ຄົນວຽດໄດ້ສັນຊາດລາວ ແມ່ນຕາມ ກົດໝາຍ: ທາງການລາວ

ສຸພັດຕາ
2019.11.21
F-VN-Vender ປະຊາຊົນ ທີ່ ຫາຢູ່ຫາກິນ ຂາຍເຄື່ອງຂອງ ຂາຍອາຫານ ຕາມຂ້າງຖນົນຫົນທາງ ທີ່ມີທັງຄົນວຽດນາມ ແລະຄົນລາວ ປະປົນກັນໄປ
RFA

ເຈົ້າໜ້າທີ່ກົມຄຸ້ມຄອງສັມມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສງົບ ເວົ້າວ່າ ກ່ຽວກັບການໃຫ້ສັນຊາດຄົນວຽດນາມ ເກືອບ 2 ພັນຄົນ ເຂົ້າເປັນພົລເມືອງລາວນັ້ນ ເປັນໄປຕາມຣະບຽບ ແລະ ຂັ້ນຕອນທາງກົດໝາຍທຸກຢ່າງ ໂດຍບໍ່ໄດ້ ໃຫ້ບຸຣິມະສິດ ແກ່ ປະເທດໃດນຶ່ງ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ນີ້ວ່າ:

“ຜ່ານມານີ້ເດ້ ກໍເຫັນຢູ່ ພວກສັນຊາດອື່ນ ເຂົາກໍເຂົ້າມາ ບໍ່ໆແມ່ນຄວາມຈິງເດີ້ ຄັນຊິວ່າໃຫ້ບຸຣິມະສິດ ແມ່ນບໍ່ຄວາມວ່າ ຜູ້ໃດທີ່ເງື່ອນໄຂ ຢາກເອົາ ແມ່ນມາພໍ້ເລີຍ ເຮົາກໍຄົ້ນຄວ້າໄປຕາມຂາເຂົ້າຫັ້ນ ຜູ້ໃດມີເງື່ອນໄຂກໍເອີ້ນມາສັມພາດ, ສັມພາດຜ່ານ ກໍຖືວ່າໄດ້ ບໍ່ແມ່ນມີແຕ່ວຽດ ວຽດຂຽນພາສາບໍ່ໄດ້ພ້ອມ.”

ທ່ານກ່່າວຕື່ມວ່າ ປີທີ່ຜ່ານໆມາ ກໍມີຄົນຫຼາຍປະເທດ ເຂົ້າມາຂໍສັນຊາດລາວ ເປັນຕົ້ນ ຝລັ່ງ, ຈີນ ແລະອິນເດັຍ. ແຕ່ຈໍານວນ ການມາຂໍ ສັນຊາດ ຂອງ ກຸ່ມຄົນປະເທດເຫລົ່ານັ້ນມີໜ້ອຍປະມານ 3-5 ຄົນ ເທົ່ານັ້ນ.

ຕາມຣະບຽບແລະຂັ້ນຕອນທາງກົດໝາຍ ຄົນທີ່ໄດ້ຮັບສັນຊາດລາວ ຈະຕ້ອງຜ່ານການເຫັນດີຈາກ ສະພາແຫ່ງຊາດ ແລະມີປະທານປະເທດ ເປັນຜູ້ເຊັນຢັ້ງຢືນ ຫຼັງຈາກນັ້ນ ກະຊວງຍຸຕິທັມ ຈະປະກາດຮັບຮອງ ເອົາພາຍໃນ 15 ມື້ ຈຶ່ງຖືວ່າເປັນຄົນລາວ ໂດຍສົມບູນ.

ຄົນວຽດນາມທີ່ເຂົ້າມາຂໍເປັນສັນຊາດລາວ ຕ້ອງເປັນໄປຕາມເງື່ອນໄຂ ເຊັ່ນ: ຕ້ອງອາສັຍຢູ່ໃນລາວມາແລ້ວ ບໍ່ຕໍ່າກວ່າ 10 ປີ, ເວົ້າ ແລະ ຂຽນພາສາລາວໄດ້ເປັນຢ່າງດີຮວມທັງ ຕ້ອງມີເອກກະສານຕ່າງໆທີ່ຈະຢັ້ງຢືນໂຕຕົນ, ດັ່ງເຈົ້າໜ້າທີ່ ກົມສົ່ງເສີມ ຣະບົບຍຸຕິທັມ ກະຊວງ ຍຸຕິທັມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ເຂົາກໍຕ້ອງມີເງື່ອນໄຂ ຢູ່ລາວຫັ້ນ 10 ປີຂຶ້ນໄປ ແລ້ວກໍໄປແລ່ນເອກກະສານ ເລີ້ມຕົ້ນຈາກເມືອງ, ແຂວງ.”

ແຕ່ການໃຫ້ສັນຊາດຄົນວຽດນາມເກືອບ 2 ພັນຄົນນີ້ ແມ່ນໃຫ້ບຸຣິມະສິດເຂົາ ຈົນເກີນໄປ, ດັ່ງ ເຈົ້າໜ້າທີ່ບຳນານ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽ ເສຣີ ວ່າ:

“ມັນກະໃຫ້ສິດທິພິເສດເກີນຄົນລາວ ຊະອີກ ຄັນຊິວ່າຫັ້ນນາ ຄືຄົນລາວກະຍາກແສນຍາກ ຊົ່ວຊິໄດ້ສຳມະໂນຄົວ ກະດາຍ ຄັນວ່າວຽດກະຄື ວ່າງ່າຍ 2 ພັນຄົນພຸ້ນນະ ມັນໂພດເກີນໄປ.”

ການໃຫ້ສັນຊາດ 2 ພັນຄົນ ໝາຍເຖິງຄົນເຫລົ່ານັ້ນ ຈະມາຍາດແຍ່ງວຽກເຮັດງານທຳ ຂອງປະຊາຊົນລາວ:

“ເພາະວ່າ ທຸກມື້ນີ້ນະ ຜົນປໂຍດສ່ວນໃຫຍ່ ກະຕົກເປັນຂອງວຽດນາມ ເປັນສ່ວນໃຫຍ່ ເປັນຕົ້ນກະຄື ເສີມສວຍເບາະ ກໍ່ສ້າງກະລ້ວນແລ້ວ ແຕ່ຄົນວຽດເປັນຜູ້ເຮັດເນາະ ກະອັນນີ້ແຫລະ ໃນເມື່ອໃຫ້ເຂົາ 2 ພັນຄົນ ນີ້ກະໂອຍເວົ້າງ່າຍໆ ກະໃຫ້ສັນຊາດ ວຽດນາມ 2 ພັນຫັ້ນນ່າ ຄົນລາວຫັ້ນນ່າ ຕົກງານ 4 ພັນຄົນໄດ໋ບາດນີ້."

ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ 8 ທີ່ກໍາລັງດໍາເນີນໄປຢູ່ໃນຂນະນີ້ ວ່າ ຣັຖບານລາວ ໄດ້ອະນຸມັດຮັບເອົາຄົນວຽດນາມ ຈໍານວນເກືອບ 2 ພັນຄົນເຂົ້າເປັນ ພົລເມືອງລາວໂດຍສົມບູນ ຈາກທັງໝົດ 6,400 ປາຍຄົນ ທີ່ຍື່ນເອກກະສານ ຂໍສັນຊາດລາວ, ສ່ວນທີ່ເຫຼືອຣັຖບານ ຈະສືບຕໍ່ພິຈາຣະນາ ໃນຂັ້ນຕໍ່ໄປ.

ທ່ານກ່າວຕື່ມວ່າ ຄົນວຽດນາມເລົ່ານັ້ນ ໄດ້ເຄື່ອນຍ້າຍເຂົ້າມາຢູ່ຕາມເຂດຊາຍແດນ ລາວ-ວຽດນາມ ເປັນຕົ້ນ ເມືອງຄໍາເກີດ, ເມືອງບໍຣິຄັນ, ເມືອງວຽງທອງ ແຂວງບໍຣິຄໍາໄຊ, ເມືອງໝອກ ແຂວງຊຽງຂວາງ ແລະເມືອງຊໍາໃຕ້ ແຂວງຫົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.