ຂ.ຫຼວງນໍ້າທາ ເຂັ້ມງວດ ແມ່ຍິງ ໄປທ່ຽວ ຈີນ

ສິດນີ
2018.01.17
F-Boten-Checkpoint ດ່ານສາກົນບໍ່ເຕັນ ແຂວງຫລວງນໍ້າທາ (ຮູບຖ່າຍວັນທີ 10 ເດືອນ ມົກກະຣາ 2018)
RFA-VD

ໃນປັດຈຸບັນທາງການແຂວງຫລວງນໍ້າທາ ໄດ້ເຂັ້ມງວດໃນການເດີນທາງໄປປະເທດຈີນ ຂອງແມ່ຍິງລາວຫຼາຍຂຶ້ນ ໃນແຕ່ລະດ່ານ ທີ່ຕິດກັບ ຊາຍແດນຈີນ ຍ້ອນມີຄວາມສ່ຽງ ຕໍ່ການຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ. ດັ່ງເຈົ້າໜ້າທີ່ ປາບປາມການຄ້າມະນຸດ ແຂວງຫລວງນໍ້າທາ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ເດືອນ ມົກກະຣາ 2018 ວ່າ:

“ປະຈຸບັນສະເພາະແຂວງຫລວງນໍ້າທາ ພວກເຮົານີ້ ແມ່ນເປັນແຂວງ ທີ່ມີຄວາມສ່ຽງຫລາຍ ກ່ຽວກັບການຄ້າມະນຸດ ຍ້ອນເປັນແຂວງທີ່ຕິດ ກັບຊາຍແດນ ການໄປມາເຂົ້າອອກ ກໍ່ສະດວກສະບາຍ ຮູບການສ່ວນຫລາຍແມ່ນ ເຂົາເຂົ້າມາແບບແຕ່ງງານ ແຕ່ວ່າບໍ່ໄດ້ເຮັດເອກກະສານ ເປັນທາງການ ມີແຕ່ວ່າພໍ່ແມ່ຮັບຮູ້ ແລະກະໄດ້ເງິນນໍາ ຜູ້ທີ່ເຂົາເຈົ້າ ມາແຕ່ງແລະກະແລ້ວ.”

ທ່ານວ່າ ແມ່ຍິງລາວ ຜູ້ທີ່ເດີນທາງເຂົ້າປະເທດຈີນຄົນດຽວ ຈະຕ້ອງມີໃບຄໍ້າປະກັນ ຈາກຜູ້ໃດຜູ້ນຶ່ງ ໂດຍຜ່ານກອງບັນຊາການຕໍາຣວດ ຫນ່ວຍງານທີ່ກ່ຽວຂ້ອງ ເປັນຜູ້ອອກໃຫ້. ທ່ານກ່າວຕື່ມວ່າ:

"ໄປນີ້ ເພິ່ນກະບໍ່ໝາຍຄວາມວ່າ ບໍ່ໃຫ້ໄປ ແຕ່ວ່າຈະຕ້ອງໄດ້ເວົ້າແຈ້ງວ່າ ໄປໃສ ໄປເຮັດຫຍັງ ແບບວ່າລະອຽດແນ່ເພິ່ນຈຶ່ງ ໃຫ້ໄປ.”

ແຂວງຫລວງນໍ້າທາມີດ່ານ ເຂົ້າ-ອອກ ໄປຈີນທັງໝົດ 3 ດ່ານ ໃນນັ້ນມີດ່ານສາກົນ 1 ດ່ານ ແລະດ່ານທ້ອງຖິ່ນ 2 ດ່ານ ຊຶ່ງມາຕການ ການເຂັ້ມງວດກວດຄົນ ເຂົ້າ-ອອກ ແມ່ນເລີ້ມແຕ່ເດືອນມົກຣາ ປີ 2018 ເປັນຕົ້ນໄປ ໂດຍມີແຈ້ງການ ຈາກກະຊວງປ້ອງກັນຄວາມສງົບ ເພື່ອສະກັດກັ້ນການຄ້າມະນຸດ.

ເຈົ້າໜ້າທີ່ທ່ານນີ້ຍັງໃຫ້ຂໍ້ມູນຕື່ມອີກວ່າ ທີ່ຜ່ານມາແຂວງຫລວງນໍ້າທາ ມີຣາຍງານແມ່ຍິງ ຫາຍສາບສນູຫລາຍຄົນ ຊຶ່ງບາງຄົນກໍ່ຖືກນຳໂຕ ກັບຄືນມາໄດ້ ແຕ່ຫລາຍຄົນຍັງບໍ່ຮູ້ຊາຕາກັມເລີຍ. ບັນຫາທີ່ເກີດຂື້ນ ກໍແມ່ນວ່າ ຄົນຈີນເຂົ້າມາຕົວະຍົວະ ແມ່ຍິງລາວ ວ່າຈະແຕ່ງງານ ເອົາເປັນເມັຽ ຫລັງຈາກນັ້ນ ກໍເອົາໄປຂາຍຢູ່ ປະເທດຈີນ.

ອິງຕາມຂໍ້ມູນຈາກແຂວງຫລວງນ້ຳທາ ໃນປີ 2017 ມີແມ່ຍິງຊົນເຜົ່າມົ້ງ ແລະເຜົ່າອາຄາ ເດິນທາງໄປປະເທດຈີນ ແລ້ວຫາຍສາບສູນໄປ ປະມານ 5 ກໍຣະນີ ພໍ່ແມ່ແລະຍາດພີ່ນ້ອງ ກໍບໍ່ສາມາດຕິດຕໍ່ຫາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.