ອະເມຣິກັນ 3 ຄົນ ຖືກປ່ອຍ ແລະ ເນຣະເທດ
2019.04.18
ຕື່ມຂໍ້ມູນຫລ້າສຸດ: ຕອນບ່າຍ 3:30 ວັນທີ 18 ເມສາ 2019 (ຕາມເວລາ ສະຫະຣັຖ ອະເມຣິກາ)
ຊາວອະເມຣິກັນ 3 ຄົນ ທີ່ຖືກຈັບ ແລະ ກັກໂຕ ຍ້ອນແຈກຢາຍ ເອກກະສານສາສນາຄຣິສຕຽນ ຢູ່ແຂວງຫລວງນ້ຳທາ ຖືກເນຣະເທດ ອອກຈາກ ປະເທດລາວ ແລະ ປັດຈຸບັນໄດ້ເດີນ ທາງໄປເຖິງ ປະເທດໄທແລ້ວ ໃນວັນທີ່ 18 ເມສາ 2019 ນີ້, ອີງຕາມ ການເປີດເຜີຍ ຂອງອົງການຄຣິສຕຽນ ອົງການນຶ່ງ ໃນສະຫະຣັດ ອະເມຣິກາ.
ທ່ານ ເອຣິກ ບລີເວີນິດຈ໌ທ (Eric Blievernicht), ສະມາຊິກ ອົງການຄຣິສຕຽນນັ້ນ ທີ່ມີຊື່ວ່າ Vision Beyond Borders ໄດ້ອີແມວລ໌ ຫາ ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ເດືອນເມສາ ປີ 2019 ນີ້ ແລະ ໃຫ້ຣາຍລະອຽດ ກ່ຽວກັບ ການເນຣະເທດ ຊາວອະເມຣິກັນ ທັງສາມຄົນນັ້ນ ຕື່ມວ່າ:
“ອາສາສມັກ ຂອງພວກເຮົາ ຄື ທ້າວ Wayne, ນາງ Autumn ແລະ ທ້າວ Joseph ທີ່ຖືກກັກຕົວຢູ່ລາວ ນັບແຕ່ ວັນທີ່ 8 ເດືອນ ເມສາ ນີ້ ໄດ້ຖືກເນຣະເທດ ແລະ ໄດ້ເດີນທາງໄປເຖິງ ປະເທດໄທແລ້ວ ເມື່ອບໍ່ດົນຜ່ານມາ. ຄຳໄຫວ້ວອນ ຂໍໃຫ້ພວກເຂົາ ຖືກປ່ອຍ ໄດ້ເກີດຜົລ ເປັນຈິງແລ້ວ ແລະ ພວກເຂົາ ຈະກັບບ້ານ ມາຮ່ວມ ສລອງບຸນ Easter ໃນໄວໆນີ້.”
ແຕ່ເຖິງປັດຈຸບັນ ທາງການລາວ ແລະ ທາງການສະຫະຣັດອະເມຣິກາ ຍັງບໍ່ທັນຢືນຢັນ ການປ່ອຍຕົວ ຫລື ການເນຣະເທດ ນີ້ເທື່ອ.
ຂໍ້ມູນເພີ້ມຕື່ມ ຫລ້າສຸດ:
ເຖິງຢ່າງໃດ ກໍດີ, ໃນຕອນບ່າຍ ຂອງວັນທີ 18 ເມສາ, ກະຊວງການຕ່າງປະເທດສະຫະຣັຖ ໄດ້ຢືນຢັນ ກ່ຽວກັບ ການປ່ອຍ ຊາວຄຣິສຕຽນອະເມຣິກັນ 3 ຄົນນັ້ນ ວ່າ:
“ພວກເຮົາ ສາມາດຢືນຢັນ ກ່ຽວກັບ ການເນຣະເທດ ຊາວອະເມຣິກັນ 3 ຄົນ ອອກຈາກປະເທດລາວ. ດ້ວຍເຫດຜົລ ການເຄົາຣົບສິດສ່ວນໂຕ, ພວກເຮົາ ບໍ່ມີຄວາມເຫັນຫຍັງຕື່ມ.”