ການຈັບຂັງຜູ້ຕ້ອງສົງສັຍ ຢູ່ລາວ

ອຸ່ນແກ້ວ ສຸກສະຫວັນ
2019.01.24
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ສະພາບການກັກຂັງນັກໂທດ ຢູ່ແຂວງສະຫວັນນະເຂດ ຍັງຄົງບໍ່ໄດ້ມາດຕະຖານ ແລະ ຂັດກັບຫຼັກການສິດທິມະນຸດ ບໍ່ວ່າຈະເປັນການໃສ່ ກັບຂານັກໂທດ ທີ່ເຮັດດ້ວຍໄມ້ ຫລື ໝາກກະໂລກ, ການກັກຂັງເກີນກຳນົດ ແລະ ສະພາບຄຸກບ່ອນກັກຂັງ ມີຄວາມແອອັດ.

ທ່ານ ພັນໂທ ສົມພອນ ສຸດທິສົມບັດ ສະມາຊິກສະພາປະຊາຊົນ ແຂວງສະຫວັນນະເຂດ ປະຈຳເຂດເລືອກຕັ້ງເມືອງໄຊພູທອງ ໄດ້ກ່າວ ກ່ຽວກັບການໃສ່ກັບຂານັກໂທດທີ່ເຮັດດ້ວຍໄມ້ ຫລືວ່າໝາກກະໂລກ ຢູ່ໃນກອງປະຊຸມສະພາ ປະຊາຊົນ ແຂວງສະຫວັນນະເຂດ ໃນວັນທີ 9 ມົກກະຣາ ວ່າ:

"ເມື່ອກ່ອນລະມີຄຳຮ້ອງທຸກ ຂອງປະຊາຊົນ ນີ້ນ່າ ເວົ້າເລື້ອງການກັກຂັງ ກອງບັນຊາການທະຫານເມືອງ ລະເຮົານີ້ຍັງໃສ່ ໝາກກະໂລກ ໝາກກະໂລກນີ້ຖືວ່າ ຄົນໂທດໜັກໃດ ອັນນີ້ ພໍພຽງແຕ່ເປັນຜູ້ຕ້ອງຫານ່າ ຍັງບໍ່ທັນໄດ້ຕັດສິນແຕ່ວ່າ ໄປໃສ່ໝາກກະໂລກ ລະຄວາມຍຸຕິທັມ ມັນບໍ່ຄັກປານໃດ ອັນນີ້ຫັ້ນນ່າ".

ສາເຫດທີ່ເຈົ້າໜ້າທີ່ໃສ່ກັບຂາ ຍ້ອນວ່າ ເຂົາເຈົ້າຢ້ານນັກໂທດໂຕນ ແລະ ຄຸກບາງແຫ່ງຢູ່ໃນແຂວງສະຫວັນນະເຂດ ບໍ່ມີຮົ້ວ ບໍ່ມີກຳແພງ, ແຕ່ສິ່ງດັ່ງກ່າວມັນຂັດກັບສິດທິມະນຸດ, ດັ່ງ ທ່ານ ພັນໂທ ສົມພອນ ກ່າວ່າ:

"ມາຕຖານຂອງການຄຸມຂັງນີ້ນ່າ ຄັນຢ້ານມັນໂຕນ ຄັນວ່າ ຮົ້ວບໍ່ມີໜາມໝາກຈັບ ຈຳເປັນຕ້ອງໄດ້ໃສ່ໝາກກະໂລກ ເຂົາວ່າຫັ້ນນ່າ ອັນນີ້ ຈັ່ງວ່າຄວນລົງທຶນເຮັດບໍ່ຂອງແນວນີ້ ເພາະວ່າ ສິດທິມະນຸດໄດ໋ ເຂົາເຈົ້າກະຍັງບໍ່ທັນ ໄດ້ຕັດສິນເປັນນັກໂທດ ສະນັ້ນ ຂ້າພະເຈົ້າວ່າ ເຮົາຄວນເບິ່ງຄືນເບິ່ງໂຕນີ້."

ສະພາບຜູ້ຕ້ອງຫາບໍ່ວ່າຈະເປັນເດັກນ້ອຍ ຫຼືຜູ້ໃຫຍ່ ແມ່ນຖືກຂັງຮວມກັນທັງໝົດ ແລະ ສະພາບຄຸກກໍມີຄວາມແອອັດກັນ, ດັ່ງທ່ານກ່າວວ່າ:

"ລະກະຢູ່ໃນນັ້ນອີກ ຢູ່ໃນສູນດັດສ້າງຫລັກ 33 ນີ້ນ່າ ຄົນ 1,000 ປາຍ ຫ້ອງນຶ່ງລະເຮືອນ 30 ກວ່າແມັດນີ້ເນາະ 200, 300 ຄົນ ມັນຊິ ນອນກະບໍ່ໄດ້ ມັນນັ່ງນອນນ່າ ອັນນີ້ກະບ້າ ຄວນຄິດໄດ໋ ອັນນີ້ກະດາຍ ເພາະວ່າ ເຮົາກະຮັບຜິດຊອບເລື້ອງນີ້ໄດ໋ ມັນເວົ້າເລື້ອງສິດທິມະນຸດ ໄດ໋ເນາະ."

ອົງການຈັດຕັ້ງສາກົນສະແດງຄວາມເປັນຫ່ວງ ກ່ຽວກັບສະພາບບ່ອນຄຸມຂັງ ແລະ ນັກໂທດຢູ່ປະເທດລາວ ຍ້ອນວ່າ ທາງການລາວ ຍັງບໍ່ ອະນຸຍາດໃຫ້ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງເຂົ້າຢ້ຽມຢາມ ສະພາບຄຸກກັກຂັງນັກໂທດ. ທ່ານ ແອນເດຣັຽ ຫົວໜ້າອົງການສະຫະພັນ ສາກົນ ເພື່ອສິດທິມະນຸດ ຫລື International Federation for Human Rights ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

"ຄວາມຈິງກໍຄືວ່າ ສະມາຊິກພັກ ໂດຍສະເພາະ ສະມາຊິກສະພາແຫ່ງຊາດ ໄດ້ເວົ້າຢູ່ໃນກອງປະຊຸມສະພາວ່າ ສະພາບຂອງຄຸກຂັງນັກໂທດ ນັ້ນບໍ່ດີ ຊຶ່ງໄດ້ມີການອະພິປາຍໃນລະດັບຊາດ."

ໃນວັນທີ 2 ທັນວາ 2018 ທີ່ຜ່ານມາ, ຢູ່ແຂວງສະຫວັນນະເຂດ ມີການໃຫ້ອະພັຍໂທດ ແກ່ນັກໂທດ 120 ຄົນ ຍິງ 25 ຄົນ, ຜ່ອນໂທດ ຈຳນວນ 290 ຄົນ ຍິງ 29 ຄົນ ຊຶ່ງສ່ວນຫຼາຍແມ່ນ ນັກໂທດຄະດີຢາເສບຕິດ ອີງຕາມການລາຍງານຂ່າວຂອງເວັບໄຊ ສະຫວັນພັທນາ.

ນອກຈາກນີ້ ຍັງມີການຈັບຕົວຊາວລາວທີ່ຖືສາສນາຄຣິສຕຽນ:

ຜູ້ນຳໂບດຄຣິສຕຽນ ແລະ ຊາວລາວຄຣິສຕຽນ ຢູ່ບ້ານນາຄະນອງ ເມືອງພິນ ແຂວງສະຫວັນນະເຂດ ຈຳນວນທັງໝົດ 7 ຄົນ ຖືກ ເຈົ້າໜ້າທີ່ຕຳຣວດ ເມືອງພິນຈັບ ເມື່ອວັນທີ 29 ທັນວາ 2018 ຜ່ານມາ ໃນຂໍ້ຫາເຕົ້າໂຮມກັນປະກອບພິທີ ໃນວັນຄຣິສມາສ ໂດຍບໍ່ໄດ້ຮັບ ອະນຸຍາດຈາກທາງການ, ອີງຕາມຄຳເວົ້າຂອງ ທ່່ານ ສິຣິກູນ ປະເສີດສີ ຫົວໜ້າ ກຸ່ມຕິດຕາມ ສິ້ງຊອມສິດທິມະນຸດ ເພື່ອເສຣີພາບ ໃນການນັບຖືສາສນາ ຢູ່ໃນປະເທດລາວ.

ທ່ານສິຣິກູນ ກ່າວວ່າ ໃນບັນດາຊາວລາວຄຣິສຕຽນ 7 ຄົນ ດັ່ງກ່າວປະກອບດ້ວຍຫົວໜ້າໂບດ 3 ຄົນ ໄດ້ແກ່ ທ້າວອະແກ້ວ, ທ້າວເກີດ ແລະ ທ້າວສົມຫວັງ ແລະ ຊາວລາວ ຄຣິດຕຽນ ອີກ 4 ຄົນ ຄື; ທ້າວບູໄລ, ທ້າວຈຳປີ, ທ້າວອະເກ ແລະ ທ້າວອະຍັງ ໂດຍທັງ 7 ໄດ້ຖືກໃສ່ກັບມື ແລ້ວພາໄປຂັງ ຢູ່ສະຖານີຕຳຣວດເມືອງພິນ.

ແລະການຈັບຊາວຄຣິສຕຽນອີກເຫດການນຶ່ງ ໃນວັນທີ 18 ພຶສຈິກາ 2018 ຊາວລາວຄຣິສຕຽນ 4 ຄົນ ຢູ່ບ້ານແກ້ວວິໄລ ເມືອງວິລະບູລີ ແຂວງສະຫວັນນະເຂດ ກໍຖືກຈັບປະກອບດ້ວຍ ແມ່ຕູ້ ບຸນລຳ ອາຍຸ 78 ປີ, ທ້າວ ດວງທາ, ທ້າວຄຳປັນ ແລະ ທ້າວ ພອນສະຫວັນ ກໍຖືກ ເຈົ້າໜ້າທີ່ຕຳຣວດຈັບເຊັ່ນດຽວກັນ.

ນອກຈາກຢູ່ແຂວງສະຫວັນນະເຂດແລ້ວ, ເຈົ້າໜ້າທີ່ທາງການແຂວງເຊກອງ ໄດ້ມີການຈັບຕົວຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ເລື້ອງຂໍ້ຂັດແຍ່ງ ເລື້ອງທີ່ດິນໃນປີ 2017 ທີ່ຜ່ານມາ ແລະ ໃນນັ້ນ ມີຜູ້ເສັຍຊີວິດ 1 ຄົນ ຄື ທ້າວ ສົມສະຫວັນ.

ໃນຈຳນວນຊາວບ້ານ 15 ຄົນ ທີ່ຖືກຈັບຕົວນັ້ນມີ ນາງ ນີ ແລະ ທ້າວ ນາກ ທີ່ຍັງເປັນເຍົາວະຊົນ ອາຍຸຕ່ຳກ່ວາ 18 ປີ ກໍຖືກຈັບ ເຊັ່ນດຽວກັນ ແລະ ທັງສອງຄົນຫາ ກໍ່ຖືກປ່ອຍຕົວ ໃນເດືອນ ມິຖຸນາ 2018 ທີ່ຜ່ານມາ.

ແລະ ຢູ່ນະຄອນຫລວງວຽງຈັນ ເຫດການໃຫຍ່ຖືກເຫດການນຶ່ງກໍຄື ການລັກພາຕົວທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນຂອງລາວ ໃນວັນທີ 15 ທັນວາ 2012 ແລະ ຈົນມາເຖິງປັດຈຸບັນ ເຫດການຜ່ານໄປ 6 ປີ, ແຕ່ເຈົ້າໜ້າທີ່ ທາງການລາວ ກໍອອກມາປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ໃນເລື້ອງນີ້ ແລະພ້ອມທັງປະຕິເສດ ທີ່ຈະຮັບເອົາການຊ່ວຍເຫລືອ ທາງດ້ານວິຊາການ ໃນການຊອກຫາຕົວ ທ່ານ ສົມບັດ ສົມພອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.