ອົງການພັນທະມິຕ ຖແລງຂ່າວ
2019.05.08

ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ໄດ້ຈັດກອງປະຊຸມຫຼວງປະຈຳປີຂຶ້ນ ແລະ ມີການເລືອກຕັ້ງເອົາ ປະທານໃໝ່ ໃນຣະຫວ່າງວັນທີ 4-5 ພຶສພາ ທີ່ຜ່ານນີ້ ທີ່ເມືອງ ກຣີນສໂບ່ໂຣ້, ຣັຖນ໋ອດໂຄໂຣໄລນ້າ, ສຫະຣັຖອາເມຣິກາ ພາຍໃຕ້ການ ເປັນປະທານກອງປະຊຸມ ຂອງທ່ານ ຈັນສີ ມະນີວັນ, ປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ຣັຖນ໋ອດໂຄໂຣໄລນ້າ.
ໃນມື້ທຳອິດ, ທ່ານ ວັນລັງ ຄຳສຸກ ປະທານພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການຕອນນຶ່ງ ວ່າ:
“ໃນມື້ນີ້ແມ່ນວັນທີ 04 ເດືອນພຶສພາ 2019, ແມ່ນວາຣະຕາມການປະກາດຂອງພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ວ່າແມ່ນກອງ ປະຊຸມຫຼວງ, ເຊິ່ງວ່າມີການເດີນທາງມາຮ່ວມຈາກເຂດຕ່າງໆ ຈາກຫົວໜ້າຕ່າງໆຂອງເຂດ ພັນທະມິຕເພື່ອປະຊາທິປະຕັຍ ສຫະຣັຖ ອາເມຣິກາ. ອັນນີ້ເຮົາລືມບໍ່ໄດ້.”
ໃນກອງປະຊຸມຄັ້ງນີ້ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ຍັງໄດ້ຈັດການເລືອກຕັ້ງເອົາປະທານ ຄົນໃໝ່, ເຊິ່ງມີຜູ້ຖືກສເນີຊື່ເຂົ້າຊິງຕຳແໜ່ງທັງໝົດ 5 ທ່ານ. ແຕ່ຜ່ານການປ່ອນບັດເລືອກຕັ້ງ ຢ່າງມີປະຊາທິປະຕັຍ ຈາກສະມາຊິກ ຜູ້ຕາງໜ້າຈາກຣັຖຕ່າງໆປະມານ 30 ທ່ານແລ້ວນັ້ນ, ປະກົດວ່າ ຜົລການເລືອກຕັ້ງໄດ້ມີມະຕິຢ່າງເປັນເອກະສັນ ໃຫ້ທ່ານ ວັນລັງ ຄຳສຸກ, ໃນວັຍ 68 ປີ, ດຳຣົງຕຳແໜ່ງເປັນປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ອີກນຶ່ງສມັຍ ເຊິ່ງຈະມີວາຣະໄປອີກ 04 ປີ.
“ໝາຍຄວາມວ່າ ທ່ານ ວັນລັງ ຄຳສຸກ ໄດ້ຖືກເລືອກຕັ້ງເປັນປະທານອີກຄັ້ງນຶ່ງເນາະ. ຂໍສັລເສີນ.”
ພາຍຫຼັງທີ່ຍາເຈົ້າ ຄຳຫຼວງ ໜໍ່ຄຳ, ທີ່ປຶກສາກິຕິມະສັກ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ແລະ ປະທານຄນະກັມມະການ ການເລືອກຕັ້ງໃນຄັ້ງນີ້ ໄດ້ປະກາດຜົລຢ່າງເປັນທາງການແລ້ວ, ທ່ານ ວັນລັງ ຄຳສຸກ, ກໍໄດ້ຂຶ້ນກ່າວສະແດງ ຄວາມຂອບໃຈຕໍ່ສມາຊິກ ທີ່ໄດ້ໃຫ້ຄວາມໄວ້ວາງໃຈເລືອກທ່ານ ໃຫ້ດຳຣົງຕຳແໜ່ງເປັນປະທານອີກສມັຍ ແລະ ທັງປະຕິຍານຕົນໃນກອງ ປະຊຸມຫຼວງວ່າ ຈະພຍາຍາມປະຕິບັດໜ້າທີ່ໃຫ້ດີທີ່ສຸດ ເພື່ອເປົ້າໝາຍໃນການນຳເອົາ ປະຊາທິປະຕັຍມາສູ່ ສັງຄົມລາວ ໃນປະເທສລາວ ໃຫ້ໄດ້ ໃນອະນາຄົດ.
“ຂໍຂອບໃຈນຳຄວາມໄວ້ເນື້ອເຊື່ອໃຈ ຄວາມໄວ້ວາງໃຈຂອງພວກທ່ານ ທຸກຄົນທີ່ມີຕໍ່ຂ້າພະເຈົ້າ. ຂ້າພະເຈົ້າຈະພຍາຍາມເຮັດທຸກສິ່ງທຸກ ຢ່າງໃຫ້ມັນດີ. ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວນະໂຍບາຍຂອງພັນທະມິຕ ສຫະຣັຖອາເມຣິກາຂອງພວກເຮົາ, ອັນນີ້ແມ່ນເຣື້ອງ ທີ່ສຳຄັນທີ່ສຸດ. ແຕ່ວ່າສົກໃໝ່ນີ້ ຫຼືວ່າໄລຍະໃໝ່ນີ້ ຂ້າພະເຈົ້າ ຄຶດວ່າ ພວກເຮົາຈະໄດ້ມີການປ່ຽນແປງຫຼາຍອັນຫຼາຍແນວ.”
ຈາກນັ້ນ, ກອງປະຊຸມກໍໄດ້ມີພິທີບາສີສູ່ຂວັນ ເອົາເລີກເອົາໄຊໃຫ້ແກ່ປະທານຄົນໃໝ່ ເພື່ອໃຫ້ມີຂວັນກຳລັງໃຈທີ່ດີ ໃນການນຳພາອົງກອນ ໄປສູ່ຜົລສຳເຣັຈ.
“ສຽງໝໍພອນສູຕ.”
ໃນມື້ຕໍ່ມາ ວັນທີ 05 ພຶສາພາ, ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ໄດ້ຈັດພິທີຖແລງຂ່າວຢ່າງເປັນ ທາງການ. ທ່ານ ວັນລັງ ຄຳສຸກ, ໃນຖານະປະທານ ໄດ້ກ່າວໃນພິທີຖແລງຂ່າວຕອນນຶ່ງວ່າ ຍັງມີຄວາມຈຳເປັນ ທີ່ອົງການຂອງທ່ານ ຈະ ຕ້ອງເຄື່ອນໄຫວຕໍ່ສູ້ເອົາປະຊາທິປະຕັຍຢ່າງບໍ່ລົດລະ ຍ້ອນປະຊາຊົນລາວພາຍໃນປະເທສ ຍັງຄົງໄດ້ຮັບເຄາະກັມຈາກຣະບອບ ການປົກຄອງໃນລາວ.
“ສຽງທ່ານ ວັນລັງ ຄຳສຸກ.”
ທ່ານ ໄມໂຄ້ ແພງດີ, ຮອງປະທານ ກໍໄດ້ກ່າວເຖິງຜົລສຳເຣັຈໃນໄລຍະຜ່ານມາ ທີ່ທາງອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ໄດ້ເຄື່ອນໄຫວ ແລະ ໄດ້ສ້າງຜົລກະທົບຕໍ່ຣັຖບານລາວ ໃນຣະດັບນະໂຍບາຍ ທັງນະໂຍບາຍທາງການທູຕ ລາວ-ສຫະຣັຖ ແລະ ລາວ-ສຫະພາບຢຸໂຣປ ຜ່ານກົລໄກການເຮັດວຽກ ດ້ານສິທທິມະນຸສ.
“ສຽງທ່ານ ໄມໂຄ້ ແພງດີ.”
ທ່ານ ບາຣະມີ, ໃນຖານະສມາຊິກສາມັນ ກໍໄດ້ກ່າວເຖິງການເຄື່ອນໄຫວຂອງອົງກອນ ເພື່ອປຸກຣະດົມ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ ຊາວໜຸ່ມລາວ ຜ່ານກົລໄກການ ເຮັດວຽກທາງສື່ສັງຄົມອອນລາຍຂອງທ່ານ.
ໃນຕອນທ້າຍຂອງພິທີຖແລງຂ່າວ, ຍານາງ ມະນີສິນ ສິນບັນດິທ, ໃນຖານະສມາຊິກສາມັນ ໄດ້ກ່າວເຖິງຄວາມຄາດຫວັງໃນອະນາຄົດ ວ່າການເຄື່ອນໄຫວຂອງອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ຈະຕ້ອງໄດ້ຮັບໄຊຊະນະຢ່າງແນ່ນອນ.
“ສຽງຍານາງ ມະນິສິນ ສິນບັນດິທ.”
ທັງໝົດນັ້ນ ແມ່ນຜົລຂອງກອງປະຊຸມຫຼວງຂອງອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສຫະຣັຖອາເມຣິກາ ທີ່ໄດ້ຈັດຂຶ້ນ ໃນຣະຫວ່າງວັນທີ 4-5 ພຶສພາ ທີ່ຜ່ານນີ້ ທີ່ເມືອງ ກຣີນສໂບ່ໂຣ້, ຣັຖນ໋ອດໂຄໂຣໄລນ້າ, ສຫະຣັຖອາເມຣິກາ.