ຊາວອະເມຣິກັນ 3 ຄົນ ໄປໄທ ແລ້ວ
2019.04.19
ເພີ່ມຂໍ້ມູນຫລ້າສຸດ: ຕອນບ່າຍ 12:55 ວັນທີ 20 ເດືອນເມສາ 2019 (ຕາມເວລາ ສະຫະຣັຖ ອະເມຣິກາ)
ເຈົ້າໜ້າທີ່ຜແນການຕ່າງປະເທສ ແຂວງຫລວງນ້ຳທາ ຢືນຢັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ເມສາ ວ່າຊາວຄຣິສຕຽນ ອະເມຣິກັນ 3 ຄົນ ທີ່ຖືກກັກໂຕຢູ່ເມືອງສິງ ເມື່ອວັນທີ 8 ເມສາ ນັ້ນໄດ້ຖືກສົ່ງໄປແຂວງບໍ່ແກ້ວ ແລ້ວໃນມື້ວັທີ 18 ເມສາ ແລະ ສົ່ງຕໍ່ໄປແຂວງຊຽງຮາຍ ຂອງໄທ ເພື່ອໃຫ້ເດີນທາງ ກັບໄປ ສະຫະຣັຖ ອະເມຣິກາ ດັ່ງທີ່ທ່ານກ່າວວ່າ:
"ຈຸ ຕໍາຣວດ ເຂົາປ່ອຍໄປມື້ວານນີ້ແລ້ວ ສົ່ງໄປມື້ວານແດ່ ສົ່ງໄປບໍ່ແກ້ວ ເຂົາເອີ້ນໄປອະເມຣິກາ ພຸ້ນຕິ ເຈົ້າໜ້າທີ່ຕໍາຣວດ ຣາຍງານສົ່ງໄປ ແລ້ວ."
ທ່ານກ່າວຕື່ມວ່າ ຊາວຄຣິສຕຽນ ອະເມຣິກັນ ທັງ 3 ຄົນນັ້ນຖືກ ເຈົ້າໜ້າທີ່ກັກໂຕໄວ້ຊື່ໆ ຍ້ອນພວກເຂົາເຈົ້າ ໄປເຜີຍແຜ່ສາສນາ ຢູ່ເຂດ ຫ່າງໄກສອກຫລີກ ແລະໄດ້ແຈກຢາຍເອກກະສານສາສນາຄຣິສຕຽນ ໃຫ້ຊາວບ້ານທີ່ເປັນການຂັດຕໍ່ກົດໝາຍ ຂອງລາວ, ແຕ່ກໍບໍ່ໄດ້ຖືກ ດໍາເນີນຄະດີ ຫລື ສັ່ງຟ້ອງຂຶ້ນສານ ແລະບໍ່ໄດ້ລົງໂທດແຕ່ຢ່າງໃດ ທັງຢືນຢັນວ່າ ເຈົ້າໜ້າທີ່ບໍ່ໄດ້ໃຊ້ ຄວາມຮຸນແຮງໃດໆຕໍ່ພວກກ່ຽວ.
ຊາວອາເມຣິກັນ 3 ຄົນທີ່ວ່ານັ້ນຄື: ທ້າວ Wayne, ນາງ Autumn ແລະ ທ້າວ Joseph ຖືກເຈົ້າໜ້າທີ່ຕໍາຣວດ ເມືອງສິງ ກັກໂຕໃນມື້ ວັນທີ 8 ເມສາ. ຫລັງຈາກນັ້ນ ຄນະກັມມາທິການການ ສະຫະຣັຖ ອະເມຣິກາ ເພື່ອສິດເສຣີພາບ ໃນການເຊື່ອຖືສາສນາ ກໍຮຽກຮ້ອງໃຫ້ ຣັຖບາລ ສປປລາວ ສົ່ງໜັງສືຜ່ານແດນຄືນໃຫ້ຊາວອະເມຣິກັນ ທັງ 3 ຄົນເພື່ອໃຫ້ພວກເຂົາເຈົ້າ ສາມາດເດີນທາງອອກຈາກ ສປປລາວ ໄດ້.
ກ່ຽວກັບເຣຶ່ອງນີ້ ທ່ານ ທັດ ເນັດເທີທັນ ໂຄສົກ ອົງການຄຣິສຕຽນ ສຽງຂອງຜູ້ເສັຽສຣະ ຢູ່ສະຫະຣັດ ອະເມຣິກາ ກໍໄດ້ຮຽກຮ້ອງ ແລະ ຊີ້ແຈງ ໃນມື້ວັນທີ 18 ເມສາ ນີ້ວ່າຣັຖບານລາວ ຍັງຄວບຄຸມການເຜີຍແຜ່ ເອກກະສານ ສາສນາຄຣິສຕຽນຢູ່.
ພຣະຄໍາພີ ບໍ່ມີຂາຍໃນຮ້ານຂາຍປຶ້ມ ແລະກໍບໍ່ມີໃຫ້ເຫັນ ໃນສາທາຣະນະ. ປະຊາຊົນລາວ ສາມາດໄດ້ຮັບ ພຣະຄໍາພີ ຈາກໂບດ ທີ່ຢູ່ ພາຍໃຕ້ ການຄຸ້ມຄອງຂອງ ຣັຖບານເທົ່ານັ້ນ. ສະນັ້ນ ການທີ່ຊາວອະເມຣິກັນ ໄປແຈກຢາຍເອກກະສານ ຄຣິສຕຽນ ແບບນັ້ນ ເຈົ້າໜ້າທີ່ ທາງການລາວ ຕ້ອງຕິດຕາມເບິ່ງຢ່າງໃກ້ຊິດ.
ຂໍ້ມູນເພີ່ມຕື່ມຫລ້າສຸດ:
ຊາວຄຣິສຕຽນ ອະເມຣິກັນ 3 ຄົນ, ທີ່ຖືກປ່ອຍໂຕ ແລະ ເນຣະເທດ ອອກໄປຍັງປະເທດໄທຍ ພາຍຫລັງ ທີ່ຖືກກັກໂຕ ເປັນເວລາອາທິດປາຍນັ້ນ, ກຳນົດອອກເດີນທາງ ອອກຈາກ ສນາມບິນ ຮົງ ກົງ ໃນວັນທີ 20 ເດືອນເມສາ ມາຍັງ ສະຫະຣັຖ ອະເມຣິກາ ເພື່ອສລອງວັນ ອິສເຕີ ກັບຄອບຄົວ ຂອງຂະເຈົ້າ.