ຣາຍງານດ້ານຄວາມທຸກຍາກ ຢູ່ລາວ

ມະນີຈັນ
2019.04.22
ຜູ້ຣາຍງານພິເສດ ຂອງ ສະຫະປະຊາຊາດ, ສາສດາຈານ Philip Alston.
Photo Courtesy of: Bassam Khawaja 2019

ທ່ານ Philip Alston ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກຫລາຍທີ່ສຸດ ແລະ ສິດທິມະນຸດ ໃຫ້ສັມພາດ RFA ເປັນພິເສດ ໃນມື້ວັນທີ 29 ມີນາ ຜ່ານມາຄືນຶ່ງມື້ ຫລັງຈາກ ການຢ້ຽມຢາມລາວ ຢ່າງເປັນທາງການ ແຕ່ວັນທີ 18 ຫາ 28 ມິນາ ທີ່ ສະໂມສອນນັກ ຂ່າວຕ່າງປະເທດ ບາງກອກ ປະເທດໄທ.

ໃນການຢ້ຽມຢາມ ເປັນເວລາ 11 ມື້ນັ້ນ ທ່ານໄດ້ໄປຢ້ຽມຢາມ ນະຄອນຫລວງວຽວຈັນ ແຂວງອັດຕະປື ຈໍາປາສັກ ຊຽງຂວາງ ແລະ ແຂວງຫົວພັນ. ທ່ານໄດ້ພົບພໍ້ກັບເຈົ້າໜ້າທີ່ ສາທາຣະນະສຸກ ຊາວນາ ຊາວຫັຖກັມ ນາຍຄຣູ ຄນະພັທນາການສຶກສາ ຂັ້ນບ້ານ ຕົວແທນ ຂອງສະຫະພັນແມ່ຍິງລາວ ແລະຄນະປົກຄອງບ້ານ. ນອກຈາກນັ້ນ ທ່ານຍັງໄດ້ພົບພໍ້ກັບເຈົ້າໜ້າທີ່ຣັຖ ຂັ້ນເມືອງ ຂັ້ນແຂວງ ແລະ ຂັ້ນ ສູນກາງ ເພື່ອຮວບຮວມຂໍ້ມູນ ກ່ຽວກັບ ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ.

ທ່ານ Philip Alston ໄດ້ສລຸບໃນຣະຫວ່າງກອງປະຊຸມຖແລງຂ່າວ ໃນມື້ວັນທີ 29 ມິນາ ກ່ຽວກັບການຢ້ຽມຢາມລາວ ວ່າເຖິງແມ່ນຣັຖບານ ໄດ້ມີຄວາມກ້າວໜ້າ ໃນການຫລຸດຜ່ອນ ຣະດັບຄວາມທຸກຍາກລົງກໍຕາມ ແຕ່ຊີວິດການເປັນຢູ່ ຂອງປະຊາຊົນ ຈໍານວນຫຼາຍ ກໍຍັງບໍ່ໄດ້ ຮັບການປັບປຸງ ດີຂຶ້ນແຕ່ຢ່າງໃດ ຫລືໃນຕົວຈິງ ແມ່ນຂີ້ຮ້າຍຂຶ້ນຊໍ້າອີກ.

ແລະ ຕໍ່ຄໍາຖາມຂອງ RFA ຕອນທີ່ສັມພາດ ທ່ານ ຢູ່ບາງກອກໃນມື້ວັນທີ 29 ມີນາ ກ່ຽວກັບສະພາບເສຖກິດ ຂອງລາວ ໃນປັດຈຸບັນ ເປັນແນວໃດ ແລະສະພາບເສຖກິດນັ້ນ ມີຄວາມໝາຍແນວໃດ ຕໍ່ພົລເມືອງລາວ ແຕ່ລະຄົນນັ້ນ ທ່ານ Alston ຕອບວ່າ:

"ຂ້າພະເຈົ້າ ໃຊ້ເວລາ 10-11 ມື້ ຢູ່ລາວ, ແລະຂ້າພະເຈົ້າໄດ້ເຫັນ ໂດຍສະເພາະສະພາບ ຂອງປະຊາຊົນ ທີ່ມີຊີວິດຢູ່ຢ່າງທຸກຍາກ, ແຕ່ ໃນຕົວຈິງ ຄືຢູ່ລາວ ແບບແຜນ ການພັທນາດ້ານເສຖກິດ ທີ່ໄດ້ປະຕິບັດຕາມນັ້ນ ໄດ້ເຮັດໃຫ້ຜູ້ທີ່ຮັ່ງມີ ຢູ່ແລ້ວ ແຮງຮັ່ງຂຶ້ນຕື່ມ ແລະ ເຮັດໃຫ້ກຸ່ມຄົນຜ້ານກາງ ທີ່ຢູ່ດີກິນດີ ແຮງອຸດົມສົມບູນ."

ແຕ່ສ່ວນທີ່ເຫລືອໃນສັງຄົມ ແມ່ນບໍ່ໄດ້ຮັບຜົລປະໂຫຍດ. ດັ່ງນັ້ນພວກເພິ່ນຈຶ່ງມີການເຕີບໂຕທາງເສຖກິດ ທີ່ໃຫຍ່ແລະເປັນປວັດການ, ແຕ່ ພວກເພິ່ນບໍ່ໄດ້ລົງທຶນ ຢ່າງຈິງຈັງໃສ່ເຣື່ອງສຸຂພາບ ການສຶກສາ ການປົກປ້ອງທາງສັງຄົມ ພໍເທົ່າໃດ. ດັ່ງນັ້ນ ປະຊາຊົນ ຈຶ່ງບໍ່ເຂົ້າ ເຖິງໂຮງຮຽນ ທີ່ດີ, ໄດ້ຮັບການປິ່ນປົວ ສຸຂພາບ ຢູ່ໃນຣະດັບຕໍ່າ, ຣະດັບການສຶກສາ ບໍ່ດີ ແລະຣັຖບານ ກໍບໍ່ໄດ້ລົງທຶນ ໃສ່ການພັທນາ ຊັພຍາກອນມະນຸດ ຊຶ່ງເປັນອັນຈໍາເປັນ ຕ້ອງເຮັດນັ້ນ ພໍເທົ່າໃດ.

ຕໍ່ຄໍາຖາມຂອງ RFA ທີ່ວ່າມີອຸປສັກສະເພາະແນວໃດບໍ່ ທີ່ເຮັດໃຫ້ຣັຖບານຕ້ອງປະເຊີນ ເພື່ອທີ່ຈະປັບປຸງຊີວິດ ການເປັນຢູ່ຂອງພົລເມືອງ ລາວ ໂດຍທົ່ວໄປນັ້ນ ທ່ານ Alston ຕອບວ່າ:

"ຂ້າພະເຈົ້າຄຶດວ່າຄວາມທ້າທາຍ ສໍາລັບຣັຖບານ ກໍຄືການທີ່ຈະປັບໂຕຮັບເອົານະໂຍບາຍທີີ່ລວມສູນ ໃຫ້ໜ້ອຍກວ່າທີ່ມີຢູ່ໃນຂນະນີ້. ຣັຖບານ ຈໍາເປັນຕ້ອງອະນຸຍາດ ໃຫ້ມີການເປີດກວ້າງ ຫລາຍຂຶ້ນກວ່າເກົ່າ ໃນພາກປະຊາສັງຄົມ."

ພວກເພິ່ນຈໍາເປັນຕ້ອງ ກ້າວສູ່ຄວາມໂປ່ງໃສ ຫຼາຍຂຶ້ນພາຍໃນຣັຖບານ. ປະຊາຊົນຈໍາເປັນຕ້ອງ ຮູ້ເຖິງຂໍ້ຕົກລົງຕ່າງໆ ທີ່ພວກເຂົາເຈົ້າ ຖືກໃຫ້ເຊັນ ກັບນັກລົງທຶນ ຕ່າງປະເທດ. ມັນຈໍາເປັນຕ້ອງມີວິທີເພື່ອໃຫ້ປະຊາຊົນ ທີ່ກໍາລັງຖືກໃຫ້ໂຍກຍ້າຍ ບ້ານເຮືອນ ເຮັດຄໍາຮ້ອງຮຽນ ແລະຄໍາຮ້ອງຮຽນ ນັ້ນຈະຖືກພິຈາຣະນາ ຢ່າງຈິງຈັງ ແລະບໍ່ຖືກບີບບັງຄັບ ແບບໂຫດຫ້ຽມ. ທ່ານບໍ່ຄຶດວ່າໃນຕົວຈິງແລ້ວ ການປ່ຽນແປງ ທີ່ວ່ານັ້ນ ຈະຫລາຍເກີນໄປ ສໍາລັບຣັຖບານປັດຈຸບັນ.

ຣັຖບານໄດ້ເຮັດສິ່ງທີ່ດີຫລາຍ ຈໍານວນນຶ່ງແລ້ວ ຄືໄດ້ເລີ່ມປາບປາມການສໍ້ຣາດບັງຫລວງ, ໄດ້ປຶກສາຫາຣືກ່ຽວກັບບັນຫາຕ່າງໆຈໍານວນນຶ່ງ ແຕ່ກໍບໍ່ໄດ້ເຮັດໄປຫລາຍກວ່າ ນັ້ນເທົ່າທີ່ຄວນ ເພື່ອໃຫ້ແນ່ໃຈວ່າ ປະຊາຊົນຮູ້ເຣື່ອງ ທີ່ກໍາລັງເກີດຂຶ້ນ ແລະ ໄດ້ຂໍ້ມູນ ທີ່ຈໍາເປັນກ່ຽວກັບ ສະພາບການຕົວຈິງ ຂອງປະເທດ.

ແລະ ເມື່ອຖາມເຖິງສິດທິຂອງ ແມ່ຍິງລາວຢູ່ສປປລາວນັ້ນ ທ່ານ Philip Alston ຜູ້ຣາຍງານພິເສດ ດ້ານຄວາມທຸກຍາກທີ່ສຸດ ແລະສິດທິ ມະນຸດ ຕອບວ່າ:

"ຣັຖບານລາວ ມີພັນທະທີ່ເປັນທາງການ ເຣື່ອງຄວາມສເມີພາບ ຣະຫວ່າງຍິງແລະຊາຍ, ຍົກຕົວຢ່າງ ຢູ່ໃນສະພາແຫ່ງຊາດ ແລະສະພາ ທ້ອງຖິ່ນຂັ້ນແຂວງ ບ່ອນທີ່ພວກເພິ່ນຄວບຄຸມຢູ່ ບໍ່ຫລາຍກໍໜ້ອຍນັ້ນ ພວກເພິ່ນຕ້ອງໃຫ້ແນ່ໃຈວ່າ 1 ສ່ວນ 3 ຂອງ ສະມາຊິກສະພາ ຜູ້ແທນ ທີ່ປະກອບສ່ວນເປັນເພດຍິງ."

ນັ້ນເປັນສິ່ງທີ່ດີຫລາຍ. ແຕ່ສໍາລັບສ່ວນທີ່ເຫລືອ ພວກເພິ່ນຄວນໃຫ້ສິດ ແບບຂາດຕົວ ແກ່ສະຫະພັແມ່ຍິງລາວ ໃນການປຶກສາຫາຣື ກ່ຽວກັບຄວາມສເມີພາບທາງເພດ ຊຶ່ງໃນຕົວຈິງ ມັນເປັນອົງການຈັດຕັ້ງ ທີ່ຖືຄອງເດີມຫຼາຍ, ບໍ່ຊຸກຍູ້ສົ່ງເສີມ ການສນັບສນູນຜົລປໂຍດ ຂອງແມ່ຍິງເລີຍ ເວັ້ນເສັຽແຕ່ວ່າມັນສອດຄ່ອງກັບຜົລປະໂຫຍດ ຂອງພັກ. ມີຜົລປະກົດໃຫ້ເຫັນ ຄືແມ່ຍິງຍັງເປັນສ່ວນໜ້ອຍ ໃນການ ຕັດສິນບັນຫາ ເກືອບວ່າຢູ່ທຸກບ່ອນ.

ໃນຣັຖບານກໍມີແມ່ຍິງອາວຸໂສເປັນຈໍານວນໜ້ອຍ. ເມື່ອແມ່ຍິງຄົນນຶ່ງເວົ້າກັບເຈົ້າໜ້າທີ່ຂັ້ນສູງ ທີ່ເປັນເພດຊາຍ, ກໍຈະເຫັນວ່າລັກສນະທ່າທີ ຕໍ່ແມ່ຍິງ ກໍເປັນແບບຜູ້ຄຸ້ມຄອງໄປເລີຍ, ແມ່ຍິງບໍ່ສລາດປານໃດ. ແມ່ຍິງບໍ່ຢາກເຮັດວຽກ. ແມ່ຍິງບໍ່ຢາກ ເປັນຜູ້ນໍາ, ພວກເຂົາຕ້ອງການ ຢາກຢູ່ເຮືອນ ເທົ່ານັ້ນ. ນັ້ນຄືເຣື່ອງລາວທີ່ມີຄົນເວົ້າ:

"ດັ່ງນັ້ນຂ້າ ພະເຈົ້າຈຶ່ງຄຶດວ່າສະພາບ ຂອງແມ່ຍິງຢູ່ລາວ ແມ່ນຍັງຂີ້ຮ້າຍຫລາຍ ແລະມີຫລາຍສິ່ງຫລາຍຢ່າງ ທີ່ຕ້ອງໄດ້ເຮັດ ເພື່ອໃຫ້ມີບົດ ບາດ ທີ່ມີຄວາມສາມາດ ໃນການປະກອບສ່ວນຂອງ ແມ່ຍິງທີ່ຂະເຈົ້າສາມາດເຮັດໄດ້ ໃນ ສປປລາວ."

ແລະເມື່ອຖາມວ່າຣັຖບານລາວ ມີປະຕິກິຣິຍາ ໂຕ້ຕອບແນວໃດ ຕໍ່ການຄົ້ນພົບຂອງທ່ານນັ້ນ ທ່ານ Philip Alston ກໍຕອບວ່າຣັຖບານລາວ ບໍ່ພໍໃຈໃນສິ່ງທີ່ທ່ານຄົ້ນພົບຕ່າງໆ:

"ນັ້ນກໍເປັນເຣື່ອງທັມມະດາ ເນື່ອງຈາກບໍ່ມີຣັຖບານໃດໆ ມັກຖືກຕິຕຽນ. ແຕ່ສິ່ງສໍາຄັນຄື ຣັຖບານລາວ ໃຈກວ້າງ ຊຶ່ງຂ້າພະເຈົ້າຄິດວ່າ ກໍາລັງຕິດຕໍ່ພົວພັນ ກັບປະຊາຄົມສາກົລ,"

ພວກເພິ່ນໄດ້ເຊີນຜູ້ຣາຍງານພິເສດ ສະຫະປະຊາຊາດ ມາຢ້ຽມຢາມລາວ ຊຶ່ງນັ້ນເປັນເຣື່ອງສໍາຄັນ ແລະທ່ານເຊື່ອວ່າມັນສາມາດເປັນຈຸດ ເລີ່ມຕົ້ນການເຈຣະຈາ ທີ່ເສີມສ້າງ ກ່ຽວກັບທາງເລືອກຕ່າງໆ ຂອງນະໂຍບາຍ:

"ແນ່ນອນບົດຣາຍງານຂັ້ນສຸດທ້າຍ ຂອງຂ້າພະເຈົ້າ ຈະມີຂໍ້ສເນີສະເພາະເຈາະຈົງ ຫລາຍຂໍ້ ໃສ່ສິ່ງທີ່ຣັຖບານລາວ ອາດຈະພິຈາຣະນາ ແລະຫວັງວ່າ ພວກເພິ່ນຈະໃຫ້ຄວາມສໍາຄັນ ແລະ ປະຕິບັດຢ່າງຈິງຈັງ."

ນັ້ນຄືສ່ວນນຶ່ງຂອງຄໍາໃຫ້ສັມພາດ RFA ຂອງທ່ານ Philip Alston ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະສິດທິມະນຸດ ທີ່ບາງກອກ ປະເທດໄທ ໃນມື້ວັນທີ 29 ມິນາ 2019 ຄືນຶ່ງວັນຫລັງສິ້ນສຸດ ການຢ້ຽມຢາມລາວ 11 ມື້.

ທ່ານ Alston ເປັນຜູ້ຣາຍງານພິເສດຂອງສະຫະປະຊາຊາດ ຄົນທີ 3 ທີ່ໄປຢ້ຽມຢາມລາວ ຫລັງຈາກຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານສາສນາ ໃນປີ 2009 ແລະ ຜູ້ຣາຍງານພິເສດ ດ້ານການຄ້າເດັກແລະຂູດຮີດ ທາງເພດເດັກ ໃນປີ 2017. ແລະໃນການຖແລງຂ່າວ ທີ່ອອກໃນມື້ສຸດທ້າຍ ຂອງການຢ້ຽມຢາມນັ້ນ ທ່ານໄດ້ເວົ້າເຖິງຄວາມຄືບໜ້າ ທາງດ້ານເສຖກິດຂອງລາວ ທີ່ໜ້າປະທັບໃຈ ຊຶ່ງໄດ້ຫລຸດ ຈໍານວນ ປະຊາຊົນ ທີ່ມີຊີວິດຢູ່ຫລຸດຂີດ ຄວາມທຸກຍາກ ລົງເຄິ່ງນຶ່ງ, ອັດຕຣາການເຂົ້າ ໂຮງຮຽນເພີ່ມຂຶ້ນ ແລະຂຍາຍການມີໄຟຟ້າໃຊ້ ແລະສຸຂພິບານ.

ແຕ່ເຖິງຢ່າງໃດກໍຕາມ ການເຕີບໂຕທາງເສຖກິດຢ່າງໄວວານັ້ນ ບໍ່ໄດ້ນໍາໄປສູ່ການຫລຸດຜ່ອນຄວາມທຸກຍາກແບບສົມສ່ວນ ໄປຄຽງຄູ່ກັນ ໄດ້ເລີຍ. ພົລເມືອງລາວເກືອບເຄິ່ງນຶ່ງ ຍັງທຸກຍາກ, ແລະປະເມີນວ່າ 80 ເປີເຊັນຂອງພົລເມືອງລາວ ສ່ຽງຕໍ່ການ ທີ່ຈະມີ ຊີວິດຢູ່ ໂດຍມີຣາຍໄດ້ບໍ່ຮອດ 2 ໂດລາສະຫະຣັຖເຄິ່ງຕໍ່ມື້.

ຕໍ່ຄໍາເຫັນຂອງທ່ານ Philip Alston ພາຍຫລັງການຢ້ຽມຢາມນັ້ນ ເຈົ້າໜ້າທີ່ກະຊວງການຕ່າງປະເທດລາວ ທ່ານ ເພັດວັນໄຊ ຄູສະກູນ ກ່າວຕໍ່ອົງການ ຂ່າວ AP ວ່າຂໍ້ມູນຈໍານວນນຶ່ງທີ່ທ່ານໄດ້ຮັບນັ້ນ ອາດເປັນການລໍາອຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.