ຣັຖບານລາວບໍ່ໃສ່ໃຈ ສິດທິມະນຸດ: ນັກເຄື່ອນໄຫວ

ຈໍາປາທອງ
2020.02.04
F-Thidphay ທິດໄພ ທໍາມະວົງ ຖືກຈັບ ຢູ່ກອງບັນຊາການ ປກສ ເມືອງປາກກະດິງ ຍ້ອນບໍ່​ຍອມ​ ເຊັນ​ມອບ​ດິນ ໃຫ້​ໂຄງ​ການ​ ສ້າງ​ສ​ຸ​ຂ​ສາ​ລາ ຂອງ​ບໍ​ຣິ​ສັດ ຢ່າງ​ພາ​ຣາ​ວຽດ​ນາມ.
ພາບ​ຈາກ: ປະ​ຊາ​ຊົນ ບ້ານ​ເລົ່າ​ໃນ ຫຼື ວຽງ​ຄໍ​າ

ກອງປະຊຸມທົບທວນ ເປັນໄລຍະ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບ ສປປລາວ ຫຼື UPR ຄັ້ງທີ 3 ຊຶ່ງໄດ້ຈັດຂຶ້ນ ທີ່ ນະຄອນເຈນີວາ ປະເທດ ສະຫວິດເຊີແລນ ໃນມື້ວັນທີ 21 ມົກກະຣາ ແລະໄດ້ສເນີໃຫ້ທາງການລາວ ນັບຖື ແລະ ປະຕິບັດ ສິດທິມະນຸດ ຫລາຍສິ່ງ ຫລາຍຢ່າງນັ້ນ ທ່ານ Andrea Giorgetta ຜູ້ອໍານວຍການຝ່າຍເອເຊັຽ ຂອງສະຫະພັນສາກົນ ເພື່ອສິດທິມະນຸດ ທີ່ບາງກອກ ປະເທດໄທ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ຜ່ານທາງອີແມວວ່າ;

ຄວາມຈິງ ທີ່ຫລາຍປະເທດ ສະມາຊິກສະຫະປະຊາຊາດ ຖືເອົາກອງປະຊຸມ UPR ຄັ້ງທີ 3 ນີ້ ສະແດງເຖິງຄວາມກັງວົນນໍາບັນຫາ ການລ່ວງຣະເມີດສິດທິມະນຸດອັນ ຮ້າຍແຮງໃນລາວ ຊຶ່ງສະແດງໃຫ້ເຫັນອີກເທື່ອນຶ່ງວ່າ ການໂຄສະນາ ຂອງຣັຖບານ ສປປລາວ ຕົວະຜູ້ໃດບໍ່ໄດ້. ການປະຕິບັດແບບໜ້າອາຍ ຂອງຄະນະຜູ້ແທນລາວ ຢູ່ກອງປະຊຸມທີ່ Geneva ນັ້ນ ຊີ້ໃຫ້ເຫັນວ່າ ຣັຖບານລາວ ບໍ່ມີຄວາມຈິງໃຈ ທີ່ຈະປັບປຸງການນັບຖື ສິດທິມະນຸດອັນບໍ່ດີ ຂອງຕົນໃຫ້ດີຂຶ້ນ.

ມາເຖິງມື້ນີ້ວັນທີ 4 ກຸມພາ ກໍຜ່ານມາໄດ້ 2 ອາທິດແລ້ວ ແຕ່ກໍຍັງເຫັນວ່າ ສິດເສຣິພາບ ແລະ ປະຊາທິປະໄຕຂອງປະຊາຊົນລາວ ຍັງບໍ່ມີ ວິແວວວ່າຈະດີຂຶ້ນ.ກ່ຽວກັບເຣຶ່ອງທີ່ວ່ານີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ໃຫ້ສໍາພາດວິທຍຸເອເຊັຍເສຣີ ເມື່ອອາທິດຜ່ານມານີ້ວ່າ:

ເວົ້າເຖິງບັນຫາສິດທິມະນຸດ ໃນລາວ ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການ ລາວ ເພື່ອສິດທິມະນຸດ ທີ່ ປະເທດຝຣັ່ງເສດ ກ່າວຜ່ານ ທາງອີແມວ ຕໍ່ວິທຍຸເອເຊັຍເສຣີ ຈາກ ກຸງປາຣີ ຕອນນຶ່ງວ່າ:

ຂະບວນການລາວເພື່ອສິດທິມະນຸດ ຮູ້ສຶກເປັນບຸນເປັນຄຸນ ຕໍ່ຫລາຍປະເທດ ສະມາຊິກອົງການສະຫະປະຊາຊາດ ທີ່ມີຄວາມເປັນຫ່ວງ ກັງວົນ ນໍາຫລາຍບັນຫາ ສິດທິມະນຸດໃນລາວ ທີ່ຍອມຮັບບໍ່ໄດ້.

ກອງປະຊຸມທົບທວນເປັນໄລຍະ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບ ສປປລາວ ຄັ້ງທີ 3 ຊຶ່ງຈັດຂຶ້ນ ທີ່ນະຄອນ ເຈນີວາ ປະເທດສະວິດເຊີແລັນ ໃນມື້ວັນທີ 21 ມົກກະຣາ ຜ່ານມາ ເປັນກອງປະຊຸມ ທີ່ຖືກຈັດຂຶ້ນໃນແຕ່ລະ 5 ປີ  ເພື່ອເຮັດໃຫ້ ປະຊາຊົນມີສິດ, ເສຣີພາບແລະປະຊາທິໄຕ ຢ່າງແທ້ຈິງ ແລະ ເຮັດໃຫ້ລາວ ໄດ້ຮັບການພັທນາແບບຍືນຍົງ ໂດຍການມີສ່ວນຮ່ວມຂອງຊຸມຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.