ສາກົນຂໍໃຫ້ສືບສວນ ນັກໂທດ ເສັຽຊີວິດ
2019.05.23

ອົງການປົກປ້ອງສິດທິມະນຸດ ສາກົນ ແລະ ປະຈຳຂົງເຂດ ຫລາຍອົງການ ໄດ້ໃຫ້ຄວາມເຫັນກ່ຽວກັບ ການເສັຽຊິວິດ ຂອງຊາວບ້ານ 1 ຄົນ ທີ່ບ້ານດ່ານໃຫຍ່ ແຂວງສາລະວັນ ຫລັງຈາກຖືກຄຸກມາເປັນເວລາ 8 ປີ ຍ້ອນບັນຫາຄວາມຂັດແຍ່ງ ທາງດ້ານ ທີີ່ດິນກັບບໍຣິສັດ ວຽດນາມ ວ່າຣັຖບານລາວ ຕ້ອງຮັບຜິດຊອບກ່ຽວກັບ ເຣື້ອງນີ້ ດ້ວຍການສືບສວນ ຢ່າງແຈ້ງຂາວແລະເປັນທັມ ສຳລັບຄອບຄົວ ຜູ້ໄດ້ຮັບເຄາະຮ້າຍ. ດັ່ງ ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສູນກາງຢູ່ປະເທດຝຣັ່ງເສດ ເວົ້າວ່າ:
“ຂະບວນການເພື່ອສິດທິມະນຸດ ເສັຽໃຈຫລາຍ ທີ່ຮູ້ຂ່າວການເສັຽຊີວິດ ຂອງທ່ານ ສີພອງ ໃນຂນະທີ່ຣັຖບານ ສປປລາວ ໄດ້ອອກປະກາດ ວ່າຈະແກ້ໄຂບັນຫາ ທີີ່ດີນນັ້ນ, ເຈົ້າຫນ້າທີ່ລາວຊ້ຳພັດ ຍັງສືບຕໍ່ນາບຂູ່ປາບປາມ ແລະກັກຂັງບຸກຄົນ ທີ່ຄັດຄ້ານ ຕໍ່ການຍຶດທີ່ດີນຢູ່, ກັກຂັງ ຂະເຈົ້າ ແບບທໍຣະມານ ແບບບໍ່ໃຫ້ປີ່ນປົວ ຂັງແບບປ່ອຍໃຫ້ຕາຍ ຣັຖບານຕ້ອງສືບສວນກ່ຽວກັບເຣື້ອງນີ້ ຢ່າງຖືກຕ້ອງແລະແຈ້ງຂາວ ເຖິງເຫດແທ້ຈີງ ຂອງການເສັຽຊີວິດໃນຄຸກ ຂອງ ທ່ານສີພອງ ພ້ອມທັງໃຫ້ຄ່າຊົດເຊີຍ ແກ່ຄອບຄົວ ຂອງທ່ານ."
ໃນຂນະດຽວກັນ ທ່ານ Phil Robertson ຮອງຜູ້ອຳນວຍການອົງການສີ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດເອເຊັຽ ແລະປາຊິຟີກ ໃຫ້ສຳພາດຕໍ່ເອເຊັຽເສຣີວ່າ:
“ເປັນທີ່ຈະແຈ້ງວ່າ ມັນມີບັນຫາໃນການກັກຂັງນັກໂທດໃນລາວ ກຸ່ມນັກໂທດຖືກປະຕິເສດໃນການເຂົ້າເຖີງຍາດພີ່ນ້ອງ ທະນາຍຄວາມໃນຂໍ້ ກ່າວຫາຕ່າງໆ ທີ່ຮ່ວມດ້ວຍບັນຫາສຸຂພາບເຊືຶ່ອມໂຊມໃນຄຸກ ຈາກການຈັບກຸມຍ້ອນບັນຫາການຍຶດທີ່ດີນແລະບັນຫາອື່ນໆ ໃນໂຄງການ ສັນຍາການລົງທຶນ ຂອງຣັຖບານ ຊື່ງເປັນການບົ່ງບອກເຖິງ ການຣະເມິດສິດທິມະນຸດ ຂອງປະຊາຊົນ."
ທ່ານ ຍັງບອກອີກວ່າ:
“ຄຸກຢູ່ລາວ ມີການຣະເມີດສິດທິ ແລະບໍ່ໃສ່ໃຈເຣື້ອງຄວາມເປັນຢູ່ ຂອງນັກໂທດ ສະເພາະນັກໂທດການເມືອງ ບໍ່ແມ່ນເຣື້ອງເວົ້າຫລີ້ນ ສະພາບໃນຄຸກໃນລາວ ແມ່ນຂີ້ຮ້າຍທີ່ສຸດ ໃນປະເທດອາຊຽນ."
ທ່ານວ່າ ສ່ວນກໍຣະນີ ຊາວບ້ານເສັຽຊິວິດໃນຄຸກ ຍ້ອນຂະເຈົ້າຮຽກຮ້ອງສິດທິ ທາງດ້ານທີ່ດິນຢູ່ແຂວງສາລະວັນນັ້ນ ສະແດງໃຫ້ເຫັນເຖິງ ການທີ່ຣັຖບານລາວ ໄດ້ປະຕິບັດແນວໃດ ຕໍ່ຂະເຈົ້າ ແລະເຣື້ອງນີ້ຕ້ອງມີຫນ່ວຍງານອິສຣະ ເຂົ້າໄປກວດສອບ ແລະຕ້ອງຣາຍງານຜົລ ຂອງການ ກວດສອບ ໃຫ້ປະຊາຊົນຮູ້ ເພື່ອເອົາຜູ້ທີ່ສ່ວນກ່ຽວຂ້ອງ ມາຮັບຜິດຊອບກ່ຽວກັບເຣື້ອງທີ່ເກີດຂຶ້ນ.
ທ່ານ Andrea Giorgetta ຜູ້ອຳນວຍການສະຫະພັນສາກົນ ເພື່ອສິດທິມະນຸດ ຫຼື FIDL ທີ່ມີຫ້ອງການ ຢູ່ບາງກອກ ປະເທດໄທ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 22 ພຶສພາ ວ່າ:
“ການເສັຽຊີວິດຂອງຊາວບ້ານ ສະແດງໃຫ້ເຫັນອີກເທື່ອນຶ່ງວ່າ ບໍ່ມີການເຄົາຣົບກົດຫມາຍໃນລາວ ນີ້ຄືເຫດຜົລທີ່ຊາວບ້ານ ລຸກຂຶ້ນມາທວງ ສິດທີ່ດິນ ຂອງຂະເຈົ້າ ຖືກຈັບຂັງຢູ່ເປັນເວລາຫລາຍປີ ໂດຍບໍ່ມີການດຳເນີນຄະດີວ່າ ຂະເຈົ້າຖືກຂໍ້ຫາຫຍັງ."
ທ່ານກ່າວຕື່ມວ່າ ກ່ຽວກັບການກັກຂັງນັກໂທດໃນລາວນັ້ນ ອົງການຂອງທ່ານໄດ້ຮຽກຮ້ອງ ໄປຫາທາງການລາວ ຫລາຍເທື່ອແລ້ວ ໃຫ້ມີ ການສືບສວນ ກວດສອບຄະດີ ຢ່າງເປັນທັມ ແລະຈະແຈ້ງ ຮ່ວມທັງການກັກຂັງນັກໂທດ ແຕ່ກໍຍັງບໍ່ມີການປ່ຽນແປງໃດໆເລີຍ ຣັຖບານລາວ ຄວນມີການປັບປຸງ ເງື່ອນໄຂ ການກັກຂັງນັກໂທດໃນລາວ ໃຫ້ດີຂຶ້ນ ໃຫ້ຖືກກັບມາຕຖານສາກົນ ແລະ ອົງການປົກປ້ອງສິດທິມະນຸດ.
ສ່ວນ ດຣ ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການພັນທະມິດ ເພື່ອ ປະຊາທິປະຕັຍ ທີ່ມີສູນກາງຢູ່ປະເທດເຢັຽຣະມັນ ກ່າວວ່າ:
“ການຈັບກຸມແບບນີ້ ໂດຍບໍ່ໃຫ້ໂອກາດ ປະຊາຊົນ ໄດ້ຕໍ່ສູ້ຄືນທາງດ້ານກົດຫມາຍ ບໍ່ມີທະນາຍຄວາມ ບໍມີການສືບສວນ ອັນນີ້ເປັນການ ປົກຄອງ ທີ່ໂຫດຫ້ຽມທີ່ສຸດ ຂອງຣັຖບານ ຜະເດັດການ ສປປລາວ ເລີ້ມແຕ່ປີ 1975 ມາຮອດປັດຈຸບັນ ແລະ ຍານາງກໍເຊື່ອວ່າ ການ ຈັບກຸມແບບນີ້ ຍັງຈະມີຫລາຍຢູ່ ໃນຫລາຍເຂດ ແລະຫລາຍແຫ່ງ ຢູ່ໃນປະເທດລາວ ຊື່ງວ່າ ຜູ້ນຳພັກຣັດ ເພິ່ນປົກປິດເຫດການ ທັງຫມົດ ບໍ່ໃຫ້ໂລກພາຍນອກຮູ້ ອົງການຂອງຍານາງ ຢາກຮຽກຮ້ອງໃຫ້ອົງການສາກົນ ເຂົ້າໄປສືບສວນເຫດການໂຕນີ້."
ດຣ ບຸນທອນ ຍັງບອກວ່າ ຣັຖບານລາວ ຕ້ອງຮັບຜິດຊອບໃນບັນຫານີ້ ດ້ວຍການສືບສວນຢ່າງເປັນທັມ ແລະຈະແຈ້ງເພື່ອນຳເອົາຜູ້ມີສ່ວນ ກ່ຽວຂ້ອງ ກ່ຽວກັບການຕາຍ ມາຮັບຜິດຊອບກ່ຽວກັບ ເຣື້ອງນີ້ແລະໃຫ້ຄ່າຊົດເຊີຍ ແກ່ຄອບຄົວຜູ້ທີ່ເສັຽຊີວິດ.
ເຫດການຈັບກຸ່ມ ປະຊາຊົນຜູ້ທີ່ຖືກຍຶດທີ່ດິນ ທີ່ບ້ານດ່ານໃຫຍ່ ແຂວງສາລະວັນ ເກີດຂຶ້ນໃນປີ 2011 ແລະ ທ້າວ ສີພອງ ເສັຽຊີວິດໃນຄຸກ ໃນເດືອນມິນາ ຜ່ານມາ ເຈົ້າຫນ້າທີ່ລາວເວົ້າວ່າ ທ້າວ ສີພອງ ເສັຽຊີວີດຍ້ອນໂຣຄ ຂອງຜູ້ກ່ຽວເອງ ແຕ່ຊາວບ້ານເວົ້າວ່າ ລາວເສັຽຊີວິດ ຍ້ອນ ຖືກທໍຣະມານໃນຄຸກ. ດັ່ງຊາວບ້ານ ຜູ້ນື່ງທີ່ຮູ້ເຫດການທ່ານນຶ່ງ ກ່າວກ່ຽວກັບການຈັບຊາວບ້ານ ໃນເວລານັ້ນຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພາ ນີ້ວ່າ:
“ກໍເຂົາ ກໍເອົາ ພາກຣັຖ ມາປາບປາມ ແລ້ວກໍເອົາ ປກສ ມາຈັບເວລາກາງຄືນ ຈັບທັງໝົດ 25 ຄົນ ແຕ່ເວລາຕໍ່ມາ ເຂົາ 23 ຄົນ ແຕ່ຍັງ ອີກ 2 ຄົນ ທີ່ຖືກກັກຂັງຢູ່ ແຕ່ ທ້າວ ສີພອງ 1 ແກນນໍາ ນັ້ນເສັຽຊີວິດແລ້ວ.”
ຜູ້ຮູ້ເຫດການ ທ່ານນັ້ນກ່າວຕື່ມວ່າ ເຣື້ອງການຈັບຊາວບ້ານ ເກີດຂຶ້ນ ເວລາ 7 ໂມງແລງ ຂອງວັນທີ່ 7 ເດືອນສິງຫາປີ 2011 ຫຼັງຈາກ ຊາວບ້ານ ຮວມໂຕກັນ ບໍ່ຍອມຍົກດິນໄຮ່ ດິນນາ ຂອງເຂົາເຈົ້າ ໃຫ້ແກ່ນັກລົງທຶນວຽດນາມ ທີ່ລົງມາສໍາຣວດ ແລະ ວັດແທກດິນ ທີ່ຖືກ ບ້ານເຂົາເຈົ້າ ເພື່ອປູກຕົ້ນໄມ້ວິກ.
ທ່ານວ່າ ເຫດການຄັ້ງນັ້ນ ຕໍາຣວດໄດ້ຈັບໂຕ ຊາວບ້ານ ໄປຂັງຢູ່ຄຸກ ນາໄຊ ຊຶ່ງຫ່າງຈາກ ຕົວເມືອງສາລະວັນ ປະມານ 30 ຫລັກ ແຕ່ ຕໍ່ມາເຈົ້າໜ້າທີ່ ກໍໄດ້ປ່ອຍ ປະຊາຊົນ ຈໍານວນ 23 ຄົນ, ບໍ່ປ່ອຍ 2 ຄົນ ເພາະເປັນແກ່ນນໍາ 1 ໃນນັ້ນຄື; ທ້າວສີພອງ ຜູ້ເສັຽຊີສິດຢູ່ ໃນຄຸກ, ຊື່ງການ ຈັບກຸ່ມດັ່ງກ່າວເຈົ້າຫນ້າທີ່ ຕຳຣວດບອກວ່າ ບໍ່ແມ່ນເຣື້ອງທີ່ດິນ ແຕ່ເປັນຂໍ້ຫາການເມືອງ:
“ຖືກຫັ້ນຈັ່ງຊິ້ ມີແຕ່ສົມນຶກ ກັບ ສີພອງ ກາຍນັ້ນບໍ່ມີດອກ ຈັບຫັ້ນຈັບຢູ່ບ້ານ ດ່ານໃຫຍ່ ໄປດໍາເນິນຄະດີ ຝາກຂັງຢູ່ຄຸກນາໄຊ ເອົາໄປໃນ ເຣື້ອງວ່າ ບໍ່ແມ່ນ ສັມປະທານທີ່ດິນ ແຕ່ເວົ້າເຣື້ອງ ພວກອັນນີ້ ໄປເຮັດຢູ່ກັບພວກພັດຖີ່ນບໍ ແນວນັ້ນ.”
ແຕ່ປະຊາຊົນ ຜູ້ຮູ້ເຫດການອີກຜູ້ນຶ່ງ ບອກວ່າ ທ້າວສີພອງ ແລະ ທ້າວສົມນຶກ ຖືກຈັບໄປ ຍ້ອນຄວາມຂັດແຍ່ງທາງດ້ານທີ່ດີນ ບໍ່ແມ່ນຕໍ່ ຕ້ານຣັຖບານ ແລະວ່າສ່ວນສົບຂອງ ທ້າວ ສີພອງ ນັ້ນຖືກນຳມາທຳພິທີທາງສາສນາ ທີ່ບ້ານເກີດຂອງລາວແລ້ວ ຍ້ອນບ້ານດ່ານໃຫຍ່ບໍ່ຮັບ ເພາະເຂົາຢ້ານຖືກຄະດີ ທາງດ້ານການເມືອງ ທີ່ທາງການລາວຫາເຣື້ອງໃສ່.
“ກໍເຮັດພິທີແລ້ວ ເອົາທາຢູ່ບ້ານເອງ ເຂົາສົ່ງມາບ້ານ ບ້ານດ່ານ ເຂົາບໍ່ຮັບເອົາ ໃຜກໍບໍ່ຢາກຮັບ ກໍເລີຍບ້ານເກິດເມືອງນອນ ຫັ້ນຮັບເອົາ ເຂົາຢ້ານ ເພາະວ່າຄະດີການເມືອງ.”
ການຈັບກຸມປະຊາຊົນ ຜູ້ທີ່ຕໍ່ສູ້ເພື່ອສິດທິ ທາງດ້ານ ທີີ່ດິນ ຂອງພວກຂະເຈົ້າຈາກການສຳປະທານ ຂອງນັກລົງທຶນຕ່າງຊາດ ເກີດຂຶ້ນ ເລື້ອຍໆໃນລາວ ກໍຣະນີ ລ່າສຸດ ກໍແມ່ນການຈັບຊາວບ້ານຍຶບ ໃນເດືອນກໍຣະກະດາປີ 2017, 15 ຄົນ ທີ່ແຂວງເຊກອງ ຍ້ອນປະທ້ວງ ການສຳປະທານທີ່ດິນ ຂອງພວກຂະເຈົ້າຈາກ ບໍຣິສັດວຽດນາມປູກຕົ້ນຢາງພາລາ ຊາວບ້ານໄດ້ພາກັນຂັດຂວາງ ການຕັດຕົ້ນໄມ້ໃນດິນ ຂະເຈົ້າ ໃນການສະສາງພື້ນທີ່ ປູກຢາງພາລາ ຂອງບໍຣິສັດວຽດນາມ.
ຊາວບ້ານທີ່ຖືກຈັບກຸມຫລາຍຄົນຖືກທຸບຕີ ທຳຮ້າຍຮ່າງກາຍ ຈາກເຈົ້າຫນ້າທີ່ລາວ ຈົນເຮັດໃຫ້ຄົນນຶ່ງເສັຽຊີວີດໃນຄຸກ ໃນເວລາຕໍ່ມາ.
ການຍຶດທີ່ດິນຊາວບ້ານ ໄປໃຫ້ນັກລົງທຶນຕ່າງປະເທດ ສຳປະທານໃນລາວ ປາສຈາກຄ່າຊົດເຊີຍ ແລະບາງກໍຣະນີ ຊາວບ້ານກໍຖືກບັງຄັບ ໃຫ້ໂຍກຍ້າຍ ເກິດຂຶ້ນ ໃນຫລາຍເຂດ ແລະຫລາຍແຂວງໃນລາວ ທີ່ທາງການລາວບໍ່ຍອມແກ້ໄຂ ຣາຍງານວ່າ ມາຮອດປັດຈຸບັນ ຊາວບ້ານ ຜູ້ຖືກບັງຄັບໃຫ້ໂຍກຍ້າຍ ຈາກໂຄງການຕ່າງໆຂອງຣັຖບານ ບາງຄອບຄົວຍັງບໍ່ມີ ບ່ອນຢູ່ອາສັຍ ແລະອາຊີບທີ່ຫມັ້ນຄົງ ເພື່ອລ້ຽງຄອຍຄົວ ຂອງພວກຂະເຈົ້າ.