ການເລືອກຕັ້ງສະພາທ້ອງຖິ່ນ
2015.12.09
ເຈົ້າຫນ້າທີ່ ທ້ອງຖິ່ນ ສນັບສນູນ ການເລືອກຕັ້ງ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ທີ່ ກອງປະຊຸມ ສະພາ ແຫ່ງຊາດ ກຳລັງ ພິຈາຣະນາ ກົດຫມາຍ ການເລືອກຕັ້ງ ດັ່ງກ່າວຢູ່ ໃນ ເວລານີ້. ດັ່ງ ເຈົ້າຫນ້າທີ່ ຫ້ອງການ ປົກຄອງ ເມືອງແອດ ແຂວງ ຫົວພັນ ກ່າວ ໃນວັນທີ 8 ທັນວາ ນີ້ວ່າ:
"ສະເພາະ ເຮົາຖືວ່າ ເປັນການດີ ເພາະວ່າ ບັນດາ ແຂວງໄດ້ ແຕ່ງຕັ້ງຂຶ້ນ ມັນກໍດີ ຊ່ອຍກັນ ປຶກສາ ຫາລື ວຽກຕ່າງໆ ຖ້າມີ ແນວນີ້ມາ ກໍຍີນດີ ມັນກໍຕ້ອງ ໄປ ປະສານກັນ ໄປ ຫັ້ນແຫລະ".
ໃນຂນະ ດຽວກັນ ປະຊາຊົນ ຊາວ ນະຄອນຫຼວງ ວຽງຈັນ ຜູ້ທີ່ໄດ້ ຕິດຕາມ ຂ່າວ ກອງປະຊຸມ ສະພາ ແຫ່ງຊາດ ກໍໃຫ້ ຄວາມເຫັນ ວ່າ ເປັນແນວຄິດ ທີ່ດີ ແຕ່ຢາກໃຫ້ ການເລືອກຕັ້ງ ຂັ້ນແຂວງ ນີ້ ເປີດກວ້າງ ໃຫ້ຜູ້ທີ່ ເປັນຕົວແທນ ປະຊາຊົນ ຢ່າງແທ້ຈິງ ລົງສມັກ. ດັ່ງ ທ່ານ ກ່າວວ່າເ
"ມັນກໍດີ ຄື ປັດຈຸບັນນີ້ ມັນໄກ ຫຼາຍຂັ້ນຕອນ ກວ່າຈະໄດ້ ພົບ ຜູ້ແທນ ປະຊາຊົນ ຫລື ສສ ຖ້າມີ ສະພາ ທ້ອງຖິ່ນ ກໍຢາກ ຮຽກຮ້ອງ ໃຫ້ ປະຊາຊົນ ມີວຸດທິພາວະ ມີການ ສຶກສາ ແລະ ຈົ່ງຮັກ ພັກດີ ຕໍ່ ປະຊາຊົນ ໄດ້ມິສິດ ລົງ ໄປສມັກ ໂດຍທີ່ ບໍ່ກ່ຽວຂ້ອງ ກັບ ຂັ້ນສູງ ແຕ່ ຢ່າງໃດ".
ກອງປະຊຸມ ສະພາ ສະໄຫມ ສາມັນ ເທື່ອທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ກຳລັງ ພິຈາຣະນາ ກົດຫມາຍ ກ່ຽວກັບ ການ ເລືອກຕັ້ງ ຣະດັບ ຊາດ ແລະ ຣະດັບ ທ້ອງຖິ່ນ ເພື່ອຕຣຽມ ເລືອກ ຕັ້ງ ສະມາຊິກ ສະພາ ຊຸດທີ 8 ໃນ ປີຫນ້າ ແລະ ຈະມີການ ເລືອກຕັ້ງ ສະພາ ປະຊາຊົນ ຂັ້ນແຂວງ ເທື່ອ ທຳອິດ ໃນ ອະນາຄົດ.