ຈີນຈິງຈັງເຊື່ອມຕໍ່ທາງຣົຖໄຟ ກັບອາຊຽນ
2013.09.25

ເອກອັຄຣາຊທູດຈີນ ຄົນໃຫມ່ ປະຈຳ ປະເທດໄທ ກ່າວຕໍ່ກຸ່ມ ນັກຂ່າວ ທີ່ ບາງກອກ ວ່າ ຈີນ ຈີງຈັງ ເຊື່ອມຕໍ່ ທາງຣົຖໄຟ ຄວາມໄວສູງ ກັບອາຊຽນ. ແລະວ່າໂຄງການຣົຖໄຟຄວາມໄວສູງຈາກຈີນແຜ່ນດີນໃຫຍ່ມາຍັງອາຊຽນຈະເປັນປະໂຫຍດ ຕໍ່ໄທແລະຂົງເຂດ. ໃນການຖແລງ ຕໍ່ກອງປະຊຸມນັກຂ່າວ ທີ່ບາງກອກປະເທດໄທ ເປັນເທື່ອທຳອິດ ໃນມື້ວານນີ້ ທ່ານ ນິງ ຟູກຸຍ ເອກອັຄຣາຊທູດຈີນປະຈຳໄທ ຄົນໃຫມ່ເວົ້າ ວ່າ ນີ້ແມ່ນໂຄງການຂນາດໃຫຍ່ ສີ່ໂຄງການທີ່ຈີນ ຈະສືບຕໍ່ໃນອະນາຄົດ ນອກຈາກ ໂຄງການນີ້ແລ້ວ ໂຄງການອື່ນໆອີກກໍແມ່ນໂຄງການ ຄວາມຮ່ວມມື ທາງດ້ານການສຶກສາ ພະລັງງານ ແລະການບໍຣິຫານ ຈັດການເຣື້ອງນໍ້າ. ທ່ານວ່າ ຄວາມມັ້ງຄັ້ງຂອງຈີນ ຈະມີໄດ້ກໍຕໍ່ເມື່ອ ປະເທດເພື່ອນບ້ານ ມີການພັທນາແລະຄວາມຈະເຣີນຮຸ່ງເຮືອງ ເທົ່ານັ້ນ.
ມູນຄ່າການຄ້າສອງຝ່າຍຣະຫວ່າງຈີນ ກັບອາຊຽນ ໃນປີ 2012 ຕົກຢູ່ປະມານ 4 ຮ້ອຍຕື້ໂດລາ ແລະໃນປີ 2020 ຄາດວ່າຈະເພີ້ມຂື້ນເປັນ 1 ລ້ານ ລ້ານໂດລາ. ຈີນມີແຜນການສ້າງເສັ້ນທາງຣົຖໄຟຄວາມໄວສູງ ເຊື່ອມຕໍ່ກັບປະເທດອາຊຽນ ຊື່ງຈີນເຊື່ອວ່າ ຈະເປັນການຍົກຣະດັບ ຜົລປະໂຫຍດທາງດ້ານເສຖກິດຕໍ່ຂົງເຂດອັນມະຫາສານ. ທ່ານວ່າ ຈີນແລະໄທມີຄວາມສຳພັນຢ່າງໃກ້ຊິດ ແຕ່ຍັງຢູ່ໃນຂັ້ນຕອນການສຶກສາ ແລະຮຽນຮູ້ຊື່ງກັນແລະກັນແລະໂຄງການຣົຖໄຟຄວາມໄວສູງຈະໃຫ້ຜົລປະໂຫຍດແກ່ສອງຝ່າຍ.