ທ.ບຸນຍັງວໍຣະຈິດນໍາໜ້າ

ຈໍາປາທອງ
2016.01.22
F-BounNhang ທ່ານ ບຸນຍັງ ວໍຣະຈິດ ໃນວັນເລືອກຕັ້ງ ຄນະນໍາຊຸດໃໝ່
Screen captured from LNTV news video

ຜົນການເລືອກຕັ້ງ ຄນະນໍາ ຊຸດໃໝ່ ຂອງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 21 ມົກກະຣາ 2016 ນີ້ ຣາຍງາຍ ຈາກວົງໃນ ກອງປະຊຸມ ໃຫຍ່ ຄັ້ງທີ 10 ຂອງພັກ ໃນ ຕອນແລງ ຂອງວັນທີ 21 ມົກກະຣາ ແຈ້ງວ່າ ການເລືອກຕັ້ງ ເປັນໄປຕາມ ປວງຊົນໄດ້ ຄາດຄະເນໄວ້ ຄື ທ່ານ ບຸນຍັງ ວໍຣະຈິດ ນໍາໜ້າ ໄດ້ຄະແນນ ຫຼາຍກວ່າໝູ່ ແລະຕໍ່ມາ ກໍແມ່ນ ຍານາງ ປານີ ຢາທໍ່ຕູ້ ແລະ ທ່ານ ທອງລຸນ ສີສຸລິດ. ດັ່ງ ຜູ້ຕິດຕາມ ກອງປະຊຸມ ແລະ ການເລືອກຕັ້ງ ຢ່າງໃກ້ຊິດ ທີ່ ບໍ່ປະສົງ ອອກຊື່ ກ່າວວ່າ:

"ບຸນຍັງ ຄະແນນ 685, ສອງມາ ກໍ ນາງປານີ 683 ທອງລຸນ ສີສຸລິດ 670 ທ່ານ ຈັນສມອນ ກະ 670".

ກ່ຽວກັບ ຜົລການເລືອກ ຢູ່ ໃນກອງປະຊຸມໃຫຍ່ ຂອງພັກ ທີ່ວ່ານັ້ນ ສື່ສັງຄົມ ອອນລາຍ ຕ່າງໆ ໄດ້ເຜີຍແຜ່ ຣາຍຊື່ ຂອງຜູ້ທີ່ໄດ້ຮັບ ເລືອກຕັ້ງ ເປັນຄນະ ບໍຣິຫານງານ ສູນກາງພັກ ຊຸດຕໍ່ໄປ ໂດຍ ເລີ້ມຕົ້ນ ຈາກ ທ່ານ ບຸນຍັງ ວໍຣະຈິດ ທີ່ໄດ້ ຄະແນນສຽງ ຫຼາຍ ກວ່າໝູ່ ແລະຕໍ່ມາ ກໍແມ່ນ ຍານາງ ປານີ ຢາທໍ່ຕູ້, ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນທອງ ຈິດມະນີ ແລະ ໄປສຸດຢູ່ ທ່ານ ສັນ- ຕິພາບ ພົມວິຫານ ລູກຊາຍ ຂອງ ທ່ານ ໄກສອນ ພົມວິຫານ ທີ່ໄດ້ເປັນ ຄົນທີ 69 ຄື ຄົນສຸດທ້າຍ.

ພ້ອມກັນນັ້ນ ກໍຍັງໄດ້ ເລືອກເອົາ ກັມການ ສູນກາງພັກ ສໍາລອງ ອີກ 8 ຄົນ ທີ່ ມີທັງ ຍານາງ ບຸນຄໍາ ວໍຣະຈິດ, ຍານາງ ສວນ- ສະຫວັນ ວິຍະເກດ ແລະ ທ່່ານ ໂພໄຊ ໄຊຍະສອນ ລູກຊາຍ ຂອງທ່ານ ຈູມມາລີ ໄຊຍະສອນ ຜູ້ທີ່ຈະພົ້ນ ຕໍາແໜ່ງ ເລຂາທິການ ໃຫຍ່ ຄນະ ບໍຣິຫານງານ ສູນກາງພັກ ໄປໃນວັນທີ 22 ມົກກະຣາ 2016 ພາຍຫລັງ ໄດ້ມີການ ປະກາດຜົນ ຂອງ ການເລືອກຕັ້ງ ຢ່າງ ເປັນທາງການ ແລ້ວ.

ໃນການເລືອກຕັ້ງ ຄັ້ງນີ້ ມີຜູ້ສມັກ ຮັບເລືອກຕັ້ງ ເປັນ ກັມມະການ ສູນກາງພັກ 77 ຄົນ ແລະ ໄດ້ເລືອກເອົາ 69 ຄົນ. ດັ່ງທ່ານ ກ່າວອີກວ່າ:

"ສລຸບວ່າ ກັມການ ໄດ້ໜ້າໃໝ່ 39 ຊຸດເກົ່າ ລະແມ່ນ 30 ທັງໝົດ 69".

ນອກຈາກ ກັມມະການ ສູນກາງພັກ ສົມບູນ ແລ້ວ ກໍຍັງມີ ກັມມະການ ສຳລອງ 8 ຄົນ. ສໍາລັບ ກັມມະການ ກົມການເມືອງ ສູນກາງພັກ ຊຸດໃໝ່ນີ້ ຈະມີ 11, ຍັງເຫລືອ ຜູ້ເກົ່າ 6 ຄົນ ເພາະວ່າ 4 ຄົນ ຄືທ່ານ ຈູມມາລີ ໄຊຍະສອນ, ທ່ານ ທອງສິງ ທຳມະວົງ, ທ່ານ ອາຊາງ ລາວລີ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ບໍ່ໄດ້ເປັນ ອີກຕໍ່ໄປ. ມີການ ວິພາກ ວິຈານກັນ ໄປຕ່າງໆນາໆ ວ່າ ທັງ 4 ທ່ານ ນັ້ນມີທ່າອ່ຽງ ໄປຫາຈີນ ຫຼາຍກວ່າ ນິຍົມ ຊົມຊອບ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.