ເສຣີພາບທາງສາສນາ ຢູ່ລາວ ຍັງຈໍາກັດ

ຈໍາປາທອງ
2020.06.10
F-Lao-Christians ສ່ວນນຶ່ງຂອງບັນດາຄອບຄົວ ລາວ-ຄຣິສຕຽນ ທີ່ຖືກເຈົ້າໜ້າທີ່ທ້ອງຖິ່ນ ຂັບໄລ່ອອກຈາກບ້ານເຮືອນ ທີ່ ເມືອງຄໍາເກີດ ແຂວງ ບໍຣິຄໍາໄຊ (ຮູບຖ່າຍປີ 2017)
ນັກຂ່າວພົລເມືອງ

ໃນວັນທີ 10 ມິຖຸນາ 2020 ນີ້, ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ອອກບົດຣາຍງານກ່ຽວກັບ ເສຣີພາບທາງສາສນາ ໃນປີ 2019 ຢູ່ຫຼາຍປະເທດທົ່ວໂລກຮວມທັງ ສປປລາວ. ທ່ານ Michael Pompeo ຣັຖມົນຕຣີກະຊວງການຕ່າງປະເທດ ສະຫະຣັດອະເມຣິກາ ໄດ້ກ່າວ ຣາຍງານຕອນນຶ່ງ ກ່ຽວກັບເສຣີພາບ ທາງສາສນາ ຢູ່ປະເທດຈີນ ວ່າ:

“ຢູ່ປະເທດຈີນ ຣັຖບານສືບຕໍ່ປາບປາມ ສາສນາແຮງຂຶ້ນ; ພັກຄອມມິວນິສຈີນ ສັ່ງໃຫ້ອົງການສາສນາຕ່າງໆ ເຄົາຣົບນັບຖື ແລະ ປະຕິບັດ ຕາມຄຳສັ່ງຂອງປະທານ ຊີ ຈິນປິ່ງ.”

ກ່ຽວກັບ ສປປລາວ ຣາຍງານນັ້ນໄດ້ຣະບຸວ່າ ຣັຖທັມມະນູນ ສປປລາວ ໃຫ້ສິດແລະເສຣີພາບ ແກ່ພົລເມືອງຂອງຕົນ ໃນການເຊື່ອຖື ຫຼືບໍ່ ເຊື່ອຖືສາສນາ. ແຕ່ກໍຍັງມີການຈໍາກັດ ສິດເສຣີ ນັ້ນຫລາຍໃນເຂດ ຊົນນະບົດຂອງລາວ.

ຣາຍງານເວົ້າວ່າ ເຈົ້າໜ້າທີ່ທ້ອງຖິ່ນລາວ ໂດຍສະເພາະໃນເຂດບ້ານປ່ຽວ ທີ່ຢູ່ຫ່າງໄກຍັງຈັບ ແລະ ກັກຂັງຜູ້ຄົນ ທີ່ນັບຖືສາສນາຄົນສ່ວນ ນ້ອຍ, ໂດຍສະເພາະຊາວຄຣິສຕຽນ; ຕົວຢ່າງເມື່ອເດືອນ ມິນາ ປີກາຍ ຕໍາຣວດໄດ້ຈັບສະມາຊິກ ໂບດ ຄຣິສຕຽນ ອິວັງເຈິລິກ ຢູ່ເມືອງພິນ ແຂວງສວັນນະເຂດ ໃນຂໍ້ຫາຕັດຕົ້ນໄມ້ຢູ່ໃນປ່າປ້ອງກັນ. ແຕ່ຊາຍຄົນນັ້ນເວົ້າວ່າ ເຂົາຖືກຈັບຍ້ອນເຂົາເປັນຄົນຄຣິສຕຽນ ແລະວ່າໃນເວລາ ທີ່ຖືກກັກຂັງຢູ່ນັ້ນ ເຂົາຖືກຕໍາຣວດຕີຫົວ ແລະເອົາໄຟຟ້າຊັອດ ແຕ່ຜູ້ຖືກຈັບຄົນອື່ນ ທີ່ບໍ່ເປັນຄຣິສຕຽນ ບໍ່ຖືກທຳຣ້າຍແຕ່ຢ່າງໃດ.

ແລະໃນເດືອນເມສາ ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ກໍໄດ້ກັກຕົວພົລເມືອງ ສະຫະຣັຖ ອະເມຣິກັນ 3 ຄົນ ຢູ່ແຂວງຫຼວງນໍ້າທາ ໃນຂໍ້ຫາແຈກ ປຶ້ມສາສນາ ແລະ ສິ່ງຂອງອື່ນໆໂດຍບໍ່ໄດ້ຮັບອະຍຸຍາດ.

ເຈົ້າໜ້າທີ່ ທາງການບາງທ້ອງຖິ່ນ ເຕືອນພົລເມືອງ ບໍ່ໃຫ້ປ່ຽນມາເຊື່ອຖື ສາສນາຄຣິສຕຽນ ແລະ ຫ້າມຊາວຄຣິສຕຽນ ຮວມຕົວກັນ ທໍາພິທີ ສາສນາຢູ່ເຮືອນ.

ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ຣາຍງານຕື່ມວ່າ ຂໍ້ຂັດແຍ້ງ ຍັງມີຢູ່ຕໍ່ໄປ ໃນເຂດ ຊົນນະບົດ ຣະຫວ່າງ ພວກນັບຖືຜີ ຊາວຄຣິສຕຽນ ກັບພວກນັບຖືສາສນາພຸດ. ຜູ້ນໍາສາສນາ ຄຣິສຕຽນເວົ້າວ່າ ຢູ່ບາງເຂດຊົນນະບົດ ຊາວບ້ານ ຂົ່ມຂູ່ຊາວຄຣິສຕຽນ ໃຫ້ໜີ ອອກຈາກບ້ານ ຫາກບໍ່ປະລະສາສນາຄຣິສຕຽນ ຂອງພວກເຂົາ.

ເຈົ້າໜ້າທີ່ສະຖານທູດສະຫະຣັຖ ປະຈໍາລາວ ຍົກບັນຫາເສຣີພາບ ທາງສາສນາ ຂຶ້ນເປັນປະຈໍາ ກັບຣັຖບານລາວ ແລະ ສືບຕໍ່ຊຸກຍູ້ໃຫ້ມີ ການເຈຣະຈາ ແລະແກ້ໄຂບັນຫາຂັດແຍ່ງທາງດ້ານສາສນານັ້ນ ຢ່າງ ເປີດເຜີຍ.

ສະຖານທູດ ສະຫະຣັຖ ອະເມຣິກາ ຕິດຕໍ່ຢ່າງເປັນປະຈໍາ ກັບກະຊວງພາຍໃນ ແລະອົງການຕ່າງໆ ທີ່ກ່ຽວຂ້ອງຂອງຣັຖບານລາວ ແລະ ປຶກສາຫາຣື ບັນຫາທ້າທາຍຕ່າງໆ ທີ່ ກຸ່ມສາສນາປະເຊີນ ແລະ ພຍາຍາມ ໃຫ້ມີການ ແກ້ໄຂບັນຫາຕ່າງໆ ທີ່ພົວພັນກັບ ການຣະເມີດ ເສຣີພາບ ທາງສາສນານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.