ນັກໂທດຄົນງານລາວຖືກຂັງ ແຍກກັນ

ຈໍາປາທອງ
2018.10.18
f-workers ທ້າວສຸການ ໃຈທັດ ນາງຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຖືກຈັບ
Citizen Journalist

ຄົນງານລາວ 3 ຄົນ ຄື; ນາງ ຫລອດຄຳ ທຳມະວົງ ອາຍຸ 30 ປີ, ທ້າວ ສົມພອນ ພິມມະສອນ ຫລື ເພັດອາຄົມ ອາຍຸ 29 ປີ ແລະ ທ້າວ ສຸການ ໃຈທັດ ອາຍຸ 32 ປີ ທີ່ຖືກທາງການ ສປປລາວ ຈັບຂັງຄຸກໃນຕົ້ນປີ 2016 ໃນຂໍ້ຫາວິຈານ ພັກ-ຣັຖ ຜ່ານເຟສບຸກ ນັ້ນ, ປັຈຈຸບັນ ໄດ້ຮູ້ຂ່າວວ່າ ຖືກຂັງແຍກກັນຢູ່.

ຄວາມຄືບໜ້າຫລ້າສຸດຄື, ທ້າວ ສຸການ ໃຈທັດ ຖືກສົ່ງໄປຂັງຢູ່ຄຸກແກ້ງຄັນ ເມືອງເຊໂປນ ແຂວງສວັນນະເຂດ ນັບແຕ່ຕັ້ງມື້ວັນທີ 9 ມົກກະຣາ 2018 ພາຍຫຼັງຖືກກັກຂັງ ຢູ່ຄຸກຊຳເຄ້ ທີ່ ນະຄອນຫຼວງວຽງຈັນ ໄດ້ປະມານ 1 ປີ, ຕາມການຢຶນຢັນ ຈາກ ຍາດພີ່ນ້ອງ ຂອງຜູ້ກ່ຽວ ໃນອາທິດທີ່ຜ່ານມາ.

ພ້ອມກັນນັ້ນ ຍາດພີ່ນ້ອງຜູ້ນີ້ ກໍໄດ້ເວົ້າຕໍ່ ວິທຍຸເອເຊັຍເສຣີ ວ່າ ທ້າວ ສົມພອນ ພິມມະສອນ ແລະ ນາງ ຫລອດຄຳ ທຳມະວົງ ຍັງຖືກຂັງ ຢູ່ໃນຄຸກຊ້ຳເຄ ທີ່ເປັນຄຸກໃຫຍ່ ແລະທັງສອງຄົນນີ້ ໄດ້ຮັບອະນຸຍາດ ໃຫ້ຢູ່ຮ່ວມກັບ ນັກໂທດທົ່ວໄປ ບໍ່ໄດ້ຖືກຂັງ ຢູ່ໃນຄຸກມືດ ຊຶ່ງແຕ່ລະ ເດືອນ ກໍມີຍາດພີ່ນ້ອງ ຂອງ ທ້າວ ສົມພອນ ມາຢ້ຽມຢາມບໍ່ຂາດ.

ຄົນງານລາວທັງ 3 ຄົນ ທີ່ເຄີຍເຮັດວຽກຢູ່ປະເທສໄທ ຖືກທາງການລາວ ຈັບຕົວໃນຕົ້ນປີ 2016 ໃນຂນະທີ່ ພວກເຂົາເຈົ້າ ເດີນທາງ ກັບຄືນມາ ປະເທດລາວ ເພື່ອຂໍຕໍ່ອາຍຸໜັງສືຜ່ານແດນ.

ທ້າວ ສຸການ ໃຈທັດ ຖືກທາງການລາວ ຕັດສິນຈຳຄຸກ 16 ປີ ແລະປັບໃໝ 100 ລ້ານກີບ; ທ້າວ ສົມພອນ ພິມມະສອນ ຖືກຈຳຄຸກ 20 ປີ ແລະ ປັບໃໝ 200 ລ້ານກີບ ແລະ ນາງ ຫລອດຄຳ ທຳມະວົງ ຖືກຈຳຄຸກ 12 ປີ ແລະປັບໃໝ 100 ລ້ານກີບ.

ຄົນງານລາວ 3 ຄົນນີ້ໄດ້ເຂົ້າຮ່ວມປະທ້ວງ ຢູ່ຕໍ່ໜ້າສະຖານທູດ ສປປລາວ ທີ່ບາງກອກ ປະເທສໄທ ໃນວັນສລອງວັນຊາດ ທີ 2 ທັນວາ ເມື່ອປີ 2015 ເພື່ອຮຽກຮ້ອງ ໃຫ້ທາງການລາວ ເຄົາຣົບສິດທິມະນຸດ.ກ່ຽວກັບການຈັບຄົນງານ 3 ຄົນນີ້.

ນັກສິດທິມະນຸດ ໃຫ້ທັສນະວ່າ ມັນເປັນການຈຳກັດສິດທິ ຂັ້ນພື້ນຖານຂອງປະຊາຊົນ ໃນການສະແດງຄວາມຄິດເຫັນ ຜ່ານສື່ສັງຄົມ ອອນລາຍ, ແຕ່ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະກົດໝາຍສາກົນ ກະຊວງການຕ່າງປະເທສ ສປປລາວ ໄດ້ກ່າວຢູ່ ໃນກອງປະຊຸມ ກ່ຽວກັບສິດທິພົລເຮືອນ ແລະສິດທິທາງການເມືອງ ຂອງ ສະຫະປະຊາຊາດ ຢູ່ນະຄອນເຈນີວາ ປະເທດສະວິສເຊິແລັນ ໃນເດືອນ ກໍຣະກະດາ ທີ່ຜ່ານມາວ່າ:

"ທ່ານກ່າວວ່າ: 3 ຄົນນີ້ ບໍ່ໄດ້ເຮັດຫຍັງ ກ່ຽວກັບເສຣີພາບ ໃນການສະແດງຄວາມຄິດເຫັນ ແຕ່ພວກເຂົາເຈົ້າເຮັດຜິດກົດໝາຍອາຍາ ຂອງ ສປປລາວ ມາດຕາ 55, 65, ແລະ 72. ພວກເຂົາເຈົ້າບໍ່ໄດ້ ເຂົ້າມາລາວເພື່ອຕໍ່ພາສປອດ, ແຕ່ເຂົ້າມາເຮັດ ການປະທ້ວງ ແບບລັບໆ ແລະພົວພັນກັບບຸກຄົນພາຍນອກ ເພື່ອຕ້ານຣັຖບານ."

ແຕ່ເຖິງຢ່າງໃດກໍຕາມ, ນັກສິດທິມະນຸດ ກໍເວົ້າວ່າ ການດຳເນີນຄະດີ ແລະການ ຕັດສິນຄະດີ 3 ຄົນນັ້ນ ບໍ່ເປັນໄປຕາມຫລັກການ ຂອງ ກົດໝາຍສາກົນ ຍ້ອນວ່າ ພວກເຂົາເຈົ້າທັງ 3 ຄົນນີ້ ບໍ່ສາມາດເຂົ້າເຖິງ ທະນາຍຄວາມ ແລະ ບໍ່ມີ ທະນາຍຄວາມ ຕາງໜ້າໃນການຕໍ່ສູ້ ຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.