ນັກສຶກສາຈົບຈາກຈີນ ຍັງຊອກ ວຽກຍາກ

ສຸພັດຕາ
2019.01.17
ຫ້ອງການສຶກສາທິການ ແລະກິລາ ເມືອງສິງ ແຂວງຫຼວງນໍ້າທາ
RFA/VD

ແຂວງຫຼວງນໍ້າທາ ມີນັກສຶກສາລາວ ໄປຮຽນຕໍ່ທີ່ປະເທດຈີນ ໃນແຕ່ລະປີ 100 ຫາ 200 ຄົນ ໂດຍສ່ວນໃຫຍ່ແມ່ນໄປດ້ວຍທຶນຕົນເອງ. ແຕ່ໃນປັດຈຸບັນນີ້ ຜູ້ທີ່ຮຽນຈົບຈາກປະເທດຈີນ ຫຼາຍຄົນຍັງຊອກຫາວຽກເຮັດບໍ່ທັນໄດ້ ຍ້ອນໂຄຕາ ພະນັກງານຣັຖກອນ ມີໜ້ອຍ, ຕາມ ຄຳເວົ້າຂອງເຈົ້າໜ້າທີ່ຜແນກສຶກສາທິການແລະກິລາ ແຂວງຫລວງນໍ້າທາ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ມົກກະຣາ ນີ້:

“ທີ່ໄດ້ເຮັດວຽກແທ້ໆ ແມ່ນພະນັກງານທີ່ທາງຫ້ອງການ ເຂົາສົ່ງໄປຮຽນຕໍ່ຫັ້ນ ພາກສ່ວນທີ່ໄດ້ທຶນໄປຮຽນ ຫລືວ່າໄປທຶນຂອງຕົນເອງ ເວລາຈົບມານີ້ ແມ່ນໄດ້ຊອກວຽກເອງ ອີງຕາມສາຍທີ່ເຂົາເຈົ້າຮຽນມາ ສ່ວນຫລາຍແມ່ນ ຍັງບໍ່ທັນໄດ້ເຮັດ ຍ້ອນມັນບໍ່ມີ ໂຄຕ້າ.”

ທ່ານກ່າວຕື່ມວ່າ ນັກສຶກສາແຂວງຫຼວງນ້ຳທາ ທີ່ຮຽນຈົບຈາກປະເທດຈີນ 100 ປາຍຄົນ ໃນປີ 2017 ຜ່ານມາໃນຫລັກສູດ 3 ປີ ຫາ 5 ປີ ໄດ້ເຂົ້າເຮັດວຽກນໍາຣັຖ ພຽງ 30% ນັກສຶກສາທີ່ຮຽນຈົບມາ ກໍມີຫຼາຍສາຂາວິຊາ ເປັນຕົ້ນປູກຝັງ ແລະລຽ້ງສັດ.

ໃນຂນະດຽວກັນ ນັກສຶກສາຜູ້ນຶ່ງ ທີ່ຮຽນຈົບມາຈາກຈີນແຕ່ປີ 2017 ພຸ້ນ ກໍກຳລັງຊອກວຽກເຮັດ ໂດຍໄດ້ຍື່ນເອກກະສານ ເຂົ້າເຮັດວຽກນຳ ຫຼາຍອົງການຈັດຕັ້ງຂອງຣັຖ ແຕ່ຈົນຮອດທຸກມື້ນີ້ ກໍຍັງບໍ່ມີຂ່າວດີເລີຍ ແລະ ເຈົ້າໜ້າທີ່ ບາງບ່ອນ ທີ່ລາວໄປຍື່ນ ເອກກະສານນຳນັ້ນ ໄດ້ແນະນຳໃຫ້ໄປສມັກນຳບໍຣິສັດຈີນ, ບາງທີ ເຂົາອາດຈະຮັບເພາະຜູ້ຮູ້ພາສາຈີນ. ແຕ່ເບິ່ງແລ້ວ ບໍ່ມີວີ່ແວວ ວ່າຈະໄດ້ເຂົ້າ ນາງກ່າວ:

”ຈົບມາແລະກໍ່ໄດ້ປະກອບເອກກະສານ ແລະກໍ່ໄປຍື່ນຕາມບັນດາຫ້ອງການ ທີ່ເຂົາເຈົ້າປະກາດ ຮັບພະນັກງານ ແຕ່ວ່າໄດ້ລໍຖ້າຢູ່ບໍ່ມີວ່າ ຫ້ອງການໃດ ສິຕິດຕໍ່ກັບມາເລີຍ ບາງຫ້ອງການ ເຂົາເຈົ້າຍັງແນະນຳອີກວ່າ ໃຫ້ໄປສມັກ ຫລືວ່າໄປເຮັດວຽກນຳ ບໍຣິສັດຈີນຕ່າງໆ ເພາະວ່າເຮົາຈົບດ້ານພາສາຈີນມາ ບໍຣິສັດຈີນ ບາງທີເຂົາຕ້ອງການ.”

ໃນແຕ່ລະປີ ຣັຖບານຈີນ ຊ່ວຍທຶນນັກສຶກສາ ແຂວງຫລວງນ້ຳທາ ເພື່ອໄປຮຽນຕໍ່ຢູ່ປະເທດຈີນເປັນຈຳນວນຫຼາຍ ໂດຍທີ່ບໍ່ໄດ້ເສັຽຫຍັງ ຊຶ່ງທາງຈີນ ຊ່ວຍທັງເຣື່ອງເບັ້ຽລ້ຽງ ແລະບ່ອນພັກເຊົາ. ຖ້າບໍ່ໄດ້ທຶນ ກໍສາມາດໄປຮຽນຕໍ່ ດ້ວຍທຶນຂອງຕົນເອງໄດ້ ແຕ່ຈະຕ້ອງໄດ້ໃຊ້ຈ່າຍ ສູງຫຼາຍ ທັງຄ່າເທີມຮຽນ, ຄ່າຫໍພັກ ແລະອື່ນໆອີກ. ເມື່ອຈົບມາແລ້ວ ກໍແມ່ນຍາກທີ່ຈະຫາວຽກເຮັດໄດ້ ຍ້ອນໂຄຕາທີ່ຈະຮັບເອົາຣັຖກອນໃໝ່ ມີໜ້ອຍ. ສຳລັບແຂວງຫລວງນ້ຳທາ ປີນີ້ຈະຮັບເອົາພຽງ 20 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.