ກັມມາທິການແມ່ນ້ຳຂອງ ຫາລື ເຂື່ອນ ປາກແບງ
2017.01.16
ຄນະກັມມາທິການຮ່ວມ ແມ່ນ້ຳຂອງ ຈາກ ສປປລາວ ກຳພູຊາ ໄທແລະວຽດນາມ ໄດ້ປະຊຸມ ປືກສາຫາລືກັນ ເປັນເທື່ອທຳອິດ ທີ່ ນະຄອນຫຼວງ ວຽງຈັນ ໃນວັນ ພະຫັດ ຜ່ານມາ ກ່ຽວກັບ ຂັ້ນຕອນ ການແຈ້ງການ, ການໃຫ້ຄຳ ປືກສາຫາລື ລ່ວງຫນ້າ ແລະ ຂໍ້ຕົກລົງ ໃນໂຄງການ ສ້າງເຂື່ອນ ປາກແບງ ທີ່ແຂວງອຸດົມໄຊ ທີ່ຣັຖບານລາວ ໄດ້ສເນີມາ.
ໃນກອງປະຊຸມ ປືກສາຫາລືກັນ ເທື່ອທຳອິດ ເທື່ອນີ້ ຄນະກັມມາທິການຮ່ວມ ແມ່ນ້ຳຂອງ ໄດ້ປືກສາຫາລືກັນ ໃນຫຼາຍບັນຫາ ທີ່ສຳຄັນ ທີ່ຕ້ອງການ ການເອົາໃຈໃສ່ ລ່ວງຫນ້າ, ຄວາມເຂົ້າໃຈ ຊຶ່ງກັນແລະກັນ ແລະ ຂໍ້ຕົກລົງ ໃນການ ຄ້ຳປະກັນ ການບັງຄັບໃຊ້ ຂັ້ນຕອນ ການປືກສາຫາລື ລ່ວງຫນ້າ ໃນຣະຍະ 6 ເດືອນ ຂອງໂຄງການ ເຂື່ອນປາກແບງ ໃຫ້ ສຳເຣັດຜົລ ໃນຈຸດປະສົງ ເພື່ອ ຄວາມຮ່ວມມື ແລະ ຜົລປະໂຫຍດ ຮ່ວມກັນ.
ທ່ານ ອີນທະວີ ອັກຄະຣາດ ປະທານ ກອງປະຊຸມ ແລະ ກໍເປັນຕົວແທນ ຄນະກັມມາທິການຮ່ວມ ແມ່ນ້ຳຂອງ ຝ່າຍລາວ ກ່າວວ່າ ຂັ້ນຕອນ ການແຈ້ງການ ແລະ ປືກສາຫາລື ລ່ວງຫນ້າ ຈະໃຫ້ໂອກາດ ແກ່ ສປປລາວ ໃນນາມ ເປັນປະເທດ ສະມາຊິກ ແມ່ນ້ຳຂອງ ແລະ ຄູ່ຮ່ວມ ໂຄງການ ໄດ້ອະທິບາຍ ຜົລປະໂຫຍດ ຈາກ ໂຄງການ ເຂື່ອນ ປາກແບງ ແບບ ສົມເຫດສົມຜົລ ໃນການໃຊ້ ແມ່ນ້ຳຂອງ ຮ່ວມກັນ ແລະ ການຫລີກລ່ຽງ ຫລຸດຜ່ອນ ຜົລກະທົບ ທາງລົບ ຈາກ ໂຄງການນີ້ ໂດຍສະເພາະ ຜົລກະທົບ ຂ້າມແດນ.
ຫລັງຈາກສິ້ນສຸດ ກອງປະຊຸມ ຄນະດັ່ງກ່າວ ໄດ້ຕົກລົງກັນວ່າ ກອງປະຊຸມ ເທີ່ອຫນ້າ ແມ່ນໃນເດືອນ ກຸມພາ 2017 ແລະ ການຢ້ຽມຢາມ ພື້ນທີ່ ສ້າງເຂື່ອນ ຈະມີຂຶ້ນ ໃນເດືອນເມສາ ກຸ່ມດັ່ງກ່າວ ຈະມີການແລກປ່ຽນ ຂໍ້ມູນ ການສືບສວນ ແລະ ເອກກະສານ ການຊີ້ແນະຕ່າງໆ ກ່ຽວກັບ ໂຄງການ ເຂຶ່ອນປາກແບງ.
ເຂື່ອນປາກແບງ ເປັນເຂື່ອນນ້ຳລົ້ນ ຈະສ້າງໃສ່ ແມ່ນ້ຳຂອງ ທີ່ຈະສາມາດ ຜລິດກະແສ ໄຟຟ້າໄດ້ ປະມານ 912 ເມກາວັດ ກະແສ ໄຟຟ້າ ຈາກເຂື່ອນ ດັ່ງກ່າວ ສ່ວນໃຫຍ່ ຈະສົ່ງອອກຂາຍ ຕ່າງປະເທດ ແລະ ບາງສ່ວນ ຈະໃຊ້ໃນ ປະເທດລາວ ສ້າງໂດຍ ບໍຣິສັດ ຕ້າຖັງ ຂອງຈີນ.