ກຸ່ມລຸ່ມນໍ້າຂອງກັງວົນ ເຂື່ອນ ຫຼວງພຣະບາງ
2020.07.02

ປະເທດລຸ່ມແມ່ນໍ້າຂອງ ໄທ, ກໍາພູຊາ ແລະວຽດນາມ ທີ່ກັງວົນນໍາໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ພາຍຫລັງສິ້ນສຸດຂະບວນ ການປຶກສາຫາລືລ່ວງໜ້າ ຣະຫວ່າງ ຜູ້ມີສ່ວນໄດ້ສ່ວນເສັຍ ຫລື PNPCA ໃນໄລຍະ 6 ເດືອນ ຜ່ານມາ ໃນມື້ວັນທີ 30 ມິຖຸນາ 2020 ສເນີໃຫ້ຣັຖບານລາວ ທົບທວນຄືນກ່ຽວກັບຂັ້ນຕອນ ການອອກແບບເຂື່ອນ, ຂັ້ນຕອນການຫຼຸດຜ່ອນ ຜົລກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ແລະຜົລກະທົບຂ້າມຊາຍແດນ ໃຫ້ຈະແຈ້ງ ແລະເປັນຮູບປະທັມ ໂດຍໃຫ້ຣັຖບານລາວ ຖອດຖອນບົດຮຽນ ແລະຜົລກະທົບຕ່າງໆທີ່ເກີດ ຈາກເຂື່ອນໄຊຍະບູຣີ. ດັ່ງທີ່ທ່ານສົມກຽດ ປຣະຈໍາວົງ ເລຂາທິການສໍານັກງານ ຊັພຍາກອນນໍ້າແຫ່ງຊາດປະເທດໄທ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 2 ກໍຣະກະດາ ນີ້ວ່າ:
"ທ່ານກ່າວວ່າ “ເບື້ອງຕົ້ນ ກະເປັນໄປຕາມທີ່ເຮົາສເນີຄວາມເຫັນໄປ ແຕ່ຍັງມີບາງປະເດັນທີ່ຕ້ອງໄປຄົ້ນຄວ້າກັນຕື່ມ, ແຕ່ວ່າສິ່ງທີ່ເຮົາຢາກ ເຫັນກະຄືວ່າຕ້ອງຫ່ວງໃຍຂໍ້ກັງວົນຕ່າງໆ, ຕ້ອງປັບປຸງ ເຣຶ່ອງຂອງຂັ້ນຕອນ ການອອກແບບ ຂັ້ນຕ້ອນການລົດຜ່ອນຜົລກະທົບຕໍ່ສິ່ງແວດ ລ້ອມທີ່ອາຈເກີດຂຶ້ນ ໂດຍເອົາປະສົບການຈາກ ເຂື່ອນໄຊຍະບູຣີ ມາໃຊ້ຄືຢາກເຫັນຄວາມເປັນຮູບປະທັມ ຫຼາຍຂຶ້ນ ໃນພາກປະຕິບັດ.”
ອີງຕາມຂໍ້ມູນຂອງຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫຼື MRC ກ່ຽວກັບຂໍ້ສເນີຂອງບັນດາ ປະເທດລຸ່ມແມນໍ້າຂອງໃນຂະບວນການ ປຶກສາຫາລືລ່ວງໜ້າ ທີ່ຫາກໍສິ້ນສຸດໄປນີ້ ຜູ້ຕາງໜ້າ ປະເທດກໍາພູຊາ ສເນີວ່າ:
“ຣັຖບານລາວ ຄວນມີການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມຂ້າມຊາຍແດນເພິ່ມຕື່ມ ໂດຍພິຈາຣະນາເຖິງແຜນ ແລະມາຕການບັນເທົາ ຜົລກະທົບຢ່າງເໝາະສົມ ແລະ ມີປະສິດທິຜົລ, ຄວນມີການ ກໍາໜົດຂັ້ນຕອນ ໃນການແກ້ໄຂເຣຶ່ອງຝຸ່ນຕົມ ແລະມາດຕະການບັນເທົາຜົລ ກະທົບທີ່ຈະແຈ້ງ.”
ແລະຜູ້ຕາງໜ້າປະເທດວຽດນາມ ກໍສເນີວ່າ:
“ເຂື່ອນຫລວງພຣະບາງ ແລະໂຄງການເຂື່ອນໄຟຟ້າ ທຸກແຫ່ງໃນແມ່ນໍ້າຂອງ ຄວນຈະໄດ້ຮັບການປະເມີນ ຢ່າງຄວບຄຸມຮອບດ້ານ ແລະ ຄະນະກັມມາທິການແມ່ນໍ້າຂອງສາກົນ ແລະຣັຖບານລາວ ຄວນຍົກຣະດັບການປະເມີນ ຜົລກະທົບທີ່ສະສົມ ແລະຜົລກະທົບຂ້າມຊາຍແດນ”
ກ່ຽວກັບເຣຶ່ອງນີ້ ດຣ.ໄຊຍຸດ ສຸກສີ ອາຈານປະຈໍາພາກວິຊາວິສວະກັມແຫຼ່ງນໍ້າ ຈຸລາລົງກອນມະຫາວິທຍາລັຍ ຂອງໄທກ່າວວ່າການອອກ ແບບເຂື່ອນຫລວງພຣະບາງ ເຫັນວ່າ ອາຈເກີດຜົລກະທົບ ໄດ້ໃນຂັ້ນຕໍ່ໄປ ເນື່ອງຈາກທາງປາຜ່ານ ແລະຊ່ອງທາງເດີນເຮືອ ຢູ່ທາງດຽວກັນ:
"ທ່ານ ກ່າວວ່າ ທີ່ເປັນປະເດັນ ກໍຄືວ່າ ຕອນນີ້ ທາງຜ່ານຂອງປາ ຂອງເຂື່ອນຫລວງພຣະບາງ ທີ່ເຂົາເຮັດໃຫ້ປາຂຶ້ນ ມັນຢູ່ຝັ່ງຂວາ. ຝັ່ງຂວາ ມັນມີປະຕູເຮືອ ມີຊ່ອງທາງທີ່ຈະໃຫ້ເຮືອຂຶ້ນ ປົກກະຕິແລ້ວ ຊ່ອງທາງເດີນເຮືອ ມັນອອກແບບໄວ້ 1 ຊ່ອງ ໂດຍຫລັກການ ເຂົາຈະເພື່ອໄວ້ສໍາລັບ ອະນາຄົດ ສ້າງເພີ່ມໄດ້. "
ຊາວຫລວງພຣະບາງນາງນຶ່ງ ທີ່ອາສັຍຢູ່ໃກ້ຈຸດ ກໍ່ສ້າງເຂື່ອນ ຫລວງພຣະບາງ ກ່າວມື້ດຽວກັນນີ້ວ່າ ບໍ່ຢາກໃຫ້ຣັຖບານລາວ ສ້າງເຂື່ອນ ຫລວງພຣະບາງ ຫາກສ້າງຂຶ້ນແທ້ໆ ກໍຈະເກີດການປ່ຽນແປງ ຄັ້ງສໍາຄັນທີ່ສຸດ ໂດຍສະເພາະເຣື່ອງສິ່ງແວດລ້ອມ ແລະການໃຊ້ຊີວິດ ຂອງຊາວບ້ານໃນ ພື້ນທີ່:
“ໂອ໋ ກະແນ່ນອນຢູ່ແລ້ວລະ ແຕ່ວ່າມັນທັມຊາດ ຍາກ, ເສັຽໄປອີກຕື່ມນຶ່ງ ມັນບໍ່ຄືແຕ່ເກົ່າແລ້ວ ທັມຊາດກະບໍ່ຄືເກົ່າ ປ່ຽນໄປໝົດແລ້ວ.”
ແລະກຸ່ມຮັກຊຽງຄານ ເມືອງຊຽງຄານ ແຂວງເລີຍຂອງໄທ ກ່າວວ່າ ສິ່ງທີ່ພາກປະຊາສັງຄົມໄທ ກັງວົນ ຄືຂໍ້ສເນີທັງໝົດ ຈະບໍ່ໄດ້ຮັບການ ແກ້ໄຂຢ່າງເປັນຮູປທັມ ຄືກັບໂຄງການເຂື່ອນໄຊຍະບູຣີ ທັງເຣື່ອງຜົລກະທົບ ຂ້າມຊາຍແດນ, ຣະບົບນິເວດນໍ້າຂອງ, ວິຖີຊີວິດຂອງຊາວບ້ານ ແລະການຂຶ້ນລົງ ຂອງຣະດັບນໍ້າລຸ່ມເຂື່ອນ:
“ມັນຕ້ອງໄດ້ຮັບຜົລກະທົບແນ່ນອນ ເພາະວ່າເຂື່ອນ ມັນເປັນຫາຍະນະ ຂອງມວນມະນຸດ ທີ່ອາສັຍຢູ່ລຸ່ມນໍ້າຂອງ ທັງໝົດ ເຮົາບໍ່ຄິດວ່າ ເຂື່ອນ ເປັນນະວັຕກັມຫຍັງ. ເຂື່ອນຄືຫາຍະນະ. ຂະບວນການ PNPCA ທີ່ຜ່ານມາ ກ່ຽວກັບເຂື່ອນໄຊຍະບູຣີ ທີ່ພາກປະຊາຊົນສເນີໄປ ແລ້ວກໍມັນໄດ້ເຫັນເປັນ ທີ່ປະຈັກ ສິ່ງທີ່ເຮົາຄິດໄວ້ ຕັ້ງແຕ່ໄຊຍະບູຣີ ມັນບໍ່ໄດ້ຮັບການ ແກ້ໄຂຫຍັງເລີຍ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ພະລັງງານ ແລະບໍ່ແຮ່ຂອງລາວເວົ້າວ່າ ຣັຖບານລາວ ໄດ້ຮັບເອົາຂໍ້ສເນີ ແລະຄວາມກັງວົນຈາກທັງ 3 ປະເທດ ແລ້ວແລະຈະນໍາໄປຄົ້ນຄວ້າຕື່ມ ຊຶ່ງຈະໃຊ້ເວລາປະມານ 3 ເດືອນຕາມກໍາໜົດ ຂອງຄະນະກັມມາທິການແມ່ນໍ້າຂອງ ສາກົລ.
ສ່ວນເຣື່ອງການໂຍກຍ້າຍຊາວບ້ານ ປັດຈຸບັນຍັງຢູ່ໃນຂັ້ນຕອນ ການປະເມີນຜົລກະທົບຄືນໃໝ່ທັງໃນເຣື່ອງການຈັດສັນອາຊີບການຈັດສັນ ທີ່ດິນແລະພື້ນທີ່ຈັດສັນບ້ານໃໝ່ ຊຶ່ງຣັຖບານລາວ ຢືນຢັນວ່າ ທຸກຂັ້ນຕອນເປັນໄປຕາມ ຂອບນະໂຍບາຍ ຂອງຣັຖບານ ດັ່ງທີ່ທ່ານ ກ່າວວ່າ:
“ປະມານ 3 ເດືອນ ເພາະວ່າ ຂຶ້ນກັບຣະບຽບຂອງ MRC ເນາະ. ກະຍັງເປັນແຜນຢູ່ຫັ້ນນະ ກະຍັງບໍ່ທັນເຮັດເຣື່ອງຂັ້ນຕອນ ການປະເມີນ ຜົລເທື່ອນະ assessment. ກະແນ່ນອນຢູ່ແລ້ວ ເພາະວ່າ ທາງລາວເຮົາ ກະມີການຈັດສັນໂຍກຍ້າຍ ແມ່ນຫຍັງຕ່າງໆ ເພາະກະຕ້ອງໄດ້ ເຣື່ອງຂອບເຂດ ຂອງນະໂຍບາຍ ເວລາຂະເຈົ້າອອກໄປແລ້ວ ແລ້ວຂະເຈົ້າຈະດີກວ່າຈັກເທົ່າ ຊີວິດການເປັນຢູ່ ລະກະອະນາຄົດການສຶກສາ ແມ່ນຫຍັງຕ່າງໆເນາະ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຍານາງ ໄພຣີນ ໂຊກໄຊ ຜູ້ປະສານງານອົງການ ແມ່ນໍ້າສາກົລ ປະເທດໄທ ໃຫ້ຄໍາເຫັນກ່ຽວກັບຂະບວນການປຶກສາ ຫາຣື ຜູ້ມີສ່ວນໄດ້ສ່ວນເສັຽໃນໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງວ່າ:
“ຂະບວນການປຶກສາຫາຣື ຜູ້ມີສ່ວນໄດ້ສ່ວນເສັຽ ທີ່ຈົບລົງຕາມຂັ້ນຕອນຕາມໄລຍະເວລາ 6 ເດືອນຂອງທຸກເຂື່ອນ ທີ່ຜ່ານມາມັກຈົບລົງ ດ້ວຍການມີແຜນ ປະຕິບັດການຮ່ວມ ຊຶ່ງເປັນພຽງແຕ່ ເຮັດໃຫ້ຈົບຂະບວນການ ເທົ່ານັ້ນ."
ຍານາງກ່າວຕື່ມວ່າ:
“ຄວາມກັງວົນຂອງປະຊາຊົນ ແລະຣັຖບານ 3 ປະເທດ ບໍ່ເຄີຍໄດ້ຮັບການຕອບຮັບ ຢ່າງແທ້ຈິງ ໂດຍທີ່ຣັຖບານລາວ ໃຊ້ເຫດຜົລ ແລະ ຫລັກການ ອະທິປະຕັຍຂອງຕົນ ໂດຍບໍ່ໄດ້ນຶກເຖິງຫລັກ ທັມມາທິບານ ແລະການຈັດການແມ່ນໍ້າ ຮ່ວມກັນຢ່າງແທ້ຈິງ. ບົດຮຽນຂອງເຂື່ອນ ໄຊຍະບູຣີ ສະທ້ອນໃຫ້ເຫັນ ຈະແຈ້ງວ່າ ຜົລກະທົບດ້ານສິ່ງແວດລ້ອມ ຕົກເປັນພາຣະ ຂອງປະຊາຊົນ ທີ່ຢູ່ຕອນ ລຸ່ມຂອງເຂື່ອນ ແລະ ຣັຖບານໄທ ໃນຖານະທີ່ເປັນທັງ ຜູ້ໄດ້ປໂຍດ ຈາກໄຟຟ້າເປັນຫລັກ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈະຕ້ອງສະແດງຈຸດຢືນ ຕໍ່ໂຄງການເຂື່ອນ ຫຼວງພຣະບາງວ່າ ບໍ່ມີຄວາມຈໍາເປັນ ສ້າງ ແລະບໍ່ຈໍາເປັນສໍາລັບໄທ.”
ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ຂນາດ 1,460 ເມກາວັດ ຄາດວ່າຈະເລີ່ມກໍ່ສ້າງພາຍ ໃນປີ 2020 ນີ້ ແລະ ມີກໍານົດກໍ່ສ້າງໃຫ້ ແລ້ວໃນປີ 2027, ເປັນໂຄງການການຮ່ວມທຶນ ຣະຫວ່າງ ຣັຖບານລາວ, ບໍຣິສັດພະລັງງານ PetroVietnam ແລະ ບໍຣິສັດ ຊ.ການຊ່າງ ຂອງໄທ ຊຶ່ງຈະເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 3,000 ລ້ານ ໂດລາສະຫະຣັດ. ໄຟຟ້າທີ່ຜລິດໄດ້ ຈະສົ່ງຂາຍໃຫ້ໄທ ແລະວຽດນາມ.