ຣັຖບານບັນຈຸ ຄຣູ 700 ຄົນ ປີນີ້

ອຸ່ນແກ້ວ ສຸກສະຫວັນ
2019.02.21
ກະຊວງສຶກສາທິການ ແລະ ກິລາ ໃນນະຄອນຫຼວງວຽງຈັນ
RFA

ກະຊວງສຶກສາທິການ ແລະກິລາ, ໄດ້ໃຫ້ໂຄຕາພະນັກງານຣັຖກອນ ປະມານ 900 ຄົນ ທົ່ວປະເທດສະເພາະໃນປີ 2019, ໃນນັ້ນມີ ຄຣູ 700 ຄົນ ສ່ວນທີ່ເຫລືອເປັນ ພະນັກງານບໍຣິຫານ. ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ໄດ້ກ່າວວ່າ:

"ໂຕນີ້ຣັຖບານເພິ່ນແບ່ງໃຫ້ເນາະ, ແບ່ງໃຫ້ກະຊວງສຶກສາ, ກະຊວງສຶກສາເຮົາກໍແບ່ງໃຫ້ ແຕ່ລະແຂວງຫັ້ນນ່າ, ເຮົາກໍມີການສຳຣວດ ນາຍຄຣູ, ສຳຣວດແຜນຄວາມຕ້ອງການເນາະ, ວ່າດຽວນີ້ເຮົາຕ້ອງການຢູ່ຈຸດໃດ ທີ່ຕ້ອງການດ່ວນທີ່ສຸດ, ເຮົາກໍແກ້ໄຂ ກໍຜະສົມຜະສານ ກັນເນາະ, ຊິໃຫ້ສອກຫລີກຫລາຍ, ຕາມໃນເມືອງເດ້ ມັນກໍຈຳເປັນເນາະ."

ທ່ານກ່າວຕື່ມອີກວ່າ, ກະຊວງສຶກສາທິການ ແລະກິລາ, ໃຫ້ໂຄຕາຄຣູ ຫລາຍກວ່າບໍຣິຫານນັ້ນຍ້ອນວ່າ, ໄດ້ມີການສຳຣວດໂຮງຮຽນ 12 ພັນ ແຫ່ງ ທົ່ວປະເທດ ໃນປີທີ່ຜ່ານມາ, ແລະພົບວ່າ ຍັງມີຄວາມຕ້ອງການຄຣູອີກ 19 ພັນຄົນ, ໃນນັ້ນຮວມທັງຄຣູ ອາສາ ແລະ ຄຣູ ໂຄງການ, ຄຣູສຶກສາພິເສດ, ສ່ວນວ່າພະນັກງານບໍຣິຫານ, ຍັງບໍ່ທັນຂາດເຂີນຫລາຍ.

ສະເພາະໃນປີນີ້, ໂຄຕາຣັຖກອນຫລາຍທີ່ສຸດແມ່ນ ແຂວງສະຫວັນນະເຂດ ມີ 140 ຄົນ, ຈຳປາສັກ 108 ຄົນ, ສາລະວັນ 107 ຄົນ ແລະ ນະຄອນຫລວງວຽງຈັນ 102 ຄົນ ສ່ວນວ່າ ແຂວງຫົວພັນ ແລະ ແຂວງຫລວງພຣະບາງ ແຕ່ລະແຂວງ ໄດ້ໂຄຕາ 100 ຄົນ.

ອີງຕາມຂໍ້ມູນຈາກທາງການລາວ ໃນປີ 2019, ຣັຖບານໄດ້ໃຫ້ໂຄຕາບັນຈຸ ຣັຖກອນທັງມົດ 1,500 ຄົນ ໃນທົ່ວປະເທດ, ໃນນັ້ນກະຊວງ ສຶກສາ ໄດ້ໂຄຕາ 900 ຄົນ ສ່ວນທີ່ເຫລືອແມ່ນໂຄຕາ ກະຊວງອື່ນໆ ແລະ ຂະແໜງການອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.