ທາງການຫ້າມຢ້ຽມ ທ.ສຸການ

ມະນີຈັນ
2016.05.31
F-Soukan ທ້າວ ສຸການ ໃຈທັດ ນຶ່ງໃນຈໍານວນ ຄົນງານລາວ 3 ຄົນ ທີ່ບໍ່ມີໃຜ ສາມາດເຂົ້າຢ້ຽມໄດ້
Citizen Journalist

ຄອບຄົວຂອງ ທ້າວ ສຸການ ໃຈທັດ ນຶ່ງໃນຈໍານວນ ຄົນງານ 3 ຄົນ ທີ່ຖືກທາງການ ຈັບໃສ່ຄຸກ ໃນຂໍ້ຫາ ມີຄວາມຜິດ ທາງການເມືອງ ຍັງບໍ່ໄດ້ຮັບ ອະນຸຍາດ ໃຫ້ໄປຢ້ຽມ ຜູ້ກ່ຽວ ຢູ່ໃນຄຸກ, ເນື່ອງຈາກ ຜູ້ຕ້ອງຫາ ຍັງບໍ່ໄດ້ ຖືກນໍາຕົວ ຂຶ້ນສານ ເທື່ອ. ດັ່ງ ຜູ້ເປັນພໍ່ ຂອງ ທ້າວສຸການ ເວົ້າຕໍ່ RFA ໃນວັນທີ 31 ພຶສພາ 2016 ນີ້ວ່າ:

"ຢູ່ຄຸກໂພນທັນ ເພິ່ນຂັງຄຸກ ທັມມະດາ ບໍ່ແມ່ນຄຸກມືດ ຍັງແຕ່ເຂົາ ບໍ່ໃຫ້ເຂົ້າຢ້ຽມ ເທົ່ານັ້ນແຫຼະ ຍັງບໍ່ທັນ ຕັດສິນເດ໋ ວ່າເທົ່ານັ້ນ ເທົ່ານີ້ມື້ ເພິ່ນກະບໍ່ໄດ້ວ່າ ແນວນັ້ນ ແນວນີ້ນະ ມີແຕ່ເພິ່ນ ຖແລງຂ່າວ ມີແຕ່ວ່າ ພວກນີ້ຫັ້ນ ກຸ່ມຕໍ່ຕ້ານ ການເມືອງ ວ່າ ແນວນັ້ນ".

ທ່ານເວົ້າວ່າ ທາງຄອບຄົວ ກໍຮູ້ຂ່າວ ລູກຂອງຕົນ ຈາກທາງ ໂທຣະພາບ ເມື່ອອາທິດ ທີ່ຜ່ານມາ. ມາຮອດ ປັຈຈຸບັນ ທາງການ ຍັງບໍ່ໄດ້ ຊີ້ແຈງໃຫ້ ທາງຄອບຄົວ ຊາບເລີຍວ່າ ທ້າວ ສຸການ ໄດ້ເຮັດຫຍັງຜິດ ຈຶ່ງຖືກຈັບ ໃນຂໍ້ຫາ ມີຄວາມຜິດ ການເມືອງ ແລະ ວ່າຕົນ ຍັງສົງໄສ ຢູ່ບ່ອນນີ້. ແຕ່ຖ້າຜູ້ກ່ຽວ ມີຄວາມຜິດແທ້ ຕົນ ກໍບໍ່ມີຫຍັງ ຂັດຂ້ອງ. ທ່ານຫວັງວ່າ ທາງການ ຈະ ອະນຸຍາດ ໃຫ້ຄອບຄົວ ເຂົ້າໄປຢ້ຽມ ລູກ ຢູ່ຄຸກ ໃນໄວໆນີ້.

ທ່ານເວົ້າອີກວ່າ ດຽວນີ້ ຄອບຄົວ ກໍາລັງ ປຶກສາ ທະນາຍຄວາມ ເອກກະຊົນ ເພື່ອ ທີ່ຈະຫາ ທາງ ຊ່ວຍເຫລືອ ລູກຊາຍ ຂອງຕົນ ເທົ່າທີ່ ຈະເຮັດໄດ້ ເຖິງແມ່ນວ່າ ການຈ້າງ ທະນາຍຄວາມ ຈະຕ້ອງໄດ້ ໃຊ້ຈ່າຍສູງ ກໍຕາມ. ປັຈຈຸບັນ ທະນາຍຄວາມ ກໍາລັງ ຮິບໂຮມ ຂໍ້ມູນ ຫລັກຖານ ຕ່າງໆຢູ່.

ຜ່ານມາ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ໄດ້ກ່າວວ່າ ຄົນງານລາວ ທັງ 3 ຄົນນັ້ນ ມີຄວາມຜິດ ໃນຂໍ້ຫາ ໃຊ້ ສື່ອອນລາຍ ບິດເບືອນ ແລະໂຈມຕີ ການນໍາພາ ຂອງພັກ-ຣັຖ ຊຶ່ງ ເປັນຄວາມຜິດ ທາງການເມືອງ ຫາກສານ ເຫັນວ່າມີ ຄວາມຜິດ ຮຸນແຮງ ກໍອາຈ ຖືກລົງໂທດ ຈໍາຄຸກຫຼາຍປີ.

RFA ໄດ້ ພຍາຍາມ ຕິດຕໍ່ໄປຫາ ຄອບຄົວ ຂອງ ທ້າວ ສົມພອນ ພິມມະສອນ ແລະ ນາງຫລອດ ທໍາມະວົງ ຊຶ່ງ ຖືກຈັບ ເຊັ່ນດຽວກັນ ນັ້ນ ແຕ່ຍັງ ບໍ່ສາມາດ ຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.