ຕໍາຣວດວ່າຄອນເສີດ Una ບໍ່ມີ ອະນຸຍາດ
2018.10.18

ເຈົ້າໜ້າທີ່ຕຳຣວດ ປ້ອງກັນຄວາມສງົບ ແຂວງສວັນນະເຂດ ເວົ້າວ່າ ການສັ່ງປິດ ຄອນເສີດ ການກຸສົນຂອງ ເທິ UNA ເມື່ອວັນທີ 14 ຕຸລາ ນັ້ນແມ່ນ ຍ້ອນບໍ່ໄດ້ຮັບ ອະນຸຍາດ ຈາກທາງການ ບໍ່ແມ່ນຍ້ອນການໃສ່ເສື້ອ ທີ່ຂຽນ ຂໍ້ຄວາມຕິດໃສ່ວ່າ ຂ້ອຍບໍ່ຢາກຊື້ຈ້າງເຂົ້າ ເຮັດວຽກ, ດັ່ງເຈົ້າໜ້າທີ່ ກອງເລຂາກອງບັນຊາການ ປກສ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ຕຸລານີ້ວ່າ:
"ໂຕນີ້ເນາະ ມັນເປັນວຽກງານວິຊາສະເພາະ ທີ່ວ່າສ້າງຂຶ້ນ ເພິ່ນຈັດຂຶ້ນມາ ໂດຍບໍ່ໄດ້ຮັບ ອະນຸຍາດເນາະ ໂດຍທີ່ວ່າບໍ່ໄດ້ຜ່ານ ທາງ ອຳນາດ ການປົກຄອງຂັ້ນໃດ ສິເຮັດຈັດງານອີ່ຫຍັງຕ່າງໆ ຂຶ້ນມາ ມັນຕ້ອງໄດ້ຜ່ານ ອຳນາດການປົກຄອງເຮົາ ກ່ອນໝົດເນາະ ໄດ້ຂໍ ອະນຸຍາດ ຜ່ານທາງຖແລງຂ່າວ ວັທນະທັມ ຜ່ານຕາມຂັ້ນຕອນແມ່ນ ແຫຼະ ພ້ອມທັງວຽກງານ ປ້ອງກັນຄວາມສງົບ ເພາະວ່າຈັດຂຶ້ນມາ ມັນກໍ່ຕ້ອງມີ ຄວາມຮັບປະກັນເນາະ."
ໃນຂນະດຽວກັນ ເຈົ້າໜ້າທີ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີວ່າ ຍັງບໍ່ທັນໄດ້ຮັບຣາຍງານ ຢ່າງເປັນທາງການ ຈາກ ແຂວງສວັນນະເຂດ ເທື່ອ ແຕ່ຢືນຢັນວ່າ ທຸກ ກິຈກັມ ທີ່ບຸກຄົນທົ່ວໄປ ຢາກຈັດຂຶ້ນ ຈະຕ້ອງໄດ້ເຮັດໜັງສື ຂໍອະນຸຍາດຕາມຂັ້ນຕອນ ແລະຣະບຽບການກ່ອນ.
ກໍຣະນີການສັ່ງປິດຄອນເສີດ ນັ້ນ ເຈົ້າໜ້າທີ່ ປກສ ຢືນຢັນວ່າ ເຈົ້າໜ້າທີ່ 5 ຄົນ ທີ່ເຂົ້າໄປສັ່ງປິດງານນັ້ນ ແມ່ນຕຳຣວດແທ້ ແຕ່ ທ່ານ ບໍ່ໄດ້ເປີດເຜີຍວ່າ ມາຈາກກົມກອງໃດ ແລະທັງວ່າຍັງບໍ່ມີ ແຜນທີ່ຈະລົງໂທດໃຜ ຍັງຢູ່ໃນຣະຫວ່າງ ການສລຸບຣາຍງານ ຢູ່:
"ຕອນນີ້ຍັງຢູ່ໃນຂັ້ນຕອນ ຂອງເພິ່ນຢູ່ເນາະ ຍັງກະກຽມສະຫຼຸບ ຣາຍງານຢູ່ເນາະ ເພາະຈະຕ້ອງໄດ້ຊີ້ນໍາ ຈາກ ທ່ານ ເຈົ້າແຂວງເພິ່ນນະ ໂຕນີ້ຍັງບໍ່ທັນໄດ້ ໃຫ້ຣາຍງານຣະອຽດເນາະ ເພາະວ່າຍັງ ເປັນຂັ້ນຕອນຂອງເພີ່ນຢູ່."
ໃນກໍຣະນີນີ້ ເຈົ້າໜ້າທີ່ຕຳຣວດ ປກສ ແຂວງສວັນນະເຂດ ກໍຢືນຢັນວ່າ ບໍ່ແມ່ນຍ້ອນລູກເຈ້ນາງ ໃສ່ເສື້ອທີ່ມີຂໍ້ຄວາມ ຂ້ອຍບໍ່ຢາກຊື້ຈ້າງ ເຂົ້າເຮັດວຽກ, ແຕ່ແມ່ນຍ້ອນບໍ່ມີ ໃບອະນຸຍາດ ໃຫ້ຈັດ ຄອນເສີດນັ້ນ.
ກ່ຽວກັບເຫດການດັ່ງກ່າວ ປະຊາຊົນທ່ານນຶ່ງ ໃຫ້ສຳພາດ ວິທຍຸເອເຊັຍເສຣີ ວ່າ ຄອນເສີດ ດັ່ງກ່າວ ເປັນພຽງງານຫາລາຍໄດ້ ສ້າງໂຮງຮຽນ ບໍ່ໄດ້ເຮັດຜິດກົດໝາຍ ບ້ານເມືອງ, ບໍ່ຄວນໃຊ້ຄວາມ ຮຸນແຮງ ແລະທັງເວົ້າວ່າ ການສັ່ງໃຫ້ປິດ ແມ່ນບໍ່ຖືກຕ້ອງ ດັ່ງທີ່ທ່ານກ່າວວ່າ:
"ຊາແນວຄິດຊື່ໆ ອ້າຍວ່າມັນຈະບໍ່ຖືກ ບໍ່ຄືທາງ ຢູນາ ຂະເຈົ້າກໍເຮັດງານ ການກຸສົນຫາເງິນຣາຍໄດ້ ໄປສ້າງໂຮງຮຽນ ທີ່ວ່າ ຂະເຈົ້າ ຍັງດ້ອຍພັທນາ ແນວຄິດດີໆແນວນີ້ ຢູ່ລາວເຮົາກໍມັນຄືສິມີເນາະ ແຕ່ ວ່າກຸ່ມຄົນທີ່ວ່າ ໄປສັ່ງເຂົາເຈົ້າປິດ ເຈົ້າເປັນຫຍັງ ຄືບໍ່ມີຈິດສຳນຶກ ບາງເທື່ອຕົວເອງ ເປັນລູກຄົນລວຍເບາະ ອ້າຍວ່າເຂົາເຮັດບໍ່ຖືກ ທີ່ວ່າໄປສັ່ງປິດ."
ເຖິງວ່າແນວໃດກໍ່ຕາມ ທິມງານ ຂອງ UNA ແລະ ເຈ້ນາງ ຊຶ່ງເປັນຜູ້ຈັດງານຄອນເສີດນັ້ນ ກໍກ່າວຜ່ານທາງເຟສບຸກ ວ່າຕ້ອງການໃຫ້ ທາງການແຂວງສວັນນະເຂດ ຊີ້ແຈງເຖິງສາເຫດ ຂອງການ ສັ່ງໃຫ້ປິດງານຄອນເສີດນັ້ນ.