ຊາວລາວຄຣິສຕຽນ 7 ຄົນ ຖືກຈັບ
2019.01.02
ຜູ້ນຳໂບດຄຣິສຕຽນ ແລະຊາວລາວຄຣິສຕຽນ ຢູ່ບ້ານນາຄະນອງ ເມືອງພິນ ແຂວງສະຫວັນນະເຂດ ຈຳນວນ ທັງໝົດ 7 ຄົນ ຖືກ ເຈົ້າໜ້າທີ່ຕຳຣວດ ເມືອງພິນຈັບ ເມື່ອວັນທີ 29 ທັນວາ 2018 ທີ່ຜ່ານມາ, ໃນຂໍ້ຫາ ເຕົ້າໂຮມກັນປະກອບພິທີ ໃນວັນຄຣິສມາສ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ, ອີງຕາມຄຳເວົ້າຂອງ ທ່່ານ ສິຣິກູນ ປະເສີດສີ ຫົວໜ້າກຸ່ມຕິດຕາມ ສິ້ງຊອມສິດທິມະນຸດ ເພື່ອເສຣີພາບໃນການນັບຖືສາສນາ ຢູ່ລາວ ໃນນິຕຍາສານ ໄຊ໋ (Sight).
ທ່ານກ່າວວ່າ ໃນບັນດາຊາວລາວຄຣິສຕຽນ 7 ຄົນ ດັ່ງກ່າວ ປະກອບດ້ວຍຫົວໜ້າໂບດ 3 ຄົນ ໄດ້ແກ່ ທ້າວອະແກ້ວ, ທ້າວເກີດ ແລະ ທ້າວສົມຫວັງ ແລະ ຊາວລາວຄຣິດຕຽນ ອີກ 4 ຄົນ ຄື; ທ້າວບູໄລ, ທ້າວຈຳປີ, ທ້າວອະເກ ແລະທ້າວອະຍັງ ໂດຍທັງ 7 ໄດ້ຖືກໃສ່ ກະແຈມື ແລ້ວພາໄປຂັງ ຢູ່ສະຖານີຕຳຣວດເມືອງພິນ.
ທ່ານກ່າວຕື່ມວ່າ ພາຍຫຼັງເກີດເຫດດັ່ງກ່າວ ທາງອົງການໄດ້ຮຽກຮ້ອງໄປຍັງທາງການລາວ ໃຫ້ປ່ອຍຕົວ ຊາວຄຣິສຕຽນ ທັງ 7 ຄົນນັ້ນ ແບບຮີບດ່ວນ ແລະບໍ່ມີເງື່ອນໄຂ ຮວມທັງຈ່່າຍຄ່າເສັຍຫາຍ ໃຫ້ແກ່ທາງໂບດ, ມາຮອດປັດຈຸບັນ ຍັງບໍ່ໄດ້ຮັບຄຳຕອບ ຈາກທາງການລາວ ກ່ຽວກັບການຮຽກຮ້ອງນັ້ນເທື່ອ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຕຳຣວດ ເມືອງພິນ ເພື່ອຂໍຣາຍລະອຽດ ຄວາມຈິງແທ້ແນວໃດ ແລະໄດ້ຄຳຕອບ ສັ້ນໆ ຢືນຢັນວ່າ ມີການຈັບ ກຸ່ມຊາວຄຣິສຕຽນ ຈຳນວນດັ່ງກ່າວແທ້ ແລະຫາກໍປ່ອຍຕົວກັບບ້ານ ໃນຕອນເຊົ້າວັນທີ 2 ມົກກະຣານີ້ ແລະ ທ່ານກໍບໍ່ໄດ້ຊີ້ແຈ້ງກ່ຽວກັບຂໍ້ຫາ ຈັບກຸມໃດໆ ຮວມທັງບົດລົງໂທດ, ດັ່ງທ່ານກ່າວ ໃນວັນທີ 2 ມົກກະຣາ ນີ້ວ່າ:
“ເພິ່ນເມືອແລ້ວ ມື້ກີ້ນີ້ ອັນນີ້ກະບໍ່ຮູ້ເດ່ ບໍ່ແມ່ນຫ້ອງການພາຍໃນເພິ່ນ.”
ຢ່າງໃດກໍຕາມ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາ ຫ້ອງການ ແນວລາວສ້າງຊາດ ເມືອງພິນ ເພື່ອຖາມຣາຍລະອຽດ ເພີ້ມຕື່ມ ແຕ່ ເຈົ້າໜ້າທີ່ກ່ຽວຂ້ອງ ຕອບວ່າ ບໍ່ໄດ້ຍິນກ່ຽວກັບຂ່າວດ່ັງກ່າວ ຈຶ່ງບໍ່ສາມາດ ສະແດງຄວາມເຫັນໄດ້.
ກ່ອນໜ້ານີ້ ເມື່ອວັນທີ 18 ພຶສຈິກາ 2018 ຊາວລາວຄຣິສຕຽນ 4 ຄົນ ຢູ່ບ້ານແກ້ວວິໄລ ເມືອງວິລະບູລີ ແຂວງສະຫວັນນະເຂດ ປະກອບດ້ວຍ ແມ່ຕູ້ ບຸນລຳ ອາຍຸ 78 ປີ, ທ້າວດວງທາ, ທ້າວຄຳປັນ ແລະທ້າວພອນສວັນ ກໍຖືກເຈົ້າໜ້າທີ່ຕຳຣວດຈັບ ພາຍຫຼັງ ປະກອບພິທີທາງສາສນາ ຢູ່ເຮືອນຂອງຕົນເອງ ໂດຍບໍ່ໄດ້ຮັບອະນຸຍາດ ຫຼັງຈາກຖືກຂັງ 1 ສັປດາທັງ 4 ຄົນກໍຖືກປ່ອຍຕົວກັບບ້ານ.