ມ.ວຽງພູຄາ ຂາດອຸປກອນ ການຮຽນ
2019.02.19
ໂຮງຮຽນ ບ້ານພູໄຊຖາ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ຍັງຂາດເຂີນອຸປກອນ ການຮຽນການສອນຫຼາຍຢ່າງເປັນຕົ້ນ; ອຸປກອນຫຼິ້ນກິລາ ກາງແຈ້ງສຳຫຼັບນັກຮຽນອະນຸບານ, ຕາມຄໍາເວົ້າຂອງ ນາຍຄຣູ ໂຮງຮຽນອະນຸບານທ່ານນຶ່ງ, ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ກຸມພາ ຜ່ານມານີ້ວ່າ:
“ເລື່ອງອຸປກອນການຮຽນນີ້ກະ, ໂອ້ຍ! ຫຍຸ້ງຍາກຫຼາຍ, ໂດຍສະເພາະເປັນເກມ ເປັນອັນສິ່ງທີ່ຈະຫຼິ້ນເຂົ້ານີ້, ຍັງບໍ່ມີອຸປກອນການຫຼິ້ນ ກາງແຈ້ງ ແມ່ນຫຍັງກະບໍ່ມີ ເພາະວ່າເປັນໂຮງຮຽນເຂດນອກ, ບໍ່ຄືໂຮງຮຽນໃນເມືອງ, ເຮົາບໍ່ມີເງິນບໍຣິຫານ ພໍທີ່ຈະໄປປັບປຸງ ໂຮງຮຽນ ອະນຸບານ.”
ນາຍຄຣູ ທ່ານນີ້ເວົ້າວ່າ, ນອກຈາກໂຮງຮຽນຂາດເຂີນ ອຸປກອນການຮຽນການສອນແລ້ວ, ພໍ່ແມ່ຜູ້ປົກຄອງສ່ວນຫຼາຍ, ກໍບໍ່ໃຫ້ຄວາມສຳຄັນ ໃນການໄປໂຮງຮຽນ ຂອງລູກຫຼານເຂົາເຈົ້າເລີຍ:
“ສໍາລັບບ້ານນ້ອງຢູ່, ແມ່ນຊົນເຜົ່າຂະມຸ, ເລື່ອງລູກເຂົ້າໂຮງຮຽນ, ຫຼືບໍ່ເຂົ້າໂຮງຮຽນ, ເຂົາຈະບໍ່ໄດ້ສົນຫຍັງນໍາເຮົາຫຼາຍ ເພາະວ່າບ້ານນັ້ນ, ເປັນປະຊາຊົນ ຕື່ນມາກະມີແຕ່ ໜຶຶ້ງເຂົ້າແຕ່ງກິນ, ກິນເຂົ້າກິນນໍ້າລະກະເອົາໄປໄຮ່ນໍາ, ຄືຍາມນີ້ແຫ່ງຍາມຖາງໄຮ່, ບາດນີ້ຄອບຄົວລູກ ຍັງນ້ອຍ 3 ປີ, ກະບໍ່ເອົາມາເຂົ້າໂຮງຮຽນ, ສ່ວນຫຼາຍແມ່ນຍັງຄ້າງຢູ່ບ້ານນີ້ຫຼາຍ, ລະກ່ອນຈະເຂົ້າໂຮງຮຽນ, ແມ່ນໄດ້ໄປນໍາເອົາຢູ່ກາງ ບ້ານມາ, ມາລະມາເຂົ້າ ເພາະວ່າເຂົາເຈົ້າຍັງບໍ່ຢາກເຂົ້າໂຮງຮຽນ.”
ທ່ານກ່າວ ມ້ວນທ້າຍວ່າ, ຊີວິດການເປັນຢູ່ຂອງປະຊາຊົນ ສ່ວນຫຼາຍຢູ່ບ້ານ ພູໄຊຖາ ເມືອງວຽງພູຄາ ແຂວງຫຼວງນໍ້າທານີ້, ຍັງທຸກຍາກ ພ້ອມທັງ ຂາດນໍ້າສະອາດກິນ ແລະນໍ້າໃຊ້ ຮວມທັງວິດຖ່າຍ ນອກຈາກນັ້ນແລ້ວ ສຸຂສາລາ ແລະ ໂຄງຮ່າງພື້ນຖານ ຕ່າງໆ ກໍຍັງບໍ່ທັນມີ ເຊັ່ນກັນ.