ການຈັບຂັງຂອງຕໍາຣວດ ເພື່ອສອບ ປາກຄໍາ

ອຸ່ນແກ້ວ ສຸກສະຫວັນ
2017.06.11
F-Tad-Kuang si ເຂດນໍ້າຕົກ ຕາດ ກວາງຊີ ແຂວງຫຼວງພຣະບາງ
Screen captured Kuang si viveo

ສະບາຍດີ ບັນດາ ທ່ານ ຂ່າວນຶ່ງ ທີ່ເຮັດໃຫ້ ສັງຄົມ ເກີດຄວາມສົນໃຈ ໃນປັດຈຸບັນ ກໍຄື ເຈົ້າໜ້າທີ່ຕຳຣວດ ແຂວງຫລວງພຣະບາງ ໄດ້ ຈັບຊາວບ້ານ ຫລັກ 8 ເມືອງຫລວງພຣະບາງ, ແຕ່ກອນທີ່ ຈະເຂົ້າມາ ຟັງການ ສຳພາດ ນັກກົດໝາຍນັ້ນ ຂ້າພະເຈົ້າ ຂໍອະນຸຍາດ ເລົ່າ ເຫດການ ຄວາມເປັນມາ ກ່ອນວ່າ ເປັນຄືແນວໃດ.

ເຈົ້າໜ້າທີ່ຕໍາຣວດ ແຂວງຫລວງພຣະບາງ ໄດ້ຈັບໂຕ ທ້າວ ແພງ ພັດທະກອນ ອາຍຸ 45 ປີ ຊາວບ້ານຫັກ 8 ເມືອງ ຫລວງພຣະບາງ ໃນວັນທີ 3 ມິຖຸນາ ມາສືບສວນ ສອບສວນ ກ່ຽວກັບ ກໍຣະນີ ທີ່ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ໄດ້ຫາຍໄປ ຢູ່ເຂດຕາດ ກວາງຊີ ຊຶ່ງ ເປັນຈຸດທີ່ ທ້າວ ແພງ ເຄີຍເຂົ້າໄປເກັບ ໝາກປີມາຂາຍ.

ກ່ອນທີ່ນັກທ່ອງທ່ຽວ ຈະຫາຍໄປ ໃນວັນທີ 22 ພຶສພາ ທ້າວ ແພງ ເຄີຍເວົ້າໃຫ້ ຊາວບ້ານ ຟັງວ່າ ຜູ້ກ່ຽວເຄີຍເຫັນ ນັກທ່ອງທ່ຽວ ຄົນ ດັ່ງກ່າວ ຢູ່ເຂດໃກ້ ທີ່ໃກ້ກັບ ຕາດ ກວາງຊີ ຫລັງຈາກນັ້ນ ກໍມີຊາວບ້ານ ໄປເວົ້າໃຫ້ ເຈົ້າໜ້າທີ່ຕໍາຣວດ ຟັງແລະ ເຈົ້າໜ້າທີ່ ຕຳຣວດ ກໍມານຳຕົວ ທ້າວ ແພງ ໃຫ້ພາໄປເບິ່ງ ຈຸດທີ່ໄດ້ພົບ ນັກທ່ອງທ່ຽວ. ແລະ ຕໍ່ມາໃນວັນທີ 3 ມິຖຸນາ ເຈົ້າໜ້າທີ່ຕຳຣວດ ກໍມາຈັບຕົວ ທ້າວ ແພງ ໄປຂັງໄວ້ ຢູ່ກອງຄະດີ ແຂວງຫລວງພຣະບາງ ແລະ ຫ້າມບໍ່ໃຫ້ ຍາດພີ່ນ້ອງ ເຂົ້າພົບ.

ສິ່ງດັ່ງກ່າວ ກໍໄດ້ສ້າງຄວາມກັງວົນ ໃຫ້ກັບຍາດພີ່ນ້ອງ ຂອງຜູ້ກ່ຽວ ແລະຍາດພີ່ນ້ອງ ກໍຢືນຢັນວ່າ ຜູ້ກ່ຽວບໍ່ມີຄວາມຜິດ ຊຶ່ງການຈັບກຸມ ກໍບໍ່ມີຫລັກຖານ ພຽງພໍ. ໃຫ້ທ່ານໄປຟັງສຽງ ສຳພາດ ຍາດພີ່ນ້ອງເບິ່ງວ່າ ເປັນແນວໃດ: ສຽງ...

ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ຕໍາຣວດ ກໍໃຫ້ເຫດຜົນວ່າ ບໍ່ແມ່ນການຈັບກຸມ ແຕ່ນຳຕົວມາສືບສວນ ຕາມທິດຊີ້ນຳຂັ້ນເທິງ, ໃຫ້ທ່ານໄປຟັງ ລາຍລະອຽດ ການສຳພາດ ຮ້ອຍເອກ ພອນ ເຈົ້າໜ້າທີ່ຕຳຣວດ ກອງບັນຊາການ ແຂວງຫຼວງພຣະບາງ. ສຽງ...

ການຈັບຕົວຊາວບ້ານ ຢູ່ແຂວງຫລວງພຣະບາງ ເປັນໄປຕາມກົດໝາຍ ຫລືບໍ່, ຫລື ເປັນການ ປະຕິບັດໜ້າທີ່ ເກີນກວ່າເຫດ ຂອງເຈົ້າໜ້າທີ່ ສືບສວນ-ສອບສວນ ໃຫ້ ທ່ານໄປຟັງສຽງ ສຳພາດ ຂອງນັກກົດໝາຍ ເບິ່ງວ່າເປັນແນວໃດ. ສຽງ...

ກ່ຽວກັບການຈັບຕົວໃນຄັ້ງນີ້, ຍາດພີ່ນ້ອງຂອງຜູ້ທີ່ຖືກຈັບກໍໄດ້ ສະແດງຄວາມເປັນຫ່ວງວ່າ ຜູ້ຖືກຈັບກຸມ ຈະຖືກນາບຂູ່ ໃຫ້ສາຣະພາບ ໃນເວລາ ທີ່ຢູ່ໃນຄຸກ. ສ່ວນວ່າ ເຈົ້າໜ້າທີ່ຕໍາຣວດ ກໍໃຫ້ເຫດຜົນວ່າ ບໍ່ໄດ້ຈັບ ແຕ່ເປັນພຽງເອົາຕົວ ມາສອບສວນ ເທົ່ານັ້ນ.

ໃນຂນະທີ່ ນັກກົດໝາຍ ກໍໃຫ້ທັສນະວ່າ ການຈັບຕົວ ຜູ້ຕ້ອງຫາ ແລ້ວຈະຕ້ອງແຈ້ງ ໃຫ້ຍາດພີ່ນ້ອງ ຂອງຜູ້ຕ້ອງຫາ ໄດ້ຮັບຜູ້ເຖິງ ເຫດຜົນ ໃນການຈັບຕົວ, ແລະ ການກັກຕົວ ເພື່ອສອບສວນ ຖ້າພົບວ່າຜູ້ກ່ຽວ ບໍ່ມີຄວາມຜິດແລ້ວ ຈະຕ້ອງໄດ້ປ່ອຍ ຕົວພາຍໃນ 48 ຊົ່ວໂມງ ແຕ່ ຖ້າກັກຂັງເກີນ ເວລາ ທີ່ກຳນົດໄວ້ ຍາດພີ່ນ້ອງ ມີສິດຮອງຟ້ອງ ຕໍ່ອັຍການເພື່ອໃຫ້ ປ່ອຍຕົວ.

ໃນກໍຣະນີ ການຈັບຕົວໄປ ສືບສວນ-ສອບສວນ ພົບວ່າ ບໍ່ມີຫລັກຖານ ພິສູດວ່າ ທ້າວ ແພງ ພັດທະກອນ ໄປພົວພັນເລື້ອງ ການຫາຍຕົວ ໄປຂອງນັກທ່ອງທ່ຽວ ເກົາຫລີໃຕ້ ແຕ່ເຈົ້າໜ້າທີ່ ຍັງບໍ່ປ່ອຍຕົວຜູ້ກ່ຽວ. ຖ້າເປັນແນວນັ້ນ ການປະຕິບັດງານ ຂອງເຈົ້າໜ້າທີ່ ຍັງຈະເປັນໄປ ຕາມກົດໝາຍຢູ່ບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.