ຂ.ຫຼວງນໍ້າທາ ຂ.ບໍ່ແກ້ວ ເດັດຂາດ ຫ້າມລັກເຂົ້າ


2020.08.31
F-Tonpheung ດ່ານກວດຄົນ ເຂົ້າ-ອອກ ເຂດເທສບານ ເມືອງຕົ້ນເຜິ້ງ ນັບແຕ່ມີການລັກລອບເຂົ້າອອກ ຂອງຄົນຈີນ ແລະ ຄົນພະມ້າ ໃນຊ້ວງໂຄວິດ-19 ຣະບາດ
ນັກຂ່າວພົລເມືອງ

ແຂວງຫລວງນໍ້າທາ ແລະແຂວງບໍ່ແກ້ວ ເຝົ້າຣະວັງ ການລັກເຂົ້າລາວ ຂອງ ຄົນຕ່າງປະເທດ ເປັນຕົ້ນ ຄົນພະມ່າ ແລະຈີນ ພາຍຫລັງທີ່ມີ ການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ຮອບ 2 ເພາະເປັນແຂວງ ທີ່ຕິດກັບຊາຍແດນ ຂອງສອງປະເທດນີ້.

ແລະເມື່ອວັນທີ 27 ສິງຫາ ຜ່ານມາ ກໍພົບຄົນພະມ່າ 3 ຄົນ ແລ່ນເຮືອເຂົ້າມາຂາຍສິນຄ້າ ຢູ່ຝັ່ງປະເທດລາວ ໃນເຂດທີ່ບໍ່ແມ່ນດ່ານ ຊຶ່ງ ເຈົ້າໜ້າທີ່ລາວ ກໍກໍາລັງກວດສອບ ຍ້ອນຢ້ານວ່າ ພວກກ່ຽວ ມີເຊື້ອໂຄວິດ-19, ຖ້າພວກເຂົາບໍ່ຢູ່ດົນ ກໍຈະຖືກສົ່ງກັບປະເທດ, ອີງຕາມຄໍາ ເວົ້າຂອງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຫລວງນໍ້າທາ ຕໍ່ RFA ໃນມື້ວັນທີ 31 ສິງຫາ 2020 ນີ້:

“ເຂົາຢາກຂ້າມເຮືອ ກໍຈະຂ້າມຫັ້ນນ່າ ບໍ່ແມ່ນດ່ານທ້ອງຖິ່ນ ບໍ່ແມ່ນປະເພນີ. ມັນຕິດກັບນໍ້າຂອງນີ້ເນາະ. ນີ້ແມ່ນເຮົາໄດ້ຕັ້ງດ່ານໂຕນຶ່ງ ເປັນດ່ານທະຫານ ເປັນດ່ານທາງນໍ້າ. ບາງເທື່ອ ກໍຍັງມີແບບວ່າ ເຮືອສິນຄ້າຂອງລາວ ຂອງຫຍັງແລ່ນ. ດຽວກໍມີພະມ່າ 3 ຄົນ ເຂົ້າມາ ບໍ່ມີຫຼາຍ ທີ່ກໍາລັງກວດສອບຢູ່. ຄັນວ່າເຂົາບໍ່ຢູ່ດົນ ກໍມີແຕ່ສົ່ງກັບ.”

ທ່ານກ່າວວ່າຜ່ານມາ ແຂວງຫຼວງນໍ້າທາ ບໍ່ຄ່ອຍມີຄົນພະມ່າລັກເຂົ້າມາ, ສ່ວນໃຫຍ່ມີແຕ່ຄົນຈີນ ມັກລັກເຂົ້າມາທາງເສັ້ນທາງທັມຊາດ ແລະທາງເຣືອຂົນສົ່ງສິນຄ້າ ຊຶ່ງຕາມຊາຍແດນ ກໍມີເຈົ້າໜ້າທີ່ກວດກາ ເຂັ້ມງວດຄືກັນ. ແລະ ທີ່ຜ່ານມາ ກໍມີຄົນຈີນ 100 ປາຍຄົນ ຈະເຂົ້າມາເຮັດວຽກຢູ່ເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ສະຖານທີ່ຫລິ້ນກາຊີໂນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ພວກເຂົາຖືກ ເຈົ້າໜ້າທີ່ລາວ ຈັບໄດ້ກ່ອນ, ຖືກນໍາໄປກວດເຊື້ອ ໂຄວິດ-19 ແຕ່ບໍ່ພົບຜູ້ຕິດເຊື້ອ ແລະ ໄດ້ສົ່ງພວກເຂົາ ກັບຄືນໄປຈີນ. ຄົນຈີນ ເຂົ້າມາຫຼາຍ ຍ້ອນວ່າ ອາຈມີນາຍໜ້າ ພາເຂົ້າມາເພື່ອເຮັດວຽກ:

“ມີຕລອດ ອັນຫລາຍແມ່ນຄົນຈີນປະມານ 100 ປາຍ ທີ່ເຮົາຈັບໄດ້ເດ໋. ສ່ວນຫລາຍມາເຂດກາສິໂນ. ທາງບໍ່ແກ້ວກໍຍັງປິດ ບໍຣິເວນຢູ່. ແຕ່ວ່າມັນມີຄົນຕົວະກັນ ທາງເຂົາ. ໄທເຮົາກໍໄດ້ ຕັ້ງວ່າເປັນກຸ່ມ ແບບຄ້າຂາຍມະນຸດນີ້ລະ ຜິດກົດໝາຍນີ້ລະ ເຮົາກໍຍັງຖືວ່າໄດ້ເຝົ້າ ຣະວັງຢູ່ທຸກຍາມຢູ່.”

ທ່ານກ່າວເພີ່ມອີກວ່າ ຄົນຈີນທີ່ເຂົ້າມາລາວນັ້ນ ສ່ວນນຶ່ງກໍມາທາງຣົດໂດຍສານ ຂອງລາວ ໂດຍຄົນຂັບຣົດເປັນຄົນລາວ ໃຫ້ການຮ່ວມມື ໂດຍ ໄດ້ຄ່າຈ້າງ ຊຶ່ງທີ່ຜ່ານມາ ກໍຖືກດໍາເນີນ ຄະດີຫຼາຍຄົນ ເພາະເຂົ້າເຄືອຂ່າຍ ຄ້າມະນຸດ. ນອກຈາກນີ້ ທາງແຂວງຫລວງນໍ້າທາ ກໍໄດ້ໃຫ້ອໍານາດການປົກຄອງ ຂັ້ນບ້ານ ຕັ້ງດ່ານກວດກາເຂັ້ມງວດ ເພື່ອປ້ອງກັນຄົນແປກໜ້າ ລັກ ເຂົ້າມາ.

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າຜ່ານມາ ແຂວງບໍ່ແກ້ວ ກໍມີຄົນພະມ່າລັກເຂົ້າມາຢູ່ເລື້ອຍ ສ່ວນໃຫຍ່ເຂົ້າມາເຮັດວຽກຢູ່ ກາສິໂນ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ. ແຕ່ປັດຈຸບັນເຈົ້າໜ້າທີ່ກວດກາ ຕາມຊາຍແດນແມ່ນໍ້າຂອງ ແລະຕາມເສັ້ນທາງຊາຍແດນ ທັມຊາດ ເຂັ້ມງວດຫລາຍຂຶ້ນ ແລະ ຍັງມີຣາຍງານວ່າ ມີຄົນພະມ່າ ລັກເຂົ້າມາ ແລະ ຢູ່ພາຍໃນເຂດເສຖກິດພິເສດ ຜູ້ໃດຈະເຂົ້າມາກໍ ຈະຖືກກວດກາເຂັ້ມງວດຂຶ້ນຫລາຍ:

“ມີທັງພະມ່າ ແລະຄົນຈີນ ທີ່ເຂົາເຈົ້າລັກລອບ ເຂົ້າມາກະມີດ່ານ ບາງເທື່ອເຂົາກະບໍ່ໄດ້ຂ້າມ ຢູ່ຈຸດດ່ານເນາະ ຂ້າມຢູ່ບ່ອນອື່ນ ແລະກໍລັກ ເຂົ້າມາ ແລະເຂົາເຈົ້າກະສະກັດ ທຸກມື້ ຊ່ວງນີ້ກະຖືວ່າບໍ່ໄດ້ຍິນເນາະ ເຂົາອອກໃນກາຊິໂນ ກະຍັງບໍ່ທັນເທື່ອ ຍົກເວັ້ນແຕ່ຄົນລາວເນາະ ການເຂົ້າເຂົາຈະມີການ ກວດກາ ຄັນເບິ່ງບັດເບິ່ງໃບ ໃຜບໍ່ອັນນັ້ນ ກະບໍ່ໃຫ້ເຂົ້າ.”

ກ່ຽວກັບເຣື່ອງນີ້ ປະຊາຊົນແຂວງຫລວງນໍ້າທາ ທ່ານນຶ່ງເວົ້າວ່າ ປັດຈຸບັນ ຊາວແຂວງຫລວງນໍ້າທາ ສ່ວນໃຫຍ່ກໍບໍ່ຢ້ານໂຄວິດ-19 ກັນແລ້ວ ຄິດວ່າເປັນເຣື່ອງປົກກະຕິ ໃນຊີວິດປະຈໍາວັນ ຂອງພວກເຂົາເຈົ້າ ແລະກໍເຫັນເຈົ້າໜ້າທີ່ດ່ານຕ່າງໆ ເຂັ້ມງວດຫລາຍຂຶ້ນ ໃນການກວດຄົນ ເຂົ້າ-ອອກ ປະເທດ:

“ເອີ໋ຍ ກະມັນເປັນມາດົນ ກໍທັມດາແຫລະເນາະ ເອີ໋ເຂົາກະສະກັດໝົດແຫລະເນາະ ຂນາດຢູ່ເທສບານ ເມືອງລອງ ເຂົາກໍຍັງສະກັດຢູ່ນີ໋ ເຂົາກະເຂັ້ມ ງວດແຫລະ ເຂົາກະແມ່ນຢູ່ ເປັນຈຸດ ເປັນຈຸດ ເຂົາກະກວດ.”

ສ່ວນປະຊາຊົນແຂວງບໍ່ແກ້ວ ກໍຍັງຮູ້ສຶກຢ້ານໂຄວິດ-19 ຢູ່ ແລະໃນໄລຍະນີ້ຢູ່ປະເທດພະມ່າໂຄວິດ-19 ກໍກໍາລັງກັບມາຣະບາດຕື່ມອີກ. ແຕ່ປັດຈຸບັນ ກໍເບົາໃຈ ເພາະເຫັນເຈົ້າໜ້າທີ່ ຕາມຊາຍແດນ ກວດກາ ເຂັ້ມງວດ ຫລາຍຂຶ້ນ:

“ຕາມແຄມຂອງ ເຂົາເຈົ້າກວດຢູ່ ທະຫານຫຍັງເຂົາກະກວດຢູ່ ກວດທຸກມື້ ເຂົາກໍຍັງບໍ່ໃຫ້ຂ້າມ ບໍ່ໃຫ້ຂ້າມເລີຍ ເຂົາກໍຈະປັບໃໝ ເຂົາຫັ້ນ ນະເນາະ.”

ແລະປະຊາຊົນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍບອກວ່າ ປັດຈຸບັນ ເຫັນເຈົ້າໜ້າທີ່ເຂັ້ມງວດ ຫລາຍຂຶ້ນ ໂດຍສະເພາະຢູ່ດ່ານຕ່າງໆຕາມ ຊາຍແດນ. ຫາກຜູ້ໃດຈະເຂົ້າໄປ ໃນເຂດເສຖກິດພິເສດ ຈະຕ້ອງມີບັດ ແລະ ເອກສານຖືກຕ້ອງ, ຜູ້ໃດບໍ່ມີ ກໍຈະບໍ່ໄດ້ເຂົ້າ:

“ໂອ໊ ກະຢ້ານຢູ່  ຢ້ານ ກະເຂັ້ມງວດຢູ່ ຊ່ວງນີ້ດ່ານເຂົາບໍ່ໃຫ້ເຂົ້າ ກະກວດກາເຂົ້າອອກ ຕາມຊາຍແດນນີ້ບໍ່ໄດ້ ກະມີຕໍາຣວດທະຫານ ຢູ່ຍາມໝົດນະ ກາຊິໂນເຂົາບໍ່ຮັບ ນ່າດຽວນີ້ ພະມ່າ ຄົນຫຍັງ ປັດຈຸບັນເຂົາເຂັ້ມງວດກວ່າເດ໊ ຕ້ອງມີບັດປະຈໍາໂຕ ກ່ອນ.”

ອີງຕາມຂໍ້ມູນລ່າສຸດ, ໃນມື້ວັນທີ 30 ສິງຫາ 2020 ປະເທດພະມ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫລາຍ. ແລະໃນສັບປດາຜ່ານມາ ມີຜູ້ຕິດເຊື້ອ ພຍາດ ໂຄວິດ-19 106 ຄົນ ພາຍຫລັງ ພົບຜູ້ຕິດເຊື້ອ ວັນທີ 16 ສິງຫາຜ່ານມາ ຢູ່ຣັດ ຣັກໄຄ່. ປັດຈຸບັນ ຜູ້ຕິດເຊື້ອ ໃນປະເທດ ພະມ່າ ມີ 749 ຄົນ, ເສັຽຊີວິດ 6 ຄົນ. ແລະຈີນ ໂຄວິດ-19 ກໍຣະບາດ ຮອບໃໝ່ ຢູ່ບາງແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.