ເຣື້ອງທີ່ເກັບບັນທຶກໄວ້
2024-02-29
ປະທານປະເທດລາວ ແລະ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເດີນທາງໄປພົບປະ ທ່ານ ຫງຽນຟູຈອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກຄອມມູນິດວຽດນາມ ເພື່ອປຶກສາຫາລື ວຽກງານລະຫວ່າງສອງປະເທດ ຂະນະທີ່ສາຍພົວພັນ ສອງປະເທດຫຼຸດຖອຍລົງ ໃນໄລຍະທີ່ຜ່ານມາ.
2024-02-28
ຣັຖບານລາວ-ຣັສເຊັຽ ຈະຍົກລະດັບການພົວພັນກັນ ໃນຫຼາຍດ້ານ, ໂດຍສະເພາະ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ, ເຊິ່ງໄລຍະຜ່ານມາ ກໍມີການຮ່ວມມືກັນ ໃນຂແນງການພະລັງງານ ແລະ ບໍ່ແຮ່ ແດ່ແລ້ວ.
2024-02-26
ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 4 ຄົນ ສຸດທ້າຍ ທີ່ຖືກສານຕັດສິນ ຈໍາຄຸກຫຼາຍປີ ເລື່ອງຂໍ້ຂັດແຍ່ງທີ່ດິນ ພົ້ນໂທດ ແລະ ໄດ້ຮັບການປ່ອຍໂຕແລ້ວ, ແຕ່ເຂົາເຈົ້າກໍຍັງໄດ້ຮັບຄວາມອັບປະໂຫຍດ.
2024-02-21
ຜູ້ແທນຣັຖບານລາວ ກ່າວວ່າ ປີນີ້ ໃນຖານະປະທານອາຊ້ຽນ, ຣັຖບານລາວ ຈະເອົາໃຈໃສ່ ມີສ່ວນຮ່ວມ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸສ ຂະນະທີ່ຜູ້ທີ່ຕິດຕາມ ບັນຫາສິດທິມະນຸສໃນລາວ ຢາກໃຫ້ເຮັດໄດ້ ຢ່າງເປັນຮູບປະທັມ ພ້ອມທວງໃຫ້ແກ້ໄຂ ບັນຫາສິດທິມະນຸສ ທີ່ຍັງຄ້າງຄາໃນລາວ.
2024-02-21
ກອງບັນຊາການ ປ້ອງກັນຄວາມສງົບ ເມືອງປາກງື່ມ ຣາຍງານ ວ່າ ໃນປີ 2023, ທົ່ວເມືອງປາກງື່ມ ມີບັນຫາສັງຄົມ ເກີດຂຶ້ນທັງໝົດ 308 ເຣື່ອງ ໂດຍເຈົ້າໜ້າທີ່ຕຳຣວດ ສາມາດ ກັກໂຕຜູ້ຖືກກ່າວຫາ ໄດ້ 350 ຄົນ, ແລະແກ້ໄຂຄະດີໄດ້ 106 ເຣື່ອງ, ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 32 ເຣື່ອງ.
2024-02-15
ພະນັກງານຣັຖ ຈໍານວນ 28 ຄົນ ຂອງແຂວງອັດຕະປື ທີ່ມີຄວາມຜິດ ການສໍ້ຣາສບັງຫລວງ ເປັນຕົ້ນວ່າ ການສວຍໃຊ້ໜ້າທີ່-ຕໍາແໜ່ງ ເພື່ອສະແຫວງຫາຜົລປະໂຍດເຂົ້າໂຕເອງ, ຮັບແລະໃຫ້ສິນບົນ, ສ້າງຄວາມເສື່ອມເສັຍ ໃຫ້ພັກ-ຣັຖ ຖືກລົງໂທດ ດ້ວຍການໄລ່ອອກຈາກພັກ ແລະກ່າວຕັກເຕື່ອນ.
2024-02-14
ປັດຈຸບັນ ຊາວລາວ ໃນຫຼາຍເມືອງ ແລະຫຼາຍແຂວງ ຂອງປະເທດລາວ ມີຊ່ອງທາງໃນການເຂົ້າເຖິງ ຂໍ້ມູນຂ່າວສານ ຜ່ານສື່ສັງຄົມອ໋ອນລາຍນ໌ໄດ້ຫຼາຍຂຶ້ນ ແຕ່ຂາດເສຣີພາບ ໃນການສະແດງຄວາມເຫັນ ຕໍ່ປະເດັນດ້ານການເມືອງ-ສັງຄົມ ຄືເກົ່າ ແລະຜູ້ທີ່ສືບຕໍ່ ວິພາກວິຈານ ການບໍຣິຫານປະເທດ.
2024-02-08
ເຈົ້າໜ້າທີ່ແຂວງຊຽງຂວາງ ໄດ້ປ່ອຍໂຕຊາວບ້ານຊ້າງ 6 ຄົນ ຜູ້ທີ່ຖືກຈັບຍ້ອນການປະທ້ວງ ເລື່ອງຂໍ້ຂັດແຍ່ງທີ່ດິນ.
2024-02-07
ອົງການເພື່ອຄວາມໂປ່ງໃສສາກົລ ຫຼື Transparency International ໄດ້ເປີດເຜີຍຜົລຂອງການສຳຣວດ ດັດຊະນີການຮັບຮູ້ ເຣື່ອງການສໍ້ຣາສບັງຫຼວງ ຫຼື Corruption Perceptions Index ປະຈຳປີ 2023 ທັງໝົດ 180 ປະເທດທົ່ວໂລກ ແລະ ສປປ ລາວຕົກຢູ່ລະດັບທີ່ 136.
2024-02-07
ເຈົ້າໜ້າທີ່ຕໍາຣວດ ຢູ່ແຂວງສວັນນະເຂດ ຖືກລົງວິໄນ 5 ນາຍ ແລະ ຫົວໜ້າ ຖືກໄລ່ອອກ ສ່ວນທີ່ເຫລືອ 2 ນາຍ ຖືກປົດຕໍາແໜ່ງ ຈາກພັນໂທເປັນພັນຕຣີ ແລະ ຂັ້ນວິຊາການ 2 ນາຍ ຖືກງົດເລື່ອນຊັ້ນ ຍ້ອນພົວພັນກັບຢາເສບຕິດ.
2024-02-02
ຄະນະຜູ້ແທນອົງການໂຮມລາວ ເພື່ອສັນຕິພາບ ແລະປະຊາທິປະໄຕ ເຂົ້າຮ່ວມກອງປະຊຸມສຸ ດຍອດເສຣີພາບ ທາງສາສນາສາກົລ ປະຈໍາປີ 2024 ທີ່ສົ່ງເສີມເສຣີພາບ ທາງສາສນາ ໃນທົ່ວໂລກ ແລະໃນນັ້ນໄດ້ເວົ້າເຖິງສາສນາ ໃນລາວ ທີ່ຖືກຣັຖບານຄວບຄຸມ.