ໂອບາມາຫລິງເຫັນຜູ້ນຳໃນ ອະນາຄົດ

ຈເຣີນສຸຂ
2015.06.09
F-YSEALI ນາງ ທອງວອນ ສໍສຳພັນ ຕາງໜ້າ ຊາວໜຸ່ມ ຈາກ ສປປ ລາວ ຢືນຂຶ້ນ ທໍາຄວາມເຄົາຣົບ ຂອບໃຈ ທ່ານ ໂອບາບາ ທີ່ກ່າວຄໍາ ສັລເສີນ ຕໍ່ ຂໍ້ຄວາມ ທີ່ ນາງ ໄດ້ ຂຽນລົງ ໃນ ເວັບໄຊ.
Screen shot from YSEALI Fellows program video

ພາຍຫລັງ ທີ່ ໄດ້ມາ ຮຽນຮູ້ ແລະ ແລກປ່ຽນ ປະສົພການ ໃນ ຣັຖ ຕ່າງໆ ຂອງ ສະຫະຣັຖ ອະເມຣິກາ ເປັນ ເວລາ 5 ສັປດາ, ພາຍໃຕ້ ໂຄງການ ຜູ້ນຳ ຊາວໜຸ່ມ ຂອງ ພູມີພາກ ເອເຊັຽ ຕາເວັນ ອອກສ່ຽງໃຕ້ ແລ້ວ, ບັນດາ ຊາວໜຸ່ມ ຍິງ ສາວ 75 ຄົນ, ຈາກ 10 ປະເທດ ອາຊ໊ຽນ ໄດ້ ມາ ເຕົ້າໂຮມ ກັນ ທີ່ ນະຄອນ ຫລວງ ວໍຊິງຕັນ ດີ.ຊີ. ເພື່ອ ພົບພໍ້ ກັບ ເຈົ້າໜ້າທີ່ ແລະ ຢ້ຽມຢາມ ຫ້ອງການ ສຳຄັນໆ ຕ່າງໆ ຂອງ ສະຫະຣັຖ.

ນຶ່ງ ໃນ ເຫດການ ທີ່ ປະທັບໃຈ ຂອງ ບັນດາ ຕົວແທນ ຈາກ ປະເທດ ອາຊຽນ ແມ່ນ ການ ພົບພໍ້ ກັບ ທ່ານ ບາຣັກ ໂອບາມາ, ປະທານາ ທິບໍດີ ສະຫະຣັຖ ອະເມຣິກາ ໃນວັນທີ 1 ມິຖຸນາ ຜ່ານມາ, ຊຶ່ງ ໃນງານ ດັ່ງກ່າວ ທ່ານ ໂອບາມາ ໄດ້ ຫລິງເຫັນ ຄວາມ ເປັນ ຜູ້ນຳ ຂອງ ຍິງສາວ ລາວ, ທີ່ ນາງ ໄດ້ຂຽນ ຂໍ້ຄວາມ ລົງທາງ ເວັບໄຊ ພາຍຫລັງ ທີ່ນາງ ໄດ້ ຢ້ຽມຢາມ ອະນຸ ສາວະຣີ ດຣ. ມາຣທິນ ລູເຕີ ຄິງ.

ທ່ານ ໂອບາມາ ເວົ້າວ່າ ນາງ ທອງວອນ ສໍສຳພັນ ປະທັບໃຈ ໃນ ຄຳເວົ້າ ຂອງ ດຣ. ຄິງ ທີ່ວ່າ, ຄຳຖາມ ທີ່ ສຳຄັນ ໃນ ຊີວິດ ຂອງ ຄົນເຮົາ ແມ່ນ ເຮົາ ໄດ້ ເຮັດຫຍັງ ເພື່ອ ຜູ້ອື່ນ ແລ້ວບໍ່.

“ແລະ ນັ້ນ ເປັນສິ່ງ ກະຕຸ້ນ ນາງ ໃຫ້ ຄິດເຖິງ ຄວາມໝາຍ ອັນ ແທ້ຈິງ ຂອງ ຄວາມ ເປັນ ຜູ້ນຳ, ແລະ ນາງຂຽນ ບາງ ຂໍ້ຄວາມ ທີ່ ສວຍງາມ ຊຶ່ງ ຂ້າພະເຈົ້າ ຢາກໃຫ້ ທຸກໆຄົນ ໄດ້ຍິນ. ນາງ ຂຽນວ່າ ຄວາມ ເປັນ ຜູ້ນຳ ຢູ່ໃນ ຕົວ ຂອງ ທ່ານເອງ, ທຸກໆ ຄົນ ສາມາດ ເປັນ ຜູ້ນຳໄດ້, ເພາະວ່າ ທຸກໆຄົນ ສາມາດ ຮັບໃຊ້ ຊາຕ. ທ່ານ ບໍ່ ຈຳເປັນ ຕ້ອງມີ ປຣິນຍາ ຈາກ ວິທຍາລັຍ ເພື່ອ ຈະນຳພາ. ທ່ານ ບໍ່ ຈຳເປັນ ຕ້ອງຮູ້ ຫລາຍ ກວ່າ ຄົນ ອື່ນ. ສິ່ງ ທີ່ທ່ານ ຕ້ອງການ ຄື ຫົວໃຈ ທີ່ ເຕັມໄປ ດ້ວຍ ຄຸນນະທັມ ແລະ ຈິດ ວິນຍານ ທີ່ ເກີດຈາກ ຄວາມຮັກ. ນັ້ນ ແມ່ນ ຄຳເວົ້າ ທີ່ ປະທັບໃຈ ຫລາຍ.”

ໃນ ການ ພົບພໍ້ ກັບທ່ານ ບາຣັກ ໂອບາມາ, ແລະ ໄດ້ຮັບ ການ ສັລເສີນ ຈາກ ທ່ານ ຄັ້ງນີ້, ນາງສາວ ທອງວອນ ສໍສັມພັນ, ຊຶ່ງເປັນ 1 ໃນ 5 ຕົວແທນ ຈາກ ສປປລາວ, ສະແດງ ຄວາມ ຮູ້ສຶກ ອອກມາ ວ່າ:

“ເປັນກຽດ ອັນ ສູງສົ່ງ ນໍ້, ເພາະວ່າ ຂະນ້ອຍ ໄດ້ ມີ ໂອກາດ ພົບກັບ ທ່ານ ປະທານາ ທິບໍດີ ບາຣັກ ໂອບາມາ ແລະ ອັນນຶ່ງ ໄຮ໋ໄລ໋ (highlight) ໃນ ມື້ນັ້ນ ກໍຄື ວ່າ ຣະຫວ່າງ ເພິ່ນ ກ່າວ ບົດ ຄຳເຫັນ ຂອງ ເພິ່ນນຳ ເພິ່ນໄດ້ ຍົກ ຕົວຢ່າງ ຄວາມ ສຳເຣັດ ຂອງ ບັນດາ ນັກຮຽນ ຢູ່ ໃນຫັ້ນ ຫັ້ນນະ ນຶ່ງ ໃນຫັ້ນ ລະແມ່ນ ມີ ຂະນ້ອຍ ເນາະ. ຂະນ້ອຍ ຮູ້ສຶກ ເປັນກຽດ ແລະ ພູມໃຈ ຫລາຍ.”

ໂຄງການ ຜູ້ນຳ ຊາວໜຸ່ມ ຂອງ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໄດ້ ປະກາດ ຂຶ້ນ ໃນ ປີ 2013, ເປັນ ໂຄງການ ພັທນາ ຄວາມ ເປັນ ຜູ້ນຳ ໃນ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ພາຍໃຕ້ ການ ລົງນາມ ຂອງ ປະທານາ ທິບໍດີ ໂອບາມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.