ເຂື່ອນເຊປຽນແຕກ ຍ້ອນດິນ ບໍ່ແໜ້ນ
2019.05.30

ທ່ານ ສິງເພັດ ບຸນສວັດທິພັນ ຮອງປະທານອົງການກວດກາຣັຖບານ ພ້ອມທັງເປັນຮອງປະທານ ຄນະສືບສວນ-ສອບສວນ ສາເຫດ ເຂື່ອນແຕກ ໄດ້ຣາຍງານຜົນຂອງການສືບສວນ ຫາສາເຫດ ສັນເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ. ໃນພິທີຖແລງຂ່າວ ຢູ່ນະຄອນຫຼວງ ວຽງຈັນ ໃນວັນທີ່ 28 ເດືອນ ພຶສພາ ປີ 2019 ນີ້ວ່າ:
“ຄນະຊ່ຽວຊານເອກກະຣາດ ກວດພົບວ່າ ສາເຫດຕົ້ນຕໍ່ຂອງການແຕກພັງ ແມ່ນກ່ຽວຂ້ອງກັບຄວາມສາມາດ ໃນການຊືມນ້ຳສູງ ຂອງ ຮາກຖານຂອງເຂື່ອນ ກັນນ້ຳ D ປະກອບກັບຊັ້ນດິນ ທີ່ສາມາດ ຖືກກັດເຊາະໄດ້ງ່າຍ ໄປພ້ອມກັບການເພິ້ມຂື້ນຂອງຣະດັບນ້ຳ.”
ຖ້າເວົ້າງ່າຍໆຕາມພາສາຊາວບ້ານ ທັມມະດາສາມັນ ສັນເຂື່ອນແຕກ ກໍຍ້ອນດິນຫລົມ ຊັບຊືມນ້ຳງ່າຍ ແລະຝົນຕົກໜັກນ້ຳຫຼາຍ. ຈາກນັ້ນ ບໍ່ດົນບໍຣິສັດ SK ຂອງເກົາຫລີໃຕ້ ຊຶ່ງເປັນບໍຣິສັດ ຮ່ວມລົງທຶນ ທີ່ສຳຄັນໃນການສ້າງເຂື່ອນ ທີ່ແຕກນັ້ນ ກໍໄດ້ອອກຖແລງການຕອບວ່າ:
“ບໍຣິສັດ SK ມີຄວາມເຫັນກົງກັນຂ້າມກັບການປະກາດຂອງຣັຖບານລາວ. ຄນະຊ່ຽວຊານເອກກະຣາດເອງໄດ້ວິໃຈດິນ ສະຖານທີ່ນັ້ນແລ້ວ ໂດຍໃຊ້ວິທີການ ແລະການວິໃຈ ຂອງສະຖານບັນ ທີ່ສາມ; ຜົນປະກົດວ່າ ບໍ່ມີຂໍ້ມູນໃດໆ ທີ່ພິສູດໃຫ້ເຫັນວ່າ ມີປະກົດການຊືມຂອງດິນ ເພາະວ່າຖ້າມີການຊືມແທ້ ນ້ຳກໍຕ້ອງໄຫລອອກມາຈາກທາງລຸ່ມ ຂອງສັນເຂື່ອນ ກ່ອນອຸບປະຕິເຫດ ຈະເກີດຂື້ນ. ອັນນີ້ ບໍ່ມີນ້ຳໄຫລອອກ ມາເລີຍ.”
ເຖິງຢ່າງໃດກໍຕາມ ຜູ້ປະສົບພັຍ ເຂື່ອນແຕກ ກໍຍັງບໍ່ເຂົ້າໃຈຄັກ ວ່າສາເຫດທີ່ແທ້ຈຶ່ງທີ່ເຮັດໃຫ້ເຂື່ອນແຕກນັ້ນ ແມ່ນຫຍັງ;
“ສັບຂອງນັກວິຊາການ ກໍບໍ່ຮູ້ຄືກັນແຫລະເນາະ ເຂົ້າບໍ່ເວົ້າກະຈ່າງແຈ້ງ ກະສິແມ່ນກໍ່ສ້າງບໍ່ໄດ້ມາດຕະຖານນັ້ນແຫລະ.”
ແຕ່ທ່ານ Richard Meehan ອາດີດອາຈານສອນ ມະຫາວິທຍາໄລ Stanford ທີ່ສະຫະຣັດອະເມຣິກາ ເຫັນດີກັບບົດຣາຍງານ ຂອງ ຣັຖບານລາວ, ດັ່ງທ່ານໄດ້ກ່າວກັບ ວິທຍຸເອເຊັຽເສຣີ ໃນວັນທີ່ 29 ພຶສພາ 2019 ນີ້ວ່າ:
“ຂ້າພະເຈົ້າຄິດວ່າ ບົດຣາຍງານນັ້ນ ຄືກັບຂອງບົດຣາຍງານຂອງຂ້າພະເຈົ້າເອງ ທີ່ອອກໄປເມື່ອ ເດືອນຕຸລາ ປີກາຍ. ຄນະຊ່ຽວຊານ ກວດເຫັນ ແນວດຽວກັນ; ເຂົາກວດເຫັນພື້ນຖານ ຂອງສັນ ເຂື່ອນ ລົ້ມເຫລວ; ພື້ນ ຖານລົ້ມເຫລວ ເພາະນ້ຳຊືມ. ສະນັ້ນຂ້າພະເຈົ້າ ຈຶ່ງເຫັນດີ ກັບບົດຣາຍນັ້ນຂອງຣັຖບານລາວ.”
ເຊັ່ນດຽວກັນ ດຣ. Ian Baird ສາສດາຈານປະຈຳມະຫາວິທຍາໄລ Wisconsin Madison ທີ່ສະຫະຣັດອະເມຣິກາ ກໍໃຫ້ຄຳຄິດເຫັນ ກັບວິທຍຸເອເຊັຽເສຣີ ມື້ນຶ່ງຫລັງຈາກ ໄດ້ຍິນການຖແລງຂ່າວ ຂອງຣັຖບານລາວວ່າ:
“ຂ້ອຍຄິດວ່າ ທີ່ຣັຖບານລາວຖແລງອອກ ມັນກໍຖືກຕ້ອງແລ້ວ; ສາເຫດມັນກໍເປັນຈັ່ງຊັ້ນ. ບັດນີ້ ບໍຣິສັດນີ່ເຂົາຕອບຄືນວ່າ ເຂົາພຍາຍາມ ແກ້ໂຕວ່າ ບໍ່ໄດ້ເປັນ ແບບນັ້ນ; ແຕ່ຂ້ອຍວ່າຄືຊິ ບໍ່ເປັນຄວາມຈິງດອກ ຂະເຈົ້າພຍາຍາມບໍ່ຢາກຍອມຮັບ ຄວາມເປັນຈິງຫັ່ນນະ ຄື ບໍຣິສັດບໍ່ຢາກຮັບຜິດຊອບນະ.”
ນອກຈາກດິນບໍ່ແໜ້ນໜາແລ້ວ ສາສດາຈານ Ian Baird ຍັງໃຫ້ຄຳເຫັນອີກວ່າ ການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ກໍບໍ່ໄດ້ມາຕຖານ ເພາະບໍຣິສັດຢາກປະຢັດເງິນ:
“ເອີ ເວົ້າເຖິງບໍຣິສັດນີ້ໜາ ມັນຂາດຄວາມຈິງໃຈຢູ່ແລ້ວ ເພາະວ່າມັນກະມີເອກກະສານ ແລະຫລັກຖານຫລາຍຢ່າງ ທີ່ໃຫ້ເຫັນວ່າ ບໍຣິສັດນີ້ພຍາຍາມຈ່າຍເງິນ ໃຫ້ໜ້ອຍທີ່ສຸດ ຕອນເຂົາເຈົ້າຊິສ້າງເຂື່ອນຂຶ້ນມາ ຄືຢາກປະຢັດສຸດຫັ່ນໜາ ກະເລີຍຂາດມາດຕະຖານ ໃນການກໍ່ສ້າງ. ບໍຣິສັດບໍ່ຍອມຮັບ ແຕ່ມັນມີຫລັກຖານ ອອກມາຫລາຍແລ້ວ ແມ້ແຕ່ປະເທດເກົາຫລີເອງ ຜູ້ແທນຣາສດອນຢູ່ຫັ່ນ ເຂົາເຈົ້າກະເຫັນຄືກັນ.”
ສ່ວນສະມາຊິກເຄືອຂ່າຍພາກປະຊາສັງຄົມເກົາຫລີໃຕ້ ຍັງສົງໃສຢູ່:
“ພວກເຮົາຍັງສົງໃສໃນບົດຣາຍງານ ຜົນຂອງການສືບສວນ ຂອງຄນະຊ່ຽວຊານເອກກະຣາດ; ພວກເຮົາຍັງບໍ່ແນ່ວ່າ ຈະເຊື່ອຖືໄດ້ເທົ່າໃດ; ພວກເຮົາສົງໃສ ຫຼາຍຢ່າງ ການສືບສວນ-ສອບສວນນັ້ນ ເລິກພໍແລ້ວບໍ່; ການສືບສວນດີແລະຍຸຕິທັມແລ້ວບໍ່; ປະຊາຊົນທ້ອງຖິ່ນເດ໋ ມີສ່ວນຮ່ວມແນວໃດ. ພວກເຮົາຍັງສົງໃສ ໃນຂະບວນການສືບສວນ; ພວກເຮົາ ຕ້ອງການຂໍ້ມູນເພິ້ມຕື່ມ ຈາກຄນະຊ່ຽວຊານເອກກະຣາດ.”
ເຖິງຢ່າງໃດກໍຕາມ ສິ່ງທີ່ສຳຄັນອີກຢ່າງນຶ່ງ ສະມາຊິກເຄືອຂ່າຍ ປະຊາສັງຄົມເກົາຫລີໃຕ້ ຍັງຢາກໃຫ້ມີຄວາມໂປງໃສໃນທຸກຂັ້ນຕອນ. ສຸດທ້າຍ ຍານາງ ເປຣມຣີດີ ດາວເຣືອງ ຈາກເຄືອຂ່າຍຕິດຕາມ ເບິ່ງການລົງທຶນ ສ້າງເຂື່ອນໃນລາວ ກໍໃຫ້ຄຳຄິດຄຳເຫັນວ່າ:
“ພວກເຮົາບໍ່ຄິດວ່າ ຈະມີການເຜີຍແຜ່ບົດຣາຍງານສະບັບເຕັມ. ພວກເຮົາຕັ້ງຄຳຖາມມາໂດຍຕລອດວ່າ ກ່ອນນີ້ ເຮົາກໍໄດ້ຍິນຈາກທາງ ຣັຖບານລາວວ່າ ບັນຫາ ໃນການສ້າງເຂື່ອນແຫ່ງນີ້ ກໍແມ່ນເຣື່ອງໂຄງສ້າງ. ແມ້ແຕ່ເຈົ້າໜ້າທີ່ຣັຖບານລາວ ກໍເວົ້າວ່າ ຖ້າຮູ້ແບບນີ້ ຈະບໍ່ໃຫ້ສ້າງຕັ້ງແຕ່ຕົ້ນ. ຖ້າເປັນແນວນັ້ນ ເປັນຫຍັງຈຶ່ງ ໃຫ້ສ້າງຕໍ່ ຈະບໍ່ສ່ຽງບໍ່ ເພາະຖ້າເປັນນຳໂຄງສ້າງ ການສ້ອມແຊມແຕ່ສ່ວນທີ່ ແຕກນັ້ນ ອາດຈະບໍ່ພຽງພໍ; ຄວາມສ່ຽງໃນອະນາຄົດ ຈະເປັນແນວໃດ; ບໍ່ຕ້ອງເວົ້າເຖິງ ເຣື່ອງອື່ນ ເວົ້າເຖິງເຣື່ອງສ່ຽງຂອງປະຊາຊົນ ຫລືວ່າການເກີດເຫດການກັບ ເຂື່ອນໃນລາວອີກ ອັນນັ້ນຈະຕ້ອງຮັບແນວໃດ; ອັນນີ້ ເຮົາຢາກຟັງ ຈິງແລ້ວໃນບົດຣາຍງານ ຄວນມີ ເຣື່ອງນີ້ນຳ ເພື່ອຢາກຮູ້ວ່າ ໃນອານາຄົດຄວນເຮັດແນວໃດ. ຄຳຖາມກໍຄື ເປັນຫຍັງຈຶ່ງຍັງໃຫ້ສ້າງຕໍ່?”
ສລຸບແລ້ວ ນັກຊ່ຽວຊານຫລາຍຄົນ ກໍເຫັນດີກັບບົດຣາຍຂອງຣັຖບານລາວ ທີ່ວ່າ ສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເພາະດິນຫລົມ ບໍ່ແໜ້ນໜາ ຊັບຊືມນ້ຳງ່າຍ ແລະຝົນຕົກໜັກນ້ຳຫລາຍ; ແຕ່ປະກົດວ່າ ບໍຣິສັດ SK ຂອງເກົາຫລີໃຕ້ ມີຄວາມເຫັນຕົງກັນຂ້າມ, ກ່ອນ ເຂື່ອນແຕກ ນ້ຳກໍບໍ່ໄດ້ຊືມ.