ຣັຖກອນຂແນງສຶກສາ ໄດ້ເງິນເດືອນ ແລ້ວ
2020.07.03
ຣັຖກອນຄຣູ ແລະຣັຖກອນຫ້ອງການສຶກສາທິການ ແລະກິລາຢູ່ນະຄອນປາກເຊ ເມືອງໂຂງ ແລະເມືອງປາກຊ່ອງ ແຂວງຈໍາປາສັກທັງໝົດ 1,900 ປາຍຄົນ ໄດ້ຮັບເງິນເດືອນ ຂອງ ເດືອນເມສາ ແລະ ພຶສພາ ແລ້ວ, ໂດຍການໂອນເງິນເດືອນ ເມສາ ໃຫ້ທ້າຍເດືອນມິຖຸນາ ທີ່ ຜ່ານມານີ້, ສ່ວນເງິນເດືອນ ຂອງເດືອນພຶສພາ ແມ່ນໄດ້ໂອນໃຫ້ວັນທີ 2 ແລະ ວັນທີ 3 ກໍຣະກະດາ ນີ້ພາຍຫຼັງທີ່ ພວກເຂົາເຈົ້າບໍ່ໄດ້ ຮັບເງິນເດືອນ ມາໄດ້ເກືອບ 3 ເດືອນ.
ນາຍຄຣູໂຮງຮຽນມັທຍົມ ຕອນຕົ້ນຢູ່ນະຄອນປາກເຊ ທ່ານນຶ່ງເວົ້າວ່າ ຮູ້ສຶກດີໃຈທີ່ທາງອົງການຈັດຕັ້ງ ບໍ່ລະເລີຍຣັຖກອນຄຣູ ແລະຣັຖກອນ ຫ້ອງການ 500 ປາຍຄົນ. ໂຕເອງກໍຈະເອົາ ເງິນຈໍານວນນີ້ ໄປໃຊ້ໜີ້ ສະຖາບັນການເງິນຈຸລພາກ ກູ້ຢືມມາໃຊ້ຈ່າຍ ໃນຊີວິດປະຈໍາວັນ ໃນໄລຍະທີ່ບໍ່ໄດ້ເງິນເດືອນ ແລະເອົາໄປໃຊ້ເຕີມນໍ້າມັນຣົດ, ຊື້ອາຫານການກິນ ພາຍໃນ ຄອບຄົວ. ດັ່ງທີ່ທ່ານກ່າວ ຕໍ່ RFA ໃນມື້ວັນທີ 3 ກໍຣະກະດາ ນີ້ວ່າ:
“ໂອນເຂົ້າ ATM ໝົດແລ້ວໄດ້ຮັບຮອດເດືອນ 5 ແລ້ວໂອ໋ ພວກຈຸລພາກເຂົາຈະໄດ້ຫັກເອົາ. ຫຼັງຈາກເຂົາຫັກອອກແລ້ວ ທີ່ເຮັດເອກສານ ສັນຍາກັນ. ເຫລືອນັ້ນເຂົາຈຶ່ງໃຫ້ເຈົ້າຂອງ ເງິນຫັ້ນແລ້ວມາໃຊ້ຊີວິດປະຈໍາວັນ ເຮົານີ້ແຫຼະ. ເງິນເດືອນເຮົາກໍບໍ່ໄດ້ສິຫຼວງສິຫຼາຍ ກໍນໍ້າມັນຣົດ ອາຫານການກິນ.”
ຢູ່ເມືອງໂຂງ ເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະ ກິລາເມືອງ ກໍກ່າວວ່າ ຄຣູ ແລະ ພະນັກງານຫ້ອງການ ພາຍໃນເມືອງໂຂງ 700 ປາຍຄົນ ໄດ້ເງິນເດືອນ ຂອງເດືອນ ເມສາ ແລະ ເດືອນພຶສພາ ໝົດແລ້ວ. ຫລາຍຄົນ ຮວມທັງໂຕເອງ ກໍຍິ້ມແຍ້ມແຈ່ມໃສ ທີ່ໄດ້ເງິນ ພາຍຫລັງທີ່ໄດ້ລໍຖ້າເງິນເດືອນ ມາດົນແລ້ວ ເພື່ອຈະເອົາໄປໃຊ້ໜີ້ ແລະຊື້ຢູ່ຊື້ກິນ:
“ໄດ້ແລ້ວເດືອນ 5 ມື້ວານນີ້ ວັນທີ 2 ເດືອນ 4 ກໍໄດ້ແລ້ວ. ຮູ້ສຶກດີໃຈແຫຼະ ແຕ່ກໍບໍ່ພໍໜີ້ເຂົາ. ກໍຍິ້ມແຍ້ມແຈ່ມໃສແຫຼະ ໄດ້ເງິນນ໋ະກໍຊື້ ຂອງຢູ່ຂອງກິນ ໃນຄອບຄົວ ໃຊ້ໜີ້ ເປັນຕົ້ນກໍດ໊າຍ ເພາະວ່າເງິນເດືອນ ບໍ່ອອກເດ໋.”
ແລະເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະກິລາເມືອງ ປາກຊ່ອງ ກໍເວົ້າຄືກັນວ່າ ຣັຖກອນຄຣູ ແລະ ຣັຖກອນຫ້ອງການສຶກສາໄດ້ ເງິນເດືອນ ເດືອນເມສາ ພຶສພາແລ້ວ. ໂຕເອງກໍຮູ້ ສຶກດີໃຈ ທີ່ໄດ້ມີເງິນໄປຈ່າຍຫວຍ ແລະຊື້ກິນໃນຊີວິດປະຈໍາວັນ:
“ດີໃຈດີໃຈ ເພາະວ່າມັນບໍ່ໄດ້ຫຼາຍເດືອນເດ໋ ຫລີ້ນຫວຍເດ໋ ເພາະວ່າເຮົາຕ້ອງມາຈ່າຍຫວຍ ເຂົາເຈົ້າ ຫລີ້ນຫວຍ ໃຊ້ຢູ່ໃຊ້ກິນໃນຊີວິດ ປະຈໍາວັນ.”
ໃນຂະນະດຽວກັນນັ້ນ ນາຍຄຣູຢູ່ເມືອງປາກຊ່ອງ ກໍເວົ້າວ່າ ພາກສ່ວນກ່ຽວຂ້ອງ ໂອນເງິນເດືອນ ເດືອນເມສາ ແລະ ເດືອນພຶສພາ ເຂົ້າບັນຊີ ທະນາຄານ ຂອງຕົນແລ້ວຄືກັນ ແລະ ໝູ່ ຄົນອື່ນໆ ເງິນເດືອນກໍອອກໄລ່ເລັ່ຽກັນ ຮູ້ສຶກດີໃຈຫຼາຍ ເຖິງແມ່ນເດືອນນີ້ກໍ ເດືອນກໍຣະກະດາ ແລ້ວ ແຕ່ຫາກໍສິໄດ້ເງິນ ເດືອນເມສາ ແລະ ເດືອນພຶສພາ ກໍຕາມ:
“ກໍໄດ້ໝົດທຸກຄົນແຫຼະເນາະ ເພາະວ່າກິນນໍາຈໍາປາສັກ ກໍໄດ້ໄປນໍາກັນແລ້ວເດ໋ ອອກນໍາກັນຫຼາຍເມືອງ ແລ້ວເດ໋ກະດີໃຈເດ໋ເງິນເດືອນ ເຂົ້າແລ້ວເນາະ ນີ້ກໍເດືອນ 7 ແລ້ວເດ໋.”
ແຕ່ເງິນເດືອນ ເດືອນມິຖຸນາຣັຖກອນຄຣູ ແລະຣັຖກອນຫ້ອງການສຶກສາທິການແລະກິລາ ທັງ 3 ເມືອງນີ້ຍັງບໍ່ທັນໄດ້ຮັບເທື່ອ. ກ່ຽວກັບ ເຣື່ອງດັ່ງກ່າວ ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງປາກຊ່ອງ ກ່າວວ່າ ຣັຖກອນຄຣູ ແລະຣັຖກອນ ສິກສາທິການ ແລະກິລາ ເມືອງປາກຊ່ອງ ໄດ້ຮັບເງິນເດືອນຊ້າ ຍ້ອນວ່າຣາຍຮັບ ຂອງເມືອງ ທີ່ໄດ້ຈາກການເກັບອາກອນ ຜູ້ປະກອບການ ໃນໄລຍະແຕ່ ເດືອນເມສາ ຫາ ມິຖຸນາ ບໍ່ຄ່ອຍໄດ້ ແລະ ລ່າຊ້າ ເຮັດໃຫ້ຣາຍຮັບ ບໍ່ພຽງພໍ ໃນການແກ້ໄຂເງິນເດືອນ ຂອງຣັຖກອນ.
ສໍາລັບເງິນເດືອນເດືອນ ມິຖຸນາ ຂອງພວກເຂົາເຈົ້າ ຄາດວ່າຈະໄດ້ຮັບໃນມໍ່ໆນີ້, ທ່ານກ່າວ:
“ການຈັດເກັບຣາຍຮັບ ງົບປະມານ ເຮົາຫັ້ນນະ ລ່າຊ້າໜ້ອຍນຶ່ງ ເພາະວ່າອັນທີນຶ່ງ ສະພາບຂອງການຈັດເກັບ ຣາຍຮັບບໍ່ຄ່ອງປານໃດ ຈັ່ງຊີ້ນ່າ. ອັນທີ 2 ແມ່ນພວກເຮົາກໍມີຢູ່ ເງິນແຂວງ ເຮົາຊ່ວຍ ແຕ່ແຂວງກໍຍັງບໍ່ທັນໄດ້ໂອນໃຫ້ ຊີ້ນ່າ.”
ທີ່ນະຄອນປາກເຊ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ແລະສຽງ ກໍກ່າວຄືກັນວ່າ ເງິນເດືອນ ເດືອນເມສາ ແລະ ພຶສພາ ຂອງຣັຖກອນ ຄຣູ ແລະຣັຖກອນ ຫ້ອງການສຶກສາ ແລະກິລາ ນະຄອນປາກເຊ ກໍໄດ້ຄົບໝົດທຸກຄົນແລ້ວ, ສ່ວນເງິນເດືອນ ເດືອນມິຖຸນາ ນັ້ນທາງແຂວງ ຈະເປັນຜູ້ຮັບຜິດຊອບ ຈ່າຍໃຫ້ທັງໝົດ ໃນມໍ່ໆນີ້.
ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກັບການເບີກຈ່າຍ ເງິນເດືອນຣັຖກອນຄຣູ ແລະຣັຖກອນຫ້ອງການ ສຶກສາທິການ ແລະກິລາ ແມ່ນ ຈະພຍາຍາມ ເບີກຈ່າຍ ເງິນເດືອນໃຫ້ໄດ້ ທັງໝົດ ບໍ່ກາຍ ວັນທີ 25 ໃນແຕ່ລະເດືອນ ແລະເງິນເດືອນສໍາລັບ ເດືອນ ມິຖຸນາ ນັ້ນ ກໍຈະຈັດສັນ ງົບປະມານ ຈ່າຍໃຫ້ ບໍ່ກາຍວັນທີ 25 ກໍຣະກະດາ ນີ້.