ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ປ່ອຍ ນາງໝວຍ
2019.09.18

ສະຫະພັນເພື່ອສິດທິມະນຸດສາກົນ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ອອກຖແລງການຮ່ວມ ຮຽກຮ້ອງໃຫ້ຣັຖບານລາວ ປ່ອຍໂຕ ນາງ ຮວ່າຍເຮືອງ ໄຊຍະບຸລີ ຫລື ນາງ ໝວຍ ໂດຍດ່ວນ ທີ່ຕຳນິຕິຕຽນຣັຖບານລາວ ຜ່ານສື່ສັງຄົມອອນລາຍ.
ຖແລງການສະບັບນັ້ນ ທີ່ເຜີຍແພ່ເມື່ອວັນທີ 16 ກັນຍາ 2019 ນີ້ ຣະບຸວ່າ; ຣັຖບານລາວ ຄວນຍຸຕິການປາບປາມປະຊາຊົນຂອງຕົນ ທີ່ ໃຊ້ສິດເສຣີພາບ ໃນການປາກເວົ້າ ແລະ ອອກຄຳຄິດຄຳເຫັນ. ແທນທີ່ຈະໃຊ້ຊັພຍາກອນ ເພື່ອປາບປາມຜູ້ຄັດຄ້ານ ຣັຖບານລາວຄວນ ໃຊ້ ຊັພຍາກອນເຫລົ່ານັ້ນ ເພື່ອຊ່ວຍເຫລືອປະຊາຊົນ ທີ່ຍັງທຸກຍາກຢູ່.
ນາງ Eva Cannan ຜູ້ຕາງໜ້າສະຫະພັນ ເພື່ອສິດທິມະນຸດ ກ່າວຕໍ່ນັກຂ່າວວິທຍຸເອເຊັຽເສຣີເມື່ອວັນທີ 17 ກັນຍາ ນີ້ວ່າ; ນາງໝວຍ ຖືກຈັບ ເພາະນາງຕຳນິຣັຖບານລາວ ທາງເຟສບຸກ.
ທັງສອງອົງການ ຊຶ່ງມີສຳນັກງານໃຫຍ່ ຢູ່ ນະຄອນຫລວງປາຣີ ປະເທດຝຣັ່ງ ຍັງກ່າວຢ້ຳ ໃນຖແລງການນັ້ນວ່າ; ການຈັບ ແລະກັກຂັງ ນາງໝວຍ ເປັນກໍຣະນີນຶ່ງໃນຫລາຍໆກໍຣະນີ ທີ່ສະແດງໃຫ້ເຫັນວ່າ ຣັຖບານລາວ ບໍ່ຍອມເປີດໃຫ້ມີການ ຕຳນິ ຕິຕຽນ ເລີຍ.
ຣັຖບານລາວ ຈັບ ນາງໝວຍ ແລະ ອາດຈະຕັດສິນຈຳເຂົ້າຄຸກ ນາງ ເປັນເວລາດົນນານ ກໍເພື່ອຢາກເຕືອນ ປະຊາຊົນລາວ ອື່ນໆບໍ່ໃຫ້ ອອກຄຳຄິດຄຳເຫັນໃດໆ ກ່ຽວກັບ ປະຊາທິປະໄຕ ຣະບອບການປົກຄອງ ແລະ ເຣື່ອງສິດທິມະນຸດ.
ໃນຕອນທ້າຍຂອງຖແລງການ ສະຫະພັນເພື່ອສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ຍັງໃຫ້ຣາຍລະອຽດ ກ່ຽວກັບ ນາງໝວຍ ຕື່ມວ່າ ເມື່ອບໍ່ດົນຜ່ານມາ ນາງໝວຍ ໄດ້ອອກຄຳຄິດຄຳເຫັນ ຕຳນິຕິຕຽນຣັຖບານລາວ ທາງ Facebook ກ່ຽວກັບ ການຊ່ວຍເຫລືອ ຜູ້ໄດ້ຮັບເຄາະຮ້າຍ ຈາກ ພັຍນ້ຳຖ້ວມ ໃນພາກໃຕ້ຂອງລາວ ແລະກ່ອນນີ້ ກໍເຄີຍຕິຕຽນຣັຖບານກ່ຽວກັບເຫດການ ເຂື່ອນແຕກ ໃນປີ 2018.