ຕຳຣວດຫຼວງນໍ້າທາ ນໍາລ້າ ມືສັງຫານ
2018.11.09
ປັດຈຸບັນ ເຈົ້າໜ້າທີ່ຕຳຣວດແຂວງຫຼວງນໍ້າທາ ກຳລັງສືບສວນຫາ ຜູ້ກໍ່ເຫດການຄາຕກັມ ນາງ ຈີລະນັນ ມີໄຊພົນ ອາຍຸ 29 ປີ ຊຶ່ງເປັນ ພະນັກງານ ຫ້ອງການໄຟຟ້າ ແຂວງຫຼວງນໍ້າທາ ໂດຍຄົນຮ້າຍ ໄດ້ນຳສົບຂອງນາງໄປຖີ້ມໄວ້ ແຄມທາງ R3 ເຂດບ້ານດອນແລ, ເມືອງ ຫຼວງນໍ້າທາ, ດັ່ງເຈົ້າໜ້າທີ່ຕຳຣວດ ເມືອງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 9 ພຶສຈິກາ ນີ້ວ່າ:
“ເຈົ້າໜ້າທີ່ຕຳຣວດກຳລັງດຳເນີນການ ເກັບຂໍ້ມູນຢູ່ ລະມີພົນລະເມືອງປາດ ຢ່າງຫັ້ນມາ ລະມາເຫັນ ແຈ້ງໃຫ້ເຈົ້າໜ້າທີ່ ໄປກວດກາເບິ່ງ ແຕ່ວ່າການຕີລາຄາ ການສັລສູດຂອງເຈົ້າໜ້າທີ່ ນີ້ເປັນການຄາຕກັມ ສິແມ່ນເຮັດຢູ່ບ່ອນອື່ນ ແລ້ວມາຖີ້ມຢູ່ຫັ້ນ.”
ຈາກການສືບສວນເບື້ອງຕົ້ນ ພົບວ່າ ນາງຈີລະນັນ ແມ່ນປະຊາຊົນ ບ້ານຜາຕັ້ງ, ເມືອງວັງວຽງ ແຂວງຈັນ ໄດ້ມາເຮັດວຽກຢູ່ຫ້ອງການ ໄຟຟ້າແຮງສູງ ໃນແຂວງຫຼວງນໍ້າທາ, ຈາກການກວດສອບພົບວ່າ ບໍຣິເວນຮ່າງກາຍ ຂອງຜູ້ເສັຽຊີວິດ ມີຮອຍຖືກທຳຮ້າຍ ຫຼາຍຈຸດ ແຕ່ ຍັງບໍ່ສາມາດສລຸບໄດ້ວ່າ ຄົນຮ້າຍຄາຕກັມນາງ ຍ້ອນສາເຫດອັນໃດ ຍັງມີການສືບສວນຢູ່.
ທ່ານກ່າວຕື່ມວ່າ ປັດຈຸບັນ ໄດ້ປະສານໃຫ້ເຈົ້າໜ້າທີ່ຕຳຣວດ ເມືອງຫຼວງນໍ້າທາ ແລະເມືອງອື່ນໆ ໃນແຂວງຫຼວງນໍ້າທາ ຊ່ອຍກັນຕິດຕາມ ຫາຄົນຮ້າຍທີ່ຄາຕກັມນາງ ມາດຳເນີນຄະດີ ຍ້ອນເປັນຄະດີຮ້າຍແຮງ ທ້າທາຍຕໍ່ກົດໝາຍບ້ານເມືອງ ແລະເຊື່ອວ່າ ຄົນຮ້າຍ ຍັງຫລົບລີ້ຢູ່ໃນ ແຂວງຫຼວງນໍ້າທາ.
ໃນຂນະດຽວກັນ ຢູ່ໃກ້ບໍຣິເວນສົບຂອງຜູ້ເສັຽຊີວິດ ເຈົ້າໜ້າທີ່ຍັງພົບເຫັນຣົດຈັກ ປ້າຍກຳແພງນະຄອນຖິ້ມໄວ້ຢູ່ 1 ຄັນ ສັນນິຖານວ່າເປັນ ຣົດຂອງຜູ້ເສັຽຊີວິດເອງ ຊື່ງບໍຣິເວນທີ່ຄົນຮ້າຍ ນຳສົບມາຖິ້ມໄວ້ນັ້ນ ກໍຢູ່ບໍ່ຫ່າງຈາກໂຮງໝໍ ແຂວງຫຼວງນໍ້າທາ ຫຼາຍພໍປານໃດ.