ປະຊາຊົນຂໍໃຫ້ກວດກາ ດ່ານລອຍ

ໄຊຍາ
2018.04.30
f-police ດ່ານກວດຣົດ ຂອງເຈົ້າໜ້າທີ່ຕໍາຣວດ ໃນນະຄອນຫຼວງວຽງຈັນ
FB friends page

ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າຢາກຮຽກຮ້ອງໃຫ້ ກົມຕຳຣວດຈະຣາຈອນ ກວດກາການຕັ້ງດ່ານລອຍ ຂອງເຈົ້າໜ້າທີ່ຕາມ ເຂດຕ່າງໆ ເພາະເຫັນວ່າ ເລີ້ມມີຫລາຍເກີນໄປ ພ້ອມກັບການປັບໃໝ ເອົາເງິນແບບບໍ່ໂປ່ງໃສ. ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 30 ເມສາ ນີ້ວ່າ:

"ມັນກາມີນະເຣື່ອງການຕັ້ງດ່ານລອຍ ດ່ານອີ່ຫຍັງຫັ້ນນ່າ ກະຢາກໃຫ້ຂັ້ນເທິງມີການກວດກາຫັ້ນແຫລະ ເຣື່ອງດ່ານລອຍນີ້ນ່າ ຄັນມັນ ຖືກຕ້ອງກະບໍ່ເປັນຫຍັງນ່າ ສ່ວນຫລາຍກາບໍ່ຖືກຕ້ອງຫ້ັນແຫລະ ເຈົ້າໜ້າທີ່ຕັ້ງເອງກະມີ."

ທ່ານເວົ້າຕື່ມວ່າ ເຈົ້າໜ້າທີ່ຈະຣາຈອນ ບາງເຂດຕັ້ງດ່ານລອຍນັ້ນ ເຮັດໃຫ້ປະຊາຊົນວິພາກວິຈານ ເປັນຕົ້ນບາງດ່ານ ຈະມີເຈົ້າໜ້າທີ່ ຕຳຣວດພຽງ 2 ຄົນ ຫລືບາງຈຸດ ກໍ່ຕັ້ງດ່ານເອງ ໂດຍບໍ່ມີການຕິດຕັ້ງ ໄຟສັນຍານໃຫ້ປະຊາຊົນ ຮັບຊາບຮູ້ເຫັນ.

ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ ກົມຕຳຣວດຈະຣາຈອນ ໄດ້ອອກມາອະທິບາຍເຖິງ ການຕັ້ງດ່ານກວດກາ ທີ່ຖືກຕ້ອງໃນເຂດ ຕົວເມືອງແລະ ບໍ່ມີນະໂຍບາຍ ຮຽກເອົາເງິນປະຊາຊົນ. ດ່ັງທ່ານ ກ່າວວ່າ:

"ໃນຕົວເມືອງກຳລັງຢ່າງໜ້ອຍແມ່ນ 4 ຄົນຂຶ້ນໄປ ຖືກແທ້ແມ່ນ 6 ຄົນຂຶ້ນໄປ.  ນອກເມືອງແມ່ນ 8 ຄົນ ຂຶ້ນໄປຫາ 12 ຄົນ ເວົ້າເຣື່ອງ ການເອົາເງິນ ຂອງພໍ່ແມ່ປະຊາຊົນ ໃນຫລັກການຂອງພວກເຮົາບໍ່ມີ ແຕ່ຜ່ານມາຫາງສຽງມີ ມີຫາງສຽງພໍ່ແມ່ປະຊາຊົນ ສະເໜີຜ່ານສະພາ ຜ່ານຊື່ມວນຊົນ ພວກເຮົາກະໄດ້ ເຮັດໜ້າທີ່ກວດກາຕລອດ."

ທ່ານກ່າວຕື່ມວ່າ ສຳລັບມາຕການຂອງການກວດກາ ຖ້າວ່າພົບເຫັນຜູ້ຂັບຂີ່ ລະເມີດກົດບໍ່ຮຸນແຮງ ກໍ່ຈະຂຽນໃບສັ່ງ ແລະກັກໃບຂັບຂີ່ແລ້ວ ໃຫ້ໄປຈ່າຍຄ່າປັບໃໝ ຢູ່ຫ້ອງການຕຳຣວດ ພ້ອມກັບສຶກສາອົບຮົມ ສ່ວນເຣື່ອງຕຳຣວດ ຮັບສີນບົນນັ້ນ ບາງເທື່ອ ຝ່າຍຜູ້ທີ່ເຮັດຜິດກົດ ຈາຣະຈອນເປັນຜູ້ຍື່ນໃຫ້ຕຳຣວດເອງ; ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງ ໃຫ້ເງິນທຸກກໍຣະນີ ນອກເໜືອຈາກຄ່າປັບໃໝໃນໃບສັ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.