ຄົນລາວເຂົ້າໄທຍໄດ້ໃນ ເງື່ອນໄຂ ກໍານົດ

ສຸພັດຕາ
2020.07.08
F-Border ດ່ານຊ່ອງເມັກ ແຂວງອຸບົນຣາຊທານີ ຂອງໄທ ຊຶ່ງເປັນແຂວງທີ່ຕິດກັບ ແຂວງຈໍາປາສັກ ຂອງລາວ
RFA

ທາງການໄທຍອະນຸຍາດ ໃຫ້ຄົນລາວເຂົ້າໄທຍໄດ້ແລ້ວ ເປັນຕົ້ນ ກຸ່ມຄົນທີ່ມີໃບຢັ້ງຢືນຢູ່ໄທຍ ທີ່ຖືກຕ້ອງຕາມກົດໝາຍ, ຄູ່ສາມີພັລຍາ, ພໍ່ແມ່ ຫຼື ລູກທີ່ມີສັນຊາດໄທຍ, ຜູ້ມີໃບອະນຸຍາດ ທີ່ເຮັດວຽກຢູ່ໄທຍ, ນັກສຶກສາທີ່ຮຽນຢູ່ໄທຍ ແລະຄົນປ່ວຍທີ່ຕ້ອງການໄປປິ່ນປົວຢູ່ໄທຍ ເຊິ່ງຕ້ອງເຮັດເອກກະສານ ໃຫ້ຖືກຕ້ອງຄັກແນ່ ໂດຍຂໍອະນຸຍາດ ຈາກກະຊວງການຕ່າງ ປະເທດ ແລະຜ່ານການກັ່ນຕອງຂອງກົງສູນ ຈຶ່ງຈະເດີນທາງເຂົ້າໄທຍ ໄດ້ພາຍໃຕ້ເງື່ອນໄຂ ຄື:

ເມື່ອມາເຖິງໄທຍ ຕ້ອງກັກໂຕ 14 ມື້ ແລະຈະຕ້ອງອອກຄ່າໃຊ້ຈ່າຍເອງທັງໝົດ ທັງຄ່າກິນ, ຄ່າພັກເຊົາ ໃນຣະຫວ່າງທີ່ກັກໂຕ, ອີງຕາມ ຄວາມເວົ້າ ຂອງເຈົ້າໜ້າທີ່ ດ່ານກວດຄົນເຂົ້າ ເມືອງ ແຂວງມຸກດາຫານ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 8 ກໍຣະກະດາ ນີ້:

“11 ປະເພດ ທີ່ຣັຖບານອະນຸຍາດ ຄົນລາວສ່ວນໃຫຍ່ ກໍເປັນນັກຮຽນ ແຕ່ມີເງື່ອນ ກໍຕ້ອງໄດ້ຜ່ານການກັ່ນຕອງ ຂອງກົງສູນກ່ອນຕ້ອງຍື່ນ ເພື່ອຂໍອະນຸຍາດ ເດີນທາງເຂົ້າໄທຍເພື່ອກວດ ຮ່າງກາຍ ຊື້ປະກັນໂຄວິດ ເງື່ອນໄຂມັນຫຼາຍ ມັນລໍາບາກຫຼາຍ.”

ໃນຂນະທີ່ ເຈົ້າໜ້າທີ່ກົງສູນ ແຂວງສວັນນະເຂດ ກ່າວວ່າ ອະນຸຍາດໃຫ້ເປັນບາງກຸ່ມ ບາງກໍຣະນີເທົ່ານັ້ນ ຕ້ອງເບິ່ງແຕ່ລະບຸກຄົນມີຄວາມ ຈໍາເປັນຫຼາຍໜ້ອຍ ສໍ່າໃດ ທີ່ສໍາຄັນຕ້ອງເຮັດ ເອກກະສານ ໃຫ້ຖືກຕ້ອງຄັກແນ່ ໂດຍຍື່ນເອກກະສານ ຜ່ານກະຊວງການຕ່າງປະເທດ ແລະກົງສູນໃຫຍ່:

“ຣັຖບານໄທ ປະກາດວັນທີ່ 1 ນີ້ແມ່ນວ່າ ສະເພາະທາງສາຍການບິນເທົ່ານັ້ນ ໄທຍ ກໍຍັງບໍ່ໄດ້ເປີດສາຍການບິນ ຕ້ອງຂໍອະນຸຍາດເປັນ ເສັດໆໄປ ຕ້ອງຍອມຮັບການກັກໂຕຂອງ ຣັຖບານໄທຍ ເຊິ່ງຄ່າໃຊ້ຈ່າຍທັງໝົດ ຮັບຜິດຊອບເອງ ຕ້ອງມີປະກັນໄພ ໃນຊ້ວງປະກັນ ຕີວົງປະກັນ 1 ແສນໂດລ້າ.”

ທ່ານວ່າກ່າວຕື່ມວ່າ ຂໍໃຫ້ພີ່ນ້ອງປະຊາຊົນລາວ ທີ່ຢາກຈະເດີນທາງເຂົ້າໄທຍ ເຂົ້າມາເຮັດໜັງສືໃຫ້ຖືກຕ້ອງ ແລະ ລໍຖ້າການພິຈາຣະນາ ຢ່າໄປຫຼົງເຊື່ອ ກຸ່ມບຸກຄົນ ທີ່ຈະພາເຂົ້າໄປໄທຍ ໂດຍບໍ່ມີເອກກະສານ ເຊິ່ງຈະເຮັດໃຫ້ ຖືກຈັບໃນຂໍ້ຫາ ລັກລອບເຂົ້າໄທຍ.

ໃນຂນະທີ່ ຄົນງານລາວນາງນຶ່ງເວົ້າວ່າ ນາງກໍຍັງລັງເລໃຈ ທີ່ຈະກັບໄປເຮັດວຽກຢູ່ໄທຍ ເຖິງວ່າທາງການໄທຍ ອະນຸຍາດໃຫ້ແລ້ວກໍຕາມ ເນື່ອງຈາກຫາກເຂົ້າໄປເຮັດວຽກຢູ່ໄທຍ ກໍຕ້ອງໄດ້ເຮັດໜັງສື ຫຍຸ້ງຍາກຫຼາຍຢ່າງ ຫາກຜ່ານການພິຈາຣະນາ ກໍຕ້ອງຖືກກັກໂຕ 14 ມື້ ແລະໂຕເອງ ກໍບໍ່ມີເງິນໃນການໃຊ້ຈ່າຍ:

“ກະລັງເລແນ່ ຖ້າຫາກວ່າພັກນໍາເພິ່ນ ກິນເອງພໍໂອເຄຢູ່ ແຕ່ນີ້ມັນຢູ່ເອງຫັ່ນນາ ມັນກໍຕ້ອງເສັຍຄ່າໃຊ້ຈ່າຍເອງ ຕັ້ງ 14 ມື້ ຕັ້ງເກືອບ 2 ອາທິດ ຄ່າຢູ່ມັນຄືຈະແພງຫັ້ນນາ ຖ້າເຮົາບໍ່ມີເງິນ ເປັນໝື່ນຄືຈະໄປບໍ່ໄດ້.”

ຄົນງານລາວ ອີກຄົນນຶ່ງກໍເວົ້າວ່າ ໃນໄລຍະນີ້ ກໍຍັງບໍ່ຢາກໄປເຮັດວຽກຢູ່ໄທຍເທື່ອ ເຖິງຈະໄປໄດ້ແລ້ວກໍຕາມ ເພາະຕ້ອງໄດ້ອອກຄ່າໃຊ້ ຈ່າຍເອງທັງໝົດ ບໍ່ວ່າຈະເປັນຄ່າຢູ່ ຄ່າກິນ ໃນການກັກໂຕ 14 ມື້ ແລະຍັງມີຄ່າເອກກະສານອື່ນໆ ທີ່ຕ້ອງແລ່ນກ່ອນເຂົ້າໄປໄທຍນໍາອີກ:

“ມັນກໍບໍ່ຍາກຈະໄປຫັ່ນເນາະ ບາງຄົນກະພໍມີຊື້ກິນ ຊື້ຢາກ ສົມມຸດວ່າເຮົາຂຶ້ນໄປເຮັດງານ ຊາມເງິນເດືອນຊິອອກ ກໍເປັນເດືອນ ຍັງຈະມາ ກັກໂຕ 14 ວັນອີກ ໂອ້ ມັນກໍຍາກຫັ່ນເນາະ ຈະໄປເອົາເງິນຢູ່ໃສກັກໂຕ 14 ວັນ ໝ້ອງກັກໂຕ ກັບເຂົ້າກັບນໍ້າ ກໍຈະແພງ.”

ເຖິງຢ່າງໃດກໍຕາມ ທາງການໄທຍ ກໍໄດ້ອະນຸຍາດໃຫ້ຄົນລາວ ເຂົ້າໄທຍໄດ້ແລ້ວ ເຊິ່ງຕ້ອງເປັນກຸ່ມບຸກຄົນ ທີ່ທາງການໄທຍກໍານົດ ແລະ ຕ້ອງປະຕິບັດ ຕາມຣະບຽບການຂອງໄທຍ ທີ່ສໍາຄັນ ຕ້ອງເຮັດເອກກະສານ ໃຫ້ຖືກຕ້ອງ ເພື່ອໃຫ້ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ແລະ ກົງສູນພິຈາຣະນາ.

ອີງຕາມແຈ້ງການຂອງຣັຖບານໄທຍ ໃນວັນທີ 30 ມິຖຸນາ ຜ່ານມາ ກຸ່ມບຸກຄົນທີ່ຈະເຂົ້າໄທຍໄດ້ ຄືຜູ້ທີ່ມີສັນຊາດໄທຍ ຜູ້ທີ່ມີເຫດຍົກເວັ້ນ ຫຼືແຂກຣັຖບານ, ບຸກຄົນໃນຄະນະທູດ, ຜູ້ຂົນສົ່ງສິນຄ້າ ຕາມຄວາມຈໍາເປັນ, ຜູ້ຄວບຄຸມ ຍານພະຫະນະ, ຄູ່ສາມີພັລຍາ, ພໍ່ແມ່ ຫຼືລູກທີ່ມີ ສັນຊາດໄທຍ, ຜູ້ທີ່ມີອະນຸຍາດ ເຮັດວຽກ, ນັກຮຽນນັກສຶກສາ ທີ່ມີສະຖາບັນຢູ່ໄທຍ ແລະຜູ້ປ່ວຍທີ່ຕ້ອງການ ປິ່ນປົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.