ເຣື້ອງທີ່ເກັບບັນທຶກໄວ້
2022-12-31
ອາຊ້ຽນ ແບ່ງແຍກ ອອກເປັນ 2 ກຸ່ມ ຄືກຸ່ມຜະເດັດການ ແລະກຸ່ມປະຊາທິປະໄຕ ຊຶ່ງຄວາມແຕກແຍກດັ່ງກ່າວ ສົ່ງຜົນໃຫ້ ອາຊ້ຽນ ບໍ່ສາມາດ ພື້ນຟູລະບົບການເມືອງ ໃຫ້ເປັນເອກພາບ ໂດຍສະເພາະມີການລະເມີດ ຂໍ້ປະຕິບັດຂອງອາຊ້ຽນ ວ່າດ້ວຍການ ບໍ່ແຊກແຊງກິຈການ ພາຍໃນຂອງແຕ່ລະປະເທດ.
2022-12-24
ນັກວິທະຍາສາຕ ສຶກສາຄົ້ນຄວ້າຮູ້ວ່າ ແມ່ນ້ຳຂອງກາຍເປັນສີຄາມ ແມ່ນຍ້ອນເຂື່ອນ; ເຂື່ອນກັກຝຸ່ນຕົມໄວ້ ເຮັດໃຫ້ນໍ້າຂອງໃສ ແລະກໍກາຍເປັນສີຄາມ ການຂາດຝຸ່ນຕົມ ກໍ່ໃຫ້ເກີດຜົນກະທົບ ຕໍ່ຊາວບ້ານ ທີ່ອາສັຍ ຢູ່ແຄມນ້ຳຂອງ ເປັນຕົ້ນວ່າ ຕາຝັ່ງແມ່ນ້ຳຂອງ ເຈື່ອນເພພັງ.
2022-12-18
ວຽດນາມ, ຈີນ, ເກົາຫລີເຫນືອ ແລະພະມ້າ ເປັນປະເທດ ທີ່ລະເມີດສິດທິມະນຸສ, ສິດທິປະຊາທິປະໄຕ, ສິດທິການນັບຖື ສາສນາ ແລະ ສິດທິຂັ້ນພື້ນຖານ ປະເພດອື່ນໆ ຂອງປະຊາຊົນ, ສ່ວນ ສປປ ລາວ ກໍເປັນນຶ່ງ ໃນບັນດາ ປະເທດທີ່ມີການລະເມີດ ສິດທິມະນຸສເຫລົ່ານັ້ນ.
2022-12-11
ຫົວໜ້າ ສາສນາຄຣິສຕຽນ ພະມ້າ ຈາກແຂວງກະຈິນ ຖືກຈັບ ແລະຖືກຫ້າມອອກນອກ ປະເທດ ໃນຂະນະທີ່ ທ່ານຈະຂຶ້ນເຮືອບິນ ໄປປິ່ນປົວ ຢູ່ບາງກອກ ປະເທດໄທຍ ໃນຂໍ້ຫາ ຊັກຊວນ ໃຫ້ມີການຕໍ່ຕ້ານ ກຸ່ມຜະເດັດການ ທະຫານພະມ້າ.
2022-12-10
ແມ່ນ້ຳຂອງ ທີ່ເປັນແມ່ນ້ຳ ທີ່ມີຄວາມຍາວ ອັນດັບ 12 ຂອງໂລກ ຕອນນີ້ ແມ່ນ້ຳຂອງ ກຳລັງປະເຊີນກັບສິ່ງທີ່ທ້າທາຍ ຈາກການສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບຢ່າງຮຸນແຮງ ຕໍ່ລະບົບນິເວດ ແລະ ວິຖີຊີວິຕ ຂອງປະຊາຊົນຈຳນວນຫຼາຍ.
2022-12-04
ປະຊາຊົນຊາວຈີນ ປະທ້ວງ ຣັຖບານ ຢ່າງຮຸ່ນແຮງ ໃນຫລາຍແຂວງ ຍ້ອນມາຕການ ປອ້ງກັນໂຄວິດ-19 ຢ່າງເດັດຂາດ ຂອງຣັຖບານ ພ້ອມທັງ ໄດ້ຮຽກຮ້ອງໃຫ້ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ລາອອກ ຈາກຕຳແຫນ່ງ.
2022-12-03
ສານທະຫານພະມ້າ ໄດ້ຕັດສິນຈຳຄຸກ ແມ່ຍິງພະມ້າ 9 ຄົນ ຍ້ອນຖືກກ່າວຫາວ່າ ເປັນກຸ່ມຕໍ່ຕ້ານ ທະຫະນພະມ້າ ຂະນະທີ່ ຫຼາຍພັນຄົນຖືກຈັບ ພ້ອມສະມາຊິກພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ບໍ່ສະເພາະແຕ່ຊາວພະມ້າ ທີ່ຖືກຈັບກຸມ ຄຸມຂັງ ຍັງມີຊາວຕ່າງປະເທດ ລວມຢູ່ນຳ.