົບປະກັບ ຜູ້ນໍາທະຫານມຽນມາ ເພື່ອຊອກແນວທາງແກ້ໄຂຂໍ້ຂັດແຍ່ງໃນມຽນມາ.
2024-05-12
ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ຈັບຊາຍມຽນມາ 17 ຄົນ ເພື່ອສົ່ງຄືນໃຫ້ລັດຖະບານ ທະຫານພະມ້າ ຢູ່ດ່ານຊາຍແດນ ເຂດສາມຫຼ່ຽມຄໍາ ຊາວມຽນມາ ຫຼາຍຄົນ ຜູ້ທີ່ຢູ່ປະເທດລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜະແນກພາສາມຽນມາ ວ່າ ທໍາອິດ ຕໍາຫຼວດລາວ ໄດ້ຈັບນັກເຄື່ອນໄຫວ ຕ້ານທະຫານມຽນມາ ກ່ອນທີ່ຈະສົ່ງໃຫ້ຝ່າຍທະຫານມຽນມາ.
2024-05-05
ກອງກໍາລັງຊົນຊາດ-ຊົນເຜົ່າ ທີ່ຕໍ່ຕ້ານທະຫານມຽນມາ ໄດ້ຍຶດສອງຖານທັບ ທາງຍຸດທະສາດຂອງທະຫານມຽນມາ ທີ່ຢູ່ໃກ້ກັບກອງບັນຊາການໃຫຍ່ ຂອງມຽນມາ ຢູ່ລັດຣະຂ່າຍ ອີງຕາມຂໍ້ມູນຈາກປະຊາຊົນ ທີ່ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ໃນວັນພຸດທີ່ຜ່ານມາ.