ບ.ນາເລົາຕ້ອງການຫໍພັກ ໃຫ້ນັກຮຽນ

ສຸພັດຕາ
2020.09.03
F-Nalao-students ນັກຮຽນໂຮງຮຽນມັທຍົມຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ເປັນໂຮງຮຽນ ທີ່ຮັບນັກຮຽນ ມາແຕ່ເຂດຫ່າງໄກ ສອກຫຼີກ
ນັກຂ່າວພົລເມືອງ

ເດັກນ້ອຍນັກຮຽນໃນເຂດຫ່າງໄກສອກຫຼີກ ຢູ່ໂຮງຮຽນມັທຍົມຕອນຕົ້ນ ບ້ານນາເລົາ, ເມືອງນາແລ, ແຂວງຫຼວງນໍ້າທາ ປະມານ 140 ປາຍ ຄົນທີ່ພາກັນຍ່າງຈາກບ້ານມາໂຮງຮຽນ ເປັນໄລຍະທາງ ປະມານ 10 ກິໂລແມັດ ນັ້ນ ຢາກຂໍຄວາມເມດຕາ ນໍາພາກສ່ວນກ່ຽວຂ້ອງ ແລະ ສັງຄົມ ໃຫ້ຊ່ອຍສ້າງຫໍພັກ ນັກຮຽນຫຼັງໃໝ່ໃຫ້ ເນື່ອງຈາກວ່າ ປັດຈຸບັນ ຫໍພັກຫຼັງເກົ່າ ທີ່ສ້າງມາໄດ້ຫລາຍປີນັ້ນ ຊຸດໂຊມຫຼາຍແລ້ວ.

ຫໍພັກນັກຮຽນຂອງໂຮງຮຽນແຫ່ງນີ້ ສ້າງມາຕັ້ງແຕ່ປີ 2003, ເປັນຕູບມຸງດ້ວຍຫຍ້າຄາ, ຝາແອ້ມດ້ວຍໄມ້ເຮັ້ຍ, ພື້ນກໍເປັນພື້ນດິນ, ເວລາ ຟ້າລົມຝົນຕົກມາ ກໍເປິະເປື້ອນ, ເປັນຂີ້ຕົມ. ການດໍາລົງຊີວິດ ຂອງເດັກນ້ອຍນັກຮຽນເລົ່ານີ້ ມີຄວາມຫຍຸ້ງຍາກຫຼາຍ, ດັ່ງນັ້ນຈຶ່ງຢາກຂໍ ທຶນມາປຸກສ້າງ ຫໍພັກຫຼັງໃໝ່ໃຫ້ ພວກເຂົາເຈົ້າ, ອີງຕາມຄວາມເວົ້າ ຂອງ ນາຍຄຣູທ່ານນຶ່ງ ຢູ່ໂຮງຮຽນ ຕອນຕົ້ນ ບ້ານນາເລົາ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ກັນຍາ ນີ້:

“ຢາກຂໍທຶນມາສ້າງຫໍພັກໃຫ້ເຂົາເຈົ້າ ເພາະວ່າຫໍພັກທີ່ເຂົາເຈົ້າໃຊ້ຢູ່ປັດຈຸບັນນີ້ ອາສັຍຢູ່ປັດຈຸບັນນີ້ ມັນເປັນຫໍພັກທີ່ພື້ນຈຸດິນ ແລະກໍແອ້ມ ເປັນໄມ້ເຮັ້ຍສໍາລັບອາຍຸການ ທີ່ວ່າຊົມໃຊ້ ກໍຫຼາຍປີແດ່ຕັ້ງແຕ່ປີ 2003 ພຸ້ນຈົນມາຮອດ ປັດຈຸບັນນີ້ ມັນກໍຢາກຊຸດໂຊມເປັນຈໍານວນຫຼາຍ ແລ້ວກໍເລີຍຂໍນໍາຂັ້ນເທິງ ຄືບໍ່ມີງົບແຫຼະເນາະ ເພາະວ່າທາງພາກຣັຖ ກໍສນອງບໍ່ທົ່ວເຖິງ ຫັ້ນເດ້.”

ທ່ານກ່າວຕື່ມວ່າ ໂຮງຮຽນແຫ່ງນີ້ ບໍ່ມີຣົດຮັບສົ່ງນັກຮຽນເທື່ອ, ບໍ່ມີຫໍພັກນັກຮຽນ ແບບຖາວອນ ອັນເປັນສິ່ງສໍາຄັນ ເພື່ອເຮັດໃຫ້ນັກຮຽນ ທີ່ຢູ່ບ້ານຫ່າງໄກສອກຫຼີກ ໄດ້ມີທີ່ພັກພາອາສັຍ ແລະຕັ້ງໃຈຮໍ່າຮຽນ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານ ໃນເມືອງນາແລ ທ່ານນຶ່ງ ເວົ້າວ່າ ຮູ້ສຶກສົງສານເດັກນ້ອຍນັກຮຽນ ຈໍານວນດັ່ງກ່າວ ແລະຢາກໃຫ້ພາກ ສ່ວນກ່ຽວຂ້ອງ ຫາວິທີຊ່ອຍເຫຼືອພວກເຂົາເຈົ້າ ຍ້ອນສະພາບໂຕຈິງ ພໍ່ແມ່ຜູ້ປົກຄອງນັກຮຽນ ທີ່ມີຖານະທຸກຍາກ ຕ້ອງໄດ້ພາປຸກຕູບໃຫ້ ລູກຫຼານພັກຊົ່ວຄາວ ພໍໄດ້ຫຼັບນອນແລະຮຽນໜັງສື ຍ້ອນຫໍພັກບໍ່ພຽງພໍກັບຈໍານວນນັກຮຽນ ທີ່ເພີ້ມຂຶ້ນໃນແຕ່ລະປີ, ດັ່ງທີ່ທ່ານກ່າວວ່າ:

"ແມ່ນແຫຼະເດັກນ້ອຍມັນຈົບ ປໍ 5 ມາແລ້ວກໍມາຕໍ່ ມໍ 1, ມໍ 2 ແລ້ວຫໍພັກກໍບໍ່ພໍ ເຮັດຈັ່ງໃດເຂົາເຈົ້າມາຕັ້ງຕູບເອງຢູ່ຫັ້ນແຫຼະ ເຮັດແບບຄື ຄວາຍນ້ອຍຄືຖຽງໄຮ່ຫັ້ນນ່ະ ໂອ້ຝົນຕົກຄືມຸງ ຫຍ້າແຫຼະເນາະ ຄັນຖຽງໄຮ່ມັນກໍຮົ່ວນະບາງເທື່ອ ບາງເທື່ອຊິກຸ້ມປີນີ້ແຫຼະປະມານເດືອນ 9 ກໍເຮັດໃໝ່.”


ຊາວບ້ານ ແຂວງຫຼວງນໍ້າທາ ອີກຄົນນຶ່ງກໍເວົ້າວ່າ ຄັນຖ້າເປັນໄປໄດ້ ກໍຢາກໃຫ້ສູນກາງ ລົງມາກວດເບິ່ງບ່ອນພັກຂອງນັກຮຽນໂຕຈິງ ແລະຊ່ອຍຊອກວິທີແກ້ໄຂ ໃຫ້ເດັກນ້ອຍນັກຮຽນ ເລົ່ານີ້ດ້ວຍ ຊຶ່ງນັກຮຽນກໍມີຖານະທຸກຍາກ ຍາມໜາວມາກໍບໍ່ມີຮອດຜ້າຫົ່ມຕ້ອງເອົາ ເປົ໋າປຸ໋ຍເປົ່າມາຫຸ້ມໂຕ ແລ້ວກໍພາກັນນອນ:

“ຣະດູນີ້ ຣະດູໜາວເຮົານີ້ແຫຼະ ເອົາເປົ໋ານີ້ແຫຼະ ຫຸ້ມໂຕນອນນະດຽວນີ້ນາ ຈະວ່າຈັ່ງໃດຄັນເປັນໄປໄດ້ ເຮົາຢາກໃຫ້ສູນກາງມາກວດເບິ່ງ ໂຕຈິງມັນຂາດເຂີນເຣື່ອງຫໍພັກ ຫໍພັກມັນບໍ່ ຕອບສນອງໃຫ້ ກະຝາໄມ້ເຮັ້ຍ ຄືວ່າຫັ້ນແຫຼະ ສັງກະສີກໍບໍ່ມີ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງນາແລ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ກໍຍັງລໍຖ້າ ໂຄງການ ສນັບສນູນ ຈາກພາກຣັຖ ແລະ ເອກກະຊົນ ທີ່ກໍາລັງຣະດົມທຶນຈາກສັງຄົມ ເພື່ອສ້າງຫໍພັກນັກຮຽນ ໃຫ້ໂຮງຮຽນແຫ່ງດັ່ງກ່າວ ນີ້ຢູ່ ແລະອີກຢ່າງນຶ່ງ ທາງເມືອງກໍບໍ່ມີງົບປະມານ ກໍ່ສ້າງໃຫ້ ເນື່ອງຈາກໂຮງຮຽນແຫ່ງນີ້ ຖືກຕັດອອກຈາກ ບັນຊີ ຂອງກອງທຶນຊ່ອຍເຫຼືອ ເພື່ອລຶບລ້າງ ຄວາມທຸກຍາກ ຫຼື ທລຍ ແລ້ວ, ດັ່ງທ່ານກ່າວວ່າ:

"ດຽວນີ້ ເຮົາຍັງລໍຖ້າ ກ່ຽວກັບການສນັບສນຸູນ ເຂົາເຈົ້າ ມີການຣະດົມຫັ້ນແຫຼະ ເພາະວ່າພວກເຮົາກໍບໍ່ມີ

ງົບປະມານ ຊິກໍ່ສ້າງ ມັນກໍຄືວ່າ ຫັ້ນແຫຼະ ຢູ່ກຸ່ມໂຕນັ້ນ ເປັນກຸ່ມເທສບານ ເຂົາກໍຕັດກ່ຽວກັບການຊ່ວຍເຫຼືອ ຈາກກອງທຶນ ຫຼຸດຜ່ອນນີ້ ເພາະວ່າ ປະເມີນເປັນກຸ່ມ ພັທນາເລີຍ ເພິ່ນກໍເອົາອອກ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ໂຄງການຣະດົມທຶນ ເພື່ອຊ່ອຍກໍ່ສ້າງຫໍພັກນັກ ຮຽນນັ້ນ ມີຄວາມຄືບໜ້າ ແຕ່ການຣະດົມທຶນຈາກສັງຄົມນັ້ນ ໄດ້ພຽງ 33 ລ້ານປາຍກີບ, ຂນະທີ່ທຶນກໍ່ສ້າງ ທັງໝົດຄາດວ່າຈະຢູ່ປະມານ 183 ລ້ານປາຍກີບ.

ຂ່າວລ່າສຸດນີ້ມີກຸ່ມຜູ້ໃຈບຸນ ໄດ້ຣະດົມທຶນຜ່ານສື່ສັງຄົມອອນລາຍ໌ ໂດຍໃຫ້ບໍຣິຈາກເຂົ້າບັນຊີ  ຂອງທະນາຄານ ການຄ້າຕ່າງປະເທດລາວ ຫຼື BCEL Oneheart ໃນຂນະທີ່ ເງິນຈະຕ້ອງໄດ້ ຣະດົມຕື່ມຕໍ່ໄປອີກນັ້ນ ປະມານ 150 ລ້ານປາຍກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.