ຜູ້ນຳລາວສນັບສນູນ ນຶ່ງແລວ ນຶ່ງເສັ້ນທາງ
2019.04.29

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ປະກອບຄໍາເຫັນ ໃນກອງປະຊຸມ Belt&Road ວ່າ: ນັບຕັ້ງແຕ່ ປະທານ ສີ ຈິ້ນຜີງ ໄດ້ປະກາດຂໍ້ ຣິເຣີ້ມ ນຶ່ງແລວ ນຶ່ງເສັ້ນທາງ ໃນປີ 2013 ເປັນຕົ້ນມາ, ໄດ້ສ້າງຄວາມສົນໃຈ ຢ່າງກວ້າງຂວາງ ຢູ່ໃນເວທີ ສາກົນ. ສປປ ລາວ ຕີລາຄາສູງ, ໝາກຜົນຂອງການຮ່ວມມື ພາຍໃຕ້ກອບນຶ່ງແລວ ນຶ່ງເສັ້ນທາງ ແລະ ໄດ້ປະກອບສ່ວນ ຢ່າງຕັ້ງຫນ້າຕາມພາລະ ບົດບາດ ແລະ ຄວາມສາມາດຂອງຕົນເຂົ້າໃນ ການຈັດຕັ້ງປະຕິບັດ ຂໍ້ລິເລີ້ມດັ່ງກ່າວ.
ໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບກໍ່ແມ່ນ ການພັທນາພື້ນຖານໂຄງຮ່າງ ເຮັດໃຫ້ ສປປ ລາວ ສາມາດເຊື່ອມໂຍງເຂົ້າກັບປະເທດ ໃນ ອານຸພາກພື້ນ ແລະສາກົນ, ທີ່ພົ້ນເດັ່ນກໍ່ແມ່ນ ໂຄງການຣົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນນຶ່ງ ໃນໂຄງການຮ່ວມມື ໃຫຍ່ທີ່ສຸດ ສຳລັບ ສປປລາວ ພາຍໃຕ້ຂໍ້ລິເລີ້ມ ນຶ່ງແລວ ນຶ່ງເສັ້ນທາງ. ພ້ອມດຽວກັນນັ້ນ ສປປລາວ ແລະ ສປຈີນ ຍັງໄດ້ຮ່ວມກັນສ້າງ ແລວທາງເສຖກິດ ລາວ-ຈີນ, ເຊິ່ງເປັນແລວທາງ ເສຖກິດໃຫມ່ ເພື່ອເພີ່ມທະວີ ການເຊື່ອມໂຍງ ດ້ານການຄ້າ-ການລົງທຶນ, ແຕ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລ ກະທົບ ຈາກໂຄງການ ດັ່ງກ່າວ ໃນລາວເວົ້າວ່າ ເຮັດໃຫ້ຊີວິດການເປັນຢູ່ ຂອງພວກຂະເຈົ້າ ຫຍຸ້ງຍາກກວ່າເກົ່າ. ດັ່ງປະຊາຊົນ ແຂວງ ຫລວງພຣະບາງ ທ່ານນຶ່ງ ເວົ້າວ່າ:
“ກະມີຄວາມຫຍຸ້ງຍາກຫລາຍ ເພາະວ່າ ຜ່ານມາ ເຮົາມີຮ້ານຂາຍເຄື່ອງ ເປັນບ່ອນຫາເງິນ ຂາຍເຄື່ອງກິນ ແຕ່ລະມື້ ດຽວນີ້ກະຍ້າຍມາ ເຊົ່າເຮືອນຢູ່ ກະແມ່ນ ຢູ່ທີ່ ທາງບໍຣິສັດ ເຂົາຈ່າຍຄ່າເຊົ່າເຮືອນໃຫ້ ແຕ່ວ່າ ເຮົາບໍ່ມີຣາຍຮັບ ເຂົ້້າເຮືອນ ມັນກະຍາກຢູ່ ເຮົາຕ້ອງໄດ້ຊື້ກິນ ແຕ່ລະມື້ຈ່າຍ ແຕ່ລະມື້ ບາດຣາຍຮັບພັດບໍ່ມີ.”
ປະຊາຊົນຫລາຍບ້ານ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໃນໂຄງການຣົດໄຟ ລາວ-ຈີນ ເລີ້ມແຕ່ຕົ້ນທາງຫາປາຍທາງ ບາງບ້ານກໍໄດ້ຮັບແຕ່ຍັງຫຼາຍ ບ້ານ ບໍ່ໄດ້ຮັບ, ດັ່ງເຈົ້າຫນ້າທີ່ ເມືອງໂພນໂຮງ ກ່າວກ່ຽວກັບເຣື້ອງ ທີ່ຊາວບ້ານ ເມືອງໂພນໂຮງ ບໍ່ໄດ້ຮັບຄ່າຊົດເຊີຍວ່າ:
“ກະບໍ່ເຂົ້າໃຈນໍາ ຄືວ່າໃຫ້ນໍາພະນັກງານແລ້ວ ບາດປະຊາຊົນ ຄືວ່າບໍ່ໃຫ້ ກະບໍ່ເຂົ້າໃຈນໍາເພິ່ນ ສະພາປະຊາຊົນ ເພິ່ນລົງມາເນາະ, ກະໄດ້ ສເນີແລ້ວ ແຕ່ວ່າເພິ່ນກະວ່າ ໃຫ້ລໍຄອຍລໍຄອຍ ແຕ່ວ່າເພິ່ນກະບໍ່ໄດ້ ກໍານົດວ່າມື້ໃດ ເດືອນໃດ.”
ເຈົ້າຫນ້າທີ່ລາວເວົ້າວ່າ ໃນປັດຈຸບັນ ທາງການລາວ ກຳລັງເລັ່ງລັດ ໃນການໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ ແຕ່ຈະໃຫ້ເປັນງວດໆໄປ ຊຶ່ງ ໃນປັດຈຸບັນ ຢູ່ໃນງວດ ທີ 5 ຈະໃຫ້ແກ່ ຜູ້ທີ່ ມີຄວາມຕ້ອງການ ຫລາຍກວ່າຫມູ່ກ່ອນ ແລະຈະເຮັດໃຫ້ແລ້ວ ພາຍໃນທ້າຍປີ 2020.