ແມ່ນ້ຳຂອງຢູ່ຣະດັບ ຕ່ຳສຸດ

ສິດນີ
2020.08.12
F-Mekong ແມ່ນໍ້າຂອງ ບ້ານນໍ້າຈັນ ເຂດເມືອງໝຶ່ນ ແຂວງວຽງຈັນ ໃນປີນີ້ ນໍ້າຂອງແຫ້ງ ຈົນເຫັນໂຂດຫີນ
ຮູບພາບຈາກ : ນັກຂ່າວພົລເມືອງ

ນະຄອນຫຼວງວຽງຈັນ, ສປປລາວ, ວັນທີ 7 ສິງຫາ ປີ 2020 ຄະນະກັມມາທິການ ແມ່ນ້ຳຂອງ ສາກົນ ໄດ້ອອກບົດຣາຍງານ ຮຽກຮ້ອງໃຫ້ ປະເທດລຸ່ມແມ່ນຳ້ຂອງຮ່ວມດ້ວຍຈີນ ແລະພະມ້າ ຮ່ວມຂໍ້ມູນຂ່າວສານ ໃນການບໍຣິຫານ ຈັດການນໍ້າໃນແມ່ນໍ້າຂອງ ເພື່ອຕ້ານພັຍແຫ້ງແລ້ງ ທີ່ຈະເກີດຂຶ້ນ ຍ້ອນ ການໄຫລຂອງນ້ຳ ໃນແມ່ນ້ຳຂອງ ຢູ່ໃນຣະດັບຕ່ຳສຸດໃນຮອບສອງ ປີ ລຽນຕິດ ໃນປະເທດອ່າງແມ່ນໍ້າຂອງ ຫລື (LMB) ໃນເວລານີ້.

ຄະນະກັມມາທິການແມ່ນຳ້ຂອງສາກົນ ໄດ້ເຜີຍແຜ່ ບົດລາຍງານຈາກການຄົ້ນຄວ້າ ສະພາບການໄຫຼຂອງນໍ້າ ໃນແມ່ນ້ຳຂອງຣະຫວ່າງ ເດືອນມົກກະຣາ ຫາ ເດືອນກໍຣະກະດາ ປີ 2020, ພົບວ່າ ການໄຫລຂອງນໍ້າ ໃນແມ່ນຳ້ຂອງໄດ້ຫລຸດລົງ ຢ່າງຫຼວງຫຼາຍ ຍ້ອນສາເຫດ ຫລາຍປະການ ໃນນັ່້ນ ຮ່ວມດ້ວຍການສ້າງເຂື່ອນ ແລະ ສະພາບອາກາດປ່ຽນແປງ ເຮັດໃຫ້ຝົນຕົກ ບໍ່ເປັນໄປຕາມຣະດູການ ທີ່ຈະໃຫ້ ເກີດພັຍແຫ້ງແລ້ງ ຣາຍໃຫຍ່ ໃນປີນີ້.

ກ໋ຽວກັບພັຍແຫ້ງແລ້ງຕາມລຳແມ່ນໍ້າຂອງ ຍານາງ ຄອດນີ ເວດເຕີລີ ຈາກອົງການ ສຕິມຊັນເຊັນເຕີ ນະຄອນຫຼວງວໍຊິງຕັນ ສະຫະຣັດ ອາເມຣິກາ ກ່າວວ່າ:

“ຍານາງ ຄິດວ່າ ສະພາບອາກາດປັ່ນປ່ວນເກີດຈາກປາກົດ ການອາກາດ EL NINO ທີ່ຫລາຍປະເທດໄດ້ັຮບຜົລກະທົບ”

ບັນດາສາເຫດອື່ນໆ ກໍແມ່ນວ່າ ຝົນຕົກຫນ້ອຍຜິດປົກກະຕິ ທີ່ໄດ້ຮັບຜົນກະທົບ ຈາກປະກົດການດິນຟ້າອາກາດ “El Nino”, ເຮັດໃຫ້ ການໄຫຼ ຂອງນໍ້າ ໃນແມ່ນໍ້າຂອງ ຢູ່ໃນລະດັບຕ່ຳ ທີ່ ແກ່ຍາວມາເປັນເວລາດົນນານ ນັບຕັ້ງແຕ່ຕົ້ນ ປີ 2019, ຮ່ວມດ້ວຍ ປະຣິມານ ການໄຫຼຂອງນໍ້າທີ່ຕ່ຳຈາກ ແມ່ນໍ້າສາຂາຂອງ ແມ່ນໍ້າຂອງໃນປະເທດໃນຂົງເຂດ.

ກະແສການໄຫລຂອງນ້ຳໃນແມ່ນຳ້ຂອງຕ່ຳ ເຮັດໃຫ້ນ້ຳໃນ “Tonle Sap” ໃນ ກຳພູຊາ ປະສົບກັບ "ບັນຫາສະພາບການແຫ້ງແລ້ງ ທີ່ສຸດໃນປີນີ້, ເນື່ອງຈາກກະແສນ້ຳ ຈາກ ແມ່ນ້ຳຂອງ ທີ່ໄຫຼເຂົ້າສູ່່ Tonle Sap ຢູ່ໃນລະດັບຕ່ຳສຸດ ເທົົ່າທີ່ໄດ້ບັນທຶກມາ ນັບຕັ້ງແຕ່ປີ 1997.

ບົດຣາຍງານກ່າວຕື່ມວ່າ ສະພາບການໄຫຼ ຂອງນຳ້ໃນແມ່ນ້ຳຂອງ ຢູ່ໃນລະດັບຕ່ຳ ໃນປະຈຸບັນ ອາດໄດ້ຮັບຜົນກະທົບ ຈາກການສ້່າງ ເຂື່ອນໃສ່ແມ່ນຳ້່ຂອງ ຕອນເທິງ ແລະ ເຂື່ອນ ໄຟຟ້າ ໃນແມ່ນໍ້າສາຂາ ຂອງແມ່ນ້ຳຂອງ. ຍານາງ ຄອດນີ ກ່່າວເພີ້ມວ່າ.

“ຍານາງເວົ້າວ່າ ມີສອງເຂື່ອນທີ່ສ້າງໃສ່ແມ່ນ້ຳຂອງ ໃນລາວ ນື່ງໃນນັ້ນແມ່ນເຂື່ອນໄຊຍະບູຣີ ຊຶ່ງເປັນເຂື່ອນຂນາດໃຫຍ່”

ທ່ານ ອານ ພິສ ຮັດດາ, ຫົວຫນ້າ ກອງເລຂາ ຄມສ ກ່າວວ່າ “ພວກເຮົາຢາກຮຽກຮ້ອງໃຫ້ 6 ປະເທດ ໃນອ່າງແມ່ນຳ້ຂອງ ເພີ້ມການ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການດຳເນີນງານ ໂຄງຮ່າງພື້ນຖານດ້ານນ້ຳ ແລະເຂື່ອນໄຟຟ້າ ດ້ວຍຄວາມໂປ່ງໃສ ແລະວ່ອງໄວກັບ ຄະນະກັມມະທິການແມ່ນ້ຳຂອງສາກົນ. ທ່ານວ່າມັນເຖິງເວລາແລ້ວ ທີ່ທຸກພາກສ່ວນ ຈະຕ້ອງຮ່ວມມືກັນ ປະຕິບັດໂຕຈິງບ່ໍແມ່ນເວົ້າລ້າໆ ເພື່ອຜົນປໂຍດສ່ວນລວມ ໃນປະເທດອ່າງແມ່ນ້ຳຂອງ ແລະ ຊຸມຊົນທີ່ຖືກກະທົບ,

ຣາຍງານຣະບຸວ່າ ສສ ວຽດນາມ ອາດຈະປະສົບກັບ ຜົນຜລິດຫຼຸດລົງ ເປັນຕົ້ນການປູກເຂົ້າໃນເຂດສາມຫລ່ຽມ ປາກນໍ້າຂອງ ໃນຂນະທີ່ ຜົນຜລິດ ທາງດ້ານກະສິກັມ ໃນ ສປປລາວ ແລະ ຣາຊອານາຈັກໄທຍ ກໍ່ຈະໄດ້ຮັບຜົນກະທົບເຊັ່ນກັນ. ບົດຣາຍງານຍັງຢືນຢັນວ່າເຫດ ຜົລອີກອັນນຶ່ງ ທີ່ນໍ້າໃນແມ່ນ້ຳຂອງໄຫລຫນ້ອຍ ອາດເປັນຍ້ອນຄວາມບໍ່ສົມດູນ ທາງດ້ານຣະບົບ ນິເວດ ທີ່ເຮັດໃຫ້ຝົນຕົກຫນ້ອຍ. ປະຊາຊົນລາວ ທ່ານນື່ງກ່າວກ່ຽວກັບພັຍແຫ້ງແລ້ງຕາມລຳແມ່ນຳ້ຂອງວ່າ;

“ແມ່ນຳ່້ຂອງປີນີ້ ບໍ່ເຫມືອນປີກາຍ ປີນີ້ແຫ້ງກວ່າປີ ກາຍນ້ອຍນຶ່ງ."

ບັນດາປະເທດລຸ່ມແມ່ນ້ຳຂອງ ຄວນຊອກຫາແຫລ່ງນໍ້າ ທີ່ເປັນທາງເລືອກເພື່ອຮັບປະກັນ ຄວາມພ້ອມຂອງການສະໜອງນ້ຳໃຫ້ແກ່ ປະຊາຊົນ ຂອງຕົນ. ບົດຣາຍງານຍັງໄດ້ກ່າວຕື່ມວ່າ ປະເທດສະມາຊິກຄວນຮຽກຮ້ອງໃຫ້ຜູ້ປະກອບການ ທາງດ້ານພະລັງງານໄຟຟ້າ ແລະການຊົລປະທານ ໃຫ້ປັບຕົວເຂົ້າກັບ ສະພາບການພັຍແຫ້ງແລ້ງ ທີ່ອາດຈະເກີດຂຶ້ນ ໃນໄວໆນີ້.

ບົດຣາຍງານຣະບຸວ່າ ຖ້າກະແສນ້ຳໃນແມ່ນຳ້ຂອງ ຍັງສືບຕໍ່ໄຫລຕ່ຳ ບັນດາປະເທດລຸ່ມແມ່ນຳ້ຂອງ 4 ປະເທດຄວນພິຈາຣະນາຮຽກຮ້ອງ ໃຫ້ຈີນປ່ອຍນໍ້າຈາກເຂື່ອນຈີນ ໃນເວລາຈຳເປັນ ເປັນຕົ້ນໃນຣະດູແລ້ງ, ດັ່ງທີ່ພວກຂະເຈົ້າໄດ້ເຮັດມາໃນປີ 2016, ເພື່ອບັນເທົາສະພາບ ພັຍແຫ້ງແລ້ງໃນ ປະເທດລຸ່ມແມ່ນ້ຳຂອງໂດຍສະເພາະ ໃນຣະດູແລ້ງທີ່ຈະມາເຖິງ.

ປະຊາຊົນລາວ ອີກທ່ານນຶ່ງກ່າວກ່ຽວກັບພັຍແຫ້ງແລ້ງ ຕາມລຳແມ່ນຳ້ຂອງວ່າ:

“ແຕ່ສມັຍເຮົາເປັນເດັກນ້ອຍ ຍັງບໍ່ເຫັນນຳ້ຂາດເກາະ ຂາດດອນ ແຕ່ໃນເວລານີ້ນັ້ນ ເອີ່ຍ ແມ່ນ້ຳຂອງນີ້ ໃນຍາມຮະດູແຫ້ງນັ້ນ ຂ້າມໄປ ໂລດແລ້ວ ຍ່າງຂ້າມໄປໂລດ."

ກ່ຽວກັບສະພາບຄວາມແຫ້ງແລ້ງ ຕາມລຳແມ່ນຳ້ຂອງ ເອເຊັຽເສຣິີ ໄດ້ຕິດຕໍ່ໄປຫາ ອົງການແມ່ນ້ຳຂອງສາກົນ ເພື່ອຂໍຄວາມເຫັນ ແລະ ກໍໄດ້ຄຳຕອບຜ່ານທາງ ອີແມວ ວ່າ:

“ສະພາບທົ່ວໄປໃນປະເທດອ່າງແມ່ນຳ້ຂອງ ເປັນຕົ້ນ ໃນ ກຳພູຊາ ສປປລາວ ໄທຍ ແລະ ວຽດນາມ ການໄຫລຂອງນຳ້ໃນແມນຳ້ຂອງ ໃນປີ 2020 ໄດ້ຫລຸດລົງຕ່ຳກວ່າປີ 2019, ຍ້ອນຝົນມູນຊູນ ມາຊ້າກວ່າປັກກະຕິ ໃນປີ 2020 ຖ້າທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ຝົນມູນຂຸມມາຊ້າ ເຮັດໃຫ້ຝົນຕົກຫນ້ອຍ ແລະເຊົາໄວ.

ສຳລັບ ສປປລາວ ແລ້ວ ອົງການແມ່ນຳ້ຂອງສາກົນເວົ້່າວ່າ ເລີ້ມແຕ່ເດືອນພຶສພາ ໃນແຕ່ລະປີ ຈະເກີດພັຍແຫ້່ງແລ້ງ ເຂົ້າມາໃນແຂວງ ຄຳມ່ວນ ແລະ ສວັນນະເຂດ ເຫດພັຍແຫ້ງແລ້ງ ເພີ້ມຂື້ນ ໃນແຂວງສາຣະວັນ ຈຳປາສັກ ແລະ ອັດຕະປື ພາກໃຕ້ຂອງລາວ ແຕ່ໄດ້ ຫລຸດລົງເລັກນ້ອຍ ໃນເດືອນກໍຣະກະດາ ທີ່ແຂວງອັດຕະປື ແລະ ສາຣະວັນ ແຕ່ຍັງເຮັດໃຫ້ພື້ນທີ່ ປູກເຂົ້າຂາດນຳ້, ພັຍແຫ້ງແລ້ງໃນ ປະເທດລຸ່ມແມ່ນຳ້ຂອງ ຍັງຈະສືບຕໍ່ໄປ ຍ້ອນຣະດັບໄຫລຂອງນຳ້ຫນ້ອຍ ແລະ ການສ້າງເຂື່ອນໃນຂົງເຂດ.

ໃນບົດຣາຍງານ ນອກຈາກປະເທດລຸ່ມແມ່ນຳ້ຂອງແລ້ວ ຄະນະກັມມາທິການ ແມ່ນຳ້ຂອງສາກົນ ຍັງໄດ້ຮຽກຮ້ອງໃຫ້ ຈີນ ແລະ ພະມ້າ ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການບໍຣິຫານ ຈັດການນຳ້ ໃນເຂື່ອນຂອງຕົນ ເພາະເຂື່ອນດັ່ງກ່າວຕັ້ງຢູ່ ເທີງແມ່ນຳ້ຂອງ ໂດຍສະເພາະ ຍາມຣະດູແລ້ງ.

ອົງການແມ່ນຳ້ຂອງສາກົນ ເວົ້່າວ່າ ຄວາມຮ່ວມມືກັບ ຈີນ ແລະ ພະມ້າ ເປັນສີ່ງສຳຄັນ ແລະຈຳເປັນ ໃນການຕ້ານພັຍແຫ້ງແລ້ງຕາມລຳ ແມ່ນຳ້ຂອງ ທີ່ປະເທດລຸ່ມແມ່ນ້ຳຂອງ ໄດ້ຮັບ ຜົລກະທົບ ຈາກການປ່ອຍນຳ້ ຈາກເຂືືອນໃນແມ່ນຳ້ ລ້ານຊ້າງຂອງຈີນ ແລະ ໃນເຂື່ອນ ຕ່າງໆໃນພະມ້າ.

ກ່ຽວກັບຜົລກະທົບຈາກການສ້າງເຂື່ອນ ແລະ ພັຍແຫ້ງແລ້ງ ປະຊາຊົນໄທຍ ທ່ານນຶ່ງເວົ້າວ່າ:

“ສ້າງ ເຂື່ອນນຶ່ງ ເຂື່ອນສອງ ເຂື່ອນສາມ ແລະ ເຂື່ອນສີ່ ແລ້ວມີບັນຫາ ແຕ່ບໍ່ຖືກແກ້ໄຂ.”

ສປປລາວ ສ້າງ 2 ເຂື່ອນໃສ່ແມ່ນຳ້ຂອງ ແລະ ຮ້ອຍເຂື່ອນໃສ່ແມ່ນຳ້ສາຂາ ແລະກຳລັງຢູ່ໃນຂັ້ນຕອນ ການສ້າງອີກ 7 ເຂື່ອນໃສ່ແມ່ນຳ້ ສາຍຫລັກ ເພື່ອຢາກເປັນຫມໍ້ໄຟ ອາຊຽນ ແຕ່ຜົລກະທົບ ທາງລົບ ຢ່າງມະຫາສານ ຈະຕາມມາ ໃນນັ້ນ ຮ່ວມດ້ວຍພັຍແຫ້ງແລ້ງ ນຳ້ຖ້ວມ ດີນເຈື່ອນ ໃນແຕ່ລະປີ ດັ່ງປະຊາຊົນລາວ ອີກທ່ານນື່ງ ທີ່ແຂວງບໍ່ແກ້ວ ກ່າວກ່ຽວກັບ ພັຍແຫ້ງແລ້ງ ຕາມລຳແມ່ນຳ້ຂອງ ໃນລາວວ່າ:

“ຣະດັບນ້ຳຂອງຢູ່ແຂວງບໍ່ແກ້ວນີ້ ມັນຫລຸດກັນຫລາຍເພາະປີກາຍນີ້ ມັນກໍແຫ້ງແຕ່ປີນີຈະແຫ້ງກວ່າ.”

ບົດຣາຍງານຣະບຸວ່າ ການຂາດຄວາມຮ່ວມມື ໃນການບໍຣິຫານ ຈັດການນຳ້ ໃນແມ່ນຳ້ຂອງ ແລະ ແມ່ນຳ້ສາຂາ ຈະສົ່ງຜົລກະທົບຕໍ່ຊິວິດ ການເປັນຢູ່ ຂອງປະຊາຊົນກວ່າ 60 ລ້ານຄົນ ໃນປະເທດອ່າງແມ່ນຳ້ຂອງ ຜູ້ທີ່ອາສັຍການທຳມາຫາກິນ ເພື່ອລ້ຽງຄອບຄົວ ຕາມລຳແມ່ນຳ້ຂອງ ເປັນຕົ້່ນ ຊາວປະມົງ ແລະ ຊາວກະສິກອນ ຕາມລຳແມ່ນ້ຳຂອງ.

ບົດຣາຍງານຣະບຸຕໍ່ໄປວ່າ ແຕ່ລະປີ ໃນຍາມຣະດູຝົນ ນຳ້ຈະໄຫລເຂົ້າສູຕົງເລສາບ ໃນປະເທດກຳພູຊາ 4 ເທ່ົາຕົວ ແຕ່ໃນປີນີ້ ການໄຫລ ຂອງນຳ້ເຂົ້າສູ່ຕົງເລສາບ ຫລຸດລົງຢ່າງ ຫຼວງຫຼາຍ ແລະຜິດປົກກະຕິ.

ຕົງເລສາບ ເປັນແຫລ່ງນຳ້ຈືດຣາຍໃຫຍ່ ທີ່ມີຊິວະນານາພັນ ທຸກຊນິດອາສັຍຢູ່ ເປັນຕົ້ນປານ້ຳຈືດ ທີ່ເປັນຣາຍໄດ້ແລະປໂຣຕີນສຳລັບ ຊາວກຳພູຊາກວ່າ 60 ລ້ານຄົນ ແຕ່ຖ້າຫາກ ຣະດັບນຳ້ ໃນຕົງເລສາບ ຫລຸດລົງ ຈະສົ່ງຜົລກະທົບຕໍ່ແຫລ່ງອາຫານ ຂອງຊາວກຳພູຊາ ຜູ້ທຸກຍາກ.

ການຫລຸດລົງ ຂອງການໄຫລຂອງນຳ້ໃນແມ່ນຳ້ຂອງ ນອກຈາກຈະສົ່ງຜົລກະທົບ ຕໍ່ປະຊາຊົນໃຕ້ນ້ຳແລ້ວ ຍັງສົ່ງຜົລກະທົບ ຕໍ່ເສຖກິດ ທ້ອງຖີ່ນນຳອີກ ເປັນຕົ້ນການເດີນເຮືອ ສີນຄ້າ ການຄ້າຂາຍຕາມລຳແມ່ນຳ້ຂອງ ໂຮງແຮມບ້ານພັກ ຮ້່ານອາຫານ ແລະ ການທ່ອງທ່ຽວ ປະຊາຊົນລາວ ອີກທ່ານນຶ່ງ ຈາກແຂວງຫລວງພຣະບາງ ກ່າວກ່ຽວກັບ ພັຍແຫ້ງແລ້ງ ຕາມ ລຳແມ່ນຳ້ຂອງວ່າ:

“ນຳ້ຂອງຈະແຫ້ງໃນຣະຫວ່າງເດືອນສອງ ແລະ ເດືອນສາມ ໃນແຕ່ລະປີ ແຕ່ປີນີ້ເດືອນຫ້າ ແລະ ເດືອນຫົກ ຍັງແຫ້ງຢູ່.”

ບົດຣາຍງານຣະບຸຕໍ່ໄປວ່າ ໃນເດືອນມີນາຜ່ານມາ ອົງການ EYES ON EARTH ຂອງ ສະຫະຣັດ ໄດ້ເປີດເຜີຍຂໍ້ມູນ ຈາກ ດາວທຽມ ຣະຫວ່າງປີ 1992 ຫາປີ 2019 ພົບວ່າ  ຣະດັບນຳ້ໃນ ແມ່ນຳ້ຂອງ ໄດ້ລຸດລົງຢ່າງຕໍ່ເນື່ອງ ໃນໄລຍະ 28 ປີ ຜ່ານມາ.

ບົດຣາຍງານບອກວ່າ ບໍຣິສັດຈີນ ໄດ້ສ້າງຫລາຍເຂື່ອນໃສ່ ແມ່ນຳ້ຂອງຕອນເທິງ ໃນເວລານັ້ນແລະວ່າເຫດພັຍແຫ້ງແລ້ງ ຣາຍໃຫຍ່ໃນປີ 2019 ເປັນຍ້ອນການປິີດນຳ້ ຈາກເຂື່ອນ ດັ່ງກ່າວ ຂອງຈີນ ດັ່ງນ້ັນ ຄວາມຮ່ວມມືກັບຈີນ ເປັນສີ່ງສຳຄັນ ແລະ ຈຳເປັນໃນການໄຫລ ຂອງນຳ້ໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃຫ້ເປັນໄປຕາມທັມມະຊາດ ແລະ ປົກກະຕິ ຕາມຣະດູການ ໃນແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.