ຊາວມົ້ງລັກຂຸດຄໍາ ພົ້ນຄຸກແລ້ວ

ສຸພັດຕາ
2020.04.27
F-Hmong ຊາວມົ້ງລາວ ທີ່ຖືກຈັບໃສ່ກັບມື ຢູ່ໃນຣົດ ຍ້ອນໄປລັກຂຸດຄໍາ ຢູ່ເຂດສັມປະທານ ຂອງນັກລົງທຶນຈີນ
ຮູບຈາກ : ວີດີໂອນັກຂ່າວພົລເມືອງ

ຊາວມົ້ງລາວ 3 ຄົນ ຢູ່ບ້ານຜາປົ່ນ ເມືອງປາກອູ ແຂວງຫຼວງພຣະບາງ ທີ່ຖືກເຈົ້າໜ້າທີ່ທະຫານຈັບໂຕ ໃນວັນທີ 14 ເມສາ 2020 ຍ້ອນ ໄປລັກຂຸດຄໍາ ໃນເຂດບໍ່ຄໍາ ຂອງບໍຣິສັດ ທຽນຈິ້ນ ຮົວຄານ ລາວຈໍາກັດ ຫຼັາສຸດ ໄດ້ຮັບການປ່ອຍໂຕແລ້ວ ຫຼັງຈາກຖືກກັກໂຕ ປະມານນຶ່ງ ມື້ ເນື່ອງຈາກຍາດພີ່ນ້ອງ ໄດ້ນໍາເງິນມາເສັຍຄ່າປັບໃໝຜູ້ລະ 5 ລ້ານກີບ ຮວມທັງໝົດ 15 ລ້ານກີບ ເພື່ອແລກກັບການປ່ອຍໂຕພວກກ່ຽວ ໂດຍບໍ່ຖືກດໍາເນີນ ຄະດີໃດໆ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທ 22 ເມສາ ນີ້ວ່າ:

“ດຽວນີ້ເພິ່ນກະໄດ້ປ່ອຍໂຕແລ້ວ ເພິ່ນກະໄດ້ໄປຂໍນໍາພວກອ້າຍນ້ອງທະຫານ ເຂົາໄປຍາມຢູ່ປາກຖໍ້າຫັ້ນຜູ້ລະ 5 ລ້ານກີບຜູ້ກ່ຽວຍອມເສັຍ 5 ລ້ານກີບ ແລ້ວກະລົບລ້າງຄະດີຂອງເພິ່ນ ໄປເອົາແຮ່ທາດຢູ່ໃນຖໍ້າ ຫ່ັນມາ.”

ທ່ານກ່າວຕື່ມວ່າ ພາຍຫຼັງເຈົ້າໜ້າທີ່ທະຫານໄດ້ປ່ອຍໂຕ ຊາວມົ້ງລາວທັງ 3 ຄົນ ແລ້ວກໍໄດ້ເຕືອນໃຫ້ປະຊາຊົນ ໃນເຂດບ້ານຜາປົ່ນແລະ ບ້ານໃກ້ຄຽງ ບໍ່ໃຫ້ເຂົ້າໄປລັກຂຸດຄໍາ ໃນເຂດດັ່ງກ່າວອີກເດັດຂາດ ຫາກຜູ້ໃດຝ່າຝືນແລ້ວຖືກຈັບໄດ້ ຄັ້ງທໍາອິດກໍຈະຖືກຖ່າຍຮູບໄວ້ ພ້ອມ ທັງຕັກເຕືອນ, ຖ້າຖືກຈັບໄດ້ຄັ້ງທີ່ສອງ ຈະຖືກປັບໃໝຜູ້ລະ 1 ແສນ 50 ພັນກີບ ຫາ 5 ແສນກີບ ແລະ ຖ້າຖືກຈັບໄດ້ໃນເທື່ອທີ່ສາມກໍ ຈະຖືກກັກໂຕ ພ້ອມຮຽກຄ່າປັບໃໝ ຜູ້ລະ 5 ລ້ານກີບ ຖ້າຫາກບໍ່ມີເງິນຄ່າປັບໃໝ ກໍຈະສົ່ງໂຕໄປດໍາເນີນຄະດີ ຕາມກົດໝາຍ.

ຊາວບ້ານໃກ້ຄຽງທ່ານນຶ່ງເວົ້າວ່າ ໄດ້ຍິນຂ່າວວ່າຊາວມົ້ງລາວ 3 ຄົນດັ່ງກ່າວຖືກປ່ອຍໂຕແລ້ວ ແຕ່ກໍບໍ່ຮູ້ຣາຍລະອຽດຫຼາຍປານໃດ ສໍາລັບ ການໄປລັກຂຸດຄໍາຢູ່ບໍ່ຄໍາເຂດບ້ານຜາປົ່ນ ທາງການກໍໄດ້ແຈ້ງການ ຫ້າມຢູ່ເລື້ອຍໆ ນັບຕັ້ງແຕ່ມີຄົນເສັຽຊີວິດ 7 ຄົນ ເມື່ອປີກາຍ ຍ້ອນ ເກີດອຸບັດຕິເຫດ ໃນການຂຸດຄໍາ ຫາກມີຜູ້ຝ່າຝືນ ກໍຈະຖືກຈັບ:

“ຢາກໃເຂົາກັກໂຕ ແລ້ວເຂົາປ່ອຍໂຕ ຜ່ານມານີ້ ຖ້າຜູ້ໃດໄປແລ້ວເຂົາຈະຈັບ ປີກາຍມານີ້ ປະມານເດືອນເກົ້າ ເດືອນສິບນີ້ແຫຼະ ເພາະວ່າ ຊ່ວງນັ້ນເຂົາເຮັດຫຼາຍມີຄົນຕາຍ ທາງເມືອງເຂົາມາແຈ້ງໃຫ້ບໍ່ຕ້ອງໄປ ເຮັດແນ່ ໄປເຮັດແລ້ວເຂົາກະຈັບ.”

ໃນຂນະດຽວກັນ ຊາວເມືອງປາກອູອີກທ່ານນຶ່ງ ເວົ້າວ່າ ຫຼັງຈາກຮູ້ຂ່າວວ່າ ມີຊາວມົ້ງລາວ ຖືກທະຫານຈັບ ພ້ອມຖືກປັບໃໝ ຍ້ອນໄປລັກ ຂຸດຄໍາ ໃນເຂດດັ່ງກ່າວ ເຮັດໃຫ້ປະຊາຊົນຫຼາຍຄົນພາກັນຢ້ານ ບໍ່ກ້າ ເຄື່ອນໄຫວຢູ່ເຂດບໍ່ຄໍາອີກ ເນື່ອງຈາກຢ້ານຖືກຈັບ ໃນຂໍ້ຫາດຽວກັນ ແລະຕ້ອງເສັຍຄ່າປັບໃໝຈໍານວນຫຼາຍ:

“ໂອ້ຢ້ານແທ້ ຢ້ານໂອ້ ຢ້ານປັບໃໝ ໄດ້ຍິນຂ່າວວ່າ ມີຄົນໄປລັກຂຸດຄໍາ ລັກອິຫຍັງຫັ້ນນະ ແຕ່ຢູ່ບ້ານເຮົານິ່ມັນບໍ່ໄດ້ໄປ ມັນຢູ່ທາງລ້ອງນໍ້າ ເຊືອງພຸ້ນ.”

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການທະຫານ ແລະຕໍາຣວດ ເມືອງປາກອູ ເພື່ອຖາມຂໍ້ມູນເພີ້ມຕື່ມ ແຕ່ເຈົ້າໜ້າທີ່ກ່ຽວ ຂ້ອງບໍ່ສະດວກໃຫ້ສັມພາດ.

ເຖິງຢ່າງໃດກໍຕາມ ບໍ່ຄໍາຢູ່ເຂດບ້ານຜາປົ່ນ ຂອງບໍຣິສັດ ທຽນຈິ້ນ ຮົວຄານ ລາວ ຈໍາກັດ ຊຶ່ງເປັນຂອງນັກລົງທຶນຈີນ ໄດ້ເຂົ້າມາຕັ້ງໂຮງ ງານຂຸດຄົ້ນຄໍາ ຕັ້ງແຕ່ປີ 2018 ໂດຍມີອາຍຸສັມປະທານ ເປັນເວລາ 50 ປີ.

ເມື່ອປີ 2019 ຊາວບ້ານຜາປົ່ນ ທີ່ລັກເຂົ້າໄປຂຸດຄໍາໃນຖໍ້າເຂດດັ່ງກ່າວ ເສັຽຊີວິດທັງໝົດ 7 ຄົນ ຄືໃນເດືອນ ເມສາ ປີ 2019 ມີຄົນເສັຽ ຊີວິດ 3 ຄົນ ຍ້ອນຖືກຫິນເຈື່ອນທັບໃສ່ ຂນະທີ່ຂຸດຄົ້ນຄໍາ ແລະ ໃນເດືອນ ກັນຍາ ປີດຽວກັນມີຄົນເສັຽຊີວິດເພີ່ມອີກ 4 ຄົນ ຍ້ອນຖືກຮົມ ຄວັນ ພາຍໃນຖໍ້າ ເນື່ອງຈາກຈັກດູດນໍ້າ ທີ່ພວກຂະເຈົ້າ ເອົາເຂົ້າໄປນໍາ ເກີດມີຄວັນຫຼາຍ ຈຶ່ງພາໃຫ້ຂາດອາກາດຫາຍໃຈ ແລະ ເສັຽຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.