ສາກົນຂໍໃຫ້ ລາວ ສືບຫາ ນັກເຄື່ອນໄຫວ ໄທ
2019.01.24
ຣັຖບານລາວ ຄວນສືບສວນການຫາຍສາບສູນ ຂອງນັກເຄື່ອນໄຫວການເມືອງໄທ 3 ຄົນ ທີ່ຖືກພົບເຫັນຄັ້ງຫຼ້າສຸດ ຢູ່ນະຄອນຫລວງວຽງຈັນ ຢ່າງຮີບດ່ວນ, ຕາມຖແລງການ ຂອງອົງການສິດທິມະນຸດ ຫລື Human Rights Watch (HRW).
ທ່ານ ບແຣດ ອາດັມ (Brad Adams), ຜູ້ອຳນວຍການ HRW ປະຈຳເຂດເອເຊັຽ ກ່າວຕໍ່ ວິທຍຸເອເຊັຽເສຣີ ຈາກເມືອງແຊນຟແຣນຊິສໂກ (San Francisco), ສະຫະຣັຖ ອະເມຣິກາ ຜ່ານທາງໂທຣະສັບ ໃນມື້ວັນທີ 24 ມົກຣາ ນີ້, ພາຍຫລັງ ທີ່ນາຍຕຳຣວດໄທ ຢືນຢັນວ່າ 2 ສົບ ທີ່ພົບຢູ່ ແມ່ນ້ຳຂອງ ເຂດນະຄອນພະນົມ ເປັນສົບຜູ້ໃກ້ຊິດ ຂອງນັກເຄື່ອນໄຫວ ທາງການເມືອງໄທ ຄື ທ່ານສຸຣະໄຊ ນັ້ນ:
"The last time these 3 men were seen in Laos, Vientiane, and we need the Lao govt to investigate what happened to them. Laos is one party state, the police know everything is going on, the ruling party has eyes all over the country, so they know what’s going on."
"ທັງ 3 ຄົນ ຖືກພົບເຫັນ ຢູ່ນະຄອນຫລວງວຽງຈັນ ພວກເຮົາ ຈຶ່ງຕ້ອງການໃຫ້ຣັຖບານລາວ ສືບສວນວ່າ ມີຫຍັງເກີດຂຶ້ນ ກັບພວກເຂົາເຈົ້າ. ລາວ ເປັນຣັຖ ທີ່ພັກດຽວກຳອຳນາດ, ຕຳຣວດຮູ້ ທຸກສິ່ງທຸກຢ່າງທີ່ເກີດຂຶ້ນ, ພັກກຳອຳນາດ ມີຫູມີຕາ ຢູ່ທົ່ວປະເທດ ດັ່ງນັ້ນ ພວກເພິ່ນກໍຮູ້ວ່າ ມີຫຍັງເກີດຂຶ້ນ."
ພົລຕຳຣວດຕຣີ ທະນະຊາດ ຣອດຄອງຕັນ, ຜູ້ບັງຄັບການ ສຳນັກງານຕຳຣວດພູທອນ ແຂວງນະຄອນພະນົມຂອງໄທ, ກ່າວຕໍ່ຂ່າວ ເບີນາຣ໌ນິວສ ວ່າ ສະຖາບັນ ນິຕິເວດ ກວດປຽບທຽບ ດີເອັນເອ (DNA) ຂອງສົບ ທີ່ພົບຢູ່ໃນເຂດນະຄອນພະນົມ ກັບໂຕຢ່າງ ດີເອັນເອ ຂອງພີ່ນ້ອງໃກ້ຊິດ ຜູ້ກ່ຽວ ແລ້ວຢືນຢັນວ່າ ທັງ 2 ສົບທີ່ພົບນັ້ນ ເປັນຄົນໃກ້ຊິດ ທ່ານ ສຸຣະໄຊ ແທ້.
"ຜົລກວດຂອງທັງ 2 ສົບ ຢືນຢັນ ບໍ່ປະຕິເສດຄວາມສັມພັນ ຣະຫວ່າງການເປັນບິດາ ມານດາ ແລະ ລູກ ທີ່ທາດພະນົມ ເປັນສົບທ້າວ ຊັດຊານ ບຸບຜາວັນ ຫລື ພູຊະນະ. ອີກສົບນຶ່ງທີ່ພົບ ຜົລການກວດ ບໍ່ປະຕິເສດຄວາມສັມພັນ ແບບບິດາ ແລະ ລູກ ຜູ້ຕາຍຄືທ້າວ ໄກຣເດດ ລືເລີດ ຫລື ສະຫາຍ ກາສະລອງ."
ທ່ານ ສຸຣະໄຊ ນັກເຄື່ອນໄຫວ ຕ້ານສະຖາບັນ ພຣະມະຫາກະສັດ ຂາດການຕິດຕໍ່ກັບ ພັລຍາ ແລະ ໝູ່ ຕັ້ງແຕ່ມື້ວັນທີ 12 ທັນວາ 2018.
ຕຳຣວດໄທ ຢືນຢັນວ່າ ພົບແຕ່ 2 ສົບ ຄື ທ້າວ ພູຊະນະ ວັຍ 54 ປີ ແລະ ທ້າວ ກາສະລອງ ວັຍ 47 ປີ ຊຶ່ງເປັນຜູ້ຊ່ວຍຄົນໃກ້ຊິດ ຂອງທ້າວ ສຸຣະໄຊ ວັຍ 78 ປີ ທີ່ຖືກພົບເຫັນ ເທື່ອຫຼ້າສຸດ ຢູ່ນະຄອນຫລວງວຽງຈັນ ໃນເດືອນທັນວາ 2018 ແລ້ວ ຫາຍສາບສູນໄປ ແລະ ໝູ່ຂອງພວກເຂົາ ກໍໄດ້ຣາຍງານ ໃຫ້ທາງການລາວຊາບ ທັນທີ.
ການພົບສົບ ທ້າວ ພູຊະນະ ໃນມື້ວັນທີ 26 ທັນວາ ຜ່ານມາ ແລະ ສົບທ້າວ ກາສະລອງ ໃນມື້ຕໍ່ມາ ເຮັດໃຫ້ເກີດຄວາມວິຕົກກັງວົນຫລາຍ ນຳ ທ່ານ ສຸຣະໄຊ. ທັງ 2 ສົບ ຖືກມັດຕີນ ມັດມື ໜ້າຕາຖືກທຳລາຍ ຈົນຈື່ບໍ່ໄດ້ ແລະ ທັງຖືກແລ່ແລ້ວເອົາຊີເມັນ ຢັດໃສ່.
ທ່ານ ບແຣດ ອາດັມ ກ່າວຕື່ມວ່າ:
"it’s very hard to believe that they would not know who killed these 2 men and now we are v. concerned about the safety of Surachai who has been missing for a while".
"ມັນຍາກທີ່ຈະໃຫ້ເຊື່ອວ່າ ພວກເພິ່ນ ບໍ່ຮູ້ວ່າໃຜຂ້າ 2 ຄົນນີ້ ແລະຂນະນີ້ ພວກເຮົາ ກໍກັງວົນຫລາຍ ເລື່ອງຄວາມປອດພັຍ ຂອງ ສຸຣະໄຊ ທີ່ຫາຍສາບສູນໄປ ລະຍະນຶ່ງແລ້ວ."
ຖແລງການຂອງ HRW ຣະບຸວ່າ ທີ່ຜ່ານມາ ຣັຖບານລາວ ບໍ່ໄດ້ສືບສວນຢ່າງຈິງຈັງ ກໍຣະນີນັກເຄື່ອນໄຫວໄທ ຕ້ານສະຖາບັນ ພຣະມະຫາກະສັດ ທີ່ອາສັຍຢູ່ນະຄອນຫລວງວຽງຈັນ ຊຶ່ງມີຮວມ ທັງທ້າວ ອິດທິພົລ ສຸກແປນ ທີ່ຫາຍສາບສູນ ຕັ້ງແຕ່ເດືອນ ມິຖຸນາ 2016, ແລະ ທ້າວ ວຸດທິພົງ ກະຊາທຳມະກຸລ ທີ່ຫາຍສາບສູນໄປ ຕັ້ງແຕ່ເດືອນ ກໍຣະກະດາ 2017.
ອົງການສະຫະປະຊາຊາດ ເພື່ອຜູ້ອົພຍົບ ຫຼື (UNHCR) ບໍ່ມີຫ້ອງການຢູ່ໃນລາວ ທີ່ສາມາດໃຫ້ການປົກປ້ອງ ຜູ້ອົພຍົບຫລົບພັຍ ແລະ ຣັຖບານລາວ ກໍບໍ່ອະນຸຍາດໃຫ້ UNHCR ປະຈຳຢູ່ບາງກອກ ໃຫ້ການປົກປ້ອງ ແກ່ຊາວໄທ ທີ່ໂຕນໜີ ໄປລີ້ພັຍຢູ່ລາວນັ້ນ ແຕ່ຢ່າງໃດ.
ອົງການສິດທິມະນຸດ ຣະບຸອີກວ່າ ຣັຖບານລາວ ມີພັນທະຊອກຮູ້ສິ່ງທີ່ເກີດຂຶ້ນກັບ ທ່ານ ສຸຣະໄຊ ແລະ ນັກເຄື່ອນໄຫວຊາວໄທທຸກຄົນ ທີ່ໄດ້ ຫາຍສາບສູນ ຢູ່ສປປລາວ ແລະ ໃຫ້ເອົາບາດກ້າວ ສືບສວນ ແລະ ດຳເນີນຄະດີ ກັບທຸກຄົນ ທີ່ຮັບຜີດຊອບ ເຫດການ ທີ່ເກີດຂຶ້ນນັ້ນ.
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ ຖາມໄປຍັງກົມການຂ່າວ ກະຊວງການຕ່າງປະເທດ ແລະ ກະຊວງຮັກສາ ຄວາມສງົບ ຂອງລາວຫລາຍຄັ້ງ ແຕ່ບໍ່ສາມາດຕິດຕໍ່ໄດ້.