ປະທານສະໂມສອນ ບານເຕະ ຖືກລົງວິນັຍ
2018.08.29
ສະຫະພັນບານເຕະແຫ່ງຊາດລາວ ໄດ້ລົງຄວາມເຫັນໃສ່ໂທດຫ້າມບໍ່ໃຫ້ ຍານາງ ພິຈິກາ ບຸນກວ້າງ ຫຼື ມາດາມໂບ ປະທານສະໂມສອນ ເຕະບານ ວຽງຈັນ UNITED ຫຍຸ້ງກ່ຽວໃນກິຈກັມບານເຕະ ເປັນເວລາ 90 ມື້ ຍ້ອນວ່າ ໄດ້ຖ່າຍທອດສົດທາງ face book ວິຈານ ເສັ້ນທາງເຂົ້າສະຫະພັນ ເຕະບານແຫ່ງຊາດລາວ ເປັນຂຸມເປັນຂິ້ຕົມ.
ບົດລົງໂທດ ໄດ້ມີຂຶ້ນໃນວັນທີ 28 ສິງຫາ ໂດຍ ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະ ແຫ່ງຊາດລາວ ເປັນຜູ້ເຊັນໂດຍ ອິງຕາມມາຕຣາ 42 ຂອງກົດຣະບຽບແລະຂໍ້ບັງຄັບ ວ່າດ້ວຍການແຂ່ງຂັນບານເຕະຫຼັງຈາກ ຍານາງ ພິຈິກາ ບຸນກວ້າງ ໄດ້ຖ່າຍທອດສົດ ທາງເຟສບຸກ ໃນວັນທີ 25 ສິງຫາ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ສິງຫາ ນີ້:
“ລາວໄລຟສົດທາງເຂົ້າ ສະຫະພັນ ເນາະ ເຈົ້າໄປໄລຟ ຢູ່ທີ່ບ່ອນຣາຊການ ຂອງຄົນອື່ນນີ້ ເຈົ້າຜິດຮ້ອຍເປີເຊັນເລີຍ ທີ່ຈິງມັນກໍບໍ່ສົມຄວນ ຫັ້ນແຫລະ ບໍ່ຖືກຕາມກົດຣະບຽບ ຂອງເຂົາເຈົ້າ”
ທ່ານກ່າວຕື່ມວ່າ ກ່ຽວກັບບົດລົງໂທດ ດັ່ງກ່າວ ຍານາງ ພິຈິກາ ຈະຖືກສັ່ງຫ້າມ ບໍ່ໃຫ້ເຂົ້າສນາມ ໄປເບິ່ງການແຂ່ງຂັນເຕາະບານ ທຸກ ປະເພດໃນລາວ ເປັນເວລາ 90 ມື້ ແຕ່ສະໂມສອນວຽງຈັນ ຢູໄນເຕັສ ຍັງສາມາດດໍາເນີນ ການແຂ່ງຂັນໄດ້ຕາມປົກຕິ ບໍ່ໄດ້ຖືກລົງໂທດ ແຕ່ຢ່າງໃດ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ ຕິດຕໍ່ໄປຍັງ ຍານາງ ພິຈິກາ ບຸນກວ້າງ ເພື່ອຂໍຄວາມຊີ້ແຈງເພີ້ມຕື່ມ ແຕ່ນາງບອກວ່າ ຍັງບໍ່ສດວກ.
ຫລ້າສຸດ ຍານາງ ພິຈິກາ ໄດ້ກ່າວຜ່ານທາງເຟສບຸກ ສ່ວນຕົວວ່າ ຮູ້ສຶກເສັຍໃຈ ໃນສິ່ງທີ່ຕົນໄດ້ກະທໍາໄປ ແລະໄດ້ກ່າວຄໍາຂໍໂທດໄປຍັງ ທ່ານ ວິເພັດ ສີຫາຈັກ ປະທານ ສະຫະພັນເຕະບານລາວ ຕໍ່ກໍຣະນີທີ່ເກິດຂື້ນ ພ້ອມກັບ ຍອມຮັບການຕັດສິນໂທດ ດັ່ງກ່າວ.
ເຖິງຢ່າງໃດກໍຕາມ, ຜູ້ຄົນສ່ວນຫລາຍ ເຫັນດີກັບສິ່ງທີ່ ຍານາງ ພິຈິກາ ໄດ້ເວົ້າໄປນັ້ນ ມັນແມ່ນຄວາມຈິງ ຍ້ອນວ່າ ເສັ້ນທາງມັນເປັນຂີ້ຕົມ ແລະ ເປັນຂຸມແທ້, ແຕ່ ຍານາງ ບໍ່ໄດ້ເວົ້າວ່າ ສະຫະພັນບານເຕະ ແຫ່ງຊາດລາວ ບໍ່ດີ ຫລື ບໍ່ພັທນາ.