ຊາວລາວສົນໃຈການເລືອກຕັ້ງ
2016.11.08

ປະຊາຊົນລາວ ໃຫ້ຄວາມສົນໃຈ ແລະ ຕິດຕາມ ການເລືອກຕັ້ງ ຢູ່ ສະຫະຣັຖ ອະເມຣິກາ ໃນວັນທີ 8 ພຶສຈິກາ ນີ້ ຊື່ງບາງຄົນ ເວົ້າວ່າ ຍານາງ Hillary Clinton ຈະຊນະ ການເລືອກຕັ້ງ ແຕ່ບາງຄົນ ກໍ່ເວົ້າວ່າ ທ່ານ Donald Trump ຈະເປັນຜູ້ຊນະ. ຊາວລາວທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 7 ພຶສຈິກາ ນີ້ວ່າ:
“ກໍໄດ້ຕິດຕາມ ການໂຄສະນາ ຫາສຽງ ຣະຫວ່າງ ຍານາງ Hillary Clinton ແລະ ການຫາສຽງ ຂອງທ່ານ Trump, ແລະວ່າ ຕາມທັສນະ ສ່ວນຕົວແລ້ວ ຄິດວ່າ ມາດາມ Hillary Clinton ມີຄວາມສາມາດ ແລະ ປະສົພການ ດ້ານການເມືອງ ຫຼາຍກວາ ທ່ານ Donald Trump`.
ຊາວລາວ ອີກຜູ້ນຶ່ງ ກໍເວົ້າວ່າ ຄວາມຈິງ ຢາກໃຫ້ຜູ້ຍິງ ເປັນຜູ້ນໍາ ຂອງ ສະຫະຣັດ ເບິ່ງຈັກເທື່ອ ບາງທີ ອາດຈະເຮັດໃຫ້ ຄົນໃນໂລກ ມີຄວາມສຸກ ຢູ່ເຢັນ ເປັນສຸກ ມີຄວາມ ຈະເຣີນ ບໍ່ມີສົງຄາມ ແຕ່ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັຖ ຄັ້ງນີ້, ບໍ່ວ່າຈະເປັນ ພັກ ດິໂມຄຣັຕ ຫຼືພັກ ຣິພັປບລິກັນ ຈະຊນະ ການເລືອກຕັ້ງ ກໍຕາມ ປະຊາຊົນລາວ ຫວັງວ່າ ຜູ້ນໍາຄົນໃໝ່ ຂອງ ສະຫະຣັຖ ອະເມຣິກາ ຈະນໍາພາ ປະເທດຊາດ ໄປໃນທາງ ທີ່ດີຂຶ້ນ ກວ່າເກົ່າ.
ໃນວັນອັງຄານ ທີ 8 ເດືອນ ພຶສຈິກາ ນີ້ແມ່ນມື້ ປ່ອນບັດ ເລືອກຕັ້ງທົ່ວ ສະຫະຣັດ ອະເມຣິກາ.